ທ່ານຄົງຮັບຮູ້ແລ້ວວ່າ ສປປ ລາວໄດ້ເຂົ້າເປັນສະມາຊິກທີ 158 ຂອງອົງການການຄ້າໂລກ ຫຼື WTO ໃນວັນທີ 2 ກຸມພາປີນີ້. ຕາມຫຼັກການແລ້ວ, ການເປັນສະມາຊິກອົງການດັ່ງກ່າວ ແມ່ນເພື່ອດຳເນີນການຄ້າຂາຍນໍາກັນແບບບໍ່ເລືອກປະຕິບັດ, ບາງທ່ານອາດສົງໃສວ່າ ຈະມີຜົນກະທົບຫຍັງຕໍ່ການໄດ້ຮັບສິດທິພິເສດທາງການຄ້າຂອງລາວ ຫຼືບໍ່? ໂດຍພື້ນຖານແລ້ວ, ອົງການການຄ້າໂລກນໍາໃຊ້ຫຼັກການບໍ່ເລືອກປະຕິບັດໃນການຄ້າຂາຍນຳ ກັນ ແຕ່ກໍມີຂໍ້ຍົກເວັ້ນສຳລັບການໃຫ້ສິດທິພິເສດພາຍໃຕ້ເຂດການຄ້າ ເສລີ ແລະນະໂຍບາຍການປະຕິບັບແບບພິເສດທີ່ໃຫ້ປະເທດກຳລັງພັດທະນາ ແລະດ້ອຍພັດທະນາ. ດັ່ງນັ້ນ, ສປປ ລາວ ຈະຍັງຄົງໄດ້ຮັບສິດທິພິເສດທາງການຄ້າເໝືອນດັ່ງປະຕິບັດຜ່ານມາ ເນື່ອງຈາກອັດຕາພາສີທີ່ໄດ້ແມ່ນ 0% ຫຼືຫຼາຍກໍລະນີຖືວ່າຕໍ່າກວ່າອັດຕາທີ່ຕົກລົງກັນລະຫວ່າງສະມາຊິກ WTO. ການເຂົ້າເປັນສະມາຊິກ WTO ຈຶ່ງເປັນຜົນດີຕໍ່ລາວ ໃນການປັບປຸງນິຕິກຳພາຍໃນ ແລະກົນໄກຄຸ້ມຄອງໃຫ້ສອດຄ່ອງກັບວິທີປະຕິບັດຂອງສາກົນ. ອົງການການຄ້າໂລກ ມີລະບຽບເພື່ອໃຫ້ປະເທດສະມາຊິກປະຕິບັດ ເຊັ່ນ: ໃນຂົງເຂດການອະນຸຍາດນຳເຂົ້າ ແລະການແຈ້ງມູນຄ່າພາສີ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະມີຄວາມໂປ່ງໃສ ໃນການດໍາເນີນການຄ້າຕ່າງປະເທດ. ອີກດ້ານໜຶ່ງ, WTO ກໍມີກົນໄກແກ້ໄຂຂໍ້ຂັດແຍ່ງທີ່ມີປະສິດທິຜົນຫຼາຍທີ່ສຸດ ເຖິງວ່າຈະມີຄ່າໃຊ້ຈ່າຍດ້ານກົດໝາຍທີ່ຂ້ອນຂາງແພງ ກໍຕາມ.
ປະຈຸ ບັນ ສປປ ລາວ ດຳເນີນການຄ້າຕ່າງປະເທດກັບຫຼາຍກວ່າ 60 ປະເທດໃນທົ່ວໂລກ, ໂດຍການສົ່ງອອກໄດ້ຮັບສິດທິພິເສດຈາກເກືອບ 50 ປະເທດ. ສິດທິພິເສດທີ່ປະເທດເຮົາໄດ້ຮັບ ແບ່ງອອກເປັນ 3 ລະບົບ ຄື: ສິດທິພິເສດແບບທົ່ວໄປ; ສິດທິພິເສດຂອງປະເທດກຳລັງພັດທະນາ; ແລະສິດທິພິເສດພາຍໃຕ້ເຂດການຄ້າເສລີ. ສິດທິພິເສດແບບທົ່ວໄປ ຫຼື GSP ແມ່ນສິດທິພິເສດໃນການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີ ຂອງປະເທດທີ່ພັດທະນາແລ້ວໃຫ້ແກ່ປະເທດກໍາລັງພັດທະນາ ແລະດ້ອຍພັດທະນາ ເຊັ່ນ: ສິດທິພິເສດຂອງສະຫະລັດອາເມລິກາ, ການາດາ, ນໍເວ, ສະຫະພາບເອີຣົບ (27 ປະເທດ) ແລະ ສະວິດເຊີແລນ. ໃນນີ້, ລາວຍັງບໍ່ທັນໄດ້ສິດທິພິເສດທາງການຄ້າຈາກອາເມລິກາເທື່ອ ແຕ່ປະຈຸບັນກະ ຊວງອຸດສາຫະກຳ ແລະການຄ້າ ກຳລັງດຳເນີນການເພື່ອຂໍສິດທິພິເສດດັ່ງກ່າວ ເນື່ອງຈາກໜຶ່ງໃນເງື່ອນໄຂຂອງການໄດ້ສິດທິພິເສດແມ່ນ ສປປ ລາວ ຕ້ອງເປັນສະມາຊິກອົງການການຄ້າໂລກ. ລະບົບສິດທິພິເສດທີສອງ ແມ່ນຂອງປະເທດກຳລັງພັດທະນາ (ຈີນ, ອິນເດຍ, ສ. ເກົາຫຼີ) ທີ່ສະໝັກໃຈໃຫ້ແກ່ປະເທດດ້ອຍພັດທະນາ.
ລະບົບທີສາມ ແມ່ນສິດທິພິເສດພາຍໃຕ້ເຂດການຄ້າເສລີ ຊຶ່ງສຳຄັນທີ່ສຸດຕໍ່ລາວແມ່ນໃນສັນຍາເຂດການຄ້າເສລີອາຊຽນ ຫຼື ATIGA ໂດຍສິນຄ້າຈາກລາວຈະໄດ້ຮັບການຫຼຸດຜ່ອນອັດຕາພາສີ 0-5% ສໍາລັບສິນຄ້າເກືອບທັງໝົດ ພາຍໃນປີ 2015, ຍົກເວັ້ນການສົ່ງອອກໄປອາຊຽນໃໝ່ (ກຳປູເຈຍ, ມຽນມາ ແລະຫວຽດນາມ) ທີ່ບາງລາຍການສິນຄ້າກະສິກຳທີ່ກະທົບໄວ ຈະສຳເລັດການຫຼຸດຜ່ອນອັດຕາພາສີ ພາຍໃນປີ 2017-18). ໃນຂອບນີ້, ສປປ ລາວ ສົ່ງອອກໂດຍໄດ້ຮັບສິດທິພິເສດ ຊຶ່ງຈັດລຽງຕາມລຳດັບຄູ່ຄ້າ ຄື: ໄທ ໃນມູນຄ່າ 623 ລ້ານໂດລາອາເມລິກາ ໃນປີ 2012, ຖັດມາແມ່ນຫວຽດນາມ ແລະສິງກະໂປ ໃນມູນຄ່າ 69 ລ້ານໂດລາອາເມລິກາ ແລະ 44 ລ້ານໂດລາອາເມລິກາ, ຕາມລໍາດັບ. ນອກນີ້ ຍັງມີການສົ່ງອອກໄປ ມາເລເຊຍ ແລະອິນໂດເນເຊຍ ແຕ່ການນໍາໃຊ້ສິດທິພິເສດບໍ່ເກີນ 2 ລ້ານໂດລາອາເມລິກາໃນແຕ່ລະຕະຫຼາດ. ສິນຄ້າທີ່ສົ່ງອອກຕົ້ນຕໍລວມມີ ແຮ່ທອງ ແລະສິນຄ້າກະສິກໍາ. ນອກນີ້ ສປປ ລາວ ຍັງມີການສົ່ງອອກໄປຍັງປະເທດຄູ່ເຈລະຈາຂອງອາຊຽນ ເຊັ່ນ: ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ ໂດຍສິນຄ້າທີ່ສົ່ງອອກ ມີສິນຄ້າກະສິກໍາ, ເຄື່ອງຕັດຫຍິບ, ເຄື່ອງຫັດຖະກໍາ ແລະເຄື່ອງປ່າຂອງດົງ. ຕະຫຼາດສົ່ງອອກອື່ນ ທີ່ເປັນຄູ່ເຈລະຈາຂອງອາຊຽນຍັງມີ ອີນເດຍ ແລະກຸ່ມປະເທດອົດສະຕາລີ-ນິວຊີແລນ. ພ້ອມນີ້ ລາວຍັງເປັນພາຄີເຂດການຄ້າເສລີອື່ນ ທີ່ມີການໃຫ້ສິດທິພິເສດແກ່ກັນ ແລະກັນ ຄື: ຫວຽດນາມ ແລະສັນຍາການຄ້າອາຊີ-ປາຊີຟິກ. ເຖິງຢ່າງໃດກໍຕາມ ໃນປະຈຸບັນ ຜູ້ສົ່ງອອກລາວຍັງບໍ່ທັນໄດ້ໝູນໃຊ້ຜົນປະໂຫຍດ ຈາກສັນຍາການຄ້າອາຊີ-ປາຊີຟິກເທື່ອ, ທັງນີ້ ອາດແມ່ນຍ້ອນບາງປະເທດເປັນຄູ່ເຈລະຈາຂອງອາຊຽນແລ້ວ ເຊັ່ນ: ຈີນ, ສ. ເກົາຫຼີ ແລະອິນເດຍ.
ການໄດ້ສິດທິພິເສດທາງການຄ້າ ຈະຊ່ວຍໃຫ້ຜູ້ຜະລິດ ກໍຄືຜູ້ສົ່ງອອກຈາກລາວ ສາມາດຫຼຸດຜ່ອນຕົ້ນທຶນດ້ານພາສີແທນທີ່ຈະໄດ້ເສຍພັນທະເຕັມ ຊຶ່ງຈະເຮັດໃຫ້ສິນຄ້າເຮົາມີລາຄາຖືກ ແລະສາມາດແຂ່ງຂັນໄດ້ໃນລະດັບໜຶ່ງ. ເພື່ອໃຫ້ໄດ້ຮັບສິດທິພິເສດ, ຜູ້ສົ່ງອອກຕ້ອງຍື່ນຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຈາກກົມການນຳ ເຂົ້າ-ສົ່ງອອກ, ພະແນກອຸດສາຫະກຳ ແລະການຄ້າແຂວງ/ນະຄອນຫຼວງ, ສະພາການຄ້າ ແລະອຸດສາຫະກຳ. ພິເສດນັບແຕ່ວັນທີ 1 ກໍລະກົດ 2013 ເປັນຕົ້ນໄປ, ເຂດອຸດສາຫະກຳໂນນທອງ ກໍໄດ້ຮັບມອບໝາຍໃຫ້ມີສິດອອກໃບຢັ້ງຢືນແຫຼ່ງກຳເນີດໄດ້ຕື່ມ ເປັນຈຸດບໍລິການທີ 35 ຂອງ ສປປ ລາວ. ເທດ.
ດັ່ງນັ້ນ, ຜູ້ສົ່ງອອກຄວນເອົາໃຈໃສ່ບາງຂັ້ນຕອນສຳຄັນກ່ຽວກັບການສົ່ງອອກເພື່ອໃຫ້ໄດ້ສິດທິພິເສດ ດັ່ງລຸ່ມນີ້:
- ຂັ້ນຕອນທີ 1: ກວດສອບລະຫັດພາສີ ແລະ ສິນຄ້າທີ່ຕ້ອງການສົ່ງອອກນັ້ນວ່າ ໄດ້ຮັບ ການຫຼຸດອັດຕາ ພາສີນຳເຂົ້າໃນແຕ່ລະຕະຫຼາດທີ່ຈະສົ່ງສິນຄ້າໄປຫຼືບ່ໍ.
- ຂັ້ນຕອນທີ 2: ກວດເບິ່ງວ່າສິນຄ້າທີ່ຕ້ອງການສົ່ງອອກ ນອນໃນບັນຊີໄດ້ຮັບສິດທິພິເສດ ຈາກປະເທດນຳເຂົ້າຫຼືບໍ່ ເພາະມີບາງລາຍການ ສິນຄ້າທີ່ຖືກຍົກເວັ້ນບໍ່ໃຫ້ສິດທິພິເສດ.
- ຂັ້ນຕອນທີ 3: ກວດສອບເງື່ອນໄຂດ້ານແຫຼ່ງກຳເນີດຂອງສິນຄ້ານັ້ນ ເຊັ່ນ: ການນໍາໃຊ້ວັດຖຸດິບ ຫຼືການແປຮູບພາຍໃນປະເທດ ໄດ້ຕາມເງື່ອນໄຂຫຼືບໍ່.
- ຂັ້ນຕອນທີ 4: ກວດສອບເງື່ອນໄຂວິທີການຈັດສົ່ງສິນຄ້າ ເພາະອາດມີລະບຽບການສະເພາະ ຂອງປະເທດນຳເຂົ້ານັ້ນ ທີ່ກຳນົດໃຫ້ມີການຂົນສົ່ງສິນຄ້າໄປປະເທດປາຍທາງໂດຍກົງ ໂດຍ ບໍ່ມີການພັກຢູ່ສາງ ຫຼື ການຜະລິດເພີ່ມໃນປະເທດທີສາມ.
- ຂັ້ນຕອນທີ 5: ກະກຽມ ແລະ ປະກອບເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃຫ້ຖືກຕ້ອງຕາມເງື່ອນໄຂຂອງປະເທດນຳເຂົ້າ ໂດຍໃຫ້ມີີການຢັ້ງຢືນຈາກກົມການນຳເຂົ້າ-ສົ່ງອອກ ຫຼືບັນດາພາກສ່ວນທີ່ໄດ້ຮັບມອບສິດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຕາມທີ່ໄດ້ກ່າວມາ.
- ຂັ້ນຕອນທີ 6: ຈັດສົ່ງເອກະສານຕ່າງໆ ທີ່ຈຳເປັນໃນການສົ່ງອອກສິນຄ້າ ໃຫ້ເຈົ້າໜ້າທີ່ພາສີຂອງ ປະເທດປາຍທາງ.
ນີ້ ແມ່ນຂໍ້ມູນພື້ນຖານ ແລະຂັ້ນຕອນໃນການສົ່ງອອກເພື່ອໃຫ້ຮັບສິດທິພິເສດທາງການຄ້າ ເພື່ອເປັນຄວາມຮູ້ ແລະອໍານວຍສະດວກໃຫ້ພາກທຸລະກິດພວກເຮົາ ເຮັດແນວໃດໃຫ້ສາມາດປະຢັດຕົ້ນທຶນ ແລະກະກຽມແຂ່ງຂັນໃນຍຸກແຫ່ງການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນ ກໍຄືການເຂົ້າເປັນສະມາຊິກອົງການຄ້າໂລກ ແລະ ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ພາຍໃນປີ 2015 ນີ້.
ໂດຍ: ບ.ວິລະວົງ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.