ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ດຣ ພວງປຼາລີສັກ ປະວໍວຽງຄຳ ໄດ້ລາຍງານຄວາມຄືບໜ້າຂອງວຽກງານດັ່ງກ່າວ ໃນກອງປະຊຸມສຳມະນາທີ່ຈັດຂື້ນທີ່ນະຄອນຫລວງວຽງຈັນຜ່ານມາ ເພື່ອເພີ່ມທະວີຄວາມເຂົ້າໃຈກ່ຽວກັບແຜນປະຕິບັດວຽກງານ ການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງຂອງລັດຖະບານ, ແລະ ການຄ້າປ່າໄມ້, ຊື່ງແມ່ນການຕອບຮັບຕໍ່ສະຫະພັນເອີຣົບ ສຳຫລັບການຄ້າໄມ້ແບບຜິດກົດໝາຍ.

ການນຳໃຊ້ປ່າໄມ້ຄວນຕ້ອງມີການບໍລິຫານຈັດການ ຜ່ານລະບຽບການ ແລະ ອີງຕາມຂະບວນການທີ່ວາງໄວ້ໃນນະໂຍບາຍຂອງລັດຖະບານ. ເຊິ່ງຄວນຈະນອນໃນທິດທາງດຽວ ກັບບັນດາກົນໄກ  ແລະ ລະບຽບການຂອງຄູ່ຮ່ວມການຄ້າປະເທດຕ່າງໆ.

ໂດຍການສະໜັບສະໜູນຂອງຫ້ອງການຜູ້ຕາງໜ້າສະຫະພັນເອີລົບປະຈຳ ສປປ ລາວ ແລະ ສະຖານບັນປ່າໄມ້ຂອງເອີລົບ, ກົມກວດກາປ່າໄມ່້ໄດ້ເລີ່ມສືກສາຂໍ້ມູນເພື່ອສະເໜີຄວາມຮູ້ພື້ນຖານຂອງ ການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງຂອງລັດຖະບານ ແລະ ການຄ້າໄມ້ຢູ່ລາວ ໃນປີ 2010.

ການສຶກສາເບື້ອງຕົ້ນສຳເລັດ ໃນປີ 2011 ແລະ ການສຶກສາກ່ຽວກັບປ່າໄມ້ຂອງລາວ ໄດ້ສຳເລັດໃນປີທີ່ຜ່າມມາ.

ທ່ານ ຍັງໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນສະເພາະຕໍ່ການສ້າງກົດໝາຍບັງຄັບໃຊ້, ການຕິດຕາມວົງຈອນໜູນວຽນຂອງປ່າໄມ້, ການບໍລິຫານຈັດການ ແລະ ການຄ້າພາຍໃນປະເທດ ໃຫ້ໄດ້ຕາມມາດຕະຖານຂອງສາກົນ. ຈຸດສຸມດັ່ງກ່າວນີ້ແນ່ໃສ່ ເພື່ອສະໜັບສະໜູນການຄ້າ, ການພັດທະນາແບບຢືນຍົງ, ການລົບລ້າງຄວາມທຸກຍາກ ແລະ ຢັ້ງຢືນແຫລ່ງທີ່ມາຂອງໄມ້່ໃນການສົ່ງອອກໄປຍັງສະຫະພາບເອີຣົບ.

ຈາກຜົນໄດ້ຮັບນີ້, ກະຊວງແຜນການ ແລະ ງົບປະມານຂອງລາວ ແລະ ກະຊວງຮ່ວມມື ແລະ ພັດທະນາເສກຖະກິດຂອງເຢຍລະມັນ ໄດ້ເຊັນຂໍ້ຕົກລົງມູນຄ່າ 5.8 ລ້ານຍູໂລ ໃຫ້ແກ່ລາວ ເພື່ອສະໜັບສະໜູນ ແລະ ພັດທະນາແຜນງານການບັງຄັບໃຊ້ກົດໝາຍ, ນະໂຍບາຍການຈັດການບໍລິຫານໄມ້, ລະບົບການຄ້າ ແລະ ຂະບວນການເຈລະຈາ ໃນການເຂົ້າຮ່ວມຂໍ້ຕົກລົງຫຸ້ນສ່ວນໂດຍສະໝັກໃຈລະຫວ່າງປະເທດ ແລະ ສະຫະພັນເອີຣົບ ໃນການຮັບຮອງເຂົ້າໃນ ການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງຂອງລັດຖະບານ, ແລະ ການຄ້າປ່າໄມ້.

ທ່ານຍັງໄດ້ກ່າວວ່າ: ອີງຕາມການສືກສາ ແລະ ສຳຫລວດຂອງປະເທດລາວ ແມ່ນຈະສາມາດດຳເນີນການເຈລະຈາໃນຂໍ້ຕົກລົງດັ່ງກ່າວ.

ການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງຂອງລັດຖະບານ, ແລະ ການຄ້າປ່າໄມ້ ບໍ່ພຽງແຕ່ແນ່ໃສ່ຫລຸດຜ່ອນການຕັດໄມ້ແບບຜິດກົດໝາຍ, ແຕ່ຍັງຊອກຫາວິທີທາງສົ່ງເສີມຄຸ້ມຄອງປ່່າໄມ້ທີ່ດີ. ເປົ້າໝາຍຕົ້ນຕໍອີກຢ່າງກໍ່ຄື ລວມເອົາການມີສ່ວນຮ່ວມໃນທິດທາງການລົບລ້າງຄວາມທຸກຍາກ  ແລະ ການບໍລິຫານຈັດການແຫລ່ງຊັບພະຍາກອນທຳມະຊາດແບບຢືນຍົງ.

ໃນບົດຄຳເຫັນຂອງ ຜູ້ຕາງໜ້າສະຫະພັນເອີລົບປະຈຳ ສປປ ລາວ, ທ່ານ ມີເຊວ ກ໋ອບຟິນ ໃນພິທີກ່າວເປີດກອງປະຊຸມສຳມະນາ ຍັງໄດ້້ທົບທວນການມີສ່ວນຮ່ວມ ໃນການສືບຕໍ່ຫລຸດຜ່ອນການຄອບງໍາປ່າໄມ້ຂອງ ສປປ ລາວ.

ທ່ານກ່າວວ່າ: ສະຫະພັນເອີຣົບ ສະໜັບສະໜູນປະເທດໃນການບໍລິຫານທີ່ເປັນຈິດໜຶ່ງໃຈດຽວໃນການຈັດສັນປ່າໄມ້ ເຊິ່ງຈະບໍ່ພຽງແຕ່ຊ່ວຍໃນການສະກັດກັ້ນການຕັດໄມ້ແບບຜິດກົດໝາຍ ແລະ ສົ່ງເສີມການຮັບປະກັນສຳຫຼັບການນຳເຂົ້າໄມ້ ທີ່ມີແຫລ່ງທີ່ມາຢ່າງຖືກຕ້ອງແລ້ວ ແຕ່ຍັງຕ້ອງການສະໜັບສະໜູນໃຫ້ແກ່ການພັດທະນາແບບຢືນຍົງ ແລະ ລົບລ້າງຄວາມທຸກຍາກ ເພື່ອບັນລຸເປົ້າໝາຍສະຫະສະວັດຂອງສະຫະປະຊາຊາດອີກດ້ວຍ.

ແຫລ່ງຂໍ້ມູນ: ASIA NEWS NETWORK

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.