ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ               ເລກທີ 0098/ກປຝ.08
ນະຄອນຫລວງວຽງຈັນ, ວັນທີ 06 ກຸມພາ 2008

               ເຖິງ: ຫົວໜ້າ  ຂະແໜງປູກຝັງ ແຂວງ ແລະ ນະຄອນຫລວງວຽງຈັນ

               ເລື້້ອງ: ການອອກໃບຢັ້ງຢືນ ສຸຂະອະນະໄມພືດ (Phytosanitary Certificate)

  • ອີງຕາມ ແຈ້ງການຂອງຄະນະເລຂາທິການລັດຖະບານ, ສໍານັກງານນາຍົກລັດຖະມົນຕີ ເລກທີ 1920/ຄບລ, ລົງວັນທີ 9/11/2007
  • ອີງຕາມ ແຈ້ງການ ຂອງຄະນະເລຂາທິການລັດຖະບານ, ສໍານັກງານນາຍົກລັດຖະມົນຕີ ເລກທີ 1993/ຄລບ, ລົງວັນທີ 19/11/2007
  • ອີງໃສ່ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມປູກຝັງ ເລກທີ 1058/ກປ, ລົງວັນທີ 23 ຕຸລາ 2007 

ໂດຍປະຕິບັດຕາມ ເນື້ອໃນຈິດໃຈແຈ້ງການ ຂັ້ນເທີງດັ່ງກ່າວ, ກົມປູກຝັງໄດ້ປັບປຸງ ແລະພັດທະນາ  ລະບົບກັກກັນພືດ ເພື່ອເຮັດໃຫ້ ສອດຄ່ອງ ແລະ ເຊື່ອມໂຍງ ກັບຫລັກການ ການຄ້າ ລະຫວ່າງ ປະເທດ ຕາມແນວທາງຂອງພັກ ແລະ ລັດໃນໄລຍະໃໝ່ ໂດຍສະເພາະ ກໍ່ຄື ມາດຕະຖານ ສຸຂະອະນາໄມ ແລະ ສຸຂະອະນາໄມພືດ (SPS-Sanitary Phytosanitary Standards) ໃນການນໍາເຂົ້າພືດ ແລະ ຜະລິດດຕະພັນພືດ ມາຍັງ ສປປ ລາວ ແລະ ສົ່ງອອກໄປຕ່າງປະເທດ (ລວມທັງຜະລິດຕະພັນທີ່ນຳຜ່ານໄປຍັງປະເທດ ທີສາມ)ຢູ່ຕາມຊາຍແດນຕ່າງໆ ໃຫ້ຖືກຕ້ອງຕາມ ລະບຽບການປ້ອງກັນພືດຂອງ ສ ປປ ລາວ ແລະ ສອດຄ່ອງກັບສົນທິສັນຍາປ້ອງກັນພຶດສາກົນ, ດັ່ງລາຍລະອຽດມີຄື:

  1. ໃຫ້ຢຸດຕິການອອກໃບຢັ້ງຢືນສຸຂະອະນາໄມພືດ ໃຫ້ແກ່ ພືດ ແລະ ຜະລິດຕະພັນພືດ ຈາກແຫລ່ງປູກ ຢູ່ຕ່າງປະເທດ ທີ່ມີຈຸດປະສົງຈະສົ່ງຜ່ານ ສ ປປ ລາວ ໄປຍັງປະເທດທີ ສາມ, ຖ້າແມ່ນພືດ ແລະ ຜະລິດຕະພັນພືດ ເຊິ່ງຜະລິດຢູ່ພາຍໃນປະເທດ ທີ່ມີຈຸດປະສົງ ສົ່ງອອກໄປຕ່າງປະເທດ ແມ່ນໃຫ້ປະຕິບັດຕາມ ຄວາມຮຽກຮ້ອງຕ້ອງການ ຂອງປະເທດນຳເຂົ້າ ແລະ ຫລັກການ ມາດຕະຖານສາກົນ ດ້ານມາດຕະການ ສຸຂະອະນາໄມພືດ.

ຖ້າຂະແໜງປູກຝັງ ແຂວງ ແລະ ນະຄອນຫລວງ ຍັງບໍ່ທັນເຂົ້າໃຈ ຫລັກການສາກົນ ໃຫ້ປະສານສົມທົບ ກັບກົມປູກຝັງ ທາງດ້ານຫລັກການ ແລະ ເຕັກນິກ ກ່ອນການອອກໃບຢັ້ງຢືນ ສຸຂະອະນະໄມພືດ ໄປຍັງປະເທດທີສາມ.

  1. ຫ້າມອອກໃບຢັ້ງຢືນ ສຸຂະອະນາໄມພືດ ທີ່ຜິດກົດໝາຍ ຊຶ່ງບໍ່ເປັນໄປຕາມ ຫລັກການຂອງສົນທິສັນຍາ ການປ້ອງກັນພຶດສາກົນ ໂດຍສະເພາະການສ້າງແບບຟອມ ຂື້ນເອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ຫົວໜ້າຂະແໜງ ປູກຝັງແຂວງ ແລະ ນະຄອນຫລວງ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.       

ຫົວໜ້າກົມປູກຝັງ
(ເຊັນ ແລະ ກະທັບກາ)
ທ່ານ. ວິລະວັນ ພັນນຸລາດ

ສຳເນົາບ່ອນສົ່ງ

  • ຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້                    1 ສະບັບ (ເພື່ອຊາບ)
  • ກົມກວດກາ                                                        1 ສະບັບ (ເພື່ອຊາບ)
  • ກົມແຜນການ                                                    1 ສະບັບ (ເພື່ອຊາບ)
  • ກົມຈັດຕັ້ງ ແລະ ພະນັກງານ                                1 ສະບັບ (ເພື່ອຊາບ)
  • ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງ      1 ສະບັບ (ເພື່ອຊາບ)
# ຫົວຂໍ້ ດາວໂຫຼດ
1 The Issuance of Phytosanitary Certificate, No. 0098/DOA PDF
2 ແຈ້ງການ ການອອກໃບຢັ້ງຢືນ ສຸຂານາໄມພືດ ເລກທີ 0098/ກປຝ.08 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.