ໃນ​ວັນ​ທີ 04 ສິງຫາ 2013 ທ່ານ ສົມສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມັນ​ຕີ ຜູ້​ຊີ້​ນໍາ​ວຽກ​ງານ​ເສດຖະກິດ ພ້ອມ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມພື້ນຖານການຜະລິດຢູ່ ແຂວງ ຈໍາປາສັກ ເຊິ່ງນໍາພາທາງໂດຍ ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງໆ ຈໍາປາສັກ ພ້ອມພະແນກການ, ອໍານາດການປົກຄ້ອງທ່ອງຖິ່ນ ແລະ ຊາວກະສິກອນໃຫ້ການຕ້ອນຮັບ.

ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະເດີນທາງໄປຢຽມຊົມແມ່ນໂຄງການພັດທະນາຊົນລະກະເສດ ທີ່ບ້ານ ໜອງບົວທອງ ເມືອງ ມຸນລະປະໂມກ ທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ ປາວິນາ ພັດທະນາ ກະສິກໍາ ຈໍາກັດ ເຊິ່ງມີເນື້ອທີ່ກວມເອົາເຖິງ 10 ພັນເຮັກຕາ ໃນນັ້ນເປັນເນື້ອທີ່ສົ່ງເສີມປະຊາຊົນໃນຂົງເຂດເມືອງດັ່ງກ່າວ 5 ພັນເຮັກຕາ ຊຶ່ງຄາດຜົນຜະລິດປີນີ້ ຈະໄດ້ປະມານ 2.500 ໂຕນ.

ໃນສົກປີ 2011-2012 ສາມາດບຸກເບີກເນື້ອທີ່ໄດ້ 587 ເຮັກຕາ ຜະລິດຕົວຈິງໄດ້ 400 ເຮັກຕາ ໄດ້ຜົນຜະລິດ 1.200 ກ່ວາໂຕນ ໂດຍໄດ້ສົ່ງຂາຍ ແລະ ປ້ອນໂຮງງານເບຍ. ນອກຈາກນັ້ນ, ຍັງໄດ້ສົ່ງເສີມປະຊາຊົນຢູ່ບັນດາເມືອງອ້ອມຂ້າງ ໂດຍຕອບສະໜອງແນວພັນ ແລະ ປຸ໋ຍສີວະພາບເປັນຕົ້ນ ບ້ານ ກະຕຶບ ເມືອງ ຈໍາປາສັກ, 2 ບ້ານຂອງເມືອງໂຂງໃນເນື້ອທີ່ລວມ 150 ກ່ວາເຮັກຕາ ໄດ້ຜົນຜະລິດ 450 ກວ່າໂຕນ. ສໍາລັບ ປີ 2013 ການຜະລິດເຂົ້າລະດູຝົນ ຈະໃຫ້ໄດ້ 500 ເຮັກຕາ ໃນນັ້ັ້ນ ຜະລິດເປັນແນວພັນ 200 ເຮັກຕາ ຄາດວ່າຜົນຜະລິດຈະໄດ້ 2.500 ໂຕນ ພ້ອມນີ້ກໍ່ຈະຂະຫຍາຍເນື້ອທີ່ສົ່ງເສີມປະຊາຊົນໃນ 10 ເມືອງຂອງ ແຂວງ ຈໍາປາສັກ

ໂອກາດນີີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍ່ເນັ້ນໃຫ້ ບໍລິສັດ ປາວິນາ ເບິ່ງຄືນ ດ້ານການໄລ່ລຽງເສດຖະກິດ ລະຫ່ວາງຜົນໄດ້ຮັບກັບການລົງທຶນ ສົມທຽບກັບການຜະລິດໃນແຕ່ລະທ້ອງຖິ່ນ  ໃນປະເທດອ້ອມຂ້າງ ໂດຍສະເພາະໃນເງື່ອນໄຂໃໝ່ ຂອງການເຊື່ອມໂຍງທີມີການແຂ່ງຂັນກັນສູງ,  ການເຮັດຊົນລະປະທານ ກໍ່ໃຫ້ເບິ່ງສະພາບພື້ນທີ່ຕົວຈິງ ເພື່ອເຮັດໃຫ້ການສະໜອງນໍ້າມີປະສິດຕິພາບສູງສຸດ ແລະ ສອດຄ່ອງກັບສະພາບດິນ.  ພ້ອມນັ້ນ, ທ່ານຍັງເນັ້ນໜັກໃຫ້ກະຊວງທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ຕ້ອງໄດ້ໃກ້ຊິດຕິດແທດກັບໂຄງການ ເພື່ອໃຫ້ກາຍເປັນໂຄງງການພັດທະນາແບບຢືນຍົງຢ່າງແທ້ຈິງ.

ທ່ານ ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ລົງ​ງຢ້ຽມຢາມ ສະມາຄົມຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ເຊິ່ງເປັນສະມາຄົມໃຫ້ບໍລິການແກ່ປະຊາຊົນ ໂດຍບໍ່​ຫວັງ​ຜົນ​ກໍາ​ໄລ ກໍ່​ຄື​ການ​ຄ້າ​ເປັນ​ທໍາ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນປີ 2009.  ປະຈຸ​ບັນ, ​ສະມາຄົມ​ມີສະມາຊິກ​ຫລາຍ​ກວ່າ 2.7​00 ຄົນ ກວມ​ເອົາ 56 ກຸ່ມ​ຜະລິດ​ນອນ​ຢູ່​ໃນ 3 ​ເມືອງ​ຂອງ 3 ​ແຂວງ​ໃນ​ຂອບ​ເຂດ​ພູ​ພຽງ​ບໍລິ​ເວນ.  ​ໃນ​ສົກ​ປີ 2012-2013 ສະມາຄົມສາມາດ​ສົ່ງ​ອອກ ກາ​ເຟຄຸນ​ນະພາ​ບ ​ໄດ້​ເຖິງ 50 ຕູ້​ຄອນ​ເທັນ​ເນີ ຫຼື ​ເກືອ​ບ 1.​000 ​ໂຕນ ​ແລະ ມີ​ຕົວ​ເລກ​ທຸລະ​ກິດ​ເພີ່ມ​ຂຶ້ນ​ເປັນ 4 ລ້ານ ​ໂດ​ລາ​ສະຫະລັດ.

ພ້ອມ​ນັ້ນ ທ່ານ ​ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ການ​ພັດທະນາ​ໃຫ້​ແກ່​ການ​ບໍລິການ​ແກ່​ປະຊາຊົນ. ​ໃນ​ນັ້ນ, ​ກໍ່​ມີ​ບາງ​ບັນຫາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນຕົ້ນ​ໃຫ​້​ເບິ່ງ​ຄືນ​ດ້ານ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ເພື່ອ​ໃຫ​້ມີ​ຄວາມ​ສອດຄ່ອງ ​ແລະ ສາມາດ​ເຄື່ອນ​ໄຫວ ​ໄປ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດວາງ​ອອກ ພ້ອມກັນ​ຄົ້ນຄວ້າ​ຕື່ມ​ດ້ານ​​ລະບຽບ ກົດໝາຍທີ່​ພົວພັນ ເພື່ອ​ເຮັດ​ໃຫ້​ສະມາຄົມ​ມີ​ການ​ເຄື່ອນ​ໄຫວ​ທີ່​ຄ່ອງ​ຕົວ​ຂຶ້ນ ​ແລະ ສາມາດ​ສົ່ງ​ເສີມ​ປະຊາຊົນ​ຜະລິດ​ເປັນ​ສິນຄ້າ​ສົ່ງ​ອອກ​ໄດ້​ຢ່າງ​​ແທ້​ຈິງ.  ​ເບື້ອງ​ທ້ອງ​ຖິ່ນ​ກໍ່​ຕ້ອງ​ເຂົ້າ​ໃຈ​ຕື່ມດ້ານ​ພາລະ​ບົດບາດ​ຂອງ​ຕົນ ​ໃນ​ການ​ໃຫ້​ບໍລິ​ການ​ແກ່​ປະຊາຊົນ ​ເພື່ອ​ຊ່ວຍ​ຍົກ​ລະດັບ​ຊີ​ວິການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

ຫຼັງ​ຈາກ​ນັ້ນ, ທ່ານ ​ຮອງ​ນາຍົກລັດຖະມັນ​ຕີ ​ ​ແລະ ​ຄະນະ​ກໍ່​ໄດ​້​ໄປ​ຢ້ຽມ​ຊົມ​ສູນ​ການ​ຮ່ວມ​ມື​ດ້ານ​ກະສິກໍາ ລາວ-ຈີນ ທີ່​ເມືອງ ປາກ​ຊ່ອງ. ສູນ​ດັ່ງກ່າວ​ ໄດ້​ຈັດ​ຕັ້ງປະຕິບັດ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ລະ​ຫວ່າງ​ກົມ​ປູກຝັງ, ກະຊວງ​ກະສິກໍາ​ປ່າ​ໄມ້​ຂອງ​ລາວ ​ແລະ ພະ​ແນ​ກ ກະສິກໍາ ​ແຂວງ ກວາງຊີ ສປ ຈີນ ​ໃນ​ວັນ​ທີ 08 ມັງກອນ 2012 ​ໃນ​ເນື້ອ​ທີ່ 60 ​ເຮັກຕາ ​ເຊິ່ງ​ແນ​ໃສ່​ສ້າງ​ເປັນ​ສວນ​ສາທິດ-ທົດ​ສອບ​ແນວ​ພັນ, ​ເຕັກນິກ-​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ຜະລິດ​ພືດ​ຜັກ, ຝຶກ​ອົບຮົມ​ໃຫ​້​ແກ່​ນັກຮຽນ, ພະນັກງານ​ວິຊາ​ການ ຕະຫຼອດ​ຮອດ​ຊາວ​ກະສິກອນ ​ໃນ​ເຂດ​ພູ​ພຽງ​ບໍລິ​ເວນ ​ແລະ ​ແຂວງ ອ້ອມ​ຂ້າງ.

ປັດຈຸບ​ັນ ກິດຈະ​ກໍາ​ຫຼັກ ​ແມ່ນ​ການ​ຜະລິດ​ພືດ​ຜັກ​ໃນ​ເຮືອນ​ຮົ່ມ ​ແລະ ກາງ​ແຈ້ງ​ແບບ​ກະສິກໍາ​ອິນ​ຊີ ​ແລະ ປອດ​ສານພິດ ​ໂດຍ​ສົ່ງ​ຊ້ຽວຊານ​ຈີນ​ມາ​ປະ​ຈໍາ​ຢູ່​ສູນ​ແຫ່ງ​ນີ້.  ​ໃນ​ໄລະຍະ​ທີ່​ຜ່ານ​ມາ​  ໄດ້​ຝຶກ​ອົບຮົມ​ໃຫ້​ແກ່ພະນັກງານວິຊາການ, ນັກສຶກສາ ແລະ ຊາວກະສິກອນແລ້ວ 150 ຄົນ, ໃຫ້ທຶນນັກສຶກສາ 2 ຄົນໄປຮຽນທີ່ ແຂວງ ກວາງຊີ, ​ແລະ ໄດ້ນໍາເຂົ້າແນວຜັກ 198 ແນວພັນ, ທົດສອບແລ້ວ 96 ແນວພັນ. ສໍາລັບເປົ້າໝາຍໃນຕໍ່ໜ້າ ແມ່ນຈະສຸມໃສ່ຄັດເລືອກແນວພັນທີ່ດີ ໃຫ້ແກ່ປະຊາຊົນນໍາໃຊ້ 35 ຊະນິດ, ຍົກປະສິດທິພາບຂອງຜົນຜະລິດໃຫ້ໄດ້ 20 % ແລະ ຝຶກອົບຮົມ ພະນັກງານວິຊາການ, ນັກສຶກສາ ແລະ ຊາວກະສິກອນໃຫ້ໄດ້ 700 ຄົນ ລວມເຖິງແຂວງ ແລະ ປະເທດອ້ອມຂ້າງໃນຖານະ 1 ໃນ 20 ກ່ວາສູນຮ່ວມມືໃນບັນດາປະເທດອາຊຽນ.

ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຮ່ວມມື ລະຫວ່າງ ແຂວງ ກວາງຊີ ກັບ ແຂວງ ຈໍາປາສັກ ກໍ່ຄື 2 ກະຊວງກະສິກໍາ ລາວ-ຈີນ ອັນເປັນການປະກອບສ່ວນຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລາວ-ຈີນ ໃນໄລຍະໃໝ່. 

ໃນ​ຕອນ​ທ້າຍ ທ່ານ​ ຍັງ​ໄດ້​ເນັ້ນ​ຕື່ມ​ໃນ​ການ​ເອົາ​ໃຈ​ໃສ່​ເຮັດ​ໃຫ້​ສູນ​ແຫ່ງ​ນີ້  ​ເປັນບ່ອນ​ຜະລິດ​ເມັດ​ພັນ​ທີ່​ດີ, ທັງ​ເປັນ​ແບບຢ່າງ​ໃນ​ການ​ເຜີຍ​ແຜ່​ເຕັກນິກ ​ແລະ ຝຶກ​ອົບ​ຮົບ​ຊາວ​ກະສິກອນ​ຢ່າງ​ແທ້​ຈິງ ​ແລະ ຫວັງ​ຢ່າງ​ຍິ່ງວ່າ ​ສູນ​ດັ່ງກ່າວ ກໍ່​ຄື ​ແຂວງ ກວາງຊີ ຈະ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ລາວ ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ຜະລິດ​ຂອງ​ລາວ ​ໂດຍ​ສະ​ເພາະ​ການ​ຜະລິດ​ເປັນ​ສິນຄ້າ ​ເພື່ອ​ສົ່ງ​ອອກ​ໄປ​ຈີນ ​ແລະ ປະ​ເທດອື່ນໆ  ປະກອບສ່ວນ​ວຽກ​ງານ​ລຶບລ້າງ​ຄວາມ​ທຸ​ກຍາກ ​ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

ແຫລ່ງ​ຂໍ້​ມູນ : ໜັງສືພິມ ​ເສດຖະກິດ - ການ​ຄ້າ,  ສະບັບ ວັນ​ທີ 7 ສິງຫາ 2013

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.