ກອງປະຊຸມຄະນະກຳມະການປະສານງານ ຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການຄ້າດ້ານຜະລິດຕະພັນອາຊຽນຄັ້ງທີ 11 ໄດ້ປືກສາຫາລື ກ່ຽວກັບຄວາມຄືບໜ້າຂອງການປະຕິບັດວຽກງານທີ່ສຳຄັນດັ່ງນີ້   

ສັນຍາວ່າດ້ວຍການຄ້າດ້ານຜະລິດຕະພັນ

ສປປ ລາວໄດ້ລາຍງານໃຫ້ກອງປະຊຸມຊາບວ່າ ສະພາແຫ່ງຊາດລາວໄດ້ໃຫ້ສັດຕະຍາບັນ ເປັນທີ່ຮຽບຮ້ອຍແລ້ວ ແລະ ປະຈຸບັນກຳລັງຢູ່ໃນໄລຍະລໍຖ້າໃຫ້ກະຊວງການເງິນ ອອກໜັງສື Legal Enactment ເພື່ອໃຫ້ຕາຕະລາງຫລຸດຜ່ອນອັດຕາພາສີປີ 2013-2015 ມີຜົນບັງຄັບໃຊ້ກ່ອນເດືອນສິງຫາ 2013.

ປະຈຸບັນການໂຍະຍານພາສີ ອັດຕາພາສີ 7% ໃຫ້ແກ່ປະເທດCLMV ມີພຽງແຕ່ ມຽນມ້າ ແລະ ສປປ ລາວ ທີ່ສາມາດສຳເລັດ ການຄິດໄລ່ໃນເບື້ອງຕົ້ນ, ເຖິງຢ່າງໃດກໍ່ຕາມ ສປປ ລາວ ຍັງຈະຕ້ອງໄດ້ຊີ້ແຈງຄືນ ກ່ຽວກັບຈຳນວນລາຍການສິນຄ້າທີ່ຄິດໄລ່ເກີນໄປ 7% ຫລື 27 ລາຍການ

⇒ການໂອນຖ່າຍ ຕາຕະລາງຫລຸດຜ່ອນອັດຕາພາສີ ຈາກສາລະບານອັດຕາພາສີລະບົບປີ 2007 ມາເປັນ 2012 ນັ້ນ, ກອງປະຊຸມໄດ້ຮັບຊາບສະພາບການໂອນຖ່າຍ ແລະ ການຮັບຮອງຕາຕະລາງດັ່ງກ່າວ ຂອງແຕ່ລະປະເທດສາມາຊິກອາຊຽນ

⇒ການໃຫ້ສັດຕະຍາບັນ ແກ່ອະນຸສັນຍາເພື່ອປ່ຽນແທນສັນຍາເສດຖະກິດອາຊຽນສະບັບເກົ່າ ທີ່ກ່ຽວຂ້ອງກັບການຄ້າດ້ານຜະລິດຕະພັນ ທີ່ໄດ້ລົງນາມໃນກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນແບບວົງແຄບຄັ້ງທີ 19 ທີ່ ສສ. ຫວຽດນາມ ແມ່ນຍັງຢູ່ໃນຂະບວນການຂໍອະນຸມັດຢູ່ຂັ້ນຕອນພາຍໃນຂອງແຕ່ລະປະເທດ, 04 ອະນຸສັນຍາທີ່ກ່ຽວຂ້ອງ ກັບການຄ້າດ້ານຜະລິດຕະພັນ ເຊັ່ນ: ສັນຍາການຮ່ວມມືເສດຖະກິດຮອບດ້ານອາຊຽນປີ 1992, ສັນຍາການຮ່ວມມື ອີ-ອາຊຽນປີ 2000, ສັນຍາການເຊື່ອມໂຍງຂະແໜງບູລິມະສິດອາຊຽນປີ 2004 ແລະ ອະນຸສັນຍາເຊື່ອມໂຍງຂະແໜງການໃນອາຊຽນປີ 2004 ເຊິ່ງຈະເປັນເອກະສານຄັດຕິດກັບສັນຍາ ATIGA.

⇒ວຽກງານສຸຂານາໄມພືດ ແລະ ສັດອາຊຽນ

1.   ຕິດຕາມມະຕິຕົກລົງຂອງຄະນະ CCA ກ່ຽວກັບວຽກງານ NTM/NTB

2.   ການຄຸ້ມຄອງບັນດາກິດຈະກຳ ທີ່ພົວພັນເຖິງການຈັດຕັ້ງປະຕິບັດ ມາດຕາ 84 ແລະ 85 ຂອງສັນຍາ ATIGA

3.   ການຄຸ້ມຄອງວຽກງານຄວາມຄືບໜ້າຂອງຂະແໜງການ ທີ່ພົວພັນກັບມາດຕະການດ້ານ SPS

4.   ການປະສານງານ ບັນຫາທີ່ພົວພັນກັບມາດຕະການດ້ານ SPS

5.   ສ້າງຕັ້ງລະບົບຈັດການຂໍ້ມູນດ້ານ SPS ອາຊຽນ

6.   ການສ້າງຂີດຄວາມສາມາດ ແລະ ການຊ່ວຍເຫລືອດ້ານເຕັກນິກ ກ່ຽວກັບມາດຕະການ SPS ເພື່ອອໍານວຍຄວາມສະດວກດ້ານການຄ້າ.

7.   ກົນໄກປະສານງານ ແລະ ກົນໄກການຄຸ້ມຄອງວຽກງານ SPS ອາຊຽນ

ການເປີດເສລີດ້ານພາສີ (ທົບທວນຄືນລາຍການສິນຄ້າທີ່ນອນໃນບັນຊີຍົກເວັ້ນ)

⇒ ກອງປະຊຸມໄດ້ຮັບຟັງການຊີ້ແຈງ ແລະ ການອະທິບາຍຂອງ ອິນໂດເນເຊຍ, ມະເລເຊຍ ແລະ ສສ ຫວຽດນາມ ທີ່ນຳເອົາຜະລິດຕະພັນເຫລົ້າ ແລະ ຢາສູບເຂົ້າໃນບັນຊີຍົກເວັ້ນ.

⇒ ກອງປະຊຸມໄດ້ຮັບຮູ້ຄວາມຄືບໜ້າຂອງການເຈລະຈາແບບສອງຝ່າຍ ໄທ-ຟີລິບປິນ ກ່ຽວກັບຜະລິດຕະພັນເຂົ້າ ແລະ ນໍ້າຕານໃນເບື້ອງຕົ້ນ.

⇒ ຮຽກຮ້ອງໃຫ້ ກຳປູເຈຍ ແລະ ສສ ຫວຽດນາມ ຍົກເຫດຜົນ ກ່ຽວກັບຂັ້ນຕອນພາຍໃນຂອງຜະລິດຕະພັນນໍ້າມັນເຊື້ອໄຟທີ່ມີຢ່າງຫລວງຫລາຍ ໃຫ້ມີນໍ້າໜັກຫລາຍຂື້ນ ບໍ່ພຽງແຕ່ອ້າງເຖີງ ການປົກປ້ອງລາຍຮັບຢ່າງດຽວ.

ການລົບລ້າງສິ່ງກີດຂວາງ ທີ່ບໍ່ແມ່ນອັດຕາພາສີ NTM

ກອງປະຊຸມໄດ້ຮັບຟັງການລາຍງານຂໍ້ມູນໃໝ່ໆ ກ່ຽວກັບ NTM ໂດຍສະເພາະການປ່ຽນແປງດຳລັດວ່າດ້ວຍການຫ້າມນຳເຂົ້າສິນຄ້າຂອງປະເທດມາເລເຊຍ ປ່ຽນແທນສະບັບກ່ອນ ແລະ ໄດ້ແຈ້ງຕໍ່ຄະນະກຳມະການຂອງອົງການການຄ້າໂລກເປັນທີ່ຮຽບຮ້ອຍ ແລະ ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນ ຈົ່ງນຳສົ່ງຂໍ້ມູນຕ່າງໆ ທີ່ພົວພັນເຖິງ ບັນດາລະບຽບການ, ມາດຕະການ ແລະ ແຈ້ງການຕ່າງໆ ທີ່ກ່ຽວຂ້ອງກັບວຽກ NTM ໃຫ້ກອງເລຂາອາຊຽນ ທີ່ໄດ້ລະບຸໄວ້ໃນມາດຕາ 5 ຂອງສັນຍາ ATIGA ເພື່ອເປັນການ Update ຖານຂໍ້ມູນໃຫມ່.

ແຜນງານຂອງ CCA ກ່ຽວກັບວຽກງານ NTM ປີ 2013-2014

1.   ປັບປຸງແຜນປະຕິບັດວຽກງານ ກ່ຽວກັບວຽກງານ NTM ກອງປະຊຸມໄດ້ພິຈາລະນາ ແລະ ປຶກສາຫາລື ກ່ຽວກັບ ການປັບປຸງແຜນປະຕິບັດງານລະດັບຊາດ ວ່າດ້ວຍມາດຕະການທີ່ບໍ່ແມ່ນພາສີ, ແລະ ເຫັນດີຮັບຮອງເອົາແຜນປະຕິບັດງານ NTM ລະດັບຊາດ ເພື່ອນໍາໃຊ້ເປັນທິດທາງໃນວຽກງານ NTB ແລະ ໄດ້ຮັບຮູ້ວ່າ ແຜນປະຕິບັດງານ NTM ລະດັບຊາດ ຈະຕ້ອງນໍາສົ່ງໃຫ້ ກອງປະຊຸມສະພາ AFTA ຄັ້ງທີ 27.

2.   ກອງປະຊຸມໄດ້ຮັບຮູ້ວ່າ ແຕ່ລະປະເທດສະມາຊິກ ມີການປັບປຸງລະບົບການເຮັດວຽກ ທີ່ແຕກຕ່າງກັນ ບາງປະເທດສະມາຊິກກໍ່ກຳລັງດຳເນີນການສ້າງຕັ້ງໜ່ວຍງານເຊື່ອມໂຍງພາຍໃນ, ບາງປະເທດ ກໍ່ໄດ້ປັບປຸງ ເພື່ອປ່ຽນແທນໜ່ວຍງານເກົ່າ, ສຳລັບ ສປປ ລາວ ແມ່ນຢູ່ໃນຂະບວນການພິຈາລະນາສ້າງຕັ້ງໝ່ວຍງານໃໝ່ ເພື່ອປ່ຽນແທນໜ່ວຍງານເກົ່າ.

3.   ຮູບແບບການແຈ້ງ, ການກຳນົດ, ການປະເມີນຜົນ ແລະ ການລົບລ້າງສິ່ງກີດຂວາງທາງດ້ານການຄ້າ ຕໍ່ປະເດັນນີ້ ສິງກະໂປ ເຫັນວ່າ ຄວນໃຫ້ເປັນຮູບແບບຄົບຊຸດສາມາດຄອບຄຸມບັນຫາລວມກ່ຽວກັບ NTM/NTB ເຊິ່ງບາງກໍລະນີເກີດຂື້ນ ແລະ ບັນຈຸໄວ້ໃນຕາຕະລາງ (Matrix) ແລະ ຈະນຳໄປປະກອບຄຳຄິດເຫັນ ປຶກສາຫາລືກັນຕື່ມ ໃນກອງປະຊຸມຄັ້ງຕໍ່ໄປ ຫລື ຈະນຳໃຊ້ໜ່ວຍງານທີ່ມີ ໃນປະຈຸບັນ ເພື່ອຢືນຢັນ ຮູບແບບ NTM ໃນ6 ຮູບແບບຂອງຕົນ ແລະ ໄທ ມີຢູ່ 24 ກໍລະນີ, ກອງປະຊຸມໄດ້ເໜັ້ນໜັກ 107 ກໍລະນີ ຂອງNTM  ທີ່ເກີດມີໃນອາຊຽນ ໃນນັ້ນມີ 65 ກໍລະນີ ບໍ່ທັນໄດ້ຮັບການຢືນຢັນ, 35 ກໍລະນີຖືກລົບລ້າງ ແລະ 2 ກໍລະນີສາມາດແກ້ໄຂໄດ້. ກອງປະຊຸມໄດ້ເຫັນດີ ໃຫ້ແຕ່ລະປະເທດສະມາຊິກ ກະກຽມປະກອບຄຳຄິດເຫັນ ກ່ຽບກັບ Matrix ຕົວຈິງທີ່ມີໃນ NTM ແລະ ສົ່ງກັບຄືນໃຫ້ກອງເລຂາອາຊຽນພາຍໃນວັນທີ 7 ມີຖຸນາ 2013, ສຳລັບໂຄງການຕົວແບບ ກ່ຽວກັບການລົບລ້າງ NTM ນັ້ນ ກອງປະຊຸມເຫັນດີໃຫ້ຍົກໄປປືກສາຫາລືໃນກອງປະຊຸມຄັ້ງຕໍ່ໄປ.

ດ້ານລະບຽບແຫລ່ງກໍາເນີດສິນຄ້າ

ກອງປະຊຸມໄດ້ຮັບຟັງການລາຍງານຜົນ ຂອງກອງປະຊຸມຄະນະເຈລະຈາລະບຽບແຫລ່ງກຳເນີດສິນຄ້າຄັ້ງທີ 11 ເຊິ່ງໄດ້ເນັ້ນໜັກບາງບັນຫາດັ່ງລຸ່ມນີ້:

1.   ການໂອນຖ່າຍລະຫັດອັດຕາພາສີ ລະບຽບການສະເພາະຜະລິດຕະພັນ ຈາກລະຫັດປີ 2007 ມາເປັນປີ 2012 ກອງປະຊຸມໄດ້ຮັບຮູ້ວ່າ ປະເທດສະມາຊິກອາຊຽນ, ຍົກເວັ້ນໄທ, ຈະຕ້ອງພະຍາຍາມໃຫ້ສໍາເລັດ ການນຳສົ່ງເອກະສານຮັບຮອງຂອງຕົນພາຍໃນເດືອນມີຖຸນາ 2013 ໃຫ້ກອງເລຂາອາຊຽນ, ສ່ວນໄທອາດແມ່ນເດືອນພະຈິກປີ 2013 ເນື່ອງຈາກຈະຕ້ອງຂໍອະນຸມັດຈາກລັດຖະສະພາ.

2.   ການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ: ກອງປະຊຸມໄດ້ຮັບຮູ້ ການເຂົ້າຮ່ວມໂຄງການຕົວແບບຄັ້ງທີ1 ຂອງປະເທດມຽນມ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

3.   ບັນຫາການແຈ້ງລາຍການສິນຄ້າຂອງປະເທດທີ 3

4.   ແບບຢ່າງລາຍເຊັນ ແລະ ກາປະທັບ ສຳຫລັບຟອມD ໃນສັນຍາ ATIGA : ກອງປະຊຸມໄດ້ຮັບຮູ້ ໄລຍະເວລາໃໝ່ຂອງການນຳສົ່ງແບບຢ່າງລາຍເຊັນ ແລະ ກາປະທັບໃນເດືອນສິງຫາປີ 2012-ມັງກອນ ປີ 2013 ຂອງແບບຢ່າງລາຍເຊັນເຈົ້າໜ້າທີ່ຂອງບຣູໄນ, ສປປ ລາວ, ມະເລເຊຍ, ມຽນມ້າ ແລະ ຟີລິບປິນ.

ການອໍານວຍຄວາມສະດວກທາງດ້ານການຄ້າ

1.   ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບ ການພັດທະນາສູນຂໍ້ມູນແຫ່ງຊາດຂອງປະເທດສະມາຊິກອາຊຽນ ເຊິ່ງເຫັນໄດ້ວ່າ ບັນດາປະເທດ AMCs ກໍາລັງກະກຽມປະສານຄວາມພ້ອມນໍາຂະແໜງການພາຍໃນຂອງຕົນ. ສຳລັບ ສປປ ລາວ ແມ່ນກຳລັງຢູ່ໃນຂັ້ນຕອນພິຈາລະນາ ເພາະເຫັນວ່າອາດນຳໃຊ້ Lao PDR Trade Portal ຫລື National Single Window ທີ່ມີຢູ່ແລ້ວນັ້ນ.

2.   ການອຳນວຍຄວາມສະດວກທາງການຄ້າໃນອາຊຽນ: ກອງປະຊຸມໄດ້ຮັບຮູ້ກ່ຽວກັບການປັບປຸງແຜນງານການອຳນວຍຄວາມສະດວກທາງການຄ້າອາຊຽນ ໂດຍການຮ່ວມກັນປັບປຸງວຽກງານ SPS ຄັ້ງທີ 3 ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມທົບທວນຄືນ ກ່ຽວກັບມາດຕາ 50 ຂອງສັນຍາ ATIGA  ວ່າດ້ວຍຂັ້ນຕອນການຈັດຕັ້ງປະຕິບັດການອໍານວຍຄວາມສະດວກທາງການຄ້າໃນອາຊຽນ ແລະ ການປະເມີນຜົນການຈັດຕັ້ງປະຕິບັດແມ່ນຈະໄດ້ລາຍງານໃຫ້ສະພາ AFTA, SEOM. ກອງປະຊຸມໄດ້ເຫັນດີ ຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຕ້ອງສະໜອງຂໍ້ມູນ  ໃໝ່ ທີ່ກ່ຽວຂ້ອງກັບບັນດາກິດຈະກຳ ແລະ ຂັ້ນຕອນການສ້າງແຜນງານການອຳນວຍຄວາມສະດວກທາງການຄ້າໃນອາຊຽນ ແລະ ນຳສົ່ງມຫ້ ຄະນະກຳມະການ CCA  ເພື່ອໃຫ້ສາມາດນໍາສົ່ງລາຍງານຕໍ່ກອງປະຊຸມ ສະພາ AFTA ຄັ້ງທີ 27 ໃນເດືອນສິງຫາ ປີ 2013.

ກອງປະຊຸມໄດ້ຮັບຮູ້ວ່າ ປະຈຸບັນການເຈລະຈາການເປີດເຂດການຄ້າເສລີອາຊຽນ ແລະ ອາຊຽນກັບປະເທດຄູ່ເຈລະຈາແມ່ນກຳລັງດຳເນີນຢ່າງເຂັ້ມຂຸ້ນ ເຊັ່ນ: ປະເດັນການສົ່ງອອກສິນຄ້າກະສິກຳຈາກ ກຳປູເຈຍ ແລະ ສປປ ລາວໄປໄທ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.