ເຄື່ອງວິທະຍຸສື່ສານໂຟນີ ເປັນອຸປະກອນ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງກົມໂທລະຄົມມະນາຄົມ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ປະຈຸບັນ ຍັງມີບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆ ຈຳນວນໜຶ່ງນຳເຂົ້າ, ຈໍາໜ່າຍ ແລະ ນຳໃຊ້ເຄື່ອງສື່ສານໂຟນີ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຂຶ້ນທະບຽນນຳໃຊ້, ດັ່ງນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການນໍາໃຊ້ ເຄື່ອງມືສື່ສານໂຟນີ ຖືກຕ້ອງຕາມກົດໝາຍ ກົມໂທລະຄົມມະນາຄົມ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງອອກແຈ້ງການ ກ່ຽວກັບ ການນຳເຂົ້າ, ການຈໍາໜ່າຍ ແລະ ການນຳໃຊ້ເຄື່ອງ ວິທະຍຸສື່ສານ (ເຄື່ອງສື່ສານໂຟນີ) ສະບັບເລກທີ 1229/ປທສ. ຫກ, ລົງວັນທີ 13 ສີງຫາ 2013 ທີ່ລະບຸໄວ້ວ່າ ບຸກຄົນ ແລະ  ນິຕິບຸກຄົນ ທີ່ຕ້ອງການດຳເນີນທຸລະກິດ ກ່ຽວກັບເຄື່ອງສື່ສານໂຟນີ ຕ້ອງໄດ້ຮັບອະນຸຍາດ ດຳເນີນທຸລະກິດການນຳເຂົ້າ, ການຈຳໜ່າຍ ແລະ ການສ້ອມແປງຕາມລະບຽບການ, ຫ້າມການນຳເຂົ້າ ແລະ ນຳໃຊ້ເຄື່ອງວິທະຍຸສື່ສານ (ເຄື່ອງສື່ສານໂຟນີ) ໂດຍບໍ່ໄດ້ຮັບອະນຸຍາດ. ສຳລັບ, ອຸປະກອນເຄື່ອງສື່ສານໂຟນີ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນ ຕ້ອງຮີບຮ້ອນໄປຂໍຂຶ້ນທະບຽນ ທີ່ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫລວງ ພາຍໃນ 45​ ວັນລັດຖະການ ນັບແຕ່ວັນລົງລາຍເຊັນ ແຈ້ງການສະບັບນີ້ເປັນຕົ້ນໄປ, ຫລັງຈາກນັ້ນ, ຖ້າກວດເຫັນ ເຄື່ອງວິທະຍຸສື່ສານ (ເຄື່ອງສື່ສານໂຟນີ) ທີ່ນຳເຂົ້າ ແລະ ນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝຕາມກົດໝາຍໂທລະຄົມມະນາຄົມ (ສະບັບປັບປຸງ) ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ.

ທ່ານສາມາດດາວໂຫລດເອກະສານລາຍລະອຽດໄດ້ຂ້າງລຸ່ມນີ້:

 

 

# ຫົວຂໍ້ ດາວໂຫຼດ
1 The Ministry of Posts and Telecommunications takes action against walkie-talkies PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.