ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງສົມບູນ ຊຶ່ງມີພັນທະຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດລະບຽບຫລັກການທີ່ກ່ຽວຂ້ອງເວົ້າສະເພາະແມ່ນ ລະບຽບການດ້ານສຸຂານາໄມພືດ. ປະຈຸບັນ ບັນດາປະເທດຄູ່ຄ້າຂອງ ສປປ ລາວ ເປັນຕົ້ນແມ່ນ ປະເທດໄທ ໄດ້ເພີ່ມທະວີຄວາມເຂັ້ມງວດ ຕໍ່ການບັງຄັບໃຊ້ລະບຽບຫລັກການດັ່ງກ່າວນັບມື້ນັບຫລາຍຂື້ນ. ດັ່ງນັ້ນ,   ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງອອກແຈ້ງການແນະນຳ ຂໍ້ກຳນົດດ້ານສຸຂານາໄມພືດຂອງປະເທດໄທ ສຳຫລັບການນຳເຂົ້າ ແລະ ສົ່ງຜ່ານ ບາງພືດທີ່ສຳຄັນບາງຊະນິດ ຈາກ ສປປ ລາວ ສະບັບເລກທີ 1219/ກປຝ, ວັນທີ 12 ສີງຫາ 2013 ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ການສົ່ງອອກພືດຈາກ ສປປ ລາວ ໄປປະເທດໄທ ບໍ່ໃຫ້ຖືກຜົນກະທົບຈາກການນຳໃຊ້ ຂໍ້ກຳນົດ, ມາດຕະການດັ່ງກ່າວ. ກົມປູກຝັງ ຈິ່ງໄດ້ອອກແຈ້ງການໃຫ້ຜູ້ສົ່ງອອກຂອງລາວ ໃຫ້ເອົາໃຈໃສ່ໃນການກວດກາ ແລະ ອອກໃບຢັ້ງຢືນສຸຂານາໄມພືດໃຫ້ຖືກຕ້ອງຕາມເງື່ອນໄຂສະເພາະຂອງການນຳເຂົ້າປະເທດໄທ.

ພືດທີ່ຈະສົ່ງອອກຈາກ ສປປ ລາວ ໄປປະເທດໄທ ແລະ ສົ່ງຜ່ານປະເທດໄທໄປຍັງປະເທດທີສາມ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນຈາກພະນັກງານເຈົ້າໜ້າທີ່ປ້ອງກັນພືດ, ແລະ ປະຕິບັດຕາມຂັ້ນຕອນໃນຄຳສັ່ງຂອງລັດຖະມົນຕີເລກທີ 0837/ກປ, ລັງວັນທີ 3 ເມສາ 2013, ແລະ ບົດແນະນໍາຂອງກົມປູກຝັງສະບັບເລກທີ 1077/ກປຝ, ລົງວັນທີ 30 ກັນຍາ 2010, ໂດຍປະຕິບັດຕາມຂໍ້ກໍານົດດ້ານສຸຂານະໄມພືດນໍາເຂົ້າຂອງປະເທດໄທ ຕາມແຕ່ລະໝວດການຄວບຄຸມໃນຕາຕະລາງລະອຽດ, ຫລື ສາມາດຊອກຈາກເວັບໄຊ ຂອງສຳນັກງານ ຄວບຄຸມພັດສະດຸການກະເສດ ປະເທດໄທ www.doa.go.th/ard/  ເວັບໄຊຂອງສົນທິສັນຍາປ້ອງກັນພືດສາກົນ www.ippc.int ແລະ ເວັບໄຊຂອງອົງການການຄ້າໂລກ ຄື www.wto.org .

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.