ສຳຫລັບບັນຫາທີ່ສັງຄົມ ແລະ ສື່ມວນຊົນໃຫ້ຄວາມສົນໃຈຫລາຍ ໃນປັດຈຸບັນ ແມ່ນການແກ້ຄວາມຫຍຸ້ງຍາກໃນການສັນຈອນ ແລະ ການບໍລິການຢູ່ຂົວມິດຕະພາບ1 (ວຽງຈັນ-ໜອງຄາຍ) ບັນຫາສະພາບການເຂົ້າ-ອອກດ່ານ ທີ່ເຫັນວ່າ ເປັນເລື່ອງທີ່ຫລາຍຄົນຍົກຂຶ້ນມາສົນທະນາກັນ ໃນການເດີນທາງເຂົ້າ-ອອກຜ່ານຂົວມິດຕະພາບແຫ່ງນີ້. ຕໍ່ກັບສະພາບດັ່ງກ່າວ, ພາຍໃຕ້ການຊີ້ນຳຂອງລັດຖະບານ ໄດ້ມີກົນໄກ ໂດຍອອກຂໍ້ຕົກລົງເພື່ອແຕ່ງຕັ້ງ ຄະນະສະເພາະກິດ ແກ້ໄຂບັນຫາຢູ່ຈຸດດ່ານຂົວມິດຕະພາບລາວ-ໄທ ແລະ ບັນດາດ່ານສາກົນໃນທົ່ວປະເທດ ເພື່ອລົງເລິກຄົ້ນຄວ້າ, ສະເໜີ ແນວ ທາງ ວິທີການ ແລະ ມາດຕະການ ໃນການແກ້ໄຂ ບັນຫາຕ່າງໆ ຢູ່ຂົວມິດຕະພາບລາວ-ໄທ ແລະ ບັນດາດ່ານສາກົນໃນທົ່ວປະເທດ, ແລະ ພ້ອມທັງແຕ່ງຕັ້ງກອງເລຂາຊ່ວຍວຽກຄະນະສະເພາະກິດແກ້ໄຂບັນຫາດັ່ງກ່າວນີ້  ໂດຍ ປະກອບມີຫລາຍກະຊວງ ທີ່ກ່ຽວຂ້ອງເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກົມພາສີ ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງວຽງຈັນ

ສຳຫລັບ ກົນໄກວິທີການແກ້ໄຂ ແມ່ນການສັງລວມ, ເກັບກຳ, ໄຈ້ແຍກ ແລະ ວິໄຈ ບັນດາຂໍ້ມູນ ທີ່ກ່ຽວພັນເຖິງດ່ານຂົວມິດຕະພາບລາວ-ໄທ 1 ແລະ ບັນດາດ່ານສາກົນອື່ນໆເຊັ່ນ: ບັນດານິຕິກຳຕ່າງໆ ທີ່ລັດຖະບານກໍ່ຄືຂະແໜງການສູນກາງ ແລະ ທ້ອງຖີ່ນ ວາງອອກ ຫລື ປະກາດໃຊ້ຜ່ານມາ ທີ່ກ່ຽວຂ້ອງການບໍລິການຢູ່ດ່ານ ລວມທັງ ຂັ້ນ, ຂອດ ຂອງການບໍລິການຢູ່ດ່ານ, ບັນດາພື້ນຖານໂຄ່ງລ່າງ ສິ່ງອຳນວຍຄວາມສະດວກ ໃຫ້ການເຂົ້າ-ອອກເມືອງ, ການຂົນສົ່ງສິນຄ້າຜ່ານແດນ (ສາງພັກສິນຄ້າ, ປະຕູຕ້ອນຮັບ, ອຸປະກອນກວດສ່ອງ ແລະ ອຸປະກອນເຕັກນິກອື່ນໆ), ກົນໄກການຈັດຕັ້ງ ແລະ ໜ່ວຍງານຕ່າງໆ ໃນແຕ່ລະດ່ານ, ການເກັບຄ່າທຳນຽມ ແລະ ກົນໄກການເກັບຄ່າທຳນຽມຕ່າງໆ, ສະພາບການລົງທຶນຂອງຮ້ານຄ້າປອດພາສີ, ຮ້ານຂາຍເຄື່ອງ ແລະ ສະຖານບໍລິການຕ່າງໆ, ທ່າອ່ຽງຄວາມໜາແໜ້ນການເຂົ້າ-ອອກເມືອງໃນແຕ່ລະດ່ານ, ຄວາມແຕກຕ່າງລະຫວ່າງດ່ານສາກົນເບື້ອງລາວກັບປະເທດເພື່ອນມິດ, ຄຳນວນການປັບປຸງໃນຕໍ່ໜ້າ ແລະ ຍາວນານ ແລະ ບັນຫາອື່ນໆທີ່ມີຄວາມຈຳເປັນ, ໄລຍະເວລາເຮັດວຽກຂອງຄະນະດັ່ງກ່າວແມ່ນ 90 ວັນ (3 ເດືອນ) ເພື່ອຄົ້ນຄວ້າຕົກລົງສະເໜີລາຍງານລັດຖະບານໃນຂັ້ນຕໍ່ໄປ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າສະບັບວັນທີ 23 ກັນຍາ 2013​

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.