ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ໃນນາມເປັນຜູ້ຮັບຜິດຊອບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ ໄດ້ອອກແຈ້ງການສະບັບເລກທີ 0098/ກປຝ.08 ໃຫ້ບັນດາພະແນກກະສິກຳ ແລະ ປ່າໄມ້ແຂວງ ກ່ຽວກັບ ການຢຸດຕິ ແລະ ການອອກໃບຢັ້ງຢືນສຸຂານາໄມພືດ ທີ່ຖືກຕ້ອງຕາມເປົ້າໝາຍ ເພື່ອຫຼຸດຜ່ອນຂັ້ນຕອນເອກະສານ, ສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ ຂອງ ສປປ ລາວ ແລະ ສອດຄ່ອງກັບຫຼັກການ ມາດຕະຖານ ຂອງສາກົນ ໂດຍໃຫ້ປະຕິບັດດັ່ງນີ້:

  1. ໃຫ້ຢຸດຕິ ການອອກໃບຢັ້ງຢືນສຸຂານາໄມພືດ ໃຫ້ແກ່ ພືດ ແລະ ຜະລິດຕະພັນພືດ ຈາກແຫລ່ງປູກ ຢູ່ຕ່າງປະເທດ ທີ່ມີຈຸດປະສົງ ຈະສົ່ງຜ່ານ ສປປ ລາວ ໄປຍັງປະເທດທີສາມ;
  2. ຖ້າແມ່ນພືດ ແລະ ຜະລິດຕະພັນພືດ ຊຶ່ງຜະລິດຢູ່ພາຍໃນປະເທດ ທີ່ມີຈຸດປະສົງ ສົ່ງອອກໄປ ຕ່າງປະເທດ ແມ່ນໃຫ້ປະຕິບັດຕາມ ຄວາມຮຽກຮ້ອງຕ້ອງການຂອງ ປະເທດນຳເຂົ້າ ແລະ ຫລັກການ ມາດຕະຖານສາກົນ ດ້ານມາດຕະການ ສຸຂານາໄມພືດ, ຖ້າຫາກຂະແໜງປູກຝັງ ແຂວງ ແລະ ນະຄອນຫລວງ ຍັງບໍ່ທັນເຂົ້າໃຈ ຫລັກການສາກົນ ໃຫ້ປະສານສົມທົບກັບ ກົມປູກຝັງ ທາງດ້ານ ຫລັກການ ແລະ ເຕັກນິກ ກ່ອນການອອກໃບຢັ້ງຢືນ ສຸຂານາໄມພືດ ໄປຍັງປະເທດທີສາມ;
  3. ຫ້າມອອກໃບຢັ້ງຢືນສຸຂາອະນາໄມພືດ ທີ່ຜິດກົດໝາຍ ຊຶ່ງ ບໍ່ເປັນໄປຕາມ ຫລັກການຂອງ ສົນທິສັນຍາ ການປ້ອງກັນພືດສາກົນ ໂດຍສະເພາະ ການສ້າງແບບຟອມຂື້ນມາເອງ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.