ອີງຕາມການລາຍງານ ຈາກກະຊວງອຸດສາຫະກຳ ແລະ ຫັດຖະກຳ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ສາມາດບັນລຸຕາມຄາດໝາຍທີ່ຕັ້ງໄວ້, ສອງປະເທດຈະຕ້ອງສືບຕໍ່ ພົວພັນແລກປ່ຽນບົດຮຽນຕ່າງໆນຳກັນຢ່າງເປັນປະຈໍາ ລະຫວ່າງພາກລັດຂອງສອງປະເທດ ໂດຍສະເພາະ ການຈັດງານວາງສະແດງສິນຄ້າ, ແລະ ຈັດກອງປະຊຸມສາຍພົວພັນທຸລະກິດ ເພື່ອຮັດແໜ້ນການຮ່ວມມືໃນຂົງເຂດເສດຖະກິດ

ສອງປະເທດ ຍັງຈະສືບຕໍ່ສ້າງເສັ້ນທາງຄົມມະນາຄົມ, ຂົວ ແລະ ທາງລົດໄຟ ເຊື່ອມຕໍ່ເຂົ້າຫາກັນ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ເປັນສິ່ງກະຕຸກຊຸກຍູ້ເຮັດໃຫ້ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າເພີ່ມຂື້ນ, ແລະ ກໍແມ່ນຄວາມຈຳເປັນ ທີ່ຈະຊ່ວຍຜັກດັນເຮັດໃຫ້ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ຕາມຄາດໝາຍທີ່ຕັ້ງໄວ້.

ການສ້າງຕັ້ງຂອງປະຊາຄົມອາຊຽນເສດຖະກິດອາຊຽນ ໃນປີ 2015 ຍັງຈະສ້າງໂອກາດໃຫ້ແກ່ສອງປະເທດໃນການເຮັດການຄ້າຮ່ວມກັນ, ເນື່ອງຈາກສີ່ງກີດຂວາງຕ່າງໆ ທີ່ມີຕໍ່ການຄ້າຊາຍແດນຈະຖືກລົບລ້າງ.

ກະຊວງອຸດສາຫະກຳ ແລະ ການຄ້າລາວ ຍັງໄຫ້ຮູ້ຕື່ມອີກວ່າ: ມູນຄ່າການສົ່ງອອກສິນຄ້າ ຂອງລາວ ໄປໄທ ຄາດວ່າຈະເພີ້ມຂຶ້ນ 3 ເທົ່າຕົວ ຫລື ບັນລຸໄດ້ 2.2 ຕື້ໂດລາສະຫະລັດ ທຽບໃສ່ປີ 2010. ສິນຄ້າສົ່ງອອກຕົ້ນຕໍລວມມີ ພະລັງງານໄຟຟ້າ, ຜະລິດຕະພັນກະສິກຳ ແລະ ບໍ່ແຮ່ຖ່ານຫີນ.

ສີນຄ້າພີື້ນຖານທີ່ລາວນຳເຂົ້າຈາກໄທແມ່ນລວມມີ ອຸປະກອນກໍ່ສ້າງ, ພາຫະນະ, ນໍ້າມັນເຊື້ອໄຟ ແລະ ສີນຄ້າບໍລິໂພກ

ນັກວິເຄາະໄດ້ໃຫ້ຮູ້ວ່າ ມີຄວາມເປັນໄປໄດ້ທີ່ ລາວ ແລະ ໄທ ຈະສາມາດບັນລຸເປົ້າໝາຍການຄ້າ, ຕ້ອງໄດ້ຂອບໃຈຕໍ່ກັບການຮ່ວມມືກັນຢ່າງໃກ້ສິດ ຂອງລັດຖະບານທັງສອງປະເທດ ເຊິ່ງຕົວເລກສະຖິຕິໄດ້ສະແດງໃຫ້ເຫັນວ່າ ມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂື້ນຢ່າງວ່ອງໄວ ຕະຫລອດປີທີ່ຜ່ານມາ.

ໃນປີ 2007, ມູນຄ່າການຄ້າລະຫວ່າງສອງປະເທດ ລາວ ແລະ ໄທ ມີພຽງແຕ່ 1.78 ຕື້ໂດລາສະຫະລັດ, ແຕ່ໃນປີ 2011 ໄດ້ເພີ້ມຂື້ນຫລາຍກວ່າ 3.9 ຕື້ໂດລາສະຫະລັດ, ເຊິ່ງການສົ່ງອອກຂອງ ສປປ ລາວ ໄປໄທ ມີມູນຄ່າຫລາຍກວ່າ 1 ຕື້ໂດລາສະຫະລັດ.

ຕະຫລອດໄລຍະ 10 ເດືອນ ຂອງປີ 2012, ລາວ ແລະ ໄທ ໄດ້ມີການແລກປ່ຽນຊື້ຂາຍສີນຄ້າ ແລະ ການບໍລິການ ທີ່ມີມູນຄ່າການຄ້າສູງເຖິງ 4 ຕື້ໂດລາສະຫະລັດ ເຊິ່ງຫລາຍກວ່າມູນຄ່າການຄ້າຂອງສົກປີຜ່ານມາ.

ມູນຄ່າການຄ້າສອງຝ່າຍ ໄດ້ເພີ່ມຂຶ້ນ ຫຼາຍກວ່າ 30% ຕໍ່ປີ ໃນປີຊຸມປີທີ່ຜ່ານມາ, ເຊິ່ງເປັນສິ່ງສະແດງໃຫ້ເຫັນເຖິງຂີດໝາຍ ຂອງການຮ່ວມມືທາງດ້ານການຄ້າ ລະຫວ່າງສອງປະເທດ, ທີ່ຍັງບໍ່ທັນມີຄູ່ຮ່ວມການຄ້າໃດຂອງລາວ ສາມາດບັນລຸໄດ້.

ນັກວິເຄາະໃຫ້ຮູ້ວ່າ ຫາກສົມທຽບສອງປີທີ່ຜ່ານມາ ກັບເປົ້າໝາຍການຄ້າທີ່ຈະບັນລຸເຖິງ 5.77 ຕື້ໂດລາສະຫະລັດ ໃນປີ 2015 ທີ່ລັດຖະບານທັງສອງປະເທດໄດ້ຕັ້ງເປົ້າໝາຍໄວ້ ໃນປີ 2010, ເຫັນວ່າມີຄວາມເປັນໄປໄດ້ສູງທີ່ຈະສາມາດເຮັດໄດ້ຕາມເປົ້າໝາຍ.

ເສດຖະກິດຂອງລາວ ໄດ້ສືບຕໍ່ຂະຫຍາຍຕົວດ້ວຍອັດຕາການເຕີບໂຕ ສູງກ່ວາ 8%, ໂດຍສະເພາະໃນຂົງເຂດບໍ່ແຮ່, ພະລັງງານໄຟຟ້າ, ການກໍ່ສ້າງພຶ້ນຖານໂຄງລ່າງ, ການບໍລິການ, ແລະ ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ.

ແຜນການພັດທະນາດັ່ງກ່າວ ແມ່ນດຳເນີນໄປຕາມການປ່ຽນແປງຂອງເສດຖະກິດໂລກ, ໂດຍຍັງຄົງມີຜົນກະທົບຈາກ ວິກິດການເສດຖະກິດໃນຂົງເຂດເອີຣົບ.

ນັກວິເຄາະກ່າວຕື່ມວ່າ ເຖິງຢ່າງໃດກໍ່ຕາມ, ໃນ ສປປ ລາວ ເສດຖະກິດຈະຍັງຄົງສືບຕໍ່ຂະຫຍາຍໂຕ ການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ຈະຍັງຄົງສືບຕໍ່ເພີ່ມຂື້ນຢ່າງຫລວງຫລາຍ ໃນຊຸມປີຕໍ່ໜ້າ.

ແຫລ່ງຂໍ້ມູນ: Asia New Network 


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.