ພັກ ແລະ ລັດຖະບານໄດ້ດໍາເນີນແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຢ່າງລວມສູນ ໂດຍສາມາດ ສ້າງເງື່ອນໄຂ ແລະ ກາລະໂອກາດໃໝ່ໃຫ້ແກ່ການຂຸດຄົ້ນກໍາລັງແຮງສັງລວມພາຍໃນສົມທົບກັບກໍາລັງແຮງສາກົນບົນພື້ນຖານເປີດກວ້າງການຮ່ວມມືກັບພາກພື້ນ ແລະ ສາກົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າກ່າວ: ການເຊື່ອມໂຍງເສດຖະກິດກັບ ພາກພື້ນ ແລະ ສາກົນ ຈະມີທັງຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍ ແຕ່ກໍ່ແມ່ນຄວາມຈໍາເປັນພາວະວິໄສຂອງປະເທດເຮົາກໍ່ຄືຫຼາຍປະເທດທີ່ຕ້ອງເປີດຕະຫຼາດ ແລະ ຊອກຫາຕະຫຼາດ, ຍາດແຍ່ງເອົາທຶນຮອນ, ເຕັກນິກ, ເຕັກໂນໂລຊີທີ່ກ້າວໜ້າ ແລະ ຄວາມຮູ້ດ້ານການຄຸ້ມຄອງ.
ສປປ ລາວ ເຂົ້າເປັນສະມາຊິກ ອົງການການຄ້າໂລກ (WTO) ໃນເດືອນຕຸລາ 2012 ແລະ ເປັນສະມາຊິກໃນອັນດັບທີ 158, ກ່ອນການເຂົ້າເປັນສະມາຊິກ ນັບແຕ່ປີ 1997 ຫາ 2012 ໄດ້ມີການຈັດກອງປະຊຸມໜ່ວຍປະຕິບັດງານ ເພື່ອພິຈາລະນາເງື່ອນໄຂການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ທັງໝົດ 10 ຄັ້ງ, ໂດຍ ສປປ ລາວ ໄດ້ສະໜອງເອກະສານ ແລະ ຕອບຄຳຖາມທີ່ປະເທດສະມາຊິກຍົກຂຶ້ນ 1.300 ຂໍ້ ຕະຫຼອດໄລຍະ 15 ປີ ຂອງການກະກຽມເຂົ້າເປັນສະມາຊິກອົງການການຄ້າໂລກ; ສປປ ລາວ ໄດ້ທົບທວນ, ສ້າງ ແລະ ປັບປຸງນິຕິກຳທີ່ຕິດພັນກັບການຄ້າໃຫ້ສອດຄ່ອງກັບສັນຍາຂອງອົງການການຄ້າໂລກຫຼາຍ ກວ່າ 90 ສະບັບ ໃນນີ້ມີກົດໝາຍ 26 ສະບັບ ແລະ ດຳລັດ 18 ສະ ບັບ.
ຜົນການເຈລະຈາເຂົ້າເປັນສະ ມາຊິກອົງການການຄ້າໂລກຂອງ ລາວຈັດແບ່ງອອກເປັນ 2 ດ້ານຄື:
1. ພັນທະດ້ານນິຕິກຳທີ່ເປັນຜົນຂອງການເຈລະຈາຫຼາຍຝ່າຍມີ 26ຂໍ້ ເຊິ່ງກໍານົດໄວ້ໃນບົດລາຍງານໜ່ວຍປະຕິບັດງານເຊັ່ນ: ນະໂຍບາຍດ້ານການຄຸ້ມຄອງລາຄາ, ນະໂຍບາຍດ້ານການເງິນ, ເງິນຕາ ແລະ ຊຳລະສະສາງ, ສິດການນໍາເຂົ້າ ແລະ ສົ່ງອອກ, ການກໍານົດມູນຄ່າແຈ້ງພາສີ, ການຈັດຕັ້ງປະຕິບດຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ເປັນເອກະພາບ, ມາດຕະການທຸ້ມຕະຫຼາດ, ການ ຕອບໂຕ້ການອຸດໜູນ ແລະ ປົກຄອງຊົ່ວຄາວ, ສິ່ງກີດຂວາງດ້ານ ເຕັກນິກຕໍ່ການຄ້າ, ມາດຕະການ ສຸຂະນາໄມ ແລະ ສຸຂານາໄມພືດ, ຊັບສິນທາງປັນຍາທີ່ຕິດພັນກັບການຄ້າ, ການຄຸ້ມຄອງຂະແໜງທຸລະກິດບໍລິການ ແລະ ການເຜີຍແຜ່ຂໍ້ມູນທີ່ຕິດພັນກັບການຄ້າ.
2. ພັນທະດ້ານການເປີດຕະຫຼາດມີດ້ານສິນຄ້າ ເຊິ່ງມີເພດານ ອັດຕາພາສີສະເລ່ຍ 19,3%ສໍາລັບສິນຄ້າກະສິກໍາ ແລະ 18,7%ສິນຄ້າອຸດສາຫະກໍາ ເຊິ່ງເປັນອັດຕາສູງກວ່າພວກເຮົາຈັດເກັບຕົວຈິງໃນປະຈຸບັນ, ນອກນີ້ ສປປ ລາວ ຍັງໄດ້ໃຫ້ພັນທະເປີດຂະແໜງການທຸລະກິດບໍລິການ 79ຂະແໜງຍ່ອຍຈາກທັງໝົດ 160ຂະແໜງຍ່ອຍ, ຕົ້ນຕໍແມ່ນເພື່ອ ແລກປ່ຽນກັບການເຂົ້າເຖິງຕະຫຼາດຂອງບັນດາປະເທດສະມາຊິກອົງການການຄ້າໂລກທັງໝົດ. ທີ່ໄດ້ມີການຄ້າຂາຍນໍາກັນແລ້ວ ພາຍໃຕ້ຫຼັກການບໍ່ຈໍາແນກປະຕິບັດ ແລະ ມີຄວາມໂປ່ງໃສ.
ສ່ວນການກະກຽມເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຫຼື AEC ແມ່ນ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997 ແລະ ໄດ້ເລີ່ມເຂົ້າ ຮ່ວມປະຕິບັດເຂດການຄ້າເສລີອາຊຽນ ແຕ່ປີ 1998 ເປັນຕົ້ນມາ. ຄຽງຄູ່ກັນພວກເຮົາກໍ່ໄດ້ເຂົ້າຮ່ວມວຽກງານຮ່ວມມືຮອບດ້ານກັບອາຊຽນຢ່າງຕັ້ງໜ້າ ແລະ ສະເໝີຕົ້ນສະເໝີປາຍ. ການເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA) ຂອງ ສປປ ລາວ ໄດ້ຢືນຢັນເຖິງນະໂຍບາຍຂອງພັກ ແລະ ລັດຖະບານພວກເຮົາໃນການເປີດກວ້າງການພົວພັນຮ່ວມມືກັບສາກົນ ໂດຍສະເພາະແມ່ນການຂະຫຍາຍຕະຫຼາດ, ເປີດກວ້າງດ້ານບໍລິການ ແລະ ດຶງດູດການລົງທຶນຕ່າງປະເທດ, ຊຸກຍູ້ສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດຂອງພວກເຮົາໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວຢ່າງໜັກແໜ້ນ. ການຫຼຸດຜ່ອນອັດຕາພາສີທີ່ມີຜົນບັງຄັບໃຊ້ຮ່ວມກັນ (CEPT) ແຕ່ປີນັບແຕ່ປີ 1998 ຮອດປີ 2008 ແມ່ນໃຫ້ສໍາເລັດ ການຫຼຸດອັດຕາພາສີລົງເຫຼືອ 0-5% ແລະ ປີ 2015 ໃຫ້ເຫຼືອ 0%.
ປີ 2012 ນີ້, ອັດຕາພາສີສິນຄ້າໃນຂອບອາຊຽນຂອງ ສປປ ລາວ ທີ່ມີອັດຕາພາສີນ້ອຍກວ່າ 5% ລົງມາຈະມີທັງໝົດ 9.110 ລາຍການ, ຄິດເປັນເປີເຊັນເທົ່າກັບ 95,31% ຂອງລາຍການສິນຄ້າທັງໝົດ ແລະ ໃນນີ້ ມີອັດຕາພາສີ 0% ມີທັງໝົດ 7.525 ລາຍການ, ຄິດເປັນເປີເຊັນເທົ່າກັບ 78,73% ສໍາລັບບັນຊີລາຍການສິນຄ້າທີ່ປະ ເທດອາຊຽນໃໝ່ (CLMV) ໄດ້ ຮັບການຜ່ອນຜັນໃນການຫຼຸດອັດຕາພາສີ, ເຊິ່ງສາມາດແກ່ຍາວໄລຍະເວລາການຫຼຸດອັດຕາພາສີສິນຄ້າຮອດປີ 2018 ນັ້ນ, ພວກເຮົາ ກໍ່ໄດ້ເຮັດສໍາເລັດຮ່າງບັນຊີເບື້ອງຕົ້ນແລ້ວ ແລະ ພວມຢູ່ໃນຂັ້ນຕອນຂໍອະນຸມັດຈາກລັດຖະບານ.
ອີກວຽກໜຶ່ງທີ່ສໍາຄັນແມ່ນການລົບລ້າງບັນດາສິງກີດຂວາງທີ່ບໍ່ແມ່ນພາສີ (NTM), ເຊິ່ງປະຈຸບັນນີ້ໜ່ວຍງານກ່ຽວຂ້ອງກຳ ລັງສ້າງເປັນແຜນວຽກລະອຽດ ເພື່ອຈະດໍາເນີນການຈັດຕັ້ງປະຕິບັດ. ສະເພາະ ສປປ ລາວ ແມ່ນຈະເລີ່ມປະຕິບັດປີ 2013-2015 ສັງເກດເຫັນວ່າປະຈຸບັນນີ້ ມີຫຼາຍກໍລະນີທີ່ຍັງບໍ່ສາມາດແກ້ໄຂໄດ້ເຊັ່ນ: ບັນຫາການສົ່ງອອກສາລີຂອງລາວ ແລະ ກໍາປູເຈຍໄປໄທ.
ນອກຈາກນັ້ນ ໃນຂອບອາຊຽນຮ່ວມມືກັບບັນດາປະເທດຄູ່ເຈລະຈາ, ສປປ ລາວ ກໍ່ໄດ້ລົງນາມສັນຍາວ່າດ້ວຍການສ້າງເຂດການຄ້າເສລີກັບ ສປ ຈີນ, ຍີ່ ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ກຸ່ມອົສຕຣາລີ-ນິວຊີແລນ, ເຊິ່ງພວກເຮົາໄດ້ສໍາເລັດຂັ້ນຕອນການໃຫ້ ສັດຕະຍາບັນແກ່ສັນຍາດັ່ງກ່າວແລ້ວ. ດັ່ງນັ້ນ ນັບແຕ່ເລີ່ມປະຕິບັດແຜນຫຼຸດຜ່ອນອັດຕາພາສີນໍາເຂົ້າພາຍໃຕ້ສັນຍາເຂດການຄ້າ ເສລີອາຊຽນ (AFTA) ເປັນຕົ້ນ ມາ ເຮັດໃຫ້ມູນຄ່າການຄ້າ, ການບໍລິການ ແລະ ການລົງທຶນລະຫວ່າງອາຊຽນມີການເພີ່ມຂຶ້ນ ເປັນກ້າວໆເວົ້າລວມ, ເວົ້າສະເພາະເຮັດໃຫ້ການສົ່ງອອກຂອງ ສປປ ລາວ ເພີ່ມຂຶ້ນເປັນລໍາດັບໃນແຕ່ລະປີ.
ໃນດ້ານການລົງທຶນ, ສປປ ລາວ ໄດ້ເຂົ້າຮ່ວມ ແລະ ເລີ່ມຈັດຕັ້ງປະຕິບັດສັນຍາເຂດການລົງທຶນອາຊໜນ (ASEAN Investment Area: AIA) ມາຕັ້ງແຕ່ປີ 1998. ປະຈຸບັນນີ້ ອາຊຽນໄດ້ຮັບຮອງເອົາສັນຍາວ່າດ້ວຍການລົງທຶນຮອບດ້ານ ເຊິ່ງມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 29 ມີນາ 2012 ໂດຍເນັ້ນໃສ່ 4 ເນື້ອ ໃນຫຼັກຄື: ເປີດກວ້າງ, ປົກຄອງ, ສົ່ງເສີມ ແລະ ອຳນວຍຄວາມສະດວກແກ່ນັກລົງທຶນ ໂດຍສະເພາະຂະແໜງອຸດສາຫະກໍາປຸງແຕ່ງ, ກະສິກໍາ, ການປະມົງ, ບໍ່ແຮ່ ແລະ ການບໍລິການທີ່ຕິດພັນກັບຂະແໜງການເຫຼົ່ານັ້ນ. ສັນຍານີ້ແນໃສ່ລົບລ້າງສິ່ງກີດຂວາງຕໍ່ການລົງທຶນພາຍໃນອາຊຽນເທື່ອລະກ້າວ ເພື່ອເຮັດໃຫ້ພາກພື້ນອາຊຽນສາມາດແກ້ງແຍ້ງແຂ່ງຂັນກັບບັນດາປະເທດ ແລະ ພາກພື້ນອື່ນໆ. ການເຂົ້າເປັນພາຄີຂອງສັນຍາດັ່ງກ່າວນີ້ ເຫັນວ່າໄດ້ຮັບຜົນປະໂຫຍດຫຼາຍໃນດ້ານການດຶງດູດການລົງທຶນຈາກຕ່າງປະເທດ. ມູນຄ່າການລົງທຶນຂອງປະເທດ ອາຊຽນ ໃນ ສປປ ລາວ ໄດ້ເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະໃນຂະແໜງບໍ່ແຮ່, ໂຮງແຮມ ແລະ ຂະແໜງບໍລິການອື່ນໆ. ສ້າງກາລະໂອກາດໃຫ້ພວກເຮົາໄດ້ມີການປັບປຸງເງື່ອນໄຂບັນຍາກາດ ແລະ ລະບຽບກົດໝາຍດ້ານການລົງທຶນໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ການຮ່ວມມືດ້ານການບໍລິການກໍ່ເປັນຂະແໜງການທີ່ສໍາຄັນໃນຂອບອາຊຽນ. ນັບແຕ່ປີ 1997 ເປັນຕົ້ນມາ, ສປປ ລາວໄດ້ເຂົ້າຮ່ວມການເຈລະຈາເປີດເສລີດ້ານ ການບໍລິການກັບອາຊຽນ ແລະ ມາຮອດປະຈຸບັນ ກໍ່ເປັນການເຈລະຈາພູດທີ 8 ແລ້ວ. ສຳລັບ ສປປ ລາວ ແມ່ນເປີດໄປແລ້ວ 89 ຂະແໜງການຍ່ອຍ (ຈາກ 160 ຂະແໜງຍ່ອຍ). ຕາມເປົ້າໝາຍການສ້າງປະຊາຄົມອາຊຽນ (AEC) ພາຍໃນປີ 2015 ມີ ຄາດໝາຍເປີດຂະແໜງບໍລິການທັງໝົດ 128 ຂະແໜງຍ່ອຍ.
ທ່າອຽງໃນຕໍ່ໜ້າແມ່ນສ້າງການເປັນຄູ່ຮ່ວມມືຮອບດ້ານທາງເສດຖະກິດໃນພາກພື້ນ ເຊິ່ງປະກອບດ້ວຍອາຊຽນທັງໝົດຮ່ວມ ກັບຄູ່ເຈລະຈາ 6 ປະເທດນໍາກັນ.
Source: http://www.ecom.org.la/teen/khao/3/15718
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.