ກອງປະຊຸມສຳມະນາໃນຄັ້ງນີ້ ຈັດຂຶ້ນ ເພື່ອສ້າງເວທີພົບປະ ແລກປ່ຽນຄໍາຄິດຄຳເຫັນ ໃນການປະສານງານ, ເພີ່ມທະວີຄວາມເຂັ້ມແຂງໃນການສ້າງກົນໄກການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ມີປະສິດທິຜົນ, ເພື່ອປືກສາຫາລື, ແລກປ່ຽນ ແລະ ກຳນົດ ກົນໄກຊຸກຍູ້ການສະໜອງຂໍ້ມູນຂ່າວສານ ທາງດ້ານການຄ້າລະຫວ່າງຫ້ອງການປະຈໍາກອງເລຂາ ອຳນວຍຄວາມສະດວກທາງດ້ານການຄ້າ ທີ່ເປັນຈຸດທີ່ຕັ້ງ ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ (Lao PDR Trade Portal) ກັບບັນດາຜູ້ປະສານງານຫລັກຈາກ 18 ຂະແໜງ ຄື: ກົມລ້ຽງສັດ ແລະ ການປະມົງ, ກົມປູກຟັງ, ການແຜນການ ແລະ ການຮ່ວມມື, ຈູດຖາມ-ຕອບສຸຂະນາໄມພືດ-ສັດ ກະຊວງກະສິກຳ ແລະ ປ່າໄມ້, ກົມພາສີ, ກົມສ່ວຍສາອາກອນ ກະຊວງການເງິນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມຄວບຄຸມມົນລະພິດ, ກົມຄວບຄຸມຊັບພະຍາກອນປ່າໄມ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ກົມພິມຈຳໜ່າຍ ກະຊວງຖະແຫລ່ງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ກົມໂທລະຄົມ ກະຊວງໂທລະຄົມໄປສະນີ ແລະ ການສື່ສານ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ກົມບໍ່ແຮ່ ກະຊວງພະລັງງານ, ກົມມາດຕະຖານ-ວັດແທກ, ຈຸດສອບຖາມ TBT, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມແຜນການ ແລະ ການຮ່ວມມື, ກົມນະໂຍບາຍການຄ້າຕ່າງປະເທດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມການນຳເຂົ້າ-ສົ່ງອອກ  ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ກ່ຽວຂ້ອງກັບການຄ້າ ໃນການສະໜອງຂໍ້ມູນຂ່າວສານດ້ານການຄ້າໃຫ້ມີຄວາມຖືກຕ້ອງຄົບຖ້ວນຊັດເຈນ, ເຊື່ອຖືໄດ້ ແລະ ສາມາດເຜີຍແຜ່ຕໍ່ສາທາລະນະຊົນທັນກັບສະພາບການ. 

ກອງປະຊຸມຄັ້ງນີ້ ເປັນການພົບປະແລກປ່ຽນ ລະຫວ່າງ ຈຸດປະສານ ງານຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຄັ້ງປະຖົມມະເລີກ, ກອງປະຊຸມໄດ້ເນັ້ນໃຫ້ເຫັນເຖິງ ບົດບາດ ຄວາມສຳຄັນ ຂອງ LTP ພ້ອມທັງ ຄວາມຮັບຜິດຊອບຂອງຈຸດປະສານງານ LTP ເພື່ອຮັບປະກັນ ການສະ ໜອງ ຂໍ້ມູນຂ່າວສານທາງດ້ານ ການຄ້າໃຫ້ແກ່ ສູນຂໍ້ມູນ ຂ່າວສານ ທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ທັນກັບສະພາບການ ແລະ ຍືນຍົງ. ສິ່ງສຳຄັນແມ່ນ ເພື່ອສ້າງສະພາບແວດ ລ້ອມທາງດ້ານ ການຄ້າ ໃຫ້ມີຄວາມໂປ່ງໃສ, ກະກຽມຄວາມ ພ້ອມໃຫ້ ພາກ ທຸລະກິດ-ການຄ້າ ຢູ່ໃນ ສ ປປ ລາວ ສາມາດແຂ່ງຂັນໄດ້ ພາຍ ຫລັງໄດ້ ເຂົ້າ ເປັນສະມາຊິກຂອງອົງການການຄ້າໂລກຢ່າງສົມບູນ ແລະ ກຽມພ້ອມຮັບມືກັບການແຂ່ງຂັນ ທີ່ຄາດວ່າຈະທະວີຄວາມຮຸນແຮງຂຶ້ນ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 ທີ່ຈະມາເຖິງນີ້.

ກອງປະຊຸມໄດ້ນຳສະເໜີເນື້ອໃນທີ່ສຳຄັນກ່ຽວກັບ ຄວາມເປັນມາຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ແລະ ສະມາຊິກກອງເລຂາ, ນຳສະເໜີເວັບໄຊ໌ສ, ສະພາບການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ແກ່ສູນຂໍ້ມູນຂ່າວສານໃນໄລຍະຜ່ານມາ, ​ພ້ອມກັນນັ້ນ ກໍ່ໄດ້ນຳສະເໜີ ກ່ຽວກັບວິທີການແລກປ່ຽນຂໍ້ມູນຂ່າວສານ, ກົນໄກສະໜອງຂໍ້ມູນຂ່າວສານ ແລະ ການປະສານງານ, ພ້ອມທັງ ນຳສະເໜີວິທີ ການນຳໃຊ້ລະບົບອີເລັກໂຕນິກ ໃນການປະສານງານແລກປ່ຽນຂໍ້ມູນຂ່າວສານໃນຕໍ່ໜ້າ.

ບາດກ້າວຕໍ່ໄປ ຄະນະຮັບຜິດຊອບ LTP ຈະໄດ້ ສືບຕໍ່ປະສານງານກັບຂະແໜງ ການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ ແລະ ເປັນລະບົບ, ເພື່ອເຮັດໃຫ້ກົນໄກການປະສານງານ ແລະ ການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າມີຄວາມຍືນຍົງ. ພ້ອມນັ້ນ, ຍັງຮຽກຮ້ອງຄວາມຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃນການປັບປຸງການປະສານງານ, ອັບເດດຂໍ້ມູນຂ່າວສານ ເພື່ອຮັບປະກັນໃຫ້ຂໍ້ມູນຂ່າວສານຖືກຕ້ອງຄົບຖ້ວນຊັດເຈນ, ເຊື່ອຖືໄດ້ ແລະ ສາມາດເຜີຍແຜ່ຕໍ່ສາທາລະນະຊົນທັນກັບສະພາບການ. 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.