ອີງຕາມຜົນຂອງກອງປະຊຸມທີ່ຜ່ານມາໃນມໍ່ໆມານີ້, ສໍາຫລັບວັດຖຸອຸປະກອນຈຳນວນໜື່ງ ແລະ ອຸປະກອນກົນຈັກ ທີ່ບໍ່ສາມາດ ຜະລິດ ໄດ້ໃນປະເທດລາວ ຊື່ງພາສີປະຈຸບັນແມ່ນຕ້ອງເສຍພາສີ 10%  ແມ່ນຈະລົບລ້າງໃຫ້ເປັນ 0% ເພື່ອເພີ່ມທະວີການສົ່ງເສີມ ໃຫ້ການ ຜະລິດເປັນສິນຄ້າ.

ການປັບປຸງຄັ້ງນີ້, ລັດຖະບານຈະປະຕິບັດການດຳເນີນການຢ່າງລະອຽດທີ່ຖ້ວນ ເພື່ອບໍ່ໃຫ້ມີຜົນກະທົບທາງລົບ ຕໍ່ສະພາບການລົງທຶນ ໃນປະເທດ, ໂດຍສະເພາະແມ່ນການຜະລິດເປັນສິນຄ້າຂອງຂະແໜງການສົ່ງອອກ.

ເຈົ້າໜ້າທີ່ກະຊວງການເງິນກ່າວວ່າ, ການດຳເນີນການປັບປຸງດັ່ງກ່າວ ແມ່ນເລັ່ງໃສ່ ການສົ່ງເສີມໃຫ້ມີການລົງທືນ ໃນຂະບວນການຜະລິດ ເພື່ອເປັນສິນຄ້າ ເພື່ອໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການພາຍໃນ ແລະ ການສົ່ງອອກ, ເພື່ອຈະຊ່ວຍຫລຸດຜ່ອນການນຳເຂົ້າສີນຄ້າ ທີ່ ສປປ ລາວ ສາມາດຜະລິດໄດ້.

ລັດຖະບານໄດ້ມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ສຶກສາບັນຫາດັ່ງກ່າວໃນລາຍລະອຽດ ເພື່ອຮັບປະກັນ ການປັບປຸງ ໃຫ້ສອດຄ່ອງ ກັບ ພັນທະຂອງ ສປປ ລາວ ທີ່ມີຕໍ່ອົງການການຄ້າໂລກ ແລະ ເຂດການຄ້າເສລີອາຊຽນ.

ໃນກອງປະຊຸມລັດຖະບານທີ່ນະຄອນຫລວງວຽງຈັນຜ່ານມານີ້, ຂະແໜງອຸດສາຫະກຳໄດ້ສະ ເໜີໃຫ້ຍົກເວັ້ນພາສີນຳເຂົ້າ ສຳລັບວັດຖຸ ອຸປະກອນ ແລະ ກົນຈັກ ທີ່ນຳໃຊ້ເຂົ້າໃນການຜະລິດເປັນສິນຄ້າໃນ ສປປ ລາວ. ລັດຖະບານໄດ້ສະ   ເໜີໃຫ້ຂະແໜງອຸດ ສາຫະກຳກຳນົດ ບັນຊີຄວາມຕ້ອງການຂອງພວກເຂົາ ເພື່ອຊ່ວຍໃຫ້ ຂັ້ນຕອນການບໍລິຫານຈັດການ ແລະ ການກວດກາຂອງລັດຖະບານທີ່ວ່ອງໄວ ແລະ ງ່າຍຂື້ນກວ່າເກົ່າ.

ອາກອນມູນຄ່າເພີ່ມແມ່ນການເກັບມູນຄ່າອາກອນໂດຍທາງອ້ອມ ຈາກການຊົມໃຊ້ສິນຄ້າ ແລະ ການບໍລິການ ທີ່ເກີດມີໃນທັງໝົດ ຂະບວນການ ຈາກການຜະລິດເປັນສິນຄ້າ ແລະ ການຈໍລະຈອນແຈກຢາຍ ເພື່ອສະໜອງ ແລະ ຊົມໃຊ້. ພ້ອມນັ້ນ ອາກອນມູນ ຄ່າເພີ່ມ ຍັງເກັບຈາກມູນຄ່າສິນຄ້າ ແລະ ການບໍລິການທີ່ນຳເຂົ້າມາໃນ ສ ປປ ລາວ.

ຜູ້ປະກອບການ ຄິດໄລ່ ແລະ ບວກອາກອນມູນຄ່າເພີ່ມໃສ່ໃນລາຄາຂາຍຂອງສິນຄ້າ ແລະ ການບໍລິການ, ຫລັງຈາກນັ້ນ ຈິ່ງຈ່າຍອາກອນ ມູນຄ່າເພີ່ມ ເຂົ້າງົບປະມານລັດ.

ລັດຖະບານໄດ້ສົ່ງເສີມການຮ່ວມມືກັບສາກົນ ກ່ຽວກັບການເກັບອາກອນມູນຄ່າເພີ່ມ ໂດຍຜ່ານການແລກປ່ຽນ ບົດຮຽນທາງດ້ານ ວິຊາການ ແລະ ຂໍ້ມູນຂ່າວສານ, ການພັດທະນາຊັບພະຍາກອນມານຸດ ແລະ ການອຳນວຍຄວາມສະດວກໃນຂົງເຂດຕ່າງໆ ທີ່ນອນໃນຖັນແຖວຂອງສົນທິສົນຍາສາກົນ ຫລື ສົນທິສັນຍາຫລາຍຝ່າຍ ທີ່ ສປປ ລາວ ໄດ້ຮ່ວມລົງນາມ ແລະ ໄດ້ເຂົ້າເປັນພາຄີ.

ປະຊາຄົມເສດຖະກິດອາຊຽນຈະສ້າງຕັ້ງຂຶ້ນໃນປີ 2015, ບັນດາປະເທດສະມາຊິກຈະປ່ຽນ ການສ້າງລາຍຮັບ ການເກັບພາສີນຳເຂົ້າ ມາເປັນການສ້າງລາຍຮັບຈາກການເກັບອາກອນມູນຄ່າເພີ່ມ ເພື່ອເປັນການຮັກສາລາຍຮັບແຫ່ງຊາດ.

ເຖິງແມ່ນວ່າ ການເຕີບໂຕທາງດ້ານເສດຖະກິດ ຢູ່ທີ່ 8% ຕໍ່ປີ, ສປປ ລາວ ຍັງມີການນຳເຂົ້າຫລາຍກວ່າສົ່ງອອກ, ອີງຕາມການ ລາຍງານຂອງລັດຖະບານ, ໃນຊ່ວງ 06 ເດືອນທ້າຍ ສົກປີ 2012-13 ມູນຄ່າການສົ່ງອອກບັນລຸໄດ້ 880 ລ້ານໂດລາສະຫະລັດ ໃນຂະນະທີ່ມູນຄ່າການນໍາເຂົ້າເພີ່ມຂື້ນ 1.16 ພັນລ້ານໂດລາສະຫະລັດ. ການນຳເຂົ້າສ່ວນໃຫຍ່ແມ່ນ ຜະລິດຕະພັນອາຫານ.

ການນຳເຂົ້າທີ່ເພີ່ມຂື້ນສູງນັ້ນ, ເຮັດໃຫ້ອັດຕາເງິນເຟີ້ຂອງປະເທດເພີ່ມສູງຂື້ນ ຊື່ງເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນ ຢູ່ຂອງພໍ່ແມ່ປະຊາຊົນ ເຊັ່ນຕົວຢ່າງໃນເດືອນກໍລະກົດຂອງປີນີ້, ອັດຕາເງີນເຟີ້ເພີ່ມຂື້ນເຖີງ 7.4% ໂດຍສ່ວຍໃຫຍ່ແມ່ນລາຄາອາຫານ.

ການນຳເຂົ້າວັດຖຸອຸປະກອນ ແລະ ເຄື່ອງກົນຈັກ ທີ່ບໍ່ສາມາດຜະລິດພາຍໃນປະເທດ ໃນລາຄາຖືກນັ້ນ ຈະເປັນການສົ່ງເສີມການ ຜະລິດເປັນສິນຄ້າພາຍໃນປະເທດ. ລັດຖະບານວາງຄາດໝາຍຫລຸດຜ່ອນການນຳເຂົ້າທັງໝົດ ຊຶ່ງເປັນຄວາມຫວັງ ທີ່ບໍ່ທັນ ເປັນຈີງ ໄດ້ໃນຂະແໜງການສ່ວນໃຫຍ່.

ແຫລ່ງຂໍ້ມູນ: ໜັງສືພີມວຽງຈັນທາມ໌ມ, ສະບັບວັນທີ 8 ຕຸລາ 2013

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.