ກະຊວງ​ອຸດສາຫະກຳ ​ແລະ ກາ​ນຄ້າ ຈະ​ເລັ່ງປັບປຸງ​ຂອດ​ນະ​ໂຍບາຍ ດ້ານ​ການ​ສົ່ງ​ອອກ​ສິນຄ້າ ພາຍ​ຫລັງ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການ​ຄ້າ​ໂລກ ​ແລະ ກຽມ​ເຂົ້າ​ເປັນ​ປະ​ຊາ​ຄົມ​ເສ​ດຖະກິດ​ອາ​ຊຽນ​ໃນ​ປີ 2015 ທັງ​ນີ້​ກໍ່​ເພື່ອ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລ​ະ ສາກົນຢ່າງ​ເປັນ​ລະບົບ, ດຶງ​ດູດ​ການ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຫຼໍ່​ລ້ຽງ​ເສດຖະກິດ​ຢູ່​ໃນ​ໄລຍະ​ຂາ​ຂຶ້ນ​. ຂະນະ​ທີ່​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ຢ້ຳວ່າ ຜູ້​ເຮັດ​ການ​ຄ້າ​ຍຸກ​​ໃໝ່​ຕ້ອງ​ແມ່ນ​ຊາວ​ໜຸ່ມ​ທີ່​ມີ​ຄວາມ​ໃຝ່ຝັນ​ດ້ານ​ ທຸລະ​ກິດ​ພອ້ມທີ່​ຈະເປັນ​ຜູ້​ປະກອບ​ການ​ຢ່າງ​ເຕັມຕົວ​.

ທ່ານ ດຣ ນາມ ວິ​ຍະເກດ ລັດຖະມົນຕີ​ວ່າການ ກະຊວງ​ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ລາຍ​ງານ​ຕໍ່​ກອງ​ປະຊຸມ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ທີ່ມີ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມີ​ຖຸນາ 2013 ທີ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ພອ້ມຂອງ ສປປ ລາວ ​ໃນ​ການ​ເຂົ້າ​ເປັນ​ສາມະ​ຊິກ​ອົງການ​ການ​ຄ້າ​ໂລກ ​ແລະ ການ​ເຂົ້າ​ຮວ່ມປະ​ຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015. ທ່ານ ກ່າວ​ວ່າ : ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ ສປປ ລາວ ​ໄດ້​ເຂົ້າ​ຮວ່ມ​ເຈລະຈາ​ເປີດ​ການ​ຄ້າ​ເສລີດ້ານ​ການ​ບໍລິ​ການ​ກັບ ​ອາ​ຊຽນພາຍ​ໃຕ້​ສັນຍາ AFAS.

ປະຈຸ​ບັນ​ໄດ້​ສະຫຼຸ​ບຜົນ​ການ​ເຈລະຈາ​ໃນ​ ຮອບ​ທີ 5 ພູດ​ທີ 8 ​ເຊິ່ງບັນດາ​ປະ​ເທດ​ສະມາຊິກ​ຈະ​ຕ້ອງ​ເປີດ​    ກ້ວາງ ຕາມ​ຄາດໝາຍ​ຢ່າງ​ນ້ອຍ 80 ຂະ​ແໜງການ​ຍອ່ຍ​ໂດຍ ສປປ ລາວ ​ໄດ້​ເປີດ​ແລ້ວ 89 ຂະ​ແໜງ​ການ​ຍ່ອຍ​ຈາກ 10 ຂະ​ແໜງ​ຫຼັກ. ສວ່ນພູດທີ 9 ແລະ ທີ 10 ຈະຕອ້ງເປີດຕື່ມ ພູດລະ 24 ຂະແໜງການຍອ່ຍ ເພື່ອໃຫ້ບັນລຸເປົ້າໝາຍທັງໝົດ 128 ຂະແໜງການຍ່ອຍໃນປີ 2015. ທ່ານລາຍງາຍຕື່ມວ່າ: 

ເພື່ອສ້າງໃຫ້ໄດ້ຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດກັບສາກົນຂອງ ສປປ ລາວ ນັ້ນ, ສິ່ງທີ່ສຳຄັນທີ່ສຸດມີຢູ່ 2 ປະເດັນດວ້ຍກັນຄື: 1.) ເຄົາລົບ ແລະ ປະຕິບັດ ບັນດານິຕິກຳ (ກົດໝາຍ, ດຳລັດແລະ ລະບຽບການຕ່າງ) ແລະ ບັນດາຂໍ້ຜູກພັນທີ່ລາວເຮົາມີກັບສາກົນໃຫ້ເຂັ້ມງວດ. 2.) ສົ່ງເສີມພາກທຸລະກິດຢ່າງແຂງແຮງເພື່ອດຳເນີນທຸລະກິດ ເພາະມີແຕ່ບັນດາຫົວໜວ່ຍທຸລະກິດເທົ່ານັ້ນຈະເປັນຜູ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະເທດເຮົາ

ເນື້ອໃນລາຍລະອຽດເພື່ອປະຕິບັດເພື່ອຍາດແຍ່ງໃຫ້ໄດ້ຜົນປະໂຫຍດນັ້ນ ນອກຈາກພວກເຮົາຈະໄດ້ຫັນມະຕິຂອງພັກ, ແຜນການຈັດຕັ້ງປະຕິບັດຂອງລັດລວມທັງຂະແໜງການທີ່ກ່ຽວຂອ້ງ ກໍ່ໄດ້ຫັນນະໂຍບາຍ, ຍຸດທະສາດ, ແຜນການພັດທະນາລະອຽດໃນແຕ່ລະດ້ານ, ອັນທີ່ສຳຄັນໄປກວານັ້ນຈະຕອ້ງລົບລ້າງສິ່ງຈຳກັດ ແລະ ກີດຂວາງທາງດ້ານການຄ້າ.

ໄລຍະຜ່ານມາກະຊວງອຸດສາຫະກຳ ແລະ ການຄ້າເອງ ກໍ່ໄດ້ມີຄວາມພະຍາຍາມປັບປຸງບັນດານິຕິກຳ ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການບໍລິການເຮັດໃຫ້ການຈັດອັນດັບຄວາມງ່າຍໃນການດຳເນີນທຸລະກິດໂລກຂອງ ສປປ ລາວ ໄດ້ຮັບການຍົກລະດັບດີຂຶ້ນຈາກອັນດັບ 168 ໃນປີ 2011 ມາເປັນອັນດັບທີ 163 ໃນປີ 2013 ທຽບໃສ່ 158 ປະເທດໃນໂລກ.

ທ່ານ ລັດຖະມົນຕີວ່າການ ໄດ້ລາຍງານຕື່ມກ່ຽວກັບການເຂົ້າຫາ ແລະ ຂະຫຍາຍຕະຫຼາດວ່າ: ລາວເຮົາຕອ້ງເລັ່ງກໍ່ສ້າງຜູ້ປະກອບກິດຈະການໃໝ່ໃຫ້ມີຄວາມສາມາດໃນການຜະລິດ, ການຄິດ ແລະ ການບໍລິການກັບນັກທຸລະກິດພາກພື້ນ ແລະ ສາກົນ ໂດຍເນັ້ນໃສ່ຊາວໜຸ່ມທີ່ມີການສຶກສາລະດັບດີ. ມີຄວາມ​ສາມາດ​ດ້ານ​ພາສາ​ຕ່າງປະ​ເທດ ​ແລະ ​ມີ​ຄວາມ​ຊຳນານ​ໃນ​ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຊີຂ່າວສານ (IT), ​ເພີ້ມວິທີ​ກາ​ນບໍລິການ​ດ້ານວິຊາ​ການ ​ເພື່ອ​ຍົກ​ລະດັບ​ຄວາມ​ຊຳນານ​ງານ​ໃນ​ການ​ບໍລິການ​ທຸລະ​ກິດ, ປັບປຸງ​ມາດຕະຖານ ​ແລະ ຄຸນ​ນະພາ​ບຜະລິດຕະພັນ.

ສະພາບ​ການ​ຂະຫຍາຍຕົວຂອງ​ເສດຖະກິດ​ລາວ ນັບ​ແຕ່​ພັກ-ລັດຖະບານ​ ປະຕິບັດ​ນະ​ໂຍບາຍ​ເປີດ​ປະຕູ​ແຕ່ປີ 1986 ​ເປັນ​ຕົ້ນ​ມາ, ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ການ​ເຊື່ອ​ມ​ໂຍງ​ຢ່າງ​ຊັດ​ເຈນ​ແມ່ນ​ເສດຖະກິດ​ ມະຫາ​ພາກ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ ໄປ​ຕາມ​ທິດ​ຫັນ​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທື່ອລະ​ກ້າວ ​ໂດຍ​ອັດຕາ​ການ​ຂະຫຍາຍ​ຕົວ​ຂອງ​ເສດຖະກິດ​ໃນ 5 ປີ (1986-1990) ​ເພີ້ມຂຶ້ນ​ສະ​ເລ່ຍ 4,8% ຕໍ່​ປີ, ປີ 2001-2005 ​ເພີ້​ມຂຶ້ນ​ສະ​ເລ່ຍ 6,24% ຕໍ່​ປີ ​ແລະ ​ໄລຍະ​ປີ 2006-2010 ​ເພີ້ມຂຶ້ນສະ​ເລ່ຍ 7,9% ຕໍ່ປີ.

ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຈີ​ດີ​ພີ ສະ​ເລ່ຍຫົວຄົນ​​ໃນ​ປີ 1​985 ​ເທົ່າ​ກັບ 114 ​ໂດ​ລາ​ສະ​ຫະ​ລັດ, ປີ 2000 ​ເທົ່າກັບ 325 ​ໂດ​ລາ​ສະ​ຫາະລັດ, 2009-2010 ​ເທົ່າ​ກັບ 1.069 ​ໂດ​ລາ​ສະຫະລັດ ​ແລະ ສົກ​ປີ 2011-2012 ​ເພີ້​ມຂຶ້ນ​ມາ​ເປັນ 1.349 ​ໂດ​ລາ​ສະຫະລັດ. ສ່ວນມູນຄ່າການຄ້າ​ຕ່າງປະ​ເທດ (ນຳ​ເຂົ້າ-ສົ່ງ​ອອກ) ​ໃນ​ປີ 1990 ບັນ​ລຸ 246 ລ້ານ​ໂດ​ລາ​ສະຫະລັດ, ການ​ສົ່ງ​ອອກບັນ​ລຸ 75 ລ້ານ​ໂດ​ລາ, ມາຮອດ​ປີ 2012 ບັນລຸ 4.322,2 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນີ້ມູນ​ຄ້າການ​ສົ່ງ​ອອກ​ບັນລຸ 1.602 ລ້ານ​ໂດ​ລາ​ສະຫະລັດ ທຽບ​ໃສ່​ປີ 1990 ​ເພີ້ມຂຶ້ນ 21 ​ເທົ່າຕົວ. ​ໃນ​ຂະນະ​ທີ່​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ນັບ​ແຕ່​ປີ 2000 ລວມ 64 ​ໂຄງການ, ​ມູນ​ຄ່າການ​ລົງ​ທຶນ 51,42 ລ້ານ​​ໂດ​ລາ​ສະຫະລັດ ​ແຕ່​ປີ 2012 ມູນ​ຄ່າ​ການ​ລົງ​ທຶນ​ເພີ້​ມຂຶ້ນ​ເປັນ 2.899 ລ້ານ​ໂດ​ລາ​ສະຫະລັດ.

ດ້ານ ດຣ. ກຸ​ແກ້ວ ອັກຄະມົນຕີ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ກຳມາ​ທິການ ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ ກໍ່​ໄດ້​ສະ​ເໜີ​ຕໍ່​ ກະຊວງອຸດສາຫະກຳ​ ແລະ ການ​ຄ້າ ​ໃນ​ການ​ເຂົ້າ​ເປັນ​ສາມະ​ຊິກ​ອົງ​ການການ​ຄ້າ​ໂລກ ​ເມື່ອ​ຕົ້ນ​ປີ 2013 ​ແລະ ການ​ກະກຽມ​ເຂົ້າ​ເປັນ​ສະມາ​ຊິກ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນໃນປີ 2015 ວ່າ: ຕະຫຼອດໄລຍະເວລາ 15 ປີ ຂອງການຕອບຄຳຖາມ ຂອງສະມາຊິກອົງການການຄ້າໂລກ 1300 ຫົວຂໍ້ ແລະ ລັດຖະບານ ໄດ້ປັບປຸງນິຕິກຳທີ່ສອດຄ່ອງກັບສັນຍາອົງການການຄ້າໂລກຫຼາຍກວ່າ 90 ສະບັບ ລວມມີກົດໝາຍ 26 ສະບັບ ແລະ ດຳລັດ 18 ສະບັບ ຈຶ່ງເຮັດໃຫ້ ສປປ  ລາວ ກາຍເປັນສະມາຊິກອົງການການຄ້າໂລກ ຢ່າງເປັນທາງການ.

ສິ່ງທີ່ສະເໜີໃຫ້ລັດຖະບານທົບທວນຄືນໃນການຈັດຕັ້ງປະຕິບັດນະໂຍບາຍເຊື່ອມໂຍງ ກັບພາກພື້ນ ແລະ ສາກົນຂອງ ສປປ ລາວ ຈະຕ້ອງໄດ້ຄົ້ນຄ້ວາເບິ່ງອການຂະຫຍາຍຕະຫຼາດຢ່າງມີສະຖຽນລະພາບກວ່າເກົ່າ, ໂອກາດໃນການສ້າງບຸກຄະລາກອນຂອງ ສປປ ລາວ ທີ່ຈະພັດທະນາຄວາມຮູ້ ແລະ ຄວາມສາມາດກ່ຽວກັບການເຈລະຈາດຳເນີນທຸລະກິດ ໃນລະດັບສາກົນ, ສ່ວນການໂຄສະນາເຜີຍແຜ່ ວຽກງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຍັງບໍ່ທັນຟົດຟື້ນ ແລະ ເປັນຂະບວນການກວ້າງຂວາງເທົ່າທີ່ຄວນ.

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.