ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ໃນການປະກອບເອກະສານ ໃຫ້ມີຄວາມສະດວກ ວ່ອງໄວ, ເຂົ້າໃຈງ່າຍ ແລະ ໃຫ້ເປັນ ເອກະພາບກັນ ໃນຂອບເຂດທົ່ວປະເທດ, ກົມພາສີ, ກະຊວງການເງິນ ໄດ້ອອກ ຂໍ້ຕົກລົງ ການນຳໃຊ້ເລກລະຫັດລະບອບ ໃບແຈ້ງ ພາສີ ເປັນລາຍລະອຽດ ສະບັບເລກທີ 00172/ກພສ, ລົງວັນທີ 16 ຕຸລາ 2013  ເພື່ອຮອງຮັບ ການນໍາໃຊ້ລະບົບແບບ ອີເລັກໂທຣນິກ ແລະ ການແຈ້ງພາສີເປັນລາຍລະອຽດ ທີ່ຕິດພັນກັບການສົ່ງອອກ-ນຳເຂົ້າສິນຄ້າເຄື່ອງຂອງທຸກປະເພດ, ເພື່ອສະດວກ ໃນການຕິດ ຕາມສະຖິ ຕິໃຫ້ມີຄວາມລະອຽດ ແລະ ຊັດເຈນ. ຂໍ້ຕົກລົງດັ່ງກ່າວນີ້ ໄດ້ກຳນົດເຄື່ອງໝາຍ, ເລກໝາຍຂອງການແຈ້ງພາສີສຳລັບການນຳເຂົ້າ-ສົ່ງອອກ, ກຳນົດຄວາມໝາຍຂອງເລກລະຫັດ 2 ຕົວເລກຕໍ່ຈາກເລກລະຫັດເຄົ້າ, ກຳນົດລະຫັດ 3 ຕົວເລກສຸດທ້າຍ ແມ່ນການຊຳລະສະ ສາງ ຄ່າພາສີ ແລະ ພັນທະຕາມແຕ່ລະເງື່ອນໄຂ, ແລະ ພ້ອມທັງກຳນົດລະບອບໃບແຈ້ງພາສີທີ່ມີ 7 ຕົວເລກຢ່າງລະອຽດ.

ທ່ານສາມາດດາວໂຫລດລາຍລະອຽດເອກະສານເພີ່ມເຕີມໄດ້ຂ້າງລຸ່ມນີ້   

# ຫົວຂໍ້ ດາວໂຫຼດ
1 The Department of Customs has issued an instruction on the application of the ASEAN Harmonized Customs Declaration method PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.