ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາດ ແລະ ທາດເຄມີ ອຸດສາຫະກຳ ສະບັບເລກທີ 1041/ອຄ.ກອຫ, ລົງວັນທີ 28 ພຶດສະພາ 2012 ເພື່ອກໍານົດຫລັກການ, ລະບຽບການ ແລະ ບັນດາມາດຕະການອັນພື້ນຖານທີ່ຈໍາເປັນໃນການຄຸ້ມຄອງ ແລະ ກວດກາທາດ ແລະ ມາດເຄມີອັນຕະລາຍ ເພື່ອປ້ອງກັນ ແລະ ຮັບປະກັນໃຫ້ມີຄວາມປອດໄພ ໃນຂະບວນການຜະລິດ (ຂັ້ນຕອນການຜະລິດ, ກໍາມະວິທີການຜະລິດ, ການອັດຮ່າຍ ແລະ ການຫຸ້ມຫໍ່), ການຄ້າ (ການນຳເຂົ້າ, ສົ່ງອອກ, ການຂົນສົ່ງ, ການຈໍາໜ່າຍ), ການເກັບຮັກສາ, ການນໍາໃຊ້, ການຈໍາກັດ ແລະ ການບຳບັດທາດ ແລະ ທາດເຄມີອັນຕະລາຍທຸກປະເພດ ໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ.

ຂອບເຂດໃນການນໍາໃຊ້ ຂໍ້ຕົກລົງສະບັບນີ້ ເພື່ອຄຸ້ມຄອງ ແລະ ກວດກາກວດກາດຳເນີນກິດຈະການ ແລະ ການເຄື່ອນໄຫວກ່ຽວກັບທາດ ແລະ ເຄມີທາດເຄມີອັນຕະລາຍໃນຂົງເຂດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ຍົກເວັ້ນກິດຈະກຳ ທີ່ຕິດພັນກັບທາດກຳມັນຕະພາບລັງສີ, ສິ່ງເສດເຫລືອຂອງທາດກຳລັງຕະພາບລັງສີ ແລະ ພະລັງງານປະລະມະນູ.

ທ່ານສາມາດດາວໂຫລດລາຍງານຂອງຂໍ້ຕົົກລົງສະບັບດັ່ງກ່າວໄດ້ຂ້າງລຸ່ມນີ້

 

# ຫົວຂໍ້ ດາວໂຫຼດ
1 Additional measures on managing dangerous substances and chemicals in the processing and handicrafts industry. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.