ເພື່ອ​ຄຸ້ມ​ຄອງການ​ເກັບ​ລາຍ​ຮັບ​ຈາກ​ຜູ້​ດຳ​ເນີນທຸລະ​ກິດກ່ຽວ​ກັບ​ຍານພາຫະນະ​ໃຫ້​ຖືກ​ຕ້ອງ ​ ແລະ ຄົບ​ຖ້ວນ​ຕາມ​ລະບຽບ​ກົດໝາຍ,  ກະຊວງ​ການ​ເງິນ ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ ສະບັບ​ເລກ​ທີ່ 1766/ກງ, ລົງ​ວັນ​ທີ 5 ກໍລະກົດ 2013, ​ແລະ  ​ແຈ້ງ​ການ​ເພີ່ມ​ເຕີມຂອງ​ກະຊວງ​ການ​ເງິນ ສະບັບ​ເລກທີ 1939/ກງ, ລົງ​ວັນ​ທີ 16 ກໍລະກົດ 2013,  ກ່ຽວ​ກັບວິທີຈັດ​ເກັບ​ພາສີ - ອາກອນ​ ຈາກຍານພາຫະນະ​ໃນຂອບ​ເຂດ​ທົ່ວ​ປະ​ເທດ ດັ່ງ​ມີ​ລາຍ​ລະອຽດ​ລຸ່ມ​ນີ້ :

ສຳລັບ​ຂອດ​ນຳ​ເຂົ້າ : ການ​ນຳ​ເຂົ້າ​ຍານພາຫະນະ​ທຸກ​ປະ​ເພດ, ​ແມ່ນ​ເກັບ​ຕາມ​ລາຄາ​ກາງທີ່​ກະຊວງ​ການ​ເງິນ​ກຳນົດ​ໄວ້, ​ໂດຍ​ມີ ທີ​ຄິດ​ໄລ​ ດັ່ງ​ນີ້ :

  • ການ​ຄິດ​ໄລ່​​ພາສີ​ຂາ​ເຂົ້າ​ແມ່ນ​ເອົາ​ມູນຄ່າ​​ແຈ້ງ​ເສຍ​ພາສີຕາມ​ລາຄາ​ກາງ​ x ​ກັບ​ອັດຕາ​ພາສີ​ຂາ​ເຂົ້າ.
  • ການ​ຄິດ​ໄລ່​​ອາກອນ​ຊົມ​ໃຊ້​ແມ່ນ​ໃຫ້​ເອົາ​ມູນ​ຄ່າ​ແຈ້ງ​ເສຍ​ພາສີ​ +​ ຄ່າ​ພາສີ​ x ກັບ​ອັດຕາ​ອາກອນ​ຊົມ​ໃຊ້.
  • ການ​ຄິດ​ໄລ່​​ອາກອນ​ມູນ​ຄ່າ​ເພີ່​ມ​ແມ່ນ​ໃຫ້​ເອົາ​ມູນ​ຄ່າ​ແຈ້ງ​ເສຍ​ພາສີ​ຂາ​ເຂົ້າ + ຄ່າພາສີຂາ​ເຂົ້າ + ອາກອນ​ຊົມ​ໃຊ້, ​ຄ່າ​ທຳນຽມ​ອື່ນໆ (ຖ້າ​ມີ) x ​ອັດຕາ​ອາກອນ​ມູນ​ຄ່າ​ເພີ່​ມ.

ສຳລັບ​ການ​ຂາຍ​ພາຫະນະ​ຢູ່ພາຍ​ໃນ​ປະ​ເທດ :  ການ​ຄິດ​ໄລ່​​ອາກອນ​ຊົມ​ໃຊ້ ​ແລະ ອາກອນ​ມູນ​ຄ່າ​ເພີ່ມ​ມີດັ່ງ​ນີ້ :

  • ວິທີ​ການຄິດ​ໄລ່​ເກັບ​ອາກອນ​ຊົມ​ໃຊ້ : ​ແມ່ນ​ ໃຫ້​ເອົາ​ລາຄາ​ຂາຍ​ພາຫະນະ​ຕົວ​ຈິງ x ກັບ​ອັດຕາ​ອາກອນ​ຊົມ​ໃຊ້​.
  • ວິທີ​ການຄິດ​ໄລ່​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ : ​ແມ່ນ ​ໃຫ້​ເອົາ​ລາຄາ​ຂາຍພາຫະນະ​ຕົວ​ຈິງ x ກັບ​ອັດຕາ​ອາກອນ​ມູນ​ຄ່າ ​ເພີ່​ມ.

ລາຍ​ລະອຽດ​ທ່ານ​ສາມາດ​ເຂົ້າ​ເບິ່ງ​ໄດ້​ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 Ministry of Finance issued an instruction on tax collection of vehicle within the country PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.