ປັດຈຸບັນ ​ສປປ ລາວ ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຢ່າງ​ສົມບູນ ແລະ ກຳລັງ​ກະກຽມ​ດ້ານ​ຕ່າງໆ ທີ່​ຈຳເປັນ​ໃນ​ການ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ໃນ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້ ລັດຖະບານ​ເຫັນ​ວ່າ​ມີ​ຄວາມ​ຈຳເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ໄດ້​ເສີມ​ສ້າງ​ຂີດ​ຄວາມ​ສາມາດ ຂອງ​ທຸກ​ພາກສ່ວນ​ເສດຖະກິດ​ຢູ່​ພາຍ​ໃນ ບວກ​ກັບ​ການ​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຊ່ວຍເຫຼືອ​ຂອງ​ສາກົນ ເພື່ອ​ຂຸດ​ຄົ້ນ​ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ ແລະ ທ່າແຮງ​ຂອງ​ຊາດ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ແນໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງແຮງ ມີ​ສະຖຽນ​ລະ​ພາບ ແລະ ສາມາດ​ບັນລຸ​ຕົວ​ເລກ​ຄາດໝາຍ​ທີ່​ວາງ​ໄວ້ ທັງ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ​ເປັນ​ຢ່າງ​ດີ.

​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ​ໄດ້​ກ່າ​ວ ໃນ​ກອງ​ປະຊຸມ​ທຸລະ​ກິດ​ລາວ ຄັ້ງ​ທີ 8 ວ່າ: ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຕາມ​ແນວທາງ​ດັ່ງກ່າວ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ນັ້ນ ລັດຖະບານ​ມີ​ຄວາມ​ໝາຍ​ໝັ້ນ​ອັນ​ເດັດດ່ຽວ ໃນ​ການ​ສືບຕໍ່​ດຳເນີນ​ແນວທາງ​ປ່ຽນແປງ​ໃໝ່​ທາງ​ດ້ານ​ເສດຖະກິດ ຕາມ​ກົນ​ໄກ​ຕະຫຼາດ ໂດຍ​ສົ່ງເສີມ​ທຸກ​ພາກສ່ວນ​ເສດຖະກິດ ໃຫ້​ແຂ່ງຂັນ​ກັນ​ຢ່າງ​ສະເໝີພາບ​ຕໍ່ໜ້າ​ກົດໝາຍ ເພື່ອ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຫັນ​ປະເທດ​ຊາດ ກ້າວ​ໄປ​ສູ່​ອຸດສາຫະກຳ ທັນ​ສະໄໝ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ຜ່ານ​ມາ ລັດຖະບານ​ໄດ້​ໃຊ້​ທຸກ​ຄວາມ​ພະຍາຍາມ ເພື່ອ​ປັບປຸງ​ບັນດາ​ນິຕິ​ກຳ, ກົນ​ໄກ​ການ​ຄຸ້ມ​ຄອງ​ການ​ແບ່ງ​ຄວາມ​ຮັບຜິດຊອບ ແລະ ສິດ​ຄຸ້ມ​ຄອງ​ລະຫວ່າງ​ສູນ​ກາງ ແລະ ທ້ອງຖິ່ນ ຕາມ​ນະໂຍບາຍ 3 ສ້າງ ​ເພື່ອສ້າງ​ເງື່ອນໄຂ​ອຳນວຍ ​ດຶງ​ດູດ​ການ​ລົງທຶນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ພ້ອມ​​ນີ້ ລັດຖະບານ​ຍັງ​ໄດ້​ສືບຕໍ່​ຂະ​ບວນ​ປັບປຸງ​ລະບົບ​ກົນ​ໄກ ການ​ບໍລິການ​ຜ່ານ​ປະຕູ​ດຽວ​ຢ່າງ​ຈິງ​ຈັງ ຫຼຸດ​ຂັ້ນ​ຕອນ​ທີ່​ບໍ່​ຈຳເປັນ ແລະ ​ຂໍ້​ຈຳກັດ​ຕ່າງໆ​ລົງ​ ອັນ​ພົ້ນ​ເດັ່ນແມ່ນ​ການ​ປັບປຸງ ແລະ ດັດແກ້​ກົດໝາຍ​ແຮງ​ງານ ສ້າງ​ກົດໝາຍ​ປະກັນ​ສັງຄົມ ກົດໝາຍ​ອຸດສາຫະກຳ​ປຸງ​ແຕ່ງ ກົດໝາຍ​ຄຸ້ມ​ຄອງ​ຜູ້​ບໍລິໂພກ ແລະ ກົດໝາຍ​ອື່ນໆ, ປັບປຸງ​ກົນ​ໄກ​ການ​ຫັນ​ເອົາ​ຊັບ​ສິນ​ເປັນ​ທຶນ ໃຫ້​ເກີດ​ປະ​ສິດທິ​ຜົນ​ຫຼາຍ​ຂຶ້ນ ແລະ ສະດວກ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ທັງ​ກວດກາ​ຄືນ​ບາງ​ນິຕິ​ກຳ ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ສອດຄ່ອງ ເພື່ອ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ດຳເນີນ​ທຸລະ​ກິດ ຂອງ​ຜູ້​ລົງທຶນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ.

ທ່ານ ​ດຣ. ສະໜັ່ນ ຈຸນ​ລະ​ມະນີ ຮອງ​ປະທານ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ: ໂດຍ​ອີງ​ຕາມ​ມະຕິ 5 ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ​ວ່າ​ດ້ວຍ​ການ​ປັບປຸງ ແລະ ສ້າງ​ວິ​ສາ​ຫະ​ກິດ​ໃຫ້​ເຂັ້ມແຂງ ກຽມພ້ອມ​ໃນ​ການ​ແຂ່ງຂັນ ແລະ ສິ່ງ​ທ້າ​ທາຍ​ໄລຍະ​ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ພາກ​ພື້ນ ແລະ ສາກົນ​ນັ້ນ ແມ່ນ​ມີ​ຄວາມ​ຈຳເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ມີ​ການ​ປັບປຸງ​ບັນດາ​ນິຕິ​ກຳ ແລະ ລະບຽບ​ການ​ທີ່​ຍັງ​ບໍ່​ທັນ​ເອື້ອຍ​ອຳນວຍ ໃຫ້​ແກ່​ການເຄື່ອນໄຫວ ແລະ ດຳເນີນ​ທຸລະ​ກິດ.

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນໃຫມ່

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.