ພາຍຫລັງທີ່ໄດ້ຮັບຂໍ້ມູນຈາກແຫລ່ງຂ່າວທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຜະລິດຕະພັນນົມຜົງເດັກນ້ອຍ ທີ່ສົງໃສປົນເປື້ອນດ້ວຍເຊື້ອພະຍາດ Clostridium Botulinum (ສາຍພັນ Infantile Botulism) ແລະ ການລົງກວດກາຕິດຕາມການຈຳໜ່າຍຜະລິດຕະພັນນົມຜົງດັ່ງກ່າວ. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຈື່ງໄດ້ອອກແຈ້ງການ ຫ້າມນຳເຂົ້າ, ຈຳໜ່າຍ ແລະ ບໍລິໂພກ ຜະລິດຕະພັນນົມດູເມັກທີ່ສົງໃສ ມີການປົນເປື້ອນຈາກເຊື້ອພະຍາດ  ແລະ ຍັງໄດ້ຮຽກຮ້ອງມາຍັງບໍລິສັດນຳເຂົ້ານົມ ແລະ ຜະລິດຕະພັນນົມສຳຫລັບເດັກນ້ອຍຕ້ອງຂໍອະນຸຍາດການນຳເຂົ້າຈາກກົມອາຫານ ແລະ ຢາ, ລາຍງານກ່ຽວກັບການຄອບຄອງນົມທີ່ສົງໃສມີການປົນເປື້ອນໃຫ້ກົມອາຫານ ແລະ ຢາຊາບ, ແລະ ພ້ອມທັງຮຽກຮ້ອງໃຫ້ອົງການຈັດຕັ້ງຂອງລັດໃຫ້ຄວາມຮ່ວມມືໃນການຕິດຕາມກວດກາການນຳເຂົ້າ ແລະ ການຈຳໜ່າຍຜະລິດຕະພັນນົມ ຫລື ອາຫານອື່ນໆ ທີ່ມີຄວາມສ່ຽງຕາມພາລະບົດບາດຂອງຕົນ ແລະ ມີການປະສານງານທີ່ດີ, ຮຽກຮ້ອງໃຫ້ຜູ້ບໍລິໂພກມີສະຕິໃນການເລືອກຊື້ ແລະ ບໍລິໂພກຜະລິດຕະພັນນົມດ້ວຍການສັງເກດວັນເດືອນປີທີ່ຜະລິດ, ຖ້າຫາກພົບເຫັນກໍລະນີສົງໃສໃຫ້ແຈ້ງ ຫລື ຕິດຕໍ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກໄດ້ທີ່

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ

ໂທລະສັບ: (856 21) 214013-14

ໂທສະສານ: (856 21) 214015

ອີເມວ: [email protected]

ທ່ານສາມາດດາວໂຫລດ ແຈ້ງການກົມອາຫານ ແລະ ຢາ ສະບັບເລກທີ 6166/13.ກອຢ, ລົງວັນທີ 9 ສີງຫາ 2013ໄດ້ຂ້າງລຸ່ມນີ້

 

# ຫົວຂໍ້ ດາວໂຫຼດ
1 The Ministry of Health has issued a notification on the ban on distribution and consumption of Dumex instant milk power after receiving a notice recalling dairy products suspected to be contaminated with bacteria distributed by the company PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.