ເພື່ອຮັກສາ ບາງປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ສຳລັບປະຊາຊົນລາວບັນດາເຜົ່າ ໃນການປະກອບທຸລະກິດ ສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ມີຄວາມໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ເພື່ອໃຫ້ປະຊາຊົນບັນດາເຜົ່າ ແລະ ນັກລົງທຶນ (ພາຍໃນ/ຕ່າງປະເທດ) ມີຄວາມສະດວກໃນການພິຈາລະນາ ກ່ອນການປະກອບທຸລະກິດໃດໜຶ່ງຢູ່ໃນ ສປປ  ລາວ ວ່າ ມີທຸລະກິດ ປະເພດໃດ ແລະ ມີເງື່ອນໄຂ ຂໍ້ກໍານົດສະເພາະແນວໃດ,  ກະຊວງອຸດສາຫະກຳ ແລະ ການຄ້າ (ບົນພື້ນຖານການຄົ້ນຄວ້າ ສະເໜີ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ) ໄດ້ອອກແຈ້ງການສຳລັບ ບັນຊີປະເພດທຸລະກິດສະຫງວນໄວ້ສຳຫລັບພົນລະເມືອງລາວ, ບັນຊີທຸລະກິດມີເງື່ອນໄຂ ສຳລັບຜູ້ລົງທຶນຕ່າງປະເທດ ແລະ ບັນຊີປະເພດທຸລະກິດເກືອດຫ້າມດັ່ງລະອຽດລຸ່ມນີ້

1.    ແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດສະຫງວນ ໄວ້ສຳຫລັບພົນລະເມືອງລາວ ສະບັບເລກທີ 1328/ອຄ.ທຄວ, ລົງວັນທີ 13 ກໍລະກົດ 2015 

ປະເພດທຸລະກິດສະຫງວນໄວ້ ສຳລັບຜົນລະເມືອງລາວ ແມ່ນປະເພດທຸລະກິດ ທີ່ເປັນມູນເຊື້ອອັນຍາວນານຂອງປະຊາຊົນບັນດາເຜົ່າ, ທຸລະກິດທີ່ເປັນເອກະລັກຂອງຊາດ ໃຫ້ຢູ່ຄູ່ຄົນລາວ ສ້າງວຽກເຮັດງານທຳ ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ລາຍການປະເພດທຸລະກິດສະຫງວນໄວ້ ສຳລັບພົນລະເມືອງລາວ ກຳນົດໃນບັນຊີ ຄໍ 02-2015.

2.   ແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດມີເງື່ອນໄຂ ສຳລັບຜູ້ລົງທຶນຕ່າງປະເທດ ສະບັບເລກທີ 1327/ອຄ.ທຄວ, ລົງວັນທີ 13 ກໍລະກົດ 2015 

ປະເພດທຸລະກິດມີເງື່ອນໄຂສຳລັບຜູ້ລົງທຶນຕ່າງປະເທດ ແມ່ນທຸລະກິດບໍ່ຫ້າມຜູ້ລົງທຶນຕ່າງປະເທດ ແຕ່ມີເງື່ອນໄຂ ຂໍ້ຈຳກັດບາງປະການ ເຊັ່ນ: ກຳນົດທຶນຈົດທະບຽນຕໍ່າສຸດ, ສູງສຸດ ຫລື ກຳນົດອັດຕາສ່ວນຮຸ້ນ ຂອງຜູ້ລົງທຶນຕ່າງປະເທດໃນວິສາຫະກິດ ຫລື ເງື່ອນໄຂຂໍ້ຈຳກັດອື່ນໆ. ລາຍການປະເພດທຸລະກິດມີເງື່ອນໄຂ ສຳລັບຜູ້ລົງທຶນຕ່າງປະເທດ ກຳນົດໃນບັນຊີ ງໍ 02-2015.

3.    ແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດເກືອດຫ້າມ ສະບັບເລກທີ 1592/ອຄ.ທຄວ, ລົງວັນທີ 26 ສິງຫາ 2013

ປະເພດທຸລະກິດເກືອດຫ້າມ ແມ່ນປະເພດທຸລະກິດ ທີ່ບໍ່ອະນຸຍາດໃຫ້ສ້າງຕັ້ງ ແລະ ເຄື່ອນໄຫວດຳເນີນທຸລະກິດຢູ່ ສປປ ລາວ. ລາຍການປະເພດທຸລະກິດເກືອດຫ້າມ ກຳນົດໃນບັນຊີ ຂໍ 01-2013.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.