ໃນລະຫວ່າງວັນທີ 11-15 ກັນຍາ 2013 ທີ່ຜ່ານມາ ຄະນະວິຊາການກົມການນໍາເຂົ້າ ແລະ ສົ່ງອອກ ນຳໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຮັກສາການຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ໄດ້ນຳພາຄະນະລົງໄປເຄື່ອນໄຫວວຽກງານຢູ່ 02 ແຂວງພາກເໜືອ ຫົວພັນ ແລະ ຊຽງຂວາງ ໂດຍປະສານນຳພະແນກອຸດສາຫະກຳ ແລະ ການຄ້າທັງສອງແຂວງ ຈຸດປະສົງຕົ້ນຕໍແມ່ນເພື່ອລົງຕິດຕາມການຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ VIII, ປີ 2012 ທີ່ ໄດ້ລົງນາມຢູ່ແຂວງເຊກອງ, ການປະຕິບັດຂໍ້ຕົກລົງ ຮ່າໂນຍ 2007 ກ່ຽວກັບການອຳນວຍຄວາມສະດວກໃຫ້ແກ່ ຄົນ, ສິນຄ້າ ແລະ ພາຫະນະ ໃນການເຂົ້າອອກຜ່ານດ່ານ, ການຜັນຂະຫຍາຍແຜນແມ່ບົດພັດທະນາຕາໜ່າງຕະຫຼາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ແລະ ແຜນວຽກຂອງກົມການນຳເຂົ້າ ແລະ ສົ່ງອອກ ກ່ຽວກັບການປັບປຸງ ແລະ ສ້າງໃໝ່ບັນດານິຕິກຳ ປະຈຳສົກປີ 2013-2014.

ຜ່ານການລົງເຮັດວຽກໃນຄັ້ງນີ້ຄະນະໄດ້ສັງເກດຕີລາຄາເຫັນວ່າ ປະຈຸບັນການພັດທະນາການຄ້າຊາຍແດນຢູ່ທັງສອງແຂວງໄດ້ມີການຂະຫຍາຍໂຕຢ່າງຕັ້ງໜ້າ ເຊິ່ງເຫັນໄດ້ຈາກການທີ່ປະຊາຊົນມີຄວາມຕື່ນຕົວໃນການຜະລິດເປັນສິນຄ້າເພື່ອສະໜອງໃຫ້ພາຍໃນ ພ້ອມທັງຫັນໃຫ້ມີການສົ່ງອອກໃຫ້ຫຼາຍຂຶ້ນເທື່ອລະກ້າວ. ການອໍານວຍຄວາມສະດວກຂອງເຈົ້າໜ້າທີ່ປະຈໍາດ່ານນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ລາວ ແລະ ຫວຽດນາມ ກໍນັບມື້ນັບມີການປັບປຸງດີຂຶ້ນຕາມບາດກ້າວ, ປະຊາຊົນຊາວຄ້າຂາຍ ແລະ ຜູ້ຜະລິດສິນຄ້າເພື່ອສົ່ງອອກ ໄດ້ເລີ່ມເຊື່ອມຊຶມແນວທາງ, ນະໂຍບາຍ ທີ່ເປັນການສົ່ງເສີມ ແລະ ເປັນການອຳນວຍຄວາມສະດວກທາງດ້ານຄ້າເພື່ອຮັກສາສິດ, ຜົນປະໂຫຍດຂອງຕົນ.

ນອກຈາກນັ້ນ, ການພັດທະນາຕາໜ່າງຕະຫຼາດຊາຍແດນ ກໍເຫັນວ່າມີຄວາມຄຶກຄື້ນ ແລະ ພົ້ນເດັ່ນພໍສົມ ຄວນ ພໍ່ແມ່ປະຊາຊົນອ້ອມແອ້ມຊາຍແດນ ໄດ້ມີທ່າອຽງເຂົ້າມາຊື້-ຂາຍຢູ່ຕະຫຼາດຊາຍແດນຫຼາຍຂຶ້ນ ໂດຍສະເພາະແມ່ນຢູ່ຕະຫຼາດຊາຍແດນຫ້ວຍດິນດຳ, ດ່ານສາກົນນ້ຳກັ່ນ ຂອງ ແຂວງຊຽງຂວາງ ແຕ່ບັນຫາກໍຄືພື້ນຖານໂຄງລ່າງຂອງຕະຫຼາດທີ່ຍັງບໍ່ຕອບສະໜອງໄດ້ກັບການຂະຫຍາຍຕົວ ເຖິງວ່າຈະມີອາຄານທີ່ຮັບໃຊ້ໃຫ່ແກ່ການຈັດວາງຂາຍເຄື່ອງ ແຕ່ກໍ່ບໍ່ສະໜອງໄດ້ກັບຄວາມຕ້ອງການ. ເຊັ່ນດຽວກັນ, ຢູ່ດ່ານສາກົນນໍ້າໂສຍ, ແຂວງຫົວພັນ ທີ່ມີການຈັດຕະຫຼາດນັດອາທິດລະຄັ້ງ ແຕ່ສະຖານທີ່, ອາຄານ ທີ່ອຳນວຍຄວາມສະດວກໃຫ່ແກ່ການຈັດຕະຫຼາດແມ່ນບໍ່ມີ. ທັງສອງແຂວງແມ່ນມີແຜນການທີ່ຈະກໍ່ສ້າງ ແລະ ຍົກລະດັບຕະຫຼາດ ແຕ່ກໍ່ຂາດງົບປະມານທີ່ຈະນຳມາກໍ່ສ້າງ, ຈຶ່ງມີທິດທີ່ຈະໃຫ້ເອກະຊົນມາລົງທຶນ ໃນໄລຍະສັ້ນ ການລົງທຶນພັດທະນາອາດຈະບໍ່ທັນໜ້າສົນໃຈ ແຕ່ເບິ່ງໃນໄລຍະຍາວເຂດຊາຍແດນຂອງທັງສອງແຂວງແມ່ນມີທ່າກ້າວຂະຫຍາຍຕົວ ເພາະເປັນເຂດຍຸດທະສາດໃນການພັດທະນາຮອບດ້ານຂອງແຂວງ ແລະ ຂອງຊາດ.

ໃນການລົງເຮັດວຽກໃນຄັ້ງນີ້ ຄະນະເກັບກຳສັງລວມບັນຫາທີ່ເປັນທັງຂໍ້ສະດວກ ແລະ ເປັນສິ່ງກີດຂວາງ ເພື່ອຈະນຳຄົ້ນຄວ້າລາຍງານການນຳກະຊວງມີທິດຊີ້ນຳ ໃນການສ້າງເງື່ອນໄຂດ້ານນະໂຍບາຍແກ້ໄຂ ແລະ ຊຸກຍູ້ສົ່ງເສີມທີ່ແທດເໝາະກັບສະພາບໃນຕໍ່ໜ້າ. ກົມການນຳເຂົ້າ ແລະ ສົ່ງອອກ ຈະເພີ່ມທະວີການພົວພັນຕິດແທດກັບທ້ອງຖິ່ນໃນທົ່ວປະເທດ ເພື່ອຕິດຕາມສັງລວມບັນຫາທີ່ເປັນອັນລວມ ແລະ ອັນສະເພາະຂອງແຕ່ລະທ້ອງຖິ່ນ ປະກອບເປັນຂໍ້ມູນຄົ້ນຄວ້າຊອກຫາແນວທາງແກ້ໄຂໃຫ້ມີປະສິດທິພາບຫຼາຍຂຶ້ນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.