ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອດຳເນີນການປະເມີນຄວາມຕ້ອງການ ແລະ ບູລິມະສິດຂອງ ສ ປປ ລາວ ເພື່ອຮູ້ໄດ້ສະຖານະຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດສັນຍາວ່າດ້ວຍ ການອຳນວຍຄວາມສະດວກທາງດ້ານການຄ້າ ທີ່ກຳລັງເຈລະຈາຢູ່ປະຈຸບັນ ແລະ ເພື່ອກະກຽມ ສ ປປ ລາວ ໃຫ້ໄດ້ຮັບຜົນປະໂຫຍດ ຢ່າງເຕັມສ່ວນຈາກສັນຍາດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ແມ່ນ ໄດ້ຈັດເປັນຄັ້ງທີ 02 ແລ້ວ ຊື່ງຄັ້ງທຳອິດຈັດຂື້ນໃນປີ 2009, ໃນເວລານັ້ນ ສປປ ລາວ ຍັງຢູ່ໃນຖານະຜູ້ສັງເກດການຂອງ WTO ຊຶ່ງແຕກຕ່າງຈາກສະຖານະພາບໃນຕອນນີ້ ທີ່ ສປປ ລາວ ໄດ້ກາຍເປັນສະມາຊິກຂອງ WTO ຢ່າງສົມບູນແລ້ວ ນັ້ນກໍ່ໝາຍຄວາມວ່າ ສປປ ລາວ ມີພັນທະ ທີ່ຕ້ອງໄດ້ປະຕິບັດໃນຂອບ WTO ແລະ ໃນເວລາດຽວກັນ ສປປ ລາວ ກໍ່ສາມາດໄດ້ປະໂຫຍດຈາກການຊ່ວຍເຫລືອດ້ານເຕັກນິກທີ່ມີຕໍ່ບັນດາປະເທດສະມາຊິກ WTO ທີ່ມີການພັດທະນານ້ອຍຢ່າງເຕັມສ່ວນ.

ໄລຍະຜ່ານມາ ສປປ ລາວ ມີຄວາມຄືບໜ້າໃນຫລາຍໆວຽກງານ ກ່ຽວກັບການອຳນວຍຄວາມສະດວກທາງດ້ານການຄ້າ ຊຶ່ງເຫັນວ່າ ສອດຄ່ອງກັບລະບຽບການ ຂອງ WTO ໂດຍສະເພາະ ເນື້ອໃນຂອງຮ່າງສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ເປັນຕົ້ນ: ໄດ້ສ້າງຕັ້ງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າໃນປີ 2010 ເພື່ອສ້າງກົນໄກປະສານງານ ແລະ ປືກສາຫາລືຮ່ວມກັນ ລະຫວ່າງຂະແໜງການທີ່ປີ່ນອ້ອມວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ກ່ຽວກັບບັນດາສີ່ງກີດຂວາງ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ພ້ອມກັນ ຜັນຂະຫຍາຍທິດທາງ-ນະໂຍບາຍຂອງລັດຖະບານ ໃນວຽກງານການອຳນວຍຄວາມສະດວກ ທາງດ້ານການຄ້າ. ນອກຈາກນັ້ນ ແຜນຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າສຳຫລັບ ສົກປີ 2011-2015 ກໍ່ໄດ້ຖືກຮັບຮອງໂດຍລັດຖະບານຢ່າງເປັນທາງການໃນປີ 2011, ແລະ ສຳເລັດການສ້າງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເພື່ອສ້າງຄວາມໂປ່ງໃສໃຫ້ແກ່ການດຳເນີນທຸລະກິດ-ການຄ້າຢູ່ ສປປ ລາວ. ຂະແໜງການອື່ນໆ ທີ່ປິ່ນອ້ອມວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ ກໍໄດ້ມີຄວາມຄືບໜ້າໃນຫລາຍໆວຽກງານເຊັ່ນກັນ ເປັນຕົ້ນ: ຂະແໜງພາສີກໍໄດ້ປັບປຸງກົດໝາຍພາສີໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ໄດ້ນຳໃຊ້ລະບົບອັດຕະໂນມັດ ຫລື ASYCUDA ເຂົ້າໃນການແຈ້ງພາສີ ຢູ່ທີ່ທຸກໆດ່ານສາກົນໃນຂອບເຂດທົ່ວປະເທດ. ພ້ອມນັ້ນ ຂະແໜງພາສີຍັງມີ ບາດກ້າວອັນສຳຄັນໃນ ການສ້າງລະບົບແຈ້ງພາສີຜ່ານປະຕູດຽວແຫ່ງຊາດ ຫລື National Single Windows. ສຳລັບຂະແໜງຮັບຜິດຊອບວຽກງານ SPS ເປັນຕົ້ນແມ່ນ ຂະແໜງປູກຝັງ, ລ້ຽງສັດ ແລະ ອາຫານ ແລະ ຢາ ກໍໄດ້ປັບປຸງຫລາຍໆນິຕິກຳເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ພ້ອມທັງ ປັບປຸງຂັ້ນຕອນການນຳເຂົ້າ-ສົ່ງອອກ ໃຫ້ມີຄວາມຊັດເຈນຂຶ້ນ ເປັນຕາມລຳດັບ.    

ເຖີງແມ່ນວ່າ ຈະມີຜົນງານຈຳນວນໜື່ງແລ້ວກໍ່ຕາມ ສປປ ລາວ ຍັງສືບຕໍ່ປັບປຸງວຽກງານ ອຳນວຍຄວາມສະດວກ ທາງດ້ານການ ຄ້າຢ່າງບໍ່ຢຸດຢັ້ງ. ກອງປະຊຸມປະເມີນຄວາມຕ້ອງການ ແລະ ບູລິມະສິດ ຂອງ ສ ປປ ລາວ ໃນຂອບອົງການການຄ້າໂລກ ກ່ຽວກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຍີ່ງ ເນື່ອງຈາກວ່າມັນຈະຊ່ວຍໃຫ້ ສປປ ລາວ ສາມາດກຳນົດບູລິມະສິດຂອງວຽກງານການອຳນວຍຄວາມສະ ດວກທາງດ້ານການຄ້າຢູ່ ສປປ ລາວ ແລະ ຮູ້ໄດ້ເຖີງຄວາມຕ້ອງການການຊ່ວຍເຫຼືອຈາກສາກົນເພື່ອໃຫ້ບັນລຸເປົ້າໝາຍທີ່ ກ່າວມານັ້ນ.

ກອງປະຊຸມໄດ້ຮັບຟັງຄວາມຄືບໜ້າຂອງການເຈລະຈາສັນຍາອຳນວຍຄວາມສະດວກທາງດ້ານການຄ້າຢູ່ໃຂອບ WTO ຈາກທ່ານທີ່ປືກສາເສດຖະກິດການຄ້າຂອງ ສປປ ລາວ ປະຈຳຢູ່ເຈນີວາ, ແລະ ຮັບຟັງການສະເໜີນະ ໂຍບາຍຮັບການ ຊ່ວຍເຫລືອຈາກຕ່າງປະເທດ ຂອງ ສປປ ລາວ ແລະ ຄວາມຄືບໜ້າຂອງວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໂດຍຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ. ນອກນັ້ນ, ການ​ປະ​ເມີນ​ຈະ​​ເນັ້ນໜັກ 0​3 ຫົວ​ຂໍ້​ ຄື: (1) ນິຕິ​ກຳ​/ກົດ​ໝາຍ, (2)ຂັ້ນຕອນ​ຢູ່​ດ່ານ, ​ແລະ(3)ຂັ້ນ​ຕອນ ​ແລະ ການ​ຄວບຄຸມ​ຂອງ​ພາສີ​​ ຊຶ່ງບັນດາຜູ້ເຂົ້າຮ່ວມຈາກຂະແໜງການທີ່ກ່ຽວຂ້ອງຈະໄດ້ຖືກຈັດເຂົ້າກຸ່ມຄົ້ນຄວ້າ ຕາມຫົວຂໍ້ດັ່ງກ່າວ ໃນຂະແໜງການທີ່ຕົນຮັບຜິດຊອບ. ຜົນໄດ້ຮັບຈາກ​ການ​ປະ​ເມີນ​ໃນ​ຄັ້ງນີ້​ ຈະ​ເປັນ​ຂໍ້​ມູນ​ພື້ນ​ຖານ​ປະກອບສ່ວນເຂົ້າໃນການ​ເຈ​ລະ​ຈາ​ສັນຍາ​ວ່າດ້ວຍ ການ​ອຳ​ນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າໃນຂອບ WTO ​ແລະ ​ຮັບ​ຮູ້​ໄດ້ເຖີງຄວາມພ້ອມຂອງ ສປປ ລາວ ​ໃນການຈັດຕັ້ງປະຕິ​ບັດ​ບັນດາ​ມາດ​ຕະການທີ່​ກຳລັງ​ເຈລະຈາ​ໃນ​ປະຈຸ​ບັນ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.