ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປືກສາຫາລື, ແລກປ່ຽນ ແລະ ກຳນົດ ກົນໄກຊຸກຍູ້ການສະໜອງຂໍ້ມູນຂ່າວສານ ທາງດ້ານການຄ້າ  ລະຫວ່າງຫ້ອງການປະຈໍາ ກອງເລຂາ ອຳນວຍຄວາມສະດວກທາງດ້ານການຄ້າ ທີ່ເປັນຈຸດທີ່ຕັ້ງ ທີ່ສູນຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າ (Lao PDR Trade Portal) ກັບບັນດາຜູ້ປະສານງານຫລັກຈາກຂະແໜງອື່ນໆ ທີ່ກ່ຽວຂ້ອງກັບການຄ້າ ໃນການສະໜອງຂໍ້ມູນຂ່າວສານດ້ານການຄ້າໃຫ້ມີຄວາມຖືກຕ້ອງຄົບຖ້ວນຊັດເຈນ, ເຊື່ອຖືໄດ້ ແລະ ສາມາດເຜີຍແຜ່ຕໍ່ສາທາລະນະຊົນທັນກັບສະພາບການ. ພ້ອມນັ້ນ, ກອງປະຊຸມຈະນຳສະເໜີຄວາມຈຳເປັນ ແລະ ຄວາມສຳຄັນວຽກງານການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ, ໜ້າທີ່ຄວາມຮັບຜິດຊອບຂອງບັນດາສະມາຊິກ (ກຂອຄ), ບັນດາຂໍ້ມູນທີ່ຈໍາເປັນ ທີ່ຕ້ອງການຈາກຂະແໜງການທີ່ກ່ຽວຂ້ອງ, ວິທີແລກປ່ຽນຂໍ້ມູນຂ່າວສານ ແລະ ຂອດຂັ້ນການປະສານງານຕ່າງໆ ເພື່ອອໍານວຍຄວາມສະດວກໃນການປະສານງານ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.