ໂຄງການ ສິດທິພິເສດ ທາງດ້ານການຄ້າ (GSP) ສ້າງຂື້ນ ເພື່ອສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດຂອງບັນດາປະເທດກໍາລັງພັດທະນາ, ເຊິ່ງມີ 127 ປະເທດ ລວມທັງ 44 ປະເທດດ້ອຍພັດທະນາ, ໃນນີ້ບໍ່ລວມເອົາ ສປປ ລາວ. ປະເທດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າຂອງສະຫະລັດອາເມລິກາ ສ່ວນໃຫຍ່ຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າສະຫະລັດສຳຫລັບສິນຄ້າ 3,500 ລາຍການ, ສໍາລັບ ປະເທດດ້ອຍພັດທະນາ (LDC) ຈະໄດ້ຮັບການຍົກເວັ້ນພາສີເພີ່ມຕື່ມຈໍານວນ 1,500 ລາຍການ (ຖ້າວ່າ ສະຫະລັດອາເມລິກາ ໃຫ້ສະຖານະພາບ LDC ແກ່ປະເທດນັ້ນໆ).

ສຳລັບ ສປປ ລາວ ແລ້ວ ແມ່ນຍັງບໍ່ທັນໄດ້ຮັບສິດທິພິເສດດັ່ງກ່າວ ແລະ ໄດ້ດໍາເນີນການສະເໜີຂໍ GSP ໃນ ກາງເດືອນ ເມສາ 2013 ທີ່ຜ່ານມາ, ຫ້ອງການຜູ້ຕາງໜ້າການຄ້າຂອງສະຫະລັດ (USTR) ໄດ້ປະກາດໃຫ້ຊາບວ່າ ຂະບວນການພິຈາລະນາໄດ້ເລີ່ມຂື້ນແລ້ວ ເພື່ອທົບທວນ ຄວາມເໝາະສົມຂອງ ສປປ ລາວ ແລະ ສ. ມຽນມ້າ ໃນການໄດ້ຮັບສິດ GSP ຈາກສະຫະລັດອາເມລິກາ,  ຖ້າຫາກວ່າ ສ ປປ ລາວ ຫາກມີເງື່ອນໄຂຄົບຖ້ວນ ຕໍ່ 2 ສະຖານະພາບຂ້າງເທິງນັ້ນ ກໍ່ຈະໄດ້ຮັບສິດ ໃນການຍົກເວັ້ນພາສີນຳເຂົ້າສະຫະລັດອາເມລິກາ ປະມານ 5,000 ລາຍການ. ໃນບັ້ນການສະເໜີຂໍສິດທິພິເສດດ້ານການຄ້ານີ້ ເຈົ້າໜ້າທີ່ຂອງລາວທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການເຂົ້າຮ່ວມປຶກສາຫາລື, ຮັບຟັງ, ໃຫ້ການຊີ້ແຈງຕໍ່ເຈົ້າໜ້າທີ່ ຂອງສະຫະລັດ ອະທິບາຍບັນດາຫົວຂໍ້ຕ່າງ ທີ່ຕິດພັນກັບຄວາມຕ້ອງການຂອງ GSP ທີ່ວາງອອກ. ໃນບັ້ນສຸດທ້າຍຂອງການພິຈາລະນາດັ່ງກ່າວ ສະຫະລັດອາເມລິກາໄດ້ຈັດກອງປະຊຸມພິລະນາ ກ່ຽວກັບການໃຫ້ GSP ແກ່ ສ ປປ ລາວ ແລະ ສ. ມຽນມ້າ ຂື້ນໃນວັນທີ 4 ເດືອນ ມິຖຸນາ 2013 ທີ່ຜ່ານມາ ໂດຍການເປັນປະທານຂອງ ທ່ານ ວິນລ່ຽມ ແຈກສັນ ຮອງຜູ້ຊ່ວຍຜູ້ຕາງໜ້າການຄ້າສະຫະລັດ ທີ່ຮັບຜິດຊອບວຽກງານສິດທິພິເສດທາງດ້ານການຄ້າ ໂດຍມີການເຂົ້າຮ່ວມຢ່າງພ້ອມພຽງ ທີ່ຕາງໜ້າຈາກອະນຸກຳມະການ ສິດທິພິເສດທາງດ້ານການຄ້າ. ຝ່າຍລາວ ທີ່ເຂົ້າຮ່ວມຮັບຟັງການພິຈາລະນາໃນຄັ້ງນີ້  ນໍາໂດຍທ່ານ ແສງ ສຸຂະທິວົງ ເອກອັກຄະລັກຖະທູດລາວ ປະຈຳສະຫະລັດອາເມລິກາ, ໃນການຮັບຟັງການພິຈາລະນາດັ່ງກ່າວ  ທ່ານ ແສງ ສຸກຂະທິວົງ ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ຫ້ອງການຜູ້ຕາງໜ້າການຄ້າຂອງສະຫະລັດອາເມລິກາ (USTR) ທີ່ໃຫ່້ການສະໜັບສະໜູນ ຊ່ວຍເຫລືອ ພ້ອມທັງລາຍງານ  ຜົນງານທີ່ພົ້ນເດັ່ນໃນຂົງເຂດທີ່ຕິດພັນກັບວຽກງານການຄ້າທີ່ ສ ປປ ລາວໄດ້ຜ່ານຜ່າ ແລະ ຍາດມາໄດ້ ເຊິ່ງເປັນການລໍຄອຍທີ່ຍາວນານ ແລະ ສ ປປ ລາວແມ່ນຢູ່ໃນສະຖານະທີ່ຈະໄດ້ຮັບສິດຈາກໂຄງການດັ່ງກ່າວ, ເນື່ອງຈາກ ມີສັນຍາການຄ້າສອງຝ່າຍລະຫວ່າງລາວ-ສະຫະລັດ, ແລະ ສປປ ລາວ ກໍ່ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກເປັບທີ່ຮຽບຮ້ອຍແລ້ວ ແລະ ຍັງເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນອື່ນໆ, ສປປ ລາວໄດ້ມີບາດກ້າວຢ່າງໜັກແໜ້ນ ໃນການປະຕິບັດພັນທະ ຂອງບັນດາຂໍ້ກຳນົດ ໃນການເຊື່ອມໂຍງເສດຖະກິດກັບສາກົນ, ເຊິ່ງສະແດງອອກຄື ສ ປປລາວ ໄດ້ສຳເລັດການປັບປຸງ ແລະ ປະກາດນຳໃຊ້ກົດໝາຍ ແລະ ລະບຽບການ ຈຳນວນ 90 ກວ່າສະບັບໃນໄລຍະແຕ່ປີ 1997 ຫາ 2012 ເຊິ່ງກວມເອົາຂົງເຂດການຄ້າ, ອະນຸຍາດການນຳເຂົ້າ, ການປະເມີນມູນຄ່າພາສີ, ການລົງທຶນ, ມາດຕະການສຸຂານາໄມ ສຸຂານາໄມພຶດ ແລະ ສັດ, ສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ ແລະ ລິຂະສິດຊັບສິນທາງປັນຍາລວມເອົາ ການຈົດລິຂະສິດ, ເຄື່ອງໝາຍການຄ້າ ແລະ ການຈົດທະບຽນ.

ສັນຍາການຄ້າຫລາຍຝ່າຍ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແມ່ນເປັນທິດທາງທີ່ດີໃນການປະຕິຮູບທາງດ້ານເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ, ເຊິ່ງສາມາດເຫັນໄດ້ ຜົນສຳເລັດຂອງການປະຕິຮູບດັ່ງກ່າວຄື: ສ ປປ ລາວ ສາມາດຮັກສາອັດຕາການເຕີບໂຕທາງດ້ານເສດຖະກິດ ສູງກວ່າ7% ໂດຍສະເລ່ຍຕະຫລອດໄລຍະທົດສະວັດທີ່ຜ່ານມາ, ທະນາຄານໂລກໄດ້ປະເມີນ ອັດຕາການເຕີບໂຕທາງດ້ານເສດຖະກິດຂອງປີ 2013 ແມ່ນປະມານ 8%, ການລົງທຶນໂດຍກົງຂອງຕ່າງປະເທດແມ່ນເພີ່ມຂຶ້ນຈາກ 25 ລ້ານໂດລາສະຫະລັດໃນປີ 2002 ເປັນ 3 ພັນລ້ານໂດລາສະຫະລັດໃນປີ 2011, ໃນຊ່ວງໄລຍະດຽວກັນນີ້, ການສົ່ງອອກກໍ່ມີມູນຄ່າເພີ່ມຂຶ້ນຈາກ 300 ລ້ານໂດລາສະຫະລັດ ຂຶ້ນເປັນ 2 ພັນລ້ານໂດລາສະຫະລັດ ແລະ ການນໍາເຂົ້າກໍ່ມີມູນຄ່າເພີ່ມຂຶ້ນຈາກ 446 ລ້ານໂດລາສະຫະລັດ ເປັນ 2,5 ພັນລ້ານໂດລາສະຫະລັດ.

ສາຍພົວພັນທາງດ້ານເສດຖະກິດ ລະຫວ່າງລາວ-ສະຫະລັດອາເມລິກາ ມີການຂະຫຍາຍຕົວເຫັນໄດ້ຢ່າງຊັດເຈນ ແລະ ຈະມີການສືບຕໍ່ຂະຫຍາຍໃນອານາຄົດ,  ການເກີນດູນການຄ້າຂອງສິນຄ້າອາເມລິກາກັບ ສປປ ລາວແມ່ນມີມູນຄ່າ 8 ລ້ານໂດລາສະຫະລັດໃນປີ 2012, ເພີ່ມຂື້ນຈາກການຂາດດູນໃນມູນຄ່າ 33 ດ້ານໂດລາສະຫະລັດໃນປີ 2011. ການສົ່ງອອກຂອງສະຫະລັດມາ ສ ປປ ລາວ ໃນປີ 2012 ແມ່ນມີມູນຄ່າ 33 ລ້ານໂດລາສະຫະລັດ, ເພີ່ມຂື້ນ 7,5 ເປີເຊັນຈາກປີທີ່ຜ່ານມາ. ເຊິ່ງກົງກັບ ການນຳເຂົ້າຈາກສະຫະລັດຂອງ ສ ປປລາວແມ່ນມີມູນຄ່າ 25 ລ້ານໂດລາສະຫະລັດ, ຫລຸດລົງ 57,5 ເປີເຊັນ. ສ ປປລາວ ແມ່ນຖືກຈັດຢູ່ໃນອັນດັບທີ່ 176 ຂອງຕະຫລາດສົ່ງອອກທີ່ໃຫຍ່ທີ່ສຸດຂອງສະຫະລັດອາເມລິກາໃນປັດຈຸບັນ.

ສ ປປ ລາວ ຍັງໄດ້ເຂົ້າຮ່ວມລະບົບການຄ້າຫລາຍຝ່າຍ ແລະ ກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ໃນການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າຢູ່ສ ປປ ລາວ, ເຊິ່ງສະແດງອອກໃນປີ 2012 ສ ປປລາວ ໄດ້ເປີດສູນຂໍ້ມູນຂ່າວສານທາງດ້ານການຄ້າຢ່າງເປັນທາງການ, ເຊິ່ງເປັນຈຸດສະໜອງຂໍ້ມູນຂ່າວສານທາງດ້ານການຄ້າດຽວໂດຍຜ່ານ ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າ http://www.laotradeportal.gov.la/.

ນອກຈາກນັ້ນ ຍັງໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບອົງການແຮງງານສາກົນ ກ່ຽວກັບສິດທິຂອງກໍາມະກອນ ແລະ ຍັງໄດ້ອະນຸມັດອະນຸສັນຍາຂອງອົງການແຮງງານສາກົນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ການຮັກສາສັນຍາທີ່ມີຕໍ່ມາດຖານສິດທິແຮງງານສາກົນ.

ທັງໝົດນັ້ນ, ແມ່ນສະແດງເຖີງ ບາດກ້າວ ແລະ ສັກຂະຍະພາບ ຂອງ ສ ປປລາວ ທີ່ຈະໄດ້ຮັບການອະນຸມັດໃຫ້ສິດທິພິເສດທາງດ້ານການຄ້າຈາກສະຫະລັດອາເມລິກາ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.