ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະຈັດກອງປະຊຸມປືກສາຫາລືການສົ່ງອອກເຂົ້າກິນຢູ່ແຂວງສະຫວັນນະເຂດ ຂື້ນ ໃນວັນທີ 04 ກໍລະກົດ 2013 ທີ່ໂຮງແຮມດາວສະຫວັນ ຣີສອດ ແອນສະປາ, ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ, ໂດຍໄດ້ເຊື້ອເຊີນບັນດາສະມາຊິກ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂະແໜງອື່ນໆ ທີ່ເຮັດວຽກປິ່ນອ້ອມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ, ພ້ອມດ້ວຍພາກທຸລະກິດ (ກຸ່ມບໍລິສັດຂາເຂົ້າ-ຂາອອກ) ຈຳນວນໜຶ່ງ. ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຮັບຟັງບັນຫາຂໍ້ຫຍຸ້ງຍາກ ກ່ຽວກັບການສົ່ງອອກເຂົ້າກິນຢູ່ແຂວງສະຫວັນນະເຂດ, ປຶກສາຫາລືຮ່ວມກັນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກເຂົ້າກິນ ຢູ່ແຂວງສະຫວັນນະເຂດ ແລະ ພ້ອມທັງສ້າງຂອດປະສານງານລະຫວ່າງ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ກຸ່ມຜູ້ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທະຜົນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.