ປະຈຸບັນ ການປະຕິບັດພັນທະຂອງ ສປປ ລາວ ຕໍ່ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທຳລາຍຊັ້ນໂອໂຊນແມ່ນ ການຫລຸດຜ່ອນ ແລະ ຢຸດຕິການນຳໃຊ້ສານ HCFCs ທີ່ເປັນສານເຄມີທຳລາຍຊັ້ນໂອໂຊນ ຊື່ງໃນນັ້ນ ໄດ້ເໜັ້ນໜັກໃສ່ ສານເຮັດຄວາມເຢັນ ຫລື ນໍ້າຢາແອເຢັນ R-22 ທີ່ມີການນຳໃຊ້ທົ່ວໄປ ໃນຮ້ານສ້ອມແປງເຄື່ອງເຮັດຄວາມເຢັນ ແລະ ແອບ້ານ. ດັ່ງນັ້ນ, ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການສະບັບເລກທີ 5615 /ກຊສ.ຫກ, ລົງວັນທີ 28 ສິງຫາ 2013  ຊຶ່ງມີຄວາມຈໍາເປັນຕ້ອງໄດ້ຄວບຄຸມການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ການນຳເຂົ້າ ເພື່ອສົ່ງອອກ ສານເຄມີປະເພດດັ່ງກ່າວ ພ້ອມທັງຕິດຕາມປະລິມານນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ການນຳເຂົ້າເພື່ອສົ່ງອອກ ອຸປະກອນເຄື່ອງເຮັດຄວາມເຢັນ ເຊັ່ນ: ແອເຢັນ, ຕູ້ເຢັນ, ຕູ້ນໍ້າເຢັນ, ຕູ້ຜະລິດນໍ້າກ້ອນອະນາໄມ, ຕູ້ແຊ່ ແລະ ເຄື່ອງເຮັດຄວາມເຢັນປະເພດອື່ນໆ ຊຶ່ງການຄວບຄຸມໄດ້ເລີ່ມປະຕິບັດນັບແຕ່ປີ 2013 ເປັນຕົ້ນມາ.

ສຳຫລັບປີ 2014 ການຄວບຄຸມຕິດຕາມການນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ການນຳເຂົ້າ ເພື່ອສົ່ງອອກ ຈະໄດ້ປະຕິບັດຕາມຂັ້ນຕອນລຸ່ມນີ້:

  • ຜູ້ປະກອບການ, ບັນດາບໍລິສັດນຳເຂົ້າ-ສົ່ງອອກ ຕ້ອງຂໍຈົດທະບຽນ ແລະ ຂໍໃບອະນຸຍາດ ນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ ສຳລັບ ສານເຮັດຄວາມເຢັນ ຫລື ນໍ້າຢາແອ R-22 ລວມທັງອຸປະກອນເຄື່ອງເຮັດຄວາມເຢັນ ແລະ ແອເຢັນ ຈາກກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເລີ່ມຕັ້ງແຕ່ວັນທີ 16 ກັນຍາ ເຖິງ 31 ຕຸລາ 2013;
  • ຜູ້ປະກອບການ, ບັນດາບໍລິສັດນຳເຂົ້າ-ສົ່ງອອກ ຕ້ອງຂໍຈົດທະບຽນ ແລະ ຂໍໃບອະນຸຍາດຈາກກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມສຳລັບ ສານເຮັດຄວາມເຢັນ ຫລື ນໍ້າຢາແອ  ຊະນິດອື່ນໆເຊັ່ນ: R-134a, R-404A, R-406A, R-407A, R-410A, R-600a, Ammonia ແລະ ສານເຮັດຄວາມເຢັນ ຫລື ນໍ່້າຢາແອເຢັນຊະນິດອື່ນໆ;
  • ສານເຮັດຄວາມເຢັນ ຫລື ນໍ້າຢາແອພາຍຫລັງໄດ້ຮັບອະນຸຍາດຈາກກົມຄວບຄຸມມົນລະພິດແລ້ວ ຕ້ອງໄດ້ຜ່ານການກວດກາຄຸນນະພາບ ແລະ ສະຕິກເກີ້ຢັ້ງຢືນທຸກຄັ້ງຈາກເຈົ້າໜ້າທີ່ພາສີປະຈຳດ່ານ ໂດຍສົມທົບກັບກົມຄວບຄູມມົນລະພິດ ຫລື ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ນະຄອນຫລວງ ຈິ່ງຈະໄດ້ຮັບອະນຸຍາດນຳເຂົ້າຈາກເຈົ້າໜ້າທີ່ພາສີ;
  • ສຳຫລັບແບບຟອມຕ່າງໆ ທ່ານສາມາດພົວພັນທີ່ໜ່ວຍງານໂອໂຊນ, ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ.

ທ່ານສາມາດດາວໂຫລດລາຍລະອຽດເພີ່ມເຕີມຂ້າງລຸ່ມນີ້

 

# ຫົວຂໍ້ ດາວໂຫຼດ
1 Registration and license permission for import-export, transit and import for re-export of Ozone Depleting Substances (refrigerant), manufacture of refrigeration and air- conditioning. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.