ໃນວັນທີ 30 ກັນຍາ 2013, ກອງປະຊຸມເພື່ອປຶກສາຫາລືກ່ຽວກັບອຸປະສັກຕໍ່ການເຄື່ອນຍ້າຍໄມ້ ແລະ ສົ່ງອອກຜະລິດຕະພັນໄມ້ ໄດ້ຈັດຂື້ນທີ່ ຫ້ອງປະຊຸມ ຂອງ ໂຮງແຮມໂຊກບຸນມາ, ເມືອງປາກຊັນ, ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບານສະຕິ ເທບພະວົງ, ຮັກສາການ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ຮ່ວມກັບ ທ່ານ ສິງຄຳ ສຸວັນຄຳ, ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ບໍລິຄຳໄຊ ແລະ ທ່ານ ສະຫງວນ ສະຫວ່າງ  ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ບໍລິຄຳໄຊ ໂດຍມີຜູ້ເຂົ້າຮ່ວມຈາກ  ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງການເງິນຂອງແຂວງ ພ້ອມດ້ວຍນັກທຸລະກິດໄມ້ຈຳນວນໜຶ່ງ ຈາກ ນະຄອນຫລວງວຽງຈັນ, ແຂວງໄຊຍະບູລີ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື. ຈຸດປະສົງແມ່ນເພື່ອທົບທວນຄືນ ແລະ ຮັບຟັງບັນດາ​ຄຳ​ຄິດ​ຄຳເຫັນ ຕໍ່ກັບສະພາບການ ຈັດຕັ້ງປະຕິບັັດບັນດາລະບຽບການ​​ຄຸ້ມ​ຄອງ​ການເຄື່ອນຍ້າຍ ​ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ວ່າມີຄວາມຫຍຸ້ງຍາກຄືແນວໃດ.  

ກອງປະຊຸມຄັ້ງນີ້ມີຄວາມສຳຄັນເປັນຢ່າງຍິ່ງ​ເພາະມັນ​ແມ່ນການ​ປຶກສາ​ຫາລື​ເພື່ອ​ຊອກ​ຮູ້​ບັນຫາ​ຕ່າງໆ ທີ່​ເປັນ​ອຸປະສັກ ​ຕໍ່​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ໄມ້​ ເພື່ອ​ເອົາ​ຂໍ້​ມູນ​ເຫຼົ່າ​ນັ້ນມາ​ນຳ​ໃຊ້​ ໃນ​ການ​ປັບປຸງ​ວຽກງານ ຄຸ້ມ​ຄອງ​ໄມ້​ໃນທົ່ວປະເທດ​ ໃຫ້​ມີ​ປະສິດທິ​ຜົນ, ອີກທັງ​ຮັບປະກັນການ​ປະຕິບັດ​ນະ​​ໂຍບາຍ ​ປົກປັກ​ຮັກສາ​ປ່າ​ໄມ້ ​ແລະ ຊີວະ​ນາໆ​ພັນ​ໃຫ້​ມີ​ຄວາມ​ຍືນ​ຍົງ. ກອງປະຊຸມ​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ມີ​ການ​ປະກອບຄຳ​ຄິດ​ຄຳ​ເຫັນ​ກັນ​ ຢ່າງ​ກົງໄປກົງມາ ຈາກຜູ້ເຂົ້າຮ່ວມທັງພາກລັດ ແລະ ທຸລະກິດ.

ຜົນຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ສ່ວນໃຫຍ່ເຫັນດີ ໃຫ້ມີການປັບປຸງ ລະບຽບການທີ່ບໍ່ສອດຄ່ອງ ແລະ ກົມກຽວກັນ ເຊິ່ງຄະນະຮັບຜິດຊອບກອງປະຊຸມ ຈະ​ໄດ້ນໍາໄປຜັນ​ຂະຫຍາຍ ​ແລະ ປຶກສາ​ຫາລື​ເພີ້​ມ​ເຕີມ ກັບ​​ຂະ​ແໜງ​ການ​ກ່ຽວຂ້ອງ ​ໃນຂັ້ນສູນ​ກາງເພື່ອພິຈາລະນາ​ປັບປຸງນິຕິກຳ, ລະບຽບການ ​ແລະ ວາງນະໂຍບາຍ​ຄຸ້ມ​ຄອງ​ທຸລະກິດໄມ້ຂອງ ສປປ ລາວ ອອກມາໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.