ນະຄອນຫລວງວຽງຈັນເປັນແຂວງທຳອິດ ທີ່ໄດ້ເລີ່ມຈັດຕັ້ງ ການເພີ່ມຈຸດຈົດທະບຽນເອກະສານ ທີ່ພົວພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າຢູ່ ດ່ານພາສີສາກົນ ໂດຍຫ້ອງວ່າການນະຄອນຫລວງ, ພະແນກການເງິນນະຄອນຫລວງ ໄດ້ອອກລະບຽບຈົດທະບຽນເອກະສານ ສະບັບເລກທີ 04/ກງ.ນວ, ລົງວັນທີ 24 ມີຖຸນາ 2013. ໝ່ວຍງານຈົດທະບຽນເອກະສານຊື້-ຂາຍ, ແລກປ່ຽນ, ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ປະເພດອື່ນໆ ປະຈຳຢູ່ດ່ານພາສີສາກົນຂົວມິດຕະພາບ 1 ສາງທ່ານາແລ້ງ ໄດ້ເລີ່ມເປີດໃຫ້ບໍລິການຈົດທະບຽນນັບແຕ່ວັນທີ 01 ກໍລະກົດ 2013 ເປັນຕົ້ນມາ, ຜ່ານການປະຕິບັດຕົວຈິງ ເຫັນວ່າ ມີຫາງສຽງຈາກບັນດາຜູ້ປະກອບການ, ຫົວໜ່ວຍທຸລະກິດ  ຕໍ່ກັບການເພີ່ມຈຸດບໍລິການ ດັ່ງກ່າວນີ້ວ່າ ເປັນການເພີ່ມຂອດຂັ້ນ ການປະຕິບັດ ທີ່ພົບຄວາມຫຍຸ້ງຍາກ, ເຮັດໃຫ້ຂັ້ນຕອນການອະນຸຍາດສິນຄ້າ ເຂົ້າ-ອອກມີຄວາມລ່າຊ້າ, ຜູ້ປະກອບການພົບຄວາມຫຍຸ້ງຍາກ, ເປັນການເພີ່ມຕົ້ນທືນໃຫ້ແກ່ການດຳເນີນທຸລະກິດ ແລະ ເຮັດໃຫ້ຜູ້ປະກອບການ ເສຍຜົນປະໂຫຍດ ທີ່ຄວນຈະໄດ້ຮັບ. ສະນັ້ນ, ລັດຖະບານ, ກໍ່ຄືຫ້ອງວ່າການລັດຖະບານ ເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ ຈິ່ງໄດ້ແຈ້ງການມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ຮີບຮ້ອນກວດກາ ລະບຽບການຈົດທະບຽນເອກະສານ ແລະ ຖ້າເຫັນວ່າ ຂັດກັບລະບຽບກົດໝາຍ ແມ່ນໃຫ້ຍົກເລີກ, ທັງນີ້ ກໍ່ເພື່ອ ປົກປ້ອງຜົນປະໂຫຍດຂອງຜູ້ປະກອບການ, ພ້ອມທັງຮັບປະກັນ ການບໍລິການ ໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ.

ທ່ານສາມາດດາວໂຫລດເອກະສານລາຍລະອຽດດັ່ງຂ້າງລຸ່ມນີ້:

 

 

# ຫົວຂໍ້ ດາວໂຫຼດ
1 The Government Office has issued an announcement for the Ministry of Finance to review the instructions on the registration of financial documents at Vientiane Capital PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.