ອົງການ​ໄຊ​ເຕັດ (CITES) ​ໄດ້​ອອກ​ປະກາດ​ໃໝ່​ກ່ຽວ​ກັບ​ການ​ເພີ້ມທະວີ​ການ​ຄຸ້ມ​ຄອງ ສັດ​ນ້ຳ ສັດປ່າ ​ແລະ ພືດພັນ​ປ່າ. ( ​ອະນຸ​ສັນຍາ​ວ່າ​ດວ້ຍການ​ຄ້າ​ລະຫວ່າງ​ປະ​ເທດ ປະ​ເພດ​ຊະນິດ ສັດປ່າ ​ແລະ ພືດ​ປາ ທີ່​ໄກ້​ສູນພັນ) (Convention on International Trade i​n Endangered Species of Wild Fauna and Flora). ມີ​ຈຸດ​ປະ​ສົງ​ຫຼັກ​ເພື່ອອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ກໍ່​ຄື ສັດປ່າ ​ແລະ ພືດ​ພັນ​ປ່າ​ທົ່ວ​ໂລກ​ບໍ່​ໄຫ້​ຖືກ​ທຳລາຍ​ຈົນ​ສູນພັນ ຫຼື ຖືກ​ທຳລາຍ​ທີ່​ໄກ້​ສູນພັນ ຈາກ​ການ​ຄ້າ​ລະຫວ່າງ​ປະ​ເທດ.

ປະ​ເພດ ​ແລະ ຊະນິດ​ຂອງອົງການ CITES ອະນຸລັກ ​ແລະ ສະຫງວນມີ :

  • ສັດປ່າ​ປະມານ : 5.000 ຊະນິດ
  • ພືດ​ພັນ​ປ່າ​ປະມານ : 28.000 ຊະນິດ

ການຈັດ​ປະ​ເພດ​ສັດ​ນ້ຳ ​ແລະ ສັດປ່າ ຢູ່​ໃນ ສ ປປ ລາວ ຖືກ​ຈັດ​ແບ່ງ​ອອກ​ເປັນ 3 ປະ​ເພດ​ຕາມ​ລຳດັບ​ຄວາມ​ສຳຄັນ ​ແລະ ການ​ຄຸ້້ມຄອງ​ດັ່ງ​ນີ້ :

  1. ສັດ​ນ້ຳ ​ແລະ ສັດປ່າ ປະ​ເພດ​ຫວງ​ຫ້າ​ມ ຫຼື​ບັນ​ຊີ I :

​ເປັນຊະນິດ​ທີ່​ຫ້າມ​ຄ້າ​ຂາຍ​​ໂດຍ​ເດັດ​ຂາດ​ເນື່ອງ​ຈາກ​ວ່າ​ໄກ້​ສູນພັນ ຍົກ​ເວັ້ນ​ເພື່ອ​ການ​ສຶກສາວິ​ໄຈ ຫຼື ​ເພາະ​ພັນ ​ເຊິ່ງຈະ​ໄດ້​ຮັບ​ອະນຸຍາດ​ຈາກ​ປະ​ເທດ​ທີ່ນຳ​ເຂົ້າ​ເສຍ​ກອ່ນ ປະ​ເທດ​ສົ່ງ​ອອກຈຶ່ງ​ຈະ​ອອກ​ໃບ​ອະນຸຍາດ​ສົ່ງ​ອອກ​ໄດ້. ຄື: ກະທິງ,​ແຂ້​ນ້ຳ​ຈືດ,​ແຂ້​ນ້ຳ​ເຄັມ,ຊາງ​ອາຊີ,​ເສືອ,ນົກຍາງ,ຕົ້ນກວ້ຍ​ໄມ້​ຫາ​ຍາກ​ບາງ​ຊະນິດ.

  1. ສັດ​ນ້ຳ ​ແລະ ສັດປ່າ ປະ​ເພ​ດຄຸ້ມຄອງ ຫຼື ບັນ​ຊີ II :

​ເປັນ​ປະ​ເພດ​ສັດ​ທີ່​ຍັງ​ບໍ່​ສູນພັນ​ອະນຸຍາດ​ຄ້າຂາຍ​ໄດ້​ແຕ່​ຕ້ອງ​ມີ​ການ​ຮັບຮອງ ​ແລະ ໜັງສື​ອະນຸຍາດ​​ໃຫ້​ສົ່ງ​ອອກ ຫຼື ນຳ​ເຂົ້າ ​ແຕ່​ຕອ້ງມີການຄວບ​ຄຸມ​ບໍ່​​ໃຫ້​ເກີດ​ມີຄວາມ​ເສຍ​ຫາຍ ​ແລະ ຕ້ອງ​ບໍ່​​ໃຫ້​ມີຜົນ​ກະທົບ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ສັດ​ໃນ​ທຳ​ມະ​ຊາດ ຄື : ​ເຈຍ, ລີງ,​ເໝັ້ນ , ​ແລະ ອື່ນໆ.

  1. ສັດ​ນ້ຳ ​ແລະ ສັດປ່າ​ທົ່ວ​ໄປ ຫຼື ບັນ​ຊີ III :

​ເປັນ​ສັດ​ທີ່​ຮັບ​ການ​ຄຸ້ມຄອງຕາມ​ກົດໝາຍ​ຂອງ​ປະ​ເທດ​ໃດ​ປະ​ເທດ​ໜຶ່ງ​​ໂດຍ​ປະ​ເທດ​ສາມະ​ຊິກຈະ​ຊວ່ຍສອດຄອ່ງຊວ່ຍ​ເຫຼືອ. ຫາກ​ມີການຄ້າຂາຍ​ຕ້ອງມີ​ໜັງ​ສືຮັບຮ​ອງການ​ສົ່ງ​ອອກ​ຈາກ​ປະ​ເທດ​ຖິ່ນກຳ​ເນີ​ດ.

ລະບຽບ​ການ​ປັບປຸງ ​ແລະ ດັດ​ແກ້ ບັນຊີ I, II, III ຊະນິດສັດ​ປ່າ ​ແລະ ພືດ​ປ່າ :

ການ​ປັບປຸງດັດ​​ແກ້​​ຊະນິດ​ສັດປ່າ ​ແລະ ພືດ​ປ່າ ຕາມ​ອານຸສັນຍາ CITES ຈະ​ຕ້ອງສະ​ເໜີດວ້ຍປະ​ເທດພາຄີ​ເທົ່າ​ນັ້ນ​ໂດຍ​ການສະ​ເໜີ​ ​ບັນຈຸ​ຖອດ​ຖອນ ຫຼື ດັດແກ້​​ບັນ​ຊີ​ຊະນິດ​ພັນ ​ໃນ​ບັນຊີ I ​ແລະ II ຈະ​ຕອ້ງມີ​ການ​ພິຈະລະ​ນາ​ໃນ​ກອງ​ປະ​ຊຸມ ພາຄີ ອານຸສັນຍາ ( CITES COP ) ​ໂດຍ​ກອງ​ປະ​ຊຸມ​ຈະ​ຈັດ​ຂຶ້ນ​​ໃນທຸກໆ 3 ປີ. ການ​ປຽນ​ແປງ​ດັດ​ແກ້ ສັດ, ພືດ ​ໃນ​ບັນຊີ I ​ແລະ II ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ 90 ວັນຫຼັງ​ຈາກ​ການ​ປະ​ຊຸ​ມ. ສ່ວນບັນ​ຊີ III ປະ​ເທດພາຄີ ສາມາດ​ແຈ້ງ​ລາຍ​ຊື່ຊະນິດ ສັດ, ພືດ ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງຕາມ​ກົດໝາຍຂອງ​ປະ​ເທດ​ຕົນ​ເພື່ອ​ໃຫ້​ບັນຈຸ​ໃນ​ບັນຊີ III ​ໂດຍ​ມີ​ຜົນ​ບັງຄັບ​​ໃຊ້​ໃນ 30 ວັນ ຫຼັງ​ຈາກ​ກອງ​ເລຂາ​​ໄດ້ແຈ້ງ​​ໃຫ້ປະ​ເທດພາຄີ. ນອກຈາກ​ນີ້ປະ​ເທດພາຄີ ສາມາດ​ແຈ້ງ​ສະຫງວນ​ສິດ​ທີ່​ຈະ​ບໍ່​ປະຕິບັດ​ຕາມ​ເງື່ອນ​ໄຂ​ຕາມ​ອະນຸສັນຍາ​ກ່ຽວ​ກັບ​ການຄ້າຊະນິດ ສັດປ່າ ​ແລະ ພືດ​ປ່າ ຊະນິດ​ໃດ​ຊະນິດ​ໜຶ່ງ​ໃນ​ບັນຊີ​ອາ​ນຸສັນຍາ​ຂອງ CITES ​ໄດ້. ​ໂດຍ​ໃນ​ກໍລະນີ ສັດ,ພືດ ​ໃນ​ບັນຊີ I ​ແລະ II ສາມາດ​ສະຫງວນ​ສິດ​ໄດ້ ​​ເຊິ່ງປະ​ເທດ​ດັ່ງ​ກ່າວ​ນັ້ນ ​ເຂົ້າ​ເປັນ​ພາຄີ ​ໃນ​ອະນຸສັນຍາ ຫຼື ພາຍ​ໃນ 90 ວັນຫຼັງ​ຈາກ​ການ​ຮັບຮອງ​ແກ້​ໄຂ​ບັນຊີ.

ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ຊະນິດ​ສັດປ່າ​ແລະ​ພືດ​ປ່າ ຕາມ​ອານຸສັນຍາ ຈະ​ຖືກ​ຄວບ​ຄຸມ​ໂດຍ​ເລຂາທິການ CITES ​ໂດຍ​ມີ​ກາ​ນຕັ້ງ​ສູນ​ບັນທຶກ ​ແລະ ວິ​ເຄາະ​ຂໍ້​ມູນ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຊະນິດ​ ສັດປ່າ ​ແລະ ພືດ​ປ່າ​ລະ​ຫ່ວາງ​ປະ​ເທດ ພາຄີ ຫາກ​ມີ​ບັນຫາ ຫຼື ຂໍ້​ສົງ​ໄສ CITES ຈະ​ຕິດ​ຕໍ່​ຄະນະ​ກຳມະການ​ຝ່າຍ​ຮັບຜິດຊອບ​ວຽກ​ງານຂອງປະ​ເທດ​ຜູ້ສົ່ງ​ອອກ ຫຼື ນຳ​ເຂົ້າ ຜູ້​ສົ່ງ​ອອກ​ຕ້ອງນຳ​ສິນຄ້າ​ດັ່ງກ່າວ​ໃຫ້​ຄະນະ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ປະ​ເທດ​ນັ້ນ​ ໃຫ້​ກວດ​ສອບ​ເພື່ອ​ອອກ​ໃບ​ອານຸຍາດ CITES ຊຶ່ງ​ຄະນະ​ເຈົ້າ​ໜ້າ​ທີ່​ຝ່າຍ​ປະຕິບັດ​ງານ​ຈະ​ປະ​ສານ​ງານ​ກັບ​ຄະນະ​ຝ່າຍ​ເຈົ້າ​ໜ້າ​ທີ່​ວິ​ຊາ​ການ​ເພື່ອ​ປຶກສາ ​ແນະນຳ ​ແລ້ວຈຶ່ງ​ດຳ​ເນີນງານ​ອະນຸຍາດ​ໃຫ້​ຜູ້​ສົ່ງ​ອອກ​ເພື່ອ​ສະ​ແດງ​ຕໍ່​ດ່ານ ພາສີ ຂາ​ເຂົ້າ ​​ແລ້ວ​ໄປ​ຜ່ານ​ຄະນະ​ເຈົ້າ​ໜ້າ​ທີ່​ປະຕິບັດ​ງານ​ຂອງ​ປະ​ເທດ​ຜູ້ນຳ​ເຂົ້າ​ເພື່ອ​ສົ່ງ​ອອກ​ໃບ​ອະນຸຍາດ​ໃຫ້​ຜູ້ນຳ​ເຂົ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.