ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ         ເລກທີ 08/ກຊສ
ນະຄອນຫລວງວຽງຈັນ, ວັນທີ 04 ມັງກອນ 2005

ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດ
ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ

  • ປີ 1961 ວ່າດ້ວຍ ຢາເສບຕິດ
  • ປີ 1971 ວ່າດ້ວຍ ວັດຖຸອອກລິດ ຕໍ່ຈິດ-ປະສາດ
  • ປີ 1988 ວ່າດ້ວຍການຕ້ານການລັກລອບຄ້າຂາຍ ຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ, ມາດຕາ 12 ວ່າດ້ວຍ ສານເຄມີທີ່ມັກຖືກລັກລອບນຳໃຊ້ເລື້ອຍເຂົ້າໃນການຜະລິດຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ ໂດຍເອີ້ນຫຍໍ້ວ່າ ‘’ ສານເຄມີຕົ້ນ’’

- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ເເລະ ການເຄື່ອນໄຫວຂອງ ກະຊວງສາທາລະນະສຸກ ສະບັບເລກທີ 020 /ນຍ, ລົງວັນທີ 9 ມີນາ 1999.
- ອີງຕາມ ການສະເໜີຂອງກົມອາຫານ ແລະ ຢາ ສະບັບ ເລກທີ 2683/04.ກອຢ, ລົງວັນທີ 31/8/04.

ລັດຖະມົນຕີວ່າການກະຊວງສາທາລະນະສຸກຕົກລົງ :

ມາດຕາ 1. ກຳນົດບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ທີ່ອະນຸ
ຍາດໃຫ້ນຳເຂົ້າເພື່ອຈຳໜ່າຍ ຫຼື ຜະລິດ ແລະ ນຳໃຊ້ໄດ້ ຢູ່ ສປປລາວ ຊຶ່ງແບ່ງອອກເປັນ 3 ປະເພດບັນຊີ ດັ່ງນີ້:

  1. ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸດິບຜະລິດຢາ ມີ 5 ລາຍການ ຄື: 
  • Codeine phosphate / phosphate de codelne.
    ( Codein, Kodein, Methylmorphin, Methylmorfin …. )
  • Fentanyl citrate / Citrate de Fentanyl.
    ( Fentaz, Haldid, Hypnorm, Leptanal, pentanyl, Phentanyl …. )
  • Morphine hydrochloride / Chlorhydrate de Morphine.
    ( Hipsedan, Mortha, Sedol, Spasma …. )
  • Opium, Raw or Powder or Tincture.
  • Pethidine hydrochloride / Chlorhydrate de Pethidine.
    ( Dolosal, Alodan, Demerol, Dispadal(ol), Dolantal(in,ol), Dolental ) ຂ້າງເທິງ
  1. ບັນຊີປະເພດວັດຖຸອອກລິດຕໍ່ຈິດ-ປະສາດທີ່ເປັນຢາປົວພະຍາດ ຫຼື ວັດຖຸດິບຜະລິດຢາ:
    ມີ 12 ລາຍການ ຄື:
  • Barbital Sodlum / Barbital Sodique.
    (Barbitone Sodlum, Noctal, Veronal )
  • Bromazepam / Bromazepam.
    ( Lectopam, Lesotan, Lexatin, Lexomil …. )
  • Chlordiazepoxide hydrochloride/hydrochlorate de Chlordiazepoxide.
    ( Diazepebrum, Elenium, Librium, Napoton …. )
  • Clonazepam / Clonazepam.
    ( Aklonil, Clonotril, Clozepan, Ravotril, Rivotril )
  • Clorazepate mono(di) potassium / Clorazepate mono(di) Potassique
    ( Trans(x) ene, Tranxilium …. )
  • Diazepam / Diazepam ( Diapam, Faustan, Seduxen, Valium …. )
  • Flunitrazepam/Flunitrazepam( Darkene, Fluni(mi)pam, Hypnodrom,….)
  • Midazolam / Midazolam
    ( Doricum, Dormicum, Hypnovel, Sorenor, …. )
  • Meprobamate/Meprobamate ( Equanil, Diazemat, Civamate, Metaba
    Mate, Neutramate, Tranquanil …. )
  • Nitrazepam / Nitrazepam.
    ( Alodorm, Apooxazepam, Chlorazepam, Lagazepam, Eunoctin, Hypn
    Otin, Insomin, Mogadon, itrodiazepam, Ormodon, ….. )
  • Pentazocine hydrochloride / Chlorhydrate de Pentazocine.
    ( Algopent, Dolofortin, Fortal, Fortwin, pentacina, pentafort, Talwin….)
  • Phenobarbital sodium / Phenobarbital sodique.
    ( Gardenal sodium, Lepinal-natrium, Luminal sodium …. )
  1. ບັນຊີປະເພດສານເຄມີຕົ້ນ ແລະ ສານເຄມີສຳຮອງ ທີ່ມັກລັກລອບນຳໃຊ້ເລື້ອຍ ເຂົ້າໃນການ
    ຜະລິດຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ.

+ ອີງຕາມລໍາດັບຄວາມສໍາຄັນ ແລະ ຄວາມສ່ຽງສູງຕໍ່ການລັກລອບນໍາໃຊ້ເຂົ້າໃນການຜະລິດຢາ
ເສບຕິດ, ສານເຄມີຕົ້ນ ແລະ ສານເຄມີສຳຮອງ ຈຶ່ງໄດ້ຈັດແບ່ງອອກເປັນ 3 ໝວດຄື:

   ກ. ຕາຕະລາງບັນຊີ I: ແມ່ນບັນຊີສານເຄມີຕົ້ນທີ່ຄວບຄຸມພີເສດ ແລະ ມີການຄວບຄຸມໃນທຸກ
ຂັ້ນຕອນເຊັ່ນ: ການຂໍອະນຸຍາດນໍາເຂົ້າ ການນຳເຂົ້າ-ສົ່ງອອກ, ການຜະລິດ, ການຈຳຫນ່າຍ,
ການຂົນສົ່ງ ແລະ ການນໍາໃຊ້.

   ຂ. ຕາຕະລາງບັນຊີ II: ແມ່ນບັນຊີສານເຄມີສໍາຮອງ ທີ່ສາມາດປ່ຽນແທນ ສານເຄມີຕົ້ນຄວບຄຸມ
ພິເສດໄດ້ດ້ວຍການສັງເຄາະ (ຕາມຕາຕະລາງບັນຊີ) ແລະ ມັກຖືກລັກລອບນຳໄປໃຊ້ເຂົ້າ
ໃນການຜະລິດຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ.

   ຄ. ຕາຕະລາງບັນຊີ III: ແມ່ນບັນຊີສານເຄມີ ທີ່ຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາການນໍາເຂົ້າ 
ຈໍາຫນ່າຍ, ຂົນສົ່ງ ແລະ ການນຳໃຊ້. ຂ້າງເທິງ

Strictly Control List Schedule I

( ຕາຕະລາງບັນຊີ I )

Control List Schedule II

( ຕາຕະລາງບັນຊີ II )

Watch List Schedule

( ຕາຕະລາງບັນຊີ III )

1. ACETIC ANHYDRIDE

1. ACETONE

1. ACETIC ACID,  GLACIAL

2. N-ACETYLANTHRANILIC ACID

2. ANTHRANILIC ACID

2. CAFFEINE

3. ERGOMETRINE

3. METHYL ETHYL  KETONE ( MEK )

3. METHYL ISO BUTYL KETONE (MIBK)

4. ERGOTAMINE

4. BARIUM SULPHAT

4. PHOSPHOROUS TRICHLORIDE

5. EPHEDRINE

5. BENZALDEHYDE

5. THIONYL CHLORIDE

6. ISOSAFROLE

6. BENZAL CYANIDE

 

7. LYSERGIC ACID

7. DIETHYLAMINE

 

8. METHYLENE DIOXYPHENYL 2-ROPANONE

8. 1-PHENYL2-PROPANONE

 

9. NOREPHEDRINE

9. ETHYL ETHER

 

10. PIPERONAL

10. HYDROCHLORIC ACID

 

11. PSEUDOEPHEDRINE

11. METHYLAMINE

 

12. SAFROLE

12. NITROETHANE

 

 

13. PHENYLACETIC ACID

 

 

14. PIPERIDINE

 

 

15. POTASSIUM  PERMENGANATE

 

 

16. PYRIDINE

 

 

17. SULFURIC ACID

 

 

18. TOLUENE

 

ມາດຕາ 2. ຜູ້ທີ່ມີຈຸດປະສົງຢາກ ສັ່ງຊື້ນຳເຂົ້າ-ສົ່ງອອກ, ຜະລິດຕ້ອງມີແຜນການປະຈຳປີ ແລະ ໄດ້ຮັບໃບອະນຸຍາດທາງການ ຈາກກະຊວງສາທາລະນະສຸກເທົ່ານັ້ນ.

ມາດຕາ 3. ລາຍການຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ເຄມີຕົ້ນ ຕາມ 3 ບັນຊີຂ້າງເທິງ ສາມາດຍົກຍ້າຍຈາກຕາຕະລາງບັນຊີໜຶ່ງໄປຫາອີກບັນຊີອື່ນ ຫຼື ຍົກເລີກ ຫຼື ເພີ່ມເຕີມ ໄດ້ຕາມການຕົກລົງຂອງ ກະຊວງສາທາລະນະສຸກໃນແຕ່ລະໄລຍະ.

ມາດຕາ 4. ມອບໃຫ້ກົມອາຫານ ແລະ ຢາ ເປັນຈຸດໃຈກາງປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 5. ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຂໍ້ກໍານົດກົດລະບຽບທີ່ໄດ້ປະກາດໃຊ້ ໃນເມື່ອກ່ອນ ຫາກຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ດຣ. ປອນເມກ ດາລາລອຍ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision of the Ministry of Public Health on the List of Narcotic Drugs, Nerve Affecting Substances and Basic Chemical Substances No. 08/MoH PDF
2 ຂໍ້ຕົກລົງ ຂອງ ກະຊວງສາທາລະນະສຸກ ວ່າດ້ວຍ ບັນຊີປະເພດ ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 08/ກຊສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.