ກອງປະຊຸມສອງຝ່າຍລະຫວ່າງ ລາວ ແລະ ໄທ ກ່ຽວກັບການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນໃນ ອາທິດທີ່ຜ່ານມາ, ຈຸດປະສົງແມ່ນ ເພື່ອສໍາຫລວດ, ສ້າງລະບຽບການ ແລະ ກົນໄກການປະສານງານ ຮັບປະກັນໃຫ້ມີ ການແລກປ່ຽນຂໍ້ມູນຂ່າວສານ ແລະ ຕິດຕໍ່ສື່ສານ ຢ່າງມີປະສິດທິຜົນ, ແລະ ກໍ່ເພື່ອເພີ່ມທະວີການບັງຄັບໃຊ້ ກົດໝາຍດັ່ງກ່າວພາຍໃນປະເທດ.

ທັງສອງຝ່າຍເລັ່ງໃສ່ ການຈັດຕັ້ງປະຕິບັດ ແລະ ສ້າງກິດຈະກຳ ຮ່ວມກັນລະຫວ່າງອົງການຈັດຕັ້ງ ແລະ ກົມກອງທີ່ກ່ຽວຂ້ອງ, ເຊິ່ງອາດຈະລວມເອົາການບັງຄັບໃຊ້ກົດໝາຍ, ການສອບສວນ-ສືບສວນ, ການສ້າງຂີດຄວາມສາມາດ ແລະ ການຈັດຝືກອົບຮົມຕ່າງໆໃຫ້ແກ່ພະນັກງານລັດ. 

ກອງປະຊຸມຄັ້ງນີ້ ເປັນການແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມຮູ້ ກ່ຽວກັບ ແຫລ່ງການຄ້າຂາຍສັດປ່າທີ່ຜິດກົດໝາຍໃນປະເທດຕົ້ນທາງ, ປາຍທາງ ແລະ ຜ່ານແດນ ຂອງສອງປະເທດລາວ-ໄທ, ຊຶ່ງບັນດາຜູ້ເຂົ້າຮ່ວມໄດ້ລະບຸລະອຽດກ່ຽວກັບປະເພດສັດປ່າ ແລະ ທີ່ຕັ້ງການຄ້າທີ່ຜິດກົດໝາຍ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ດຣ ຕີ ພົມມະສັກ, ລັດຖະມົນຕີ ຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າໄມ້, ຊື່ງມີບັນດາແຂກຈາກຂະແໜງການກວດກາປ່າໄມ້, ບໍລິຫານຈັດການຊັບພະຍາກອນປ່າໄມ້, ການນຳເຂົ້າ-ສົ່ງອອກ, ພາສີ. ອະນຸລັກສັດປ່າ ແລະ ພືດພັນ, ແລະ ທະຫານ, ຕໍາຫລວດ, ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ພ້ອມນັ້ນ, ທ່ານ ໄດ້ກ່າວວ່າ ສັດປ່າແມ່ນສໍາຄັນຕໍ່ລະບົບນິເວດໃນທໍາມະຊາດ ແລະ ການດຳລົງຊີວິດຂອງມວນມະນຸດຢູ່ໃນໂລກ. ດັ່ງນັ້ນ, ທຸກຄົນ ຕ້ອງພ້ອມກັນປົກປ້ອງພວກເຂົາ ໂດຍສະເພາະ ການປ້ອງກັນສັດປ່າ ແລະ ແນວພັນທີ່ໃກ້ຈະສູນພັນ.  

ເພື່ອເຮັດໃຫ້ມີປະສິດທິພາບໃນການຕ້ານການຄ້າຂາຍສັດປ່າ ແລະ ຂ້າສັດ ແບບຜິດກົດໝາຍ ສອງປະເທດລາວ-ໄທ ຈໍາເປັນຕ້ອງມີກົນໄກ, ມາດຕະການຄຸ້ມຄອງ ແລະ ປ້ອງກັນຢ່າງເຄັ່ງຄັດ, ທຸກໜ່ວຍງານທີ່ກ່ຽວຂ້ອງຂອງລາວ ແລະ ໄທມີໜ້າທີ່ຮັບຜິດຊອບໃນການບໍລິຫານ ເພື່ອຂະຫຍາຍຄວາມຮູ້ໃຫ້ແກ່ຊຸມຊົນ, ຍົກສູງຄວາມສຳຄັນຂອງສັດປ່າ, ໂດຍການຈັດຕັ້ງກິດຈະກຳ, ການກໍານົດນະໂຍບາຍ ແລະ ມາດຕະການຕ່າງໆ.

ທ່ານ ດຣ ຕີ ຫວັງວ່າ ການແລກປ່ຽນປະສົບການ ແລະ ການປຶກສາຫາລືໃນຄັ້ງນີ້ ຈະເປັນການເພີ່ມທະວີການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມກັນບັງຄັບໃຊ້ກົດໝາຍວ່າດ້ວຍ ການປົກປ້ອງສັດປ່າຂອງສອງປະເທດ. ພ້ອມນັ້ນ ທັງສອງຝ່າຍຈະຮ່ວມກັນໃນອະນາຄົດ ສ້າງແຜນຍຸດທະສາດໃນການສ້າງກິດຈະກຳຮ່ວມກັນ ກ່ຽວກັບການບັງຄັບໃຊ້ກົດໝາຍວ່າດ້ວຍການປົກປ້ອງສັດປ່າ, ການສື່ສານ ແລະ ເພີ່ມຄວາມຮັບຮູ້ຕໍ່ຊຸມຊົນ, ແລະ ຄວາມເປັນໄປໄດ້ໃນການຈັດກອງປະຊຸມຄັ້ງທີສາມ, ເພື່ອໃຫ້ປະຊາຊົນພາຍໃນປະເທດ, ພາກພື້ນ ແລະ ສາກົນຮັບຮູ້ໃນພັນທະນີ້.

ປັດຈຸບັນ, ມີຕະຫລາດຈຳນວນໜື່ງ ຍັງມີການລັກລອບ ຄ້າຂາຍສັດປ່າ ທີ່ຜິດກົດໝາຍ, ປະຊາຊົນ ກໍ່ຍັງມີການລ່າສັດປ່າ ເພື່ອນໍາມາບໍລິໂພກ ແລະ ຂາຍ ເຊັ່ນ ກະດູກ, ໜັງສັດ ທີ່ມີລາຄາສູງ ໃນຕະຫລາດທ້ອງຖີ່ນ.

ຜ່ານມາ, ເຈົ້າໜ້າທີ່ຂອງລາວໄດ້ຍືດສິ້ນສ່ວນສັດປ່າຫວງຫ້າມ ຈຳນວນ 1,000 ກິໂລ ແບບທີ່ຍັງມີຊີວິດ ແລະ ບໍ່ມີຊີວິດ ເຊິ່ງຖືກລ່າຕາມແມ່ນໍ້າ ແລະ ປ່າໄມ້ຂອງລາວ.

ແຫລ່ງຂໍ້ມູນ:

ໜັງສືພິມວຽງຈັນທາມ໌ມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.