ສາລະບານ

ມາດຕາ 1. ປະກາດໃຊ້ລະບົບການນໍາເຂົ້າລົດ ແລະ ຊຸດສີ້ນສ່ວນອາໄຫລ່ລົດ....
ມາດຕາ 2. ອະນຸຍາດນໍາເຂົ້າຍານພາຫະນະທີ່ໃຊ້ແລ້ວ (ລົດມືສອງ)....
ມາດຕາ 3. ການນໍາເຂົ້າລົດຂອງນັກການທູດ, ຊ່ຽວຊານຕ່າງປະເທດ....
ມາດຕາ 4. ສໍາລັບລົດ ເພື່ອປະຕິບັດນະໂຍບາຍຕາມດໍາລັດ 71/ນຍ.....
ມາດຕາ 5. ເຫັນດີໃຫ້ສ້າງສາງປອດພາສີ ສິນຄ້າປະເພດລົດ....
ມາດຕາ 6. ກວດກາຄືນສະພາບການດໍາເນີນທຸລະກິດໂຮງງານປະກອບຍານພາຫະນະໃໝ່ 100%....
ມາດຕາ 7. ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.....
ມາດຕາ 8. ຜົນສັກສິດ....


ສາທາລະ­ນະລັດ ປະຊາທິປະໄຕ ປະຊາຊົ­ນລາວ
ສັ­ນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນ­ະຖາວອນ­

ສຳນັກງານນາຍົກລັດຖະມົນຕີ       ເລກທີ 14/ນຍ
ນະຄອນຫລວງວຽງຈັນ, 28 ກຸມພາ 2003 

  ຂໍ້ຕົກລົງ
ຂອງນາຍົກລັດຖະມົນຕີ ກ່ຽວກັບ ກົນໄກການນຳເຂົ້າລົດ
ສີ້ນສ່ວນອາໄຫລ່ລົດ ເພື່ອມາປະກອບຢູ່ໂຮງງານ.

- ອີງຕາມ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍສ່ວຍສາອາກອນ ສະບັບເລກທີ 10/ສພຊ, ລົງວັນທີ 12/10/2002.
- ອີງຕາມ ການສະເໜີຂອງທ່ານລັດຖະມົນຕີ ວ່າການກະຊວງການຄ້າ ສະບັບເລກທີ 1307/ກຄ.ຕປທ, ລົງວັນທີ 25/11/2002.
- ອີງຕາມ ມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນທັນວາ 2002 (ຄັ້ງວັນທີ 25-27/12/2002).

ນາຍົກລັດຖະມົນຕີຕົກລົງ:

ມາດຕາ 1. ປະກາດໃຊ້ລະບົບການນໍາເຂົ້າລົດ ແລະ ຊຸດສີ້ນສ່ວນອາໄຫລ່ລົດ ເພື່ອມາປະກອບຢູ່ໂຮງງານ ໂດຍໃຫ້ດຳເນີນການຕາມກົນໄກຕະຫລາດ ແລະ ພາຍໃຕ້ລະບຽບກົດໝາຍ ເປັນຕົ້ນກົດໝາຍສ່ວຍສາອາກອນ ສະບັບເລກທີ 10/ສພຊ, ລົງວັນທີ 12/10/2002 ແລະ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 01/ສປປ, ລົງວັນທີ 15/02/2000, ຊຶ່ງໃຫ້ປະຕິບັດລະບອບການເສຍພາສີ-ອາກອນເດັດຖານ (ເທື່ອດຽວ) ກ່ອນນຳເຂົ້າ. ຂ້າງເທິງ

ມາດຕາ 2. ໃນສະເພາະໜ້ານີ້ ເຫັນຈໍາເປັນໃຫ້ອະນຸຍາດນໍາເຂົ້າຍານພາຫະນະທີ່ໃຊ້ແລ້ວ (ລົດມືສອງ), ໂດຍໃຫ້ຄິດໄລ່ລາຄາ 80% ຂອງລົດໃໝ່ເພື່ອເສຍພາສີ-ອາກອນ ຕາມກົດໝາຍພາສີ, ສ່ວຍສາອາກອນ. ຫ້າມການນໍາເຂົ້າລົດພວງມະໄລຂວາ ມາໃຊ້ຖາວອນຢູ່ໃນລາວ, ສຳລັບມາດຕະຖານດ້ານເຕັກນິກຂອງລົດ ແລະ ສີ້ນສ່ວນຂອງລົດ ທີ່ຈະໄດ້ຮັບອະນຸຍາດໃຫ້ນຳເຂົ້າມາຂຶ້ນທະບຽນ ແລະ ປະກອບເປັນຄັນ ເພື່ອນຳໃຊ້ຢູ່ ສປປ ລາວ ແມ່ນໃຫ້ປະຕິບັດຕາມຂໍ້ກຳນົດ ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ສະບັບເລກທີ 4312/ຄຂປກ, ລົງວັນທີ 11/11/2002. ຂ້າງເທິງ

ມາດຕາ 3. ການນໍາເຂົ້າລົດຂອງນັກການທູດ, ຊ່ຽວຊານຕ່າງປະເທດ, ອົງການຈັດຕັ້ງສາກົນ, ການນໍາເຂົ້າຮັບໃຊ້ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ການຊ່ວຍເຫລືອລ້າ ແລະ ກູ້ຢືມຕ່າງໆ ແມ່ນຕ້ອງໄດ້ປະຕິບັດຕາມລະບຽບ ແລະ ກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ສຳລັບການນຳເຂົ້າລົດຮັບໃຊ້ສຳນັກງານອົງການ ຂອງລັດຖະບານ, ອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ລວມທັງແຂວງ, ກຳແພງນະຄອນ ແລະ ເຂດພິເສດ ໃຫ້ປະຕິບັດຕາມແຈ້ງການ ສະບັບເລກທີ 0886/ຫສນຍ.ກລຂ, ລົງວັນທີ 19/05/2000 ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 4. ສໍາລັບລົດ ເພື່ອປະຕິບັດນະໂຍບາຍຕາມດໍາລັດ 71/ນຍ ແມ່ນໃຫ້ປະຕິບັດຄົບຖ້ວນຕາມຈິດໃຈຂອງ ດໍາລັດ 71/ນຍ ກໍານົດໄວ້. ຂ້າງເທິງ

ມາດຕາ 5. ເຫັນດີໃຫ້ສ້າງສາງປອດພາສີ ສິນຄ້າປະເພດລົດ, ແຕ່ໃຫ້ເຮັດທົດລອງ ເພື່ອຖອດຖອນບົດຮຽນ ໂດຍອະນຸມັດໃຫ້ດຳເນີນການຢູ່ສົ້ນຂົວມິດຕະພາບ ກຳແພງນະຄອນວຽງຈັນ ແລະ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ກ່ອນ. ມອບໃຫ້ກະຊວງການເງິນສົມທົບກັບກະຊວງການຄ້າ ຄົ້ນຄວ້າກຳນົດນະໂຍບາຍລະອຽດໃນດ້ານນີ້. ຂ້າງເທິງ

ມາດຕາ 6. ໃຫ້ກະຊວງອຸດສາຫະກໍາ  ແລະ ຫັດຖະກໍາ ເປັນເຈົ້າການສົມທົບກັບ ກະຊວງ ຄຂປກ, ກະຊວງການເງິນ, ກະຊວງການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກວດກາຄືນສະພາບ ການດຳເນີນທຸລະກິດໂຮງງານປະກອບຍານພາຫະນະໃໝ່ 100% (ລົດໃຫຍ່, ລົດນ້ອຍ ແລະ ລົດຈັກ) ແມ່ນໃຫ້ກວດກາ ແລະ ຢັ້ງຢືນຄືນມາດຕະຖານ ແລະ ການປະຕິບັດລະບຽບການ, ຖ້າຫາກໂຮງງານໃດປະຕິບັດບໍ່ຖືກຕ້ອງ ກໍ່ໃຫ້ດຳເນີນມາດຕະການຕ່າງໆເຊັ່ນ: ໃຫ້ຕັກເຕືອນ ເພື່ອຢຸດເຊົາການເຄື່ອນໄຫວ ຫລື ລົບລ້າງການປະກອບການ.

  • ສຳລັບໂຮງງານປະກອບ ຍານພາຫະນະທີ່ໃຊ້ແລ້ວ (ລົດມືສອງ) ທີ່ໄດ້ຮັບອະນຸຍາດແລ້ວ, ຖ້າໂຮງງານໃດເຮັດດີ, ສັງຄົມຍັງຕ້ອງການ ແມ່ນອະນຸຍາດໃຫ້ສືບຕໍ່ດຳເນີນການຕໍ່ໄປ ຕາມຄວາມຕ້ອງການຂອງຕະຫລາດ ແລະ ໃຫ້ຂະແໜງກ່ຽວຂ້ອງຄຸ້ມຄອງກວດກາ ດ້ານມາດຕະຖານເຕັກນິກ ແລະ ຄຸນນະພາບຂອງສີ້ນສ່ວນ ຂອງຍານພາຫະນະທີ່ຈະນຳເຂົ້າມາປະກອບ ແລະ ຍານພາຫະນະທີ່ຟື້ນຟູແລ້ວ ຕ້ອງບໍ່ໃຫ້ຫລຸດ 80% ຢ່າງເຂັ້ມງວດ, ສ່ວນໃນຕໍ່ໜ້າບໍ່ໃຫ້ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນອະນຸມັດ ການປະກອບຍານພາຫະນະທີ່ໃຊ້ແລ້ວ (ລົດມືສອງ) ຕື່ມອີກ ແລະ ໃຫ້ຫັນໂຮງງານທີ່ມີແລ້ວນັ້ນ ເປັນໂຮງງານປະກອບຍານພາຫະນະໃໝ່ 100% ຕາມຄວາມຕ້ອງການຕົວຈິງ ແລະ ຄວາມນິຍົມຂອງຕະຫລາດພາຍໃນ ແລະ ຕ່າງປະເທດ.
  • ໃຫ້ເບິ່ງຄືນລະບົບການອະນຸຍາດປະກອບລົດທັງ 3 ຮູບແບບ SKD, CKD, IKD ໂດຍໃຫ້ເປັນໄປຕາມທິດຫັນເປັນອຸດສາຫະກຳ-ທັນສະໄໝ, ສົ່ງເສີມສີມືແຮງງານ ແລະ ວັດຖຸດິບຂອງລາວເຮົານັບມື້ ນັບສູງຂຶ້ນ. ຂ້າງເທິງ

ມາດຕາ 7. ກະຊວງການຄ້າ, ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ຄຂປກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະຄຸ້ມຄອງການລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງໃຜລາວຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 8. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ ວັນທີ 1 ເດືອນເມສາ ປີ 2003 ເປັນຕົ້ນໄປ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
(ເຊັນ ແລະ ປະທັບກາ)

ບຸນຍັງ  ວໍລະຈິດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the Import Mechanism of Cars, Spare Parts for Assembling Factories No. 14/PM PDF
2 ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ກ່ຽວກັບ ກົນໄກການນຳເຂົ້າ ລົດ, ສີ້ນສ່ວນອາໄຫລ່ລົດ ເພື່ອມາປະກອບ ຢູ່ໂຮງງານ ເລກທີ 14/ນຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.