ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ               ເລກທີ. 1219./ກປຝ
ນະຄອນຫລວງວຽງຈັນ, ວັນທີ 12 ສິງຫາ 2013

                                                     ແຈ້ງການແນະນຳ

ຮຽນ:    ທ່ານ ຫົວໜ້າ ຂະແໜງປູກຝັງ ນະຄອນຫລວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ.

ເລື່ອງ:   ຂໍ້ກຳນົດເງື່ອນໄຂ ດ້ານສຸຂານາໄມພືດຂອງ ປະເທດໄທ ສຳລັບ ການນຳເຂົ້າ ແລະ ສົ່ງຜ່ານບາງພືດທີ່ສຳຄັນ ຈາກ ສປປ ລາວ.
 

  • ອີງຕາມກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ,ລົງວັນທີ 09/12/2008.
  • ອີງຕາມດຳລັດແນະນຳປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 229/ລບ ລົງວັນທີ 31/05/2012.
  • ອີງຕາມຄຳສັ່ງຂອງ ລັດຖະມົນຕີ ວ່າການກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 2136/ກປ ລົງວັນທີ 26/10/2011 ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ ໃນການຄຸ້ມຄອງ ແລະ ກວດກາ ສຸຂານາໄມພືດ ທີ່ຈະສົ່ງອອກ ໃຫ້ສອດຄ່ອງກັບລະບຽບການ ດ້ານສຸຂານາໄມພືດ ຂອງປະເທດປາຍທາງ.
  • ອີງຕາມ ປະກາດ ຂອງກະຊວງກະເສດ ແລະ ສະຫະກອນຂອງໄທຕາມພະລາຊະບັນຍັດກັກພືດ ປີ ພສ 2507 ແກ້ໄຂເພີ່ມເຕີມໂດຍພະລາຊະບັນຍັດກັກພືດ (ສະບັບທີ 2) ປີ ພສ 2542 ແລະ ພະລາຊະບັນຍັດກັກພືດ (ສະບັບທີ 3) ປີ ພສ 2551.

ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການສົ່ງອອກສິນຄ້າກະສິກຳເວັ້າລວມ,ເວົ້າສະເພາະກໍ່ຄືພືດ, ຜະລິດຕະພັນພືດ ຈາກ ສປປ ລາວ ເຂົ້າໄປຕ່າງປະເທດ ໂດຍສະເພາະການນຳເຂົ້າປະເທດໄທ, ກົມປູກຝັງຂໍຖືເປັນກຽດ ແຈ້ງມາຍັງທ່ານ ຊາບວ່າ:ໃນປັດຈຸບັນ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກຂອງອົງການ ການຄ້າໂລກຢ່າງສົມບູນ ຊຶ່ງມີພັນທະຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດລະບຽບຫຼັກການທີ່ກ່ຽວຂ້ອງ ເວົ້າສະເພາະແມ່ນລະບຽບການດ້ານສຸຂານາໄມພືດ ຊຶ່ງບັນດາປະເທດ ຄູ່ການຄ້າຂອງ ສປປ ລາວ ເປັນຕົ້ນແມ່ນ ປະເທດໄທ ໄດ້ເພີ່ມທະວີຄວາມເຂັ້ມງວດຕໍ່ການບັງຄັບໃຊ້ລະບຽບການດັ່ງກ່າວນັບມື້ນັບຫຼາຍຂື້ນ. ດັ່ງນັ້ນ, ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ ການສົ່ງອອກພືດຈາກ ສປປ ລາວ ໄປປະເທດໄທບໍ່ໃຫ້ຖືກຜົນກະທົບກັບຄວາມເສຍຫາຍຈາກມາດຕະການດັ່ງກ່າວ ຍ້ອນພວກເຮົາບໍ່ສາມາດປະຕິບັດໄດ້ຕາມເງື່ອນໄຂສະເພາະໃນການນຳເຂົ້າຂອງປະເທດໄທ, ກົມປູກຝັງ ຈຶ່ງໄດ້ອອກແຈ້ງການໃຫ້ເອົາໃຈໃສ່ໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ໃຫ້ແກ່ພືດ ຄືດັ່ງນີ້:
 

1.     ເນື້ອໃນຂໍ້ກຳນົດເງື່ອນໄຂ ຕາມທີ່ໄດ້ຮວບລວມໃນ ພະຣາຊະບັນຍັດກັກພືດ ແຫ່ງຣາຊະອານາຈັກໄທ ສະບັບແກ້ໄຂເພີ່ມເຕີມ (ສະບັບທີ 3 ) ພສ.2551 ໄດ້ອະທິບາຍຄໍາສັບ ດັ່ງຕໍ່ໄປນີ້:

  • ສິ່ງຕ້ອງຫ້າມ (Prohibited article) ໝາຍເຖິງ ພືດ ສັດຕູພືດ ແລະ ພາຫະ ທີ່ ລັດຖະມົນຕີປະກາດກຳນົດໃນຈົດໝາຍເຫດທາງການ ໃຫ້ເປັນສິ່ງຕ້ອງຫ້າມ;
  •  ສິ່ງຈຳກັດ (Restricted article) ໝາຍເຖິງ ພືດ ສັດຕູພືດ ແລະ ພາຫະ ທີ່ ລັດຖະມົນຕີປະກາດກຳນົດໃນຈົດໝາຍເຫດທາງການ ໃຫ້ເປັນສິ່ງຈຳກັດ;
  • ດ່ານກວດພືດ ໝາຍເຖິງ ດ່ານຕາມທີ່ລັດຖະມົນຕີປະກາດກຳນົດໃນຈົດໝາຍເຫດທາງການ ເພື່ອກວດພືດ, ສິ່ງຕ້ອງຫ້າມ, ສິ່ງຈຳກັດ ແລະ ເຊື້ອພັນພືດ ທີ່ນຳເຂົ້າ ຫຼື ນຳຜ່ານ;
  • ພາຫະ ໝາຍເຖິງ ເຄື່ອງປູກ, ດິນ, ຊາຍ, ພາຊະນະ, ຫຼື ສິ່ງອື່ນ ທີ່ໃຊ້ຫຸ້ມຫໍ່ ມາພ້ອມກັບພືດ, ຝຸ່ນອິນຊີ ຫຼື ສິ່ງອື່ນໃດທີ່ອາດເປັນສິ່ງນຳສັດຕູພືດ;
  • ສົ່ງຜ່ານ ໝາຍເຖິງ ການນຳຜ່ານຫຼືສົ່ງຜ່ານຣາຊະອານາຈັກໄທບໍ່ວ່າຈະມີການຄ່ຽນຖ່າຍພາຫະນະຫຼືບໍ່ກໍ່ຕາມ.
  • ພະນັກງານເຈົ້າໜ້າທີ່ ໝາຍເຖິງ ອະທິບໍດີ ແລະ ບຸກຄົນທີ່ລັດຖະມົນຕີແຕ່ງຕັ້ງໃຫ້ປະຕິບັດຕາມ ພະຣາຊະບັນຍັດ
  • ກັກພືດແຫ່ງຣາຊະອານາຈັກໄທ.
     

2.     ພືດທີ່ຈະສົ່ງອອກຈາກ ສປປ ລາວ ໄປ ປະເທດໄທ ແລະ ສົ່ງຜ່ານປະເທດໄທໄປຍັງປະເທດທີ ສາມ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນ ຈາກພະນັກງານເຈົ້າໜ້າທີ່ປ້ອງກັນພືດທີ່ໄດ້ຮັບສິດຕາມຄຳສັ່ງເລກທີ 153/ກປ  ລົງວັນທີ 31/05/2013 ແລະ ປະຕິບັດຕາມຂັ້ນຕອນໃນຄຳສັງຂອງລັດຖະມົນຕີເລກທີ 0837/ກປ, ລົງວັນທີ 03/04/2013 ແລະ ບົດແນະນໍາຂອງກົມປູກຝັງ ສະບັບ ເລກທີ 1077/ກປຝ,ລົງວັນທີ 30/09/2010,ໂດຍປະຕິບັດຕາມຂໍ້ກຳນົດດ້ານສຸຂານາໄມພືດນຳເຂົ້າຂອງປະເທດໄທ ຕາມແຕ່ລະໝວດການຄວບຄຸມ ແລະ ຊະນິດພືດ ດັ່ງຕາຕະລາງ ລຸ່ມນີ້:
 

 

ລ/ດ ຊື່ພືດ ແລະ ຜະລິດຕະພັນພືດ ຂໍ້ກຳນົດດ້ານສຸຂານາໄມພືດ ໃນການນຳເຂົ້າ ແລະ ສົ່ງຜ່ານປະເທດໄທໄປປະເທດທີສາມ
I. ສິ່ງຕ້ອງຫ້າມ ແລະ ຂໍ້ຍົກເວັ້ນ
1 ສິ່ງຕ້ອງຫ້າມ  
1.1 ໝາກໄມ້ສົດ ແຕ່ລະຊະນິດດັ່ງຕໍ່ໄປນີ້:

ໝາກຕູມ (Aegle marmelos (L.) Corr),ໝາກມ່ວງຫິມະພານ (Anacardium occidantale ), ໝາກເຝືອງ (Averrhoa carambola Linn.),

ໝາກສົ້ມມະໄຟ (Clausena lansium (Lour.) Skeel),ໝາກລຳໄຍ (Dimocarpus longan Loureiro), ໝາກລິ້ນຈີ່ (Litchi chinensis Sonn), ໝາກມ່ວງ (Mangifera indica L.),

ໝາກເງາະ (Nephelium lappaceum L), ໝາກອາໂວກາ (Persea Americana Mill),ໝາກຕາວນ້ອຍ (Phoenix dactylifera L),ໝາກຍົມ (Phyllanthus acidus (L.) Skeels),ໝາກພິລາ (Punica granatum L.),ໝາກຂຽບເທດ (Annona squamosa ),ໝາກມີ້ (Artocarpus heterophyllus ),ໝາກສາເກ (Artocarpus altilis), ໝາກນ້ຳນົມ (Chrysophyllum cainito), ໝາກມັງຄຸດ (Garcinia mangostana ), ໝາກແອັບເປີນ (Malus domestica), ໝາກລະມຸດ (Manilkara zapota), ໝາກມອນໄຂ່ (Pouteria campechiana), ໝາກສີດາ

(Psidium guajava), ໝາກອະງຸ່ນ (Vitis vinifera), ໝາກກະທັນ(Ziziphus jujuba Mill), ໝາກແກ້ວມັງກອນ (Hylocereus spp.)

ສ່ວນໃດໜຶ່ງຂອງຊະນິດພືດດັ່ງ ຕໍ່ໄປນີ້:

ໝາກຮູ່ງ (Carica papaya L.), ໝາກພ້າວ (Cocoas nucifera L), ປາມນ້ຳມັນ (Elaeis guineensis Jacq), ມັນຕົ້ນ (Manihot esculenta Crantz), ໂກໂກ້ (Theobroma cacao L.), ສາລີ (Zea mays L.),

ໝາກນັດ (Ananas comosus (L.) Merr)
ກ. ເງື່ອນໄຂດ້ານສຸຂານາໄມພືດສຳລັບການນຳເຂົ້າສິ່ງຕ້ອງຫ້າມເພື່ອການຄົ້ນຄວ້າທົດລອງ ຫຼື ວິໄຈ ຕ້ອງປະຕິບັດດັ່ງນີ້:

    ຕ້ອງໄດ້ຮັບໃບອະນຸຍາດນຳເຂົ້າທີ່ອອກໃຫ້ໂດຍອະທິບໍດີກົມວິຊາການກະເສດ ຂອງປະເທດໄທ ແລະ ປະຕິບັດຕາມເງື່ອນໄຂການນຳເຂົ້າທີ່ກຳນົດໄວ້ໃນໃບອະນຸຍາດນຳເຂົ້າ ຫຼື ໃນບັດກຳກັບຕິດເທິງພາສະນະຫຸ້ມຫໍ່ສິ່ງຕ້ອງຫ້າມທີ່ນຳເຂົ້າ ;
    ຕ້ອງມີໃບຢັ້ງຢືນສຸຂານາໄມພືດຈາກ ສປປ ລາວ ຊຶ່ງອອກໃຫ້ຕາມແຕ່ລະກໍລະນີຄື:

1.    ກໍລະນີ ການນຳເຂົ້າພືດ ຫຼື ພາຫະ ແມ່ນຢັ້ງຢືນຂໍ້ຄວາມຕາມຫລັກການ, ວິທີການ ແລະ ເງື່ອນໄຂ ທີ່ອະທິບໍດີ ໄດ້ກຳນົດໃນໃບອະນຸຍາດນຳເຂົ້າ

2.   ກໍລະນີ ທີ່ເປັນສັດຕູພືດ ຕ້ອງລະບູຂໍ້ມູນຊື່ສັດຕູພືດຕາມທີ່ຂຽນໄວ້ໃນໃບອະນຸຍາດນຳເຂົ້າ.

    ຕ້ອງນໍາເຂົ້າສະເພາະຕາມດ່ານກວດພືດຂອງປະເທດໄທຄື: ດ່ານກວດພືດທ່າເຮືອກຸງເທບ, ດ່ານກວດພືດສະໜາມບິນສຸວັນນະພູມ, ດ່ານກວດພືດ ໄປສະນີກຸງເທບ

ຂ. ເງື່ອນໄຂດ້ານສຸຂານາໄມພືດສຳລັບການນຳເຂົ້າສິ່ງຕ້ອງຫ້າມເພື່ອການຄ້າ ຕ້ອງປະຕິບັດດັ່ງນີ້:

    ສິ່ງຕ້ອງຫ້າມທີ່ນໍາເຂົ້າຕ້ອງໄດ້ຜ່ານການປະເມີນຄວາມສ່ຽງສັດຕູພືດ ຈາກກົມວິຊາການກະເສດປະເທດໄທ.
    ໄດ້ຮັບໃບອະນຸຍາດນໍາເຂົ້າອອກໃຫ້ໂດຍກົມວິຊາການກະເສດຂອງປະເທດໄທ ແລະ ປະຕິບັດຕາມ ຫຼັກການ, ວິທີການ ແລະ ເງື່ອນໄຂ ທີ່ອະທິບໍດີຂອງກົມວິຊາການກະເສດ ແຫ່ງປະເທດໄທ ກຳນົດໄວ້.
    ໃບຢັ້ງຢືນສຸຂານາໄມພືດ ຕ້ອງປະກອບຂໍ້ມູນຕາມເງື່ອນໄຂກຳນົດໄວ້ໃນ ໃບອະນຸຍາດນຳເຂົ້າສິ່ງຕ້ອງຫ້າມເພື່ອການຄ້າສະເພາະຊຸດສິນຄ້າ.
    ຕ້ອງນໍາເຂົ້າຜ່ານດ່ານກວດພືດເທົ່ານັ້ນ.

ຄ. ເງື່ອນໄຂດ້ານສຸຂານາໄມພືດສຳລັບການນຳເຂົ້າສິ່ງຕ້ອງຫ້າມເພື່ອກິດຈະການອື່ນ ຕ້ອງປະຕິບັດດັ່ງນີ້:

    ສິ່ງຕ້ອງຫ້າມທີ່ນໍາເຂົ້າຕ້ອງໄດ້ຜ່ານການປະເມີນຄວາມສ່ຽງສັດຕູພືດ ຈາກກົມວິຊາການກະເສດປະເທດໄທ.
    ໄດ້ຮັບໃບອະນຸຍາດນໍາເຂົ້າອອກໃຫ້ໂດຍກົມວິຊາການກະເສດປະເທດໄທ ແລະ ປະຕິບັດຕາມ ຫຼັກການ, ວິທີການ ແລະ ເງື່ອນໄຂ ທີ່ອະທິບໍດີກົມວິຊາການກະເສດ ແຫ່ງປະເທດໄທ ກຳນົດໄວ້.
    ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ຈາກ ສປປ ລາວ  ໂດຍປະກອບຂໍ້ມູນຕາມເງື່ອນໄຂການອະນຸຍາດນຳເຂົ້າສິ່ງຕ້ອງຫ້າມເພື່ອການຄ້າສະເພາະຊຸດສິນຄ້າ.
    ຕ້ອງນໍາເຂົ້າຜ່ານດ່ານກວດພືດເທົ່ານັ້ນ.

ງ. ການສົ່ງ ສິ່ງຕ້ອງຫ້າມຜ່ານປະເທດໄທໄປຍັງປະເທດທີສາມ ຫຼື ການສົ່ງຜ່ານ ຕ້ອງປະຕິບັດຕາມເງື່ອນໄຂຂໍ້ກຳນົດດ້ານສຸຂານາໄມພືດດັ່ງນີ້:

    ຕ້ອງຜ່ານການປະເມີນຄວາມສ່ຽງສັດຕູພືດສຳເລັດແລ້ວຈາກກົມວິຊາການກະເສດປະເທດໄທ.
    ຕ້ອງມີໃບອະນຸຍາດນຳຜ່ານສິ່ງຕ້ອງຫ້າມ ແລະ ຕ້ອງຕິດບັດກຳກັດເທິງຫີບຫໍ່ບັນຈຸສິ່ງຕ້ອງຫ້າມທີ່ອອກໃຫ້ໂດຍກົມວິຊາການກະເສດ ປະເທດໄທ.
    ການນຳຜ່ານສິ່ງຕ້ອງຫ້າມບໍ່ວ່າຈະເປັນ ພືດ, ພາຫະ ຫຼື ສັດຕູພືດຕ້ອງປະຕິບັດໃຫ້ຄົບຖ້ວນຕາມເງື່ອນໄຂທີ່ອະທິບໍດີກົມວິຊາການກະເສດປະເທດໄທ ກຳນົດໄວ້.
    ຕ້ອງມີໃບຢັ້ງຢືນສຸຂານາໄມພືດອອກໃຫ້ໂດຍ ອົງການຄຸ້ມຄອງວຽກງານປ້ອງກັນພືດ ສປປ ລາວ.
    ຕ້ອງສົ່ງຜ່ານດ່ານກວດພືດຕາມທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

ໝາຍເຫດ:

ສິ່ງຕ້ອງຫ້າມ ທີ່ເຄີຍມີການນໍາເຂົ້າມາໃນ ຣາຊະອານາຈັກໄທ ແລ້ວໃນລັກສະນະທາງການຄ້າກ່ອນທີ່ ແຈ້ງການມີຜົນບັງຄັບໃຊ້ນັ້ນ ຈະໄດ້ຮັບການຜ່ອນຜັນໃຫ້ນຳເຂົ້າໄດ້ຕໍ່ໄປ ຈົນກວ່າການວິໄຈຄວາມສ່ຽງສັດຕຸພືດ ຂອງສິ່ງຕ້ອງຫ້າມນັ້ນສຳເລັດ ໂດຍອົງການ ປ້ອງກັນພືດແຫ່ງຊາດ ຂອງປະເທດສົ່ງອອກ ຕ້ອງແຈ້ງຂໍອະນຸຍາດນຳເຂົ້າ ເປັນລາຍລັກອັກສອນ ແລະ ສະແດງເອກກະສານຫລັກຖານ ທີ່ເຄີຍມີ ການນຳເຂົ້າພາຍໃນໄລຍະເວລາ 5 ປີທີ່ຜ່ານມາ ພ້ອມທັງແນບຂໍ້ມູນທາງດ້ານວິຊາການ ເພື່ອປະກອບການວິໄຈຄວາມສ່ຽງສັດຕູພືດ ຕໍ່ອະທິບໍດີ ກົມວິຊາການກະເສດພາຍໃນໄລຍະເວລາ 60 ວັນ ນັບຈາກວັນທີອອກແຈ້ງການ ພ.ສ 2551. ເມື່ອຄົບກຳນົດໄລຍະເວລາແລ້ວ ໃນກໍລະນີມີເຫດຈຳເປັນ ອະທິບໍດີກົມວິຊາການກະເສດ ມີອໍານາດ ອະນຸຍາດໃຫ້ ແຈ້ງຄວາມປະສົງຂໍອະນຸຍາດນຳເຂົ້າ ເປັນກໍລະນີຯ ໄປ ທັງນີ້ຕ້ອງດຳເນີນການພາຍໃນ 60 ວັນ ສະຫຼຸບແຈ້ງການກະຊວງ: ສິ່ງຕ້ອງຫ້າມ ໃນປະກາດນີ້ບໍ່ລວມເຖິງພືດ ທີ່ໄດ້ອະນຸຍາດ ຕາມຂໍ້ຜູກພັນທາງດ້ານການຄ້າ ເຊິ່ງເຮັດໂດຍພາກລັດ ທີ່ເກີດຂຶ້ນກ່ອນແຈ້ງການ ພ.ສ 2551 ຍົກເວັ້ນແຕ່ມີຂໍ້ມູນທາງດ້ານວິທະຍາສາດ ທີ່ເຊື່ອຖືໄດ້ວ່າ ມີການລະບາດຂອງສັດຕູພືດຊະນິດໃໝ່ ຫລື ກວດພົບສັດຕູພືດ ຊະນິດໃໝ່ກັບສິນຄ້ານຳເຂົ້າ ເຊິ່ງອາດຈະມີຜົນກະທົບຕໍ່ ພາກກະສິກຳຂອງປະເທດ.
1.2 ພືດໃນສະກຸນ (Genus) ດັ່ງຕໍ່ໄປນີ້:

Citrus spp. ເຊັ່ນ ໝາກກ້ຽງ, Coffea spp.ເຊັ່ນ ໝາກກາເຟ (ບໍ່ລວມເມັດກາເຟດິບ), Gossypium spp. ເຊັ່ນ ຕົ້ນຝ້າຍ (ບໍ່ລວມຍອງຝ້າຍ),

Hevea spp. ເຊັ່ນ ຢາງພາລາ (ນໍ້າຢາງສົດ, ຢາງກ້ອນ, ຢາງເໜົ່າ ແລະ ຂໍ້ຢາງ), Jatropha spp.

ເຊັ່ນ ໝາກເຍົາ
1.3 ສິ່ງຕ້ອງຫ້າມອື່ນໆ:

ດິນ, ຝຸ່ນອິນຊີ, ຈຸລິນຊີທາງການກະເສດ, ສັດຕູພືດ, ຂີ້ກະເດືອນ, ແມງໄມ້, ໄຮ, ຂີ້ກະເດືອນຝອຍ, ຫອຍທາກ, ທາກ, ວັດສະພືດ, ແມງກິນແມງ, ແຕນບຽນ ເປັນຕົ້ນ
2 ຂໍ້ຍົກເວັ້ນສຳລັບສິ່ງຕ້ອງຫ້າມ ເງື່ອນໄຂປະຕິບັດມີດັ່ງນີ້:
2.1 + ຂີ້ເຈຍ ຫຼື ຝຸ່ນອິນຊີທີ່ຜະລິດຈາກຂີ້ເຈຍ, ຊາກສັດ, ກະດູກສັດ ແລະ ເລືອດສັດ.
+ ອາຫານສຳເລັດຮູບ ເຊິ່ງໝາຍເຖິງ ອາຫານທີ່ໄດ້ຈາກພືດ ທີ່ຍັງຄົງລັກສະນະເປັນພືດ ແລະ ໄດ້ຜ່ານຂະບວນການທຳລາຍເຊື້ອພະຍາດ ແລະ ສັດຕູພືດ.
ການນຳເຂົ້າຕ້ອງແຈ້ງຕາມແບບຮ່າງທີ່ກໍານົດໄວ້ຕໍ່ພະນັກງານເຈົ້າໜ້າທີ່ ຢູ່ທີ່ດ່ານກວດພືດ ເພື່ອກວດກາ ແລະ ວິໄຈຕາມຂັ້ນຕອນລະບຽບການ.
2.2 ໝາກໄມ້ ຂອງພືດທີ່ເປັນສິ່ງຕ້ອງຫ້າມ ຊຶ່ງຜ່ານການແຊ່ເຢັນໃນອຸນຫະພູມຕໍ່າກວ່າ 17.8 o C ຫຼື  0 o F) + ໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ຄວາມ ເພີ່ມຕື່ມວ່າ “the consignment are frozen under temperature …(ຕົວເລກອຸນຫະພູມ ເປັນ o C)….”
+ ການນຳເຂົ້າຕ້ອງໄດ້ແຈ້ງຕາມແບບຮ່າງທີ່ກໍານົດໄວ້ຕໍ່ພະນັກງານເຈົ້າໜ້າທີ່ ຢູ່ທີ່ດ່ານກວດພືດ ເພື່ອກວດກາ ແລະ ວິໄຈຕາມຂັ້ນຕອນລະບຽບການ.
2.3 ສິ່ງຕ້ອງຫ້າມທີ່ຜ່ານການວິໄຈຄວາມສ່ຽງສັດຕູພືດ (Pest risk analysis) ທີ່ອະນຸຍາດໃຫ້ນຳເຂົ້າປະເທດໄທມີຄືດັ່ງນີ້: ການນຳເຂົ້າສິ່ງຕ້ອງຫ້າມທີ່ຜ່ານການປະເມີນຄວາມສ່ຽງສັດຕູພືດ (Pest risk assessment) ຕ້ອງປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດດັ່ງນີ້:
2.3.1 - ໝາກເຜັດ Capsicum annuum L. (ອະນຸຍາດໃຫ້ສະເພາະໝາກແຫ້ງ ແລະ ໝາກສົດ)
- ພືດ Genus: Citrus spp. (ອະນຸຍາດໃຫ້ສະເພາະໝາກສົດ)
- ໝາກເລັ່ນ Lycopersicon esculentum Mill. (ອະນຸຍາດໃຫ້ສະເພາະ ເມັດພັນ).
- ພືດ Genus: Musa spp. (ອະນຸຍາດໃຫ້ສະເພາະໝາກສົດ).
- ມັນຝລັ່ງ Solanum tuberosum L. (ອະນຸຍາດໃຫ້ສະເພາະຫົວສຳລັບແປຮູບ ຫົວມັນຝລັ່ງ).
- ສາລີ Zea mays L. (ອະນຸຍາດໃຫ້ສະເພາະເມັດ)
- ໝາກຮູ່ງ Carica papayae L.(ອະນຸຍາດໃຫ້ສະເພາະໝາກສົດ).
- ມັນຕົ້ນ Manihot esculenta Crantz (ອະນຸຍາດໃຫ້ສະເພາະ ມັນຕົ້ນເສັ້ນ, ມັນຕົ້ນບົດ).
- ໝາກເຍົາ Jatropha curcas L. (ອະນຸຍາດໃຫ້ສະເພາະເມັດພັນ ແລະ ໝາກສົດ)
- ຢາສູບ Nicotiana spp. (ອະນຸຍາດໃຫ້ສະເພາະຢາສູບອົບແຫ້ງ)
- ຕ້ອງໄດ້ຮັບໃບອະນຸຍາດນໍາເຂົ້າອອກໃຫ້ໂດຍກົມວິຊາການກະເສດປະເທດໄທ ແລະ ປະຕິບັດຕາມ ຫຼັກການ, ວິທີການ ແລະ ເງື່ອນໄຂ ທີ່ອະທິບໍດີກົມວິຊາການກະເສດ ແຫ່ງປະເທດໄທ ກຳນົດໄວ້.
- ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ຈາກອົງການຄຸ້ມຄອງວຽກງານປ້ອງກັນພືດ ສປປ ລາວ ໂດຍປະກອບຂໍ້ມູນຕາມເງື່ອນໄຂການອະນຸຍາດນຳເຂົ້າສິ່ງຕ້ອງຫ້າມເພື່ອການຄ້າສະເພາະຊຸດສິນຄ້າ.
- ຕ້ອງນໍາເຂົ້າຜ່ານດ່ານກວດພືດເທົ່ານັ້ນ.
2.3.2 ຫົວມັນຝລັ່ງ (Potato tuber, Solanum tuberosum) + ຫົວມັນຝລັ່ງທີ່ຈະນຳເຂົ້າຕ້ອງລ້າງດິນທີ່ຕິດອອກດ້ວຍນ້ຳສະອາດ ຫຼື ວັດຖູ ແລະ ອະນຸຍາດມີຜົງຕິດມາ ກັບຫົວມັນຝລັ່ງ ຢ່າງໜ້ອຍ 100 ກລາມ ຕໍ່ຫົວມັນຝລັ່ງ 50 ກິໂລ ຫຼື ເທົ່າກັບ 0,2 ສ່ວນຮ້ອຍຂອງນ້ຳໜັກ), ແຕ່ສຳລັບດິນມີລັກສະນະເປັນກ້ອນ ເກາະຕິດເທິງເປືອກຫົວມັນຝລັ່ງ 20 ສ່ວນຮ້ອຍ, ຕ້ອງບໍ່ເກີນຈຳນວນ 20 ຫົວ ຈາກຕົວຢ່າງຈຳນວນ 600 ຫົວ (ເທົ່າກັບ 5 ສ່ວນຮ້ອຍ) ນອກຈາກນີ້ ຕ້ອງຄວບຄຸມການແຕກໜໍ່ເທິງຫົວມັນຝລັ່ງດ້ວຍສານຢັບຢັ້ງຄວາມງອກ .
+ ມັນຝລັ່ງທີ່ອະນາໄມດິນອອກສຳເລັດ ຕ້ອງ ບັນຈຸໃນພາຊະນະ ແລະ ສົ່ງອອກພາຍໃນໜຶ່ງເດືອນຫຼັງຈາກເກັບກ່ຽວ.
+ ຕ້ອງມີໃບອະນຸຍາດນໍາເຂົ້າອອກໃຫ້ໂດຍກົມວິຊາການກະເສດຂອງປະເທດໄທ ແລະ ຜູ້ສະເໜີຂໍອະນຸຍາດນຳເຂົ້າຕ້ອງດຳເນີນທຸລະກິດໂຮງງານແປຮູບມັນຝລັ່ງ ຊຶ່ງຈົດຖະບຽນ ແລະ ຮັບຮອງໂດຍກົມວິຊາການກະເສດປະເທດໄທ.
+ ໃບຢັ້ງຢືນສຸຂານາໄມພືດ ຂອງ ສປປ ລາວທີ່ອອກໃຫ້ ຕ້ອງພິມຂໍ້ຄວາມເພີ່ມ (Additional Declaration) ຄື: “the consignments were produced in Laos in accordance with the conditions governing entry of  potatoes for processing to Thailand” ແລະ “The potatoes in this consignment have been washed” ຫຼື “The potatoes in this consignment were treated with a sprout inhibitor” ຫຼື “The potatoes in this consignment were packed and shipped within month of harvest”;
2.3.3 ສາລີ (Corn, Zea mays) ໝາຍເຖິງ ເມັດສາລີ (Corn grain), ຝັກສາລີ (Corn ear) ແລະ ແກນສາລີ (Corn cop) - ຕ້ອງນໍາເຂົ້າເພື່ອໃຊ້ເປັນວັດຖຸດິບໃນການຜະລິດອຸດສາຫະກໍາໂດຍມີເອກະສານຫຼັກຖານ ການດຳເນີນກິດຈະການປະກອບຢັ້ງຢືນ.
- ຕ້ອງໄດ້ຮັບໃບອະນຸຍາດນໍາເຂົ້າອອກໃຫ້ໂດຍກົມວິຊາການກະເສດຂອງປະເທດໄທ ແລະ ປະຕິບັດຕາມ ຫຼັກການ, ວິທີການ ແລະ ເງື່ອນໄຂ ທີ່ອະທິບໍດີກົມວິຊາການກະເສດ ແຫ່ງປະເທດໄທ ກຳນົດໄວ້.
- ການຂົນສົ່ງຕ້ອງນຳໃຊ້ພາຫະນະຂົນສົ່ງທີ່ຕ້ອງມີສິ່ງປົກປິດ.
- ສາລີທີ່ນໍາເຂົ້າ ຕ້ອງບໍ່ມີ ມອດເຈາະເມັດພືດ (Khapra beetle, Trogoderma granarium)  ແລະ ສັດຕູພືດ ກັກກັນອື່ນໆຕາມບັນຊີທີ່ກຳນົດໄວ້ຂອງປະເທດໄທ ຕິິດແປດມານໍາ ແລະ ບໍ່ມີການປົນເປື້ອນຂອງດິນ, ຊາຍ ແລະ ສ່ວນຕ່າງໆ ຂອງສາລີ ນອກເໜືອຈາກທີ່ຂໍນຳເຂົ້າ ຫຼື ພືດຊະນິດອື່ນ ຫຼື ສິ່ງອື່ນໃດ ທີ່ສາມາດນຳພາສັດຕູພືດ ກັກກັນໄດ້.
- ໃນກໍລະນີກວດພົບການຕິດແປດສັດຕູພືດກັກກັນກ່ອນສົ່ງອອກ ຕ້ອງນໍາໃຊ້ ວິທີການຮົມຢາ ໂດຍບໍລິສັດທີ່ໄດ້ຈົດທະບຽນນຳກົມປູກຝັງ ຂອງ ສປປ ລາວ ໂດຍປະຕິບັດຕາມເຕັກນິກສະເພາະ ທີ່ຂຽນໄວ້ໃນປະກາດຂອງກົມວິຊາການກະເສດປະເທດໄທ ເລື່ອງ ເງື່ອນໄຂ ການນຳເຂົ້າສາລີ ຈາກ ສປປ ລາວ.
-  ໃບຢັ້ງຢືນສຸຂານາໄມພືດ ຂອງ ສປປ ລາວ ທີ່ອອກໃຫ້ ຕ້ອງພິມຂໍ້ຄວາມເພີ່ມ (Additional Declaration) ຄື: “the consignments were produced and prepared for export in accordance with the conditions for import of … (ຂຽນຊື່ພາສາອັງກິດສ່ວນຂອງສາລີທີ່ຈະນຳເຂົ້າ)...from Lao PDR to Thailand” ແລະ“This consignment were inspected and found free from Trogoderma granarium”; ໃນກໍລະນີມີການຮົມຢາ ຕ້ອງໄດ້ຂຽນລາຍລະອຽດຂໍ້ມູນເຕັກນິກການຮົມຢາ ໄວ້ໃນຂໍ້ທີ III ການເຮັດຄວາມສະອາດ ແລະ ການຂ້າເຊື້ອ (Disinfestation and/or disinfection treatment) ຂອງໃບຢັ້ງຢືນສຸຂານາໄມພືດ ເຊັ່ນ: ວັນທີຮົມຢາ, ຊະນິດສານເຄມີທີ່ໃຊ້, ໄລຍະເວລາ ແລະ ອູ່ນຫະພູມ, ແລະ ຄວາມເຂັ້ມຂຸ້ນຂອງສານເຄມີ.
2.3.4 ດິນອຸດສາຫະກຳ ໝາຍເຖິງ ດິນທີ່ໃຊ້ເປັນວັດຖຸດິບໃນໂຮງງານອຸດສາຫະກຳ ເຊລາມິກ ທີ່ຜະລິດກະເບື້ອງ ແລະ ເຄື່ອງສຸຂະພັນ ມີຄຸນສົມບັດທີ່ສຳຄັນຄືມີຄວາມ  ໜຽວສາມາດປັ້ນເປັນຮູບຮ່າງຕ່າງໆໄດ້. + ຕ້ອງໄດ້ຮັບໃບອະນຸຍາດນໍາເຂົ້າທີ່ອອກໃຫ້ໂດຍກົມວິຊາການກະເສດປະເທດໄທ ແລະ ຜູ້ສະເໜີຂໍອະນຸຍາດນຳເຂົ້າຕ້ອງດຳເນີນທຸລະກິດໂຮງງານແປຮູບເຄື່ອງປັ້ນດິນເຜົາ ຊຶ່ງມີເອກະສານຫຼັກຖານສະແດງການດຳເນີນທຸລະກິດກ່ຽວກັບກັບຂະບວນການຜະລິດທີ່ຕ້ອງໃຊ້ດິນດັ່ງກ່າວຢັ້ງຢືນມາພ້ອມ.
+ ດິນອຸດສາຫະກຳຕ້ອງບັນຈຸໃນພາສະນະທີ່ສະອາດ ແລະ ປິດແຈບ ບໍ່ມີການປົນ ຂອງແມງໄມ້ ທີ່ມີຊີວິດ, ເມັດຫຍ້າ ຫຼື ສີ້ນສ່ວນຂອງພືດ ເຊັ່ນ: ໃບ, ກ້ານ, ເສດຊາກພືດ ຫຼື ສິ່ງທີ່ສາມາດນຳພາສັດຕູພືດກັກກັນໄດ້.
+ ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ທີ່ຂຽນຂໍ້ຄວາມຮັບຮອງວ່າເປັນດິນອຸດສາຫະກຳ.
2.4 ສິ່ງຕ້ອງຫ້າມທີ່ຜ່ານການວິໄຈຄວາມສ່ຽງສັດຕູພືດ ສຳລັບການສົ່ງຜ່ານປະເທດໄທ ໄປປະເທດທີສາມມີຄືດັ່ງນີ້: ການສົ່ງຜ່ານສິ່ງຕ້ອງຫ້າມທີ່ຜ່ານການປະເມີນຄວາມສ່ຽງສັດຕູພືດ ຕ້ອງປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດດັ່ງນີ້
  - ໃບຢາສູບ (Tobacco, Nicotiana spp.) ຊຶ່ງໝາຍເຖິງ ໃບຢາສູບອົບແຫ້ງ (Dried tabacco left)
- ໝາກກ້ວຍ (Banana, Musa spp.) ຊຶ່ງໝາຍເຖິງ ໝາກກ້ວຍສົດ (Fresh banana fruit)
+ ຕ້ອງມີໃບອະນຸຍາດນຳຜ່ານ ອອກໃຫ້ໂດຍກົມວິຊາການກະເສດ ປະເທດໄທ.
+ ຕ້ອງບັນຈຸຢາສູບໃນບັນຈຸພັນທີ່ໃໝ່ ສະອາດ
+ ຕ້ອງບັນຈຸຢາສູບໃນຕູ້ຂົນສົ່ງສິນຄ້າທີ່ປິດແຈບ
+ ຕ້ອງຕິດບັດກຳກັບການຜ່ານຕາມແບບ ພ.ກ 4-2  ຢູ່ດ້ານຂ້າງຂອງຕູ້ບັນຈຸສິນຄ້າ
+ ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ຂອງ ສປປ ລາວ ຄັດຕິດມາພ້ອມຊຸດສິນຄ້າສົ່ງຜ່ານທຸກຄັ້ງ.
II ສິ່ງຈຳກັດ ແລະ ຂໍ້ຍົກເວັ້ນ  
1 ສິ່ງຈຳກັດ ເງື່ອນໄຂປະຕິບັດ
1.1

ໃບຊາແຫ້ງ (Camellia sinensis (L.) Kuntze.),
ເມັດກາເຟດິບ (Coffea spp.),ຍ່ອງຝ້າຍ (Gossypium spp.), ເຂົ້າສານ (Oryza spp.)

ກ. ການນຳເຂົ້າ ຫຼື ນຳຜ່ານ ສິ່ງຈຳກັດ ຕ້ອງປະຕິບັດດັ່ງນີ້:
- ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ຈາກອົງການຄຸ້ມຄອງວຽກງານປ້ອງກັນພືດ ສປປ ລາວ ໂດຍປະກອບຂໍ້ມູນຕາມເງື່ອນໄຂການອະນຸຍາດນຳເຂົ້າສິ່ງກຳກັດ.
- ຕ້ອງນໍາເຂົ້າ ຫຼື ສົ່ງຜ່ານດ່ານກວດພືດເທົ່ານັ້ນ ຍົກເວັ້ນແຕ່ສິ່ງທີ່ບໍ່ຕ້ອງຫ້າມ ແມ່ນຍັງສາມາດນຳເຂົ້າ ຫຼື ສົ່ງຜ່ານດ່ານພາສີ ທີ່ບໍ່ໄດ້ປະກາດເປັນດ່ານກວດພືດໄດ້ ແຕ່ຕ້ອງແຈ້ງຕໍ່ພະນັກງານເຈົ້າໜ້າທີ່.
1.2 ສ່ວນໃດສ່ວນໜຶ່ງຂອງພືດ
ເຫັດ(Pleurotus ostreatus (FR.) Guel),
ຜັກຫອມ (Coriandrum sativum L.) ກາລົດ(Daucus carota L.), ແຊນເລີລີ (Apium graveolens ), ເຜືອກ
(Colocasia esculenta (L.) Schott), ດອກຕາເວັນ
(Helianthus annuus L.), ກະລໍ່າ (Brassica olearacea ), ຜັກບົ້ງ (Ipomoea aquatic Forsk.), ຖົ່ວດິນ (Arachis hypogaea L.),ຖົ່ວເຫລືອງ (Glycin max (L.) Merr),ໜໍ່ໄມ້ຝລັ່ງ (Asparagus officinalis L.), ຫົວຫອມໃຫຍ່ (Allium cepa L.), ຫົວກະທຽມ( Allium sativum L.), ກ້ວຍໄມ້(Dendrobium spp),ງາ (Sasamum indicum L.),ເຂົ້າໂອດ ( Avena sativa L.),ເຂົ້າບາເລ (Hordeum vulgare L.),ໄຜ່    (Bambusa spp.), ກຸຫລາບ (Rosa spp.),ຂິງ (Zingiber officinale Roscoe)
1.3 ສ່ວນໃດສ່ວນໜຶ່ງຂອງພືດໃນ Family Cucurbitaceae (ບໍ່ລວມໝາກ)
ໝາກໂມ(Citrullus Ianatus (Thunb.) Matsum&Nakai), ໝາກມະລະ( Momordica charantia L.) ໝາກອຶ (Cucurbita mochata )
2 ຂໍ້ຍົກເວັ້ນສຳລັບສິ່ງຈຳກັດ ເງື່ອນໄຂປະຕິບັດ
2.1 ອາຫານສຳເລັດຮູບ ຊຶ່ງໝາຍເຖິງ ອາຫານທີ່ໄດ້ຈາກພືດ ເຊິ່ງຍັງຄົງລັກສະນະເປັນພືດ ແລະ ໄດ້ຜ່ານຂະບວນການທຳລາຍເຊື້ອພະຍາດ ແລະ ສັດຕູພືດ.  
III ສິ່ງບໍ່ຕ້ອງຫ້າມ (Unprohibited article)
ໝາຍເຖິງ ພືດອື່ນທີ່ບໍ່ເປັນສິ່ງຕ້ອງຫ້າມ ແລະ ສິ່ງກຳກັດ
ກ. ການນຳເຂົ້າ ຫຼື ນຳຜ່ານ ສິ່ງບໍ່ຕ້ອງຫ້າມ ຕ້ອງປະຕິບັດດັ່ງນີ້:
- ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ຈາກອົງການຄຸ້ມຄອງວຽກງານປ້ອງກັນພືດ ຂອງ ສປປ ລາວ.
- ຕ້ອງນໍາເຂົ້າ ຫຼື ສົ່ງຜ່ານດ່ານກວດພືດ ຫຼື ດ່ານພາສີ ທີ່ບໍ່ໄດ້ປະກາດເປັນດ່ານກວດພືດ ແຕ່ຕ້ອງແຈ້ງຕໍ່ເຈົ້າໜ້າທີ່.

ໝາຍເຫດ:

  •  ສຳລັບພືດທີ່ຍັງບໍ່ທັນໄດ້ຜ່ານການປະເມີນຄວາມສ່ຽງສັດຕູພືດ, ຜູ້ສົ່ງອອກສາມາດສະເໜີຂໍປະເມີນຄວາມສ່ຽງໂດຍ ໃຫ້ປະຕິບັດຕາມແຈ້ງການຂອງກົມວິຊາການກະເສດປະເທດໄທ ກ່ຽວກັບ ເງື່ອນໄຂສະເພາະ ຂອງການປະເມີນຄວາມສ່ຽງສັດຕູພືດໃນການນຳເຂົ້າສິ່ງຕ້ອງຫ້າມ. ລົງວັນທີ 11/07/2007 ແລະ ບົດແນະນໍາຂອງກົມປູກຝັງ ສປປ ລາວ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
  •  ໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ, ນອກຈາກປະຕິບັດຕາມເງື່ອນໄຂສະເພາະຂ້າງເທິນັ້ນເຈົ້າໜ້າທີ່ປ້ອງກັນພືດ ຕ້ອງເອົາໃຈໃສ່ຮັບປະກັນບໍ່ໃຫ້ມີການຕິດແປດສັດຕູພືດກັກກັນຂອງປະເທດໄທ ຕາມບັນຊີໃນແຈ້ງການຂອງ ກະຊວງ ກະເສດ  ແລະ ສະຫະກອນແຫ່ງຣາຊະອານາຈັກໄທ ທີ່ ປະກາດໃຊ້ ສະບັບທີ (6) ປີ ພສ 2551 ຊຶ່ງແຍກຈາກແຈ້ງການສະບັບນີ້.  

3.       ນອກຈາກຂໍ້ມູນ ທີ່ກຳນົດໄວ້ຂ້າງເທິງນັ້ນ, ຂະແໜງປູກຝັງໂດຍສົມທົບກັບຜູ້ສົ່ງອອກຕ້ອງຊອກຫາຂໍ້ມູນ ກ່ຽວກັບ ຂໍ້ກຳນົດ ທີ່ໄດ້ມີການປະກາດແຈ້ງໃນແຕ່ລະໄລຍະເພີ່ມເຕີມດ້ວຍຕົນເອງ ໂດຍສະເພາະພືດອື່ນໆ ທີ່ບໍ່ໄດ້ຂຽນໄວ້ໃນແຈ້ງການສະບັບນີ້, ພ້ອມທັງແຈ້ງຂໍ້ມູນດັ່ງກ່າວໃຫ້ກົມປູກຝັງ ເພື່ອປະສານໄປຍັງປະເທດປາຍທາງ. ຂໍ້ມູນທີ່ເຜີຍແຜ່ຢ່າງເປັນທາງການກ່ຽວຂ້ອງກັບແຈ້ງການສະບັບນີ້ ສາມາດຫາໄດ້ຈາກເວັບໄຊ ຂອງສຳນັກງານ ຄວບຄຸມພັດສະດຸການກະເສດ ປະເທດໄທ ຄື: www.doa.go.th/ard/ເວັບໄຊຂອງສົນທິສັນຍາປ້ອງກັນພືດສາກົນ www.ippc.int ແລະ ເວັບໄຊຂອງອົງການການຄ້າໂລກ ຄື www.wto.org

4. ມອບໃຫ້ຂະແໜງປູກຝັງນະຄອນຫຼວງ, ແຂວງທົ່ວປະເທດຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ໃຫ້ຜູ້ປະກອບການພ້ອມທັງແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຂອງຕົນຊາບ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມເນື້ອໃນຂອງແຈ້ງການສະບັບນີ້ ແລະ ເກັບກຳຂໍ້ມູນບັນຫາຕ່າງໆ ທີ່ພົວພັນກັບການຢັ້ງຢືນສຸຂານາໄມພືດໃຫ້ແກ່ການສົ່ງອອກທີ່ຜ່ານມາ ໃຫ້ກົມປູກຝັງຊາບໃນແຕ່ລະໄລຍະເພື່ອເນີນການແກ້ໄຂຢ່າງທັນການ.

5. ລາຍລະອຽດກ່ຽວກັບຊື່ວິທະຍາສາດ ແລະ ຊື່ສາມັນ ຂອງພືດໃຫ້ເບິ່ງ (1) ປຶ້ມ Jules Vidal, 1956, Noms vernaculaires de Plants en usage au Laos ແລະ (2) ປຶ້ມບັນຊີລາຍຊື່ພືດຂອງປະເທດລາວ, Mike Callaghan, Vientiane, December 2003 ທີ່ກົມປູກຝັງໄດ້ສຳເນົາໃຫ້ແຕ່ລະດ່ານປ້ອງກັນພືດໃນຂອບເຂດທົ່ວປະເທດແລ້ວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ມີປະສິດຜົນສູງ.

ຫົວໜ້າກົມປູກຝັງ (ຮອງ)
ທ່ານ. ໄພດີ ເພັຽໄຊຊາລາຄໍາ
ເຊັນ ແລະ ປະທັບກາ

# ຫົວຂໍ້ ດາວໂຫຼດ
1 Plantation Department, Ministry of Agriculture and Forestry has issued a notification on Sanitary and Phytosanitary Measures (SPS) for Thailand, No. 1219/DoP PDF
2 ແຈ້ງການແນະນຳ ຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບ ຂໍ້ກຳນົດເງື່ອນໄຂ ດ້ານສຸຂານາໄມພືດ ຂອງປະເທດໄທ ສຳລັບ ການນຳເຂົ້າ ແລະ ສົ່ງຜ່ານ ບາງພືດທີ່ສຳຄັນ ຈາກ ສປປ ລາວ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.