ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ​ເກືອບ 50 ປະເທດ​ໃນ​ທົ່ວ​​ໂລກ ລວມ ທັງ ການສົ່ງອອກພາຍໃຕ້ສັນຍາການຄ້າເສລີ ແລະສິດທິພິເສດແບບທົ່ວໄປ (GSP) ຈາກ ປະເທດພັດທະນາແລ້ວ ແລະກຳລັງພັດທະນາ. ການສົ່ງອອກຈາກລາວໄປຍັງຕະຫຼາດ ເຫຼົ່ານີ້ ໂດຍພື້ນຖານແລ້ວ ຖືວ່າບໍ່ໄດ້ເສຍພາສີ ຫຼືໄດ້ເສຍໃນອັດຕາຕໍ່າ ​ແຕ່ເປັນຫຍັງພາກເຮົາ ຈຶ່ງຍັງ ບໍ່ສາມາດນຳໃຊ້ຜົນປະໂຫຍດຈາກການ​ໄດ້ສິດທິພິເສດໄດ້ຢ່າງເຕັມສ່ວນເທື່ອ. ຜົນ​ການ​ສຶກສາ​ກ່ຽວກັບ​​ສັນຍາການ​ຄ້າ​ເສລີ​ອາ​ຊຽນ-​ເກົາຫຼີ​ ສະ​ແດງ​ໃຫ້​ເຫັນ​ວ່າ ສະມາຊິກອາ​ຊຽນ ຍັງ​ນຳ​ໃຊ້ສິດ​ທິພິ​ເສດ​ຂ້ອນ​ຕໍ່າ​ໃນ​ການສົ່ງອອກ​ໄປ​ເກົາຫຼີ ​ໂດຍ​ມີ​ອັດຕາ​ການ​ນໍາ​ໃຊ້ພຽງ​ແຕ່ 38% ​​ໂດຍ​ສະ​ເລ່ຍ ໃນ​ປີ​ທຳ​ອິດ​ທີ່​ ເລີ່​ມຈັດ​ຕັ້ງ​ປະຕິບັດ​ສັນຍາ ຄືປີ 2008 ແລະຄ່ອຍໆ​ເພີ່ມ​ຂື້ນ​ເປັນ 65% ​ໃນ​ປີ 2011. ​ເມື່ອ​​ພິຈາລະນາ​ເປັນ​ແຕ່ລະ​ປະ​ເທດ ​ເຫັນ​ວ່າລາວ​ນຳ​ໃຊ້​ຜົນ​ປະ​ໂຫຍ​ດໜ້ອຍ​ກວ່າ​ໝູ່, ​ໂດຍ​ມີ​ພຽງ​ແຕ່ 14% ​ໃນປີ 2011, ​ແຕ່​ປະ​ເທດ​ທີ່​ນຳ​ໃຊ້​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ແມ່ນ ມຽນມາ, ບຣູ​ໄນ ​ແລະ ຟີ​ລິບ​ປິນ (ຈາກ 94% ຫຼຸດ​ລົງ​​ເຖິງ 69%) ​ໃນ​ປີ​ດຽວ​ກັນ.  

ການໝູນໃຊ້ຜົນປະໂຫຍດທີ່ຕໍ່າດັ່ງກ່າວ ສາມາດອະທິບາຍໄດ້ຈາກຫຼາຍສາເຫດ. ດ້ານ ໜຶ່ງ ​ແມ່ນ​ຍ້້ອນປະເທດເຮົາຍັງບໍ່ສາມາດຜະລິດ ແລະສະໜອງໄດ້ຕາມຄວາມຕ້ອງການຂອງ ຕະຫຼາດ ບໍ່ວ່າຈະເປັນດ້ານປະລິມານ ກໍຄືຄຸນນະພາບ. ອີກດ້ານໜຶ່ງ ກໍ່ແມ່ນມີສາເຫດຈາກ ເງື່ອນໄຂທີ່ຫຍຸ້ງຍາກໃນການເຂົ້າຕະຫຼາດ ຊຶ່ງ​ໜຶ່ງໃນນັ້ນ ກໍຄືລະບຽບແຫຼ່ງກຳເນີດສິນຄ້າ.

ໂດຍພື້ນຖານແລ້ວ ລະບຽບແຫຼ່ງກຳເນີດສິນຄ້າ ແມ່ນນຳໃຊ້ເພື່ອພິຈາລະນາການ ໃຫ້ສິດທິພິເສດ ວ່າຈະໄດ້ຮັບການຫຼຸດຜ່ອນ ຫຼືຍົກເວັ້ນພາສີ ຖ້າສາມາດຢັ້ງຢືນ ໄດ້ວ່າສິນຄ້າ ທີ່ສົ່ງອອກໄປມີແຫຼ່ງກຳເນີດມາຈາກລາວ. ອີກ​ຈຸດປະສົງໜຶ່ງກໍແມ່ນເພື່ອປ້ອງກັນ​ການແອບ​ອ້າງສວຍ​ໃຊ້ສິນຄ້າທີ່ບໍ່ມີແຫຼ່ງຈາກປະເທດເຮົາ. ໝາຍວ່າ ຜູ້ສົ່ງອອກຕ້ອງຢັ້ງຢືນໄດ້ວ່າສິນຄ້າ ດັ່ງກ່າວໄດ້ຖືກຂຸດຄົ້ນ, ຜະລິດ ຫຼືແປຮູບຢູໃນ ສປປ ລາວ. ຖ້າມີການນຳເຂົ້າວັດຖຸດິບ ເພື່ອ ມາປຸງແຕ່ງ ກໍຕ້ອງແມ່ນມາຈາກພາຍໃນສະມາຊິກກຸ່ມອາຊຽນ ຊຶ່ງລວມກັນແລ້ວບໍ່ໃຫ້ຫຼຸດ 40% ເພື່ອຈະໃຫ້ໄດ້ເງື່ອນໄຂແຫຼ່ງກໍາເນີດສິນຄ້າ ໃນການສົ່ງອອກໄປຍັງສະຫະພາບເອີຣົບ ທີ່​ໃຫ້​ສິດທິ​ພິ​ເສດ​ແບບ​ບໍ່​ມີ​ພາສີ ​ແລະ​ບໍ່​ກຳນົດ​ໂກ​ຕາ ​ແກ່​ສິນຄ້າ​ທຸກ​ລາຍການ​ຍົກ​ເວັ້ນອາວຸດ (Everything But Arms: EBA) ຈາກ​ປະ​ເທດ​ດ້ອຍ​ພັດທະນາ. 

ດັ່ງ​ນັ້ນ ຖ້າຈະສ້າງອຸປະສັກໃຫ້ມີຄວາມຫຍຸ້ງຍາກ​ໃນ​ການ​ໄດ້​ສິດທິ​ພິ​ເສດ ກໍໝາຍຄວາມ ວ່າ ພະຍາຍາມກຳນົດເງື່ອນໄຂນຳໃຊ້ແຫຼ່ງວັດຖຸດິບ ຈາກພາກພື້ນໃນອັດຕາທີ່ຕໍ່າລົງ ເຊັ່ນ: 20% ຫຼືວ່າ ວັດຖຸດິບທັງໝົດ ຕ້ອງມາຈາກແຫຼ່ງພາຍໃນປະເທດເທົ່ານັ້ນ. ອັນນີ້ຖືວ່າ ລະບຽບ ແຫຼ່ງກຳເນີດຖືກ​ໃຊ້ເປັນເຄື່ອງມືກີດກັນທາງການຄ້າແບບທາງອ້ອມ ເຖິງວ່າຈະມີການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີໃຫ້ຕໍ່າ ແລ້ວກໍຕາມ. ອີກ​ວິທີ​ໜຶ່ງ​ແມ່ນການ​ນຳ​ໃຊ້​ຫຼາຍ​ເງື່ອນ​ໄຂ​ຄວບ​ຄູ່​ກັນ ​ຊຶ່ງ​ນອກຈາກ​ຈະ​ເປັນ​ການ​ຍາກ​ໃນ​ການ​ເຂົ້າ​ໃຈ​ຂອງ​ພາກ​ທຸລະ​ກິດ​ແລ້ວ ຍັງ​ເພີ່ມ​ຕົ້ນ​ທຶນ​ໃຫ້​​ເຂົາ​ເຈົ້າ​ນໍາ. ​​ໃນ​ການ​ສຶກສາ​ສັນຍາ​ການ​ຄ້າ​ອາ​ຊຽນ-​ເກົາຫຼີ ພົບ​ວ່າ​ມີ​ການ​ນຳ​ໃຊ້​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດ ສິນຄ້າ​ເຖິງ 26 ປະ​ເພດ ສຳລັບ​ສິນຄ້າ 3,077 ລາຍການ (ລະຫັດ​ພາສີ 6 ຕົວ​ເລກ) ທີ່​ມີ​ການ​ຫຼຸດຜ່ອນ​ອັດຕາ​ພາສີ. ​ເຖິງ​​ແມ່ນ​ວ່າ​​​ເງື່ອນ​ໄຂໂດຍ​ສ່ວນ​​ໃຫຍ່ (ກວມ​ເອົາ 77%) ບໍ່​ສ້າງ​ຂໍ້​ຈຳກັດ​ຫຼາຍ, ໝາຍວ່າ ​ພຽງ​ແຕ່​ສາມາດ​ຢັ້ງຢືນ​ໄດ້​ວ່າ​ມີການ​ປ່ຽນ​ແປງ​ລະຫັດ​ເຄົ້າ​ໃນ​ສາລະ​ບັນ​ພາສີ ຫຼື ສາມາດ​ນຳ​ໃຊ້​ວັດຖຸ​ດິບ​ຈາກ​ພາກ​ພື້ນ ກໍຖື​ວ່າ​ໄດ້​ເງື່ອນ​ໄຂ​ແລ້ວ ​ແຕ່​ມີ ສິນຄ້າປະມານ​​ເກືອບ​ພັນ​ລາຍການ ທີ່​ມີ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ທີ່​ສັບສົນ ​ແລະ​ຫຍຸ້ງ​ຍາກ ທີ່​ຈະ​ປະຕິບັດ​ໄດ້ ​ເຊັ່ນ: ​ໃຫ້​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ທັງ​ໝົດ, ມີ​ເງື່ອນ​ໄຂ​ໃນ​ການ​ແປ​ຮູບສະ​ເພາະ​ໃນ​ບາງ​ລາຍການ ຫຼື​ມີ​ຂໍ້​ຍົກ​ເວັ້ນ​ສະ​ເພາະ ຫຼື​ນຳ​ໃຊ້ບັນດາ​ເງື່ອນ​ໄຂ​ເຫຼົ່າ​ນີ້​ຄວບຄູ່​ກັນ​ ເປັນ​ຕົ້ນ. ​ເມື່ອພິຈາລະນາ​ເປັນ​ລາຍການ​ສິນຄ້າ ​ເຫັນ​ວ່າ​ສິນຄ້າ​ກະສິກຳ ​ໂດຍ​ສະ​ເພາະ​ໝວດ​ສັດ​ມີ​ຊີວິດ ​ແລະ​ຜະລິດ​ຕະພັນ​ອາຫານ ມີ​ເງື່ອນ​ໄຂ​​ແຫຼ່ງກຳ​ເນີ​ດທີ່​ເຄັ່ງ​ຄັດກວ່າ​ໝູ່ ​ໃນ​ການສົ່ງອອກ​ໄປ​ເກົາຫຼີ ສ່ວນ​ໃນ​ສໍາລັບ​ສິນຄ້າ​ອຸດສາຫະກຳ​ແມ່ນໝວດ​ແຜ່ນ​ແພ ​ແລະເຄື່ອງນຸ່ງ​ຫົ່ມ.      

ທີ່ກ່າວມານີ້ແມ່ນບາງ​ເຄື່ອງມື​ທີ່ສ້າງ​ຄວາມຫຍຸ້ງຍາກ ແກ່ພາກທຸລະກິດ ໃນການພິສູດ ການໄດ້ເງື່ອນໄຂແຫຼ່ງກຳເນີດສິນຄ້າ ແລະຖືກປະຕິເສດການໄດ້ສິດທິພິເສດທາງການຄ້າ ຖ້າ ບໍ່ສາມາດປະຕິບັດເງື່ອນໄຂດັ່ງກ່າວ. ດັ່ງນັ້ນ ຜູ້ສົ່ງອອກ​ເຮົາ​ໃນ​ການ​ກະກຽມ ​ແລະ​ສຶກສາ​ວ່າ​ຈະ​ຜະລິດ ​ແລະ​ສົ່ງ​ອອກ​ໄປ​ຕະຫຼາດ​ໃດ ນອກຈາກຈະພິຈາລະນາເຖິງອັດຕາພາສີແລ້ວ ຍັງຕ້ອງ ສຶກສາເຖິງເງື່ອນໄຂທີ່ກຳນົດໃນລະບຽບແຫຼ່ງກຳເນີດສິນຄ້າອີກດ້ວຍ.

ສຳລັບ​ມະຫາ​ພາກ ກໍ​ຄືຜູ້​ເຮັດ​ວຽກ​ເຈລະຈາຂອງ​ລາວ​ ຈະ​ໄດ້​ເອົາ​ໃຈ​​ໃສ່​ໃນ​ການ​ຄົ້ນຄວ້າ ​ແລະ​ດຳ​ເນີນ​ການ​ເຈລະຈາ ​ບໍ່​ວ່າ​ຈະ​ແມ່ນ​ໃນ​ຂອບ​ສັນຍາ​ການ​ຄ້າ​ເສລີ ຫຼື​ການ​ໄດ້​ສິດທິ​ພິ​ເສດ​ແບບທົ່ວ​ໄປ ​ເພື່ອ​ເຮັດ​​ແນວ​ໃດ​ໃຫ້ລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ​ຂອງ​ປະ​ເທດຄູ່​ຄ້າ ບໍ່​ມີ​ຄວາມ​ສັບສົນ​ຊັບຊ້ອນ ​​ກໍ​ຄື​ໃຫ້​ທຸລະ​ກິດປະຕິບັດ​​ເງື່ອນ​ໄຂໄດ້​ງ່າຍ ​ເຊັ່ນ: ​ສາມາດ​ນຳ​ໃຊ້​ວັດ​ຖຸດິບ​​ຈາກ ເຂດ​ການ​ຄ້າ​ເສລີ​ອື່ນ ນອກ​ເໜືອ​ຈາກ​ກຸ່ມອາ​ຊຽນ, ​​ເພີ່ມ​ອັດຕາ​ສ່ວນ​ການ​ນຳ​ໃຊ້​ວັດຖຸ​ດິບ​ຈາກ​ແຫຼ່ງນອກ​ປະ​ເທດ, ຫຼຸດຜ່ອນ​ເງື່ອນ​ໄຂ ​ແລະ​ຂອດ​ຂັ້ນ​ການ​ປະກອບ​ເອກະສານຂໍ​ໃບ​ຢັ້ງ​ຢືນ​ແຫຼ່ງ ກຳ​ເນີ​ດ ​ທີ່​​ເກີນ​ຄວາມ​ຈຳ​ເປັນ​ໃນ​ການ​ພິ​ສູດ​ແຫຼ່ງກຳ​ເນີ​ດ ໆ​ລໆ. ນອກ​ນີ້ ພາກ​ລັດ​ກໍ​ຄວນສືບ​ຕໍ່ ​ແລະ​ເພີ່ມ​ທະວີກິດຈະກຳ​​ສົ່ງ​ເສີມ​​ ​ແລະ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພາກ​ທຸລະ​ກິດ​ ເຊັ່ນ:​ ​ການ​ຝຶກ​ອົບຮົມ ​ແລະ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ ​ໂດຍ​ສະ​ເພາະ​ແກ່​ທຸລະ​ກິດ​ຂະໜາດ​ກາງ ​ແລະ​ນ້ອຍ ​ໃຫ້ ສາມາດ​ນຳ​ໃຊ້ສິດທິ​ພິ​ເສດ​ທາງ​ການ​ຄ້າ​ໄດ້​ຫຼາ​ຍຂື້ນ, ​ ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​​ຄຸ້ມ​ຄອງວຽກ​ງານ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ​ເຊັ່ນ: ການ​ຂໍ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດ​ຜ່ານ​ທາງ​ອີ​ເລັກ​ໂຕຣນິກ, ສະພາ​ການ​ຄ້າ ​ແລະ​ອຸດສາຫະກຳ ​ມີ​ສ່ວນ​ຮ່ວມ​​ໃນ​ການ​ອອກ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດ ສິນຄ້າ ຕະຫຼອດ​ເຖິງ​ກ້າວ​ໄປ​ສູ່​ການຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ໂດຍຫົວໜ່ວຍ​ທຸລະ​ກິດ. ​ໂດຍ​ພື້ນຖານ​ແລ້ວ​ແມ່ນ​​ເພື່ອ​ສ້າງ​ພື້ນຖານ​ປັດ​​ໄຈ ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ພາກທຸລະ​ກິດ​ລາວ ​ສາມາດ​ປະຕິບັດ​ເງື່ອນ​ໄຂ​ຂອງ​ການ​ໄດ້​ແຫຼ່ງກຳ​ເນີ​ດສິນຄ້າ​ໄດ້​ງ່າຍ ກໍ​ຄື​ສາມາດສົ່ງ​ອອກ ​ແລະ​ໄດ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ດ້ວຍ​ຕົ້ນ​ທຶນທີ່​ຕໍ່າ.  

ປະຈຸ​ບັນ ລັດຖະບານ​ກໍ​ໄດ້​ສ້າງ​ຄວາມ​ສະດວກ​ຫຼາຍ​ຢ່າງ ລວມທັງ​ອະນຸຍາດ​ໃຫ້ສະພາ ການ​ຄ້າ ​ແລະ​ອຸດສາຫະກຳ ທັງ​ໃນ​ຂັ້ນ​ສູນ​ກາງ ​ແລະ​ແຕ່ລະ​ແຂວງ​ ສາມາດ​ອອກ​ໃບ​ຢັ້ງຢືນ​ແຫຼ່ງ ກຳ​ເນີ​ດສິນຄ້າ​ແບບ​ໄດ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ ໄປ​ຫຼາຍ​ປະ​ເທດ​ແລ້ວ ​ເພີ່ມ​ເຕີມ​ຈາກ​ພາຍ​ໃຕ້​ລະບົບ​ທີ່​ບໍ່​ໄດ້​ສິດທິ​ພິ​ເສດ ​ທີ່​ໄດ້​ມອບ​ໝາຍ​ມາ​ຕັ້ງ​ແຕ່​ຕົ້ນ. ນັບ​ແຕ່ກາງ​ປີ 2013 ນີ້, ສປປ ລາວ ກໍ​ໄດ້​ເຂົ້າ​ຮ່ວມ​​ໂຄງ​ກາ​ນທົດ​ລອງຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​​ເອງ​ຂອງອາ​ຊຽນ ​ໃນ​ການ​ສົ່ງ​ອອກ​ໄປ​ຍັງອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ. ​​ໃນ​ປີ 2017, ສະຫະພາບ​ເອີ​ລົບ ກໍ​ມີ​ແນວທາງ​ໃນ​ການ​ອະນຸຍາດ​ໃຫ້​ນຳ​ໃຊ້​ລະບົບ​ຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າດ້ວຍ​ຕົນ​ເອງ ສໍາລັບ​ບາງ​ປະ​ເທດ​ທີ່​ມີ​ຄວາມ​ພ້ອມ.      

ໂດຍ​: ບ.ວິລະ​ວົງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.