ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ                 ເລກທີ 2962/ກງ
ນະຄອນຫລວງວຽງຈັນ, ວັນທີ 9 ຕຸລາ 2013

ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງປະຕິບັດໂຄງການທົດລອງທີ II ຂອງອາຊຽນ
ກ່ຽວກັບການຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ
(The Second Self-Certification Pilot Project)

-    ອີງຕາມ: ດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ: 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;

-    ອີງຕາມ: ບົດບັນທຶກຊ່ວຍຈໍາ (Memorandum of Understanding (MOU)) ໂຄງການທົດລອງທີ II ຂອງອາຊຽນກ່ຽວກັບການຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ;

-    ອີງຕາມ: ການແຈ້ງການຂອງຫ້ອງວ່າການລັດຖະບານ, ສະບັບເລກທີ 32/ຫລບ.ກສສ, ລົງວັນທີ 10 ມັງກອນ 2013 ວ່າດ້ວຍຮັບຮອງການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳສຳລັບການເຂົ້າຮ່ວມໂຄງການທົດລອງການອອກໃບຢັ້ງຢືນແຫ່ງ ກຳເນີດສິນຄ້າດ້ວຍຕົນເອງທີ II ຂອງອາຊຽນ.

-     ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດ ໂຄງການຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງໄດ້ດຳເນີນໄປຢ່າງມີປະສິດ
ທິຜົນປະກັນຄວາມຖືກຕ້ອງ ສອດຄ່ອງກັບຂັ້ນຕອນ, ລະບຽບການພາຍໃນ ແລະ ສາກົນ.

ກະຊວງການເງິນ ອອກຂໍ້ຕົກລົງດັ່ງນີ້:

I. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ເປນການກຳນົດຫລັກການ, ລະບຽບການສຳລັບລັດຖະການ ພາສີໃນການ ຄຸ້ມຄອງການ ນຳເຂົ້າ ສິນຄ້າຕາມໂຄງການທົດລອງທີ II ຂອງອາຊຽນກ່ຽວກັບວຽກງານຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ແນ່ໃສ່ ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບົບດບັນທຶກຊ່ວຍຈຳທີ່ລັດຖະບານໄດ້ຮ່ວມລົງນາມ. ຂ້າງເທີງ

II. ຄວາມໝາຍ

1.     “ອາຊຽນ” ໝາຍເຖິງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ ຊຶ່ງປະກອບດ້ວຍປະເທດບູຣໄນດາຣູສາລໍາ, ລາຊະອານາຈັກ ກຳປູເຈຍ, ສາທາລະນະລັດ ອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫະພັນທະລັດ ມາເລເຊຍ, ສະຫະພາບມຽນມ້າ, ສາທາລະນະລັດ ຟີລິບປີນ, ສາທາລະນະລັດ ສີງກະໂປ, ລາຊະອານາຈັກໄທ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

2.     “ປະເທດສະມາຊິກເຂົ້າຮ່ວມໂຄງການ” ແມ່ນປະເທດສະມາຊິກ ທີ່ໄດ້ຕົກລົງເຂົ້າຮ່ວມໃນໂຄງການທົດລອງທີ II ສໍາລັບການຈັດຕັ້ງປະຕິບັດລະບົບການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງາຍໃນເຂດ ການຄ້າເສລີ ອາຊຽນ.

3.     “ຜູ້ສົ່ງອອກ” ໝາຍເຖິງບຸກຄົນ ຫລື ນິຕິບຸກຄົນ ທີ່ຕັ້ງຖີ່ນຖານຢູ່ໃນຂອບເຂດດິນແດນຂອງປະເທດສະມາຊິກ ເຂົ້າຮ່ວມໂຄງການ ບ່ອນທີ່ສິນຄ້າ ຖືກສົ່ງອອກໄປດ້ວຍບຸກຄົນເຫຼົ່ານັ້ນ.

4.     “ຜູ້ນຳເຂົ້າ” ໝາຍເຖິງບຖກຄົນ ຫລື ນິຕິບຸກຄົນ ທີ່ຕັ້ງຖີ່ນຖານຢູ່ໃນຂອບເຂດດິນແດນຂອງປະເທດສະມາຊິກ ເຂົ້າຮ່ວມໂຄງການ ບ່ອນທີ່ສິນຄ້າຖືກນຳເຂົ້າໄປດ້ວຍບຸກຄົນເຫຼົ່ານັ້ນ.

5.     “ຜູ້ສົ່ງອອກທີ່ໄດ້ສິດໃນການຢັ້ງຢືນ” (Certified Exporter) ໝາຍເຖິງຜູ້ຜະລິດທີ່ໄດ້ຮັບອະນຸຍາດໃຫ້ອອກໃບແຈ້ງລາຄາແຫລ່ງກຳເນີດສິນຄ້າຂອງສິນຄ້າສົ່ງອອກ.

6.     “ໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ” (Invoice Declaration) ໝາຍເຖິງການແຈ້ງແຫລ່ງກຳເນີດສິນຄ້າຢູ່ໃນໃບແຈ້ງລາຄາສິນຄ້າສົ່ງອອກ ທີ່ອອກໂດຍຜູ້ສົ່ງອອກ ທີ່ໄດ້ສິດ ໃນການ ຢັ້ງຢືນ. ຂ້າງເທີງ

III.  ການຄຸ້ມຄອງການນຳເຂົ້າສິນຄ້າ ທີ່ມີການຢັ້ງຢືນແຫລ່ງກຳເນີດຈາກປະເທດສະມາຊິກເຂົ້າຮ່ວມໂຄງການ

ເຈົ້າໜ້າທີ່ພາສີຕ້ອງອຳນວຍຄວາມສະດວກໃຫ້ແກ່ສິນຄ້າ ທີ່ມີການນຳເຂົ້າຕາມໂຄງການທົດລອງທີ II ຂອງອາຊຽນ ກ່ຽວກັບ ການຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ຄືກັນກັບການອຳນວຍຄວາມສະດວກແກ່ສິນຄ້າ ທີ່ນຳເຂົ້າຕາມຂອບການຄ້າ ດ້ານຜະລິດຕະພັນອາຊຽນ (ATIGA). ຂ້າງເທີງ

IV. ຫລັກການໃນການຮັບຮອງໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ

ໃບແຈ້ງລາຄາແຫ່ລງກຳເນີດສິນຄ້າຈະຖືກຮັບຮອງ ຕ້ອງມີອົງປະກອບດັ່ງລຸ່ມນີ້:

  • ຕ້ອງລະບຸລາຍລະອຽດຂອງສິນຄ້າຢ່າງພຽງພໍ ເພື່ອສາມາດກຳນົດກ່ຽວກັບແຫລ່ງກຳເນີດສິນຄ້າ;
  • ຕ້ອງຖືກລົງລາຍເຊັນ ພ້ອມລະບຸຊື່ ຂອງຜູ້ສົ່ງອອກ ທີ່ໄດ້ສິດໃນການຢັ້ງຢືນ ແຫລ່ງກຳເນີດສິນຄ້າ;
  • ວັນທີ, ເດືອນ, ປີ ທີ່ລະບຸໃນໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ ຈະຖືເປັນມື້ທີ່ອອກໃບແຈ້ງລາຄາແຫລ່ງກຳເນີດສິນຄ້າດັ່ງກ່າວ;
  • ຕ້ອງມີຜົນບັງຄັບໃຊ້ເປັນເວລາ 12ເດືອນ ນັບຈາກວັນ, ເດືອນ, ປີ ທີ່ອອກໃບແຈ້ງລາຄາແຫລ່ງກຳເນີດ
  • ບັນຊີລາຍຊື່, ແບບຢ່າງລາຍເຊັນ ແລະ ກາຈໍ້າຂອງຜູ້ສົ່ງອອກ ທີ່ໄດ້ສິດໃນການຢັ້ງຢືນ ຕ້ອງໄດ້ສະໜອງ ໃຫ້ແກ່ບັນດາປະເທດສະມາຊິກ ທີ່ເຂົ້າຮ່ວມໂຄງການ ໂດຍຜ່ານກອງເລຂາອາຊຽນ; ແລະ
  • ຕ້ອງມີເນື້ອໃນເອກະພາບ ລະບຸໄວ້ດ້ານລຸ່ມຂອງໃບແຈ້ງລາຄາແຫລ່ງກຳເນີດທຸກສະບັບຄືດັ່ງນີ້:

“ຜູ້ສົ່ງອອກສິນຄ້າ ທີ່ລະບຸໃນເອກະສານສະບັບນີ້ (ເລກລະຫັດຜູ້ສົ່ງອອກທີ່ໄດ້ສິດໃນການຢັ້ງຢືນເລກທີ ...............) ຂໍແຈ້ງນອກເໜືອຈາກທີ່ລະບຸຢ່າງຈະແຈ້ງໄວ້ບ່ອນອື່ນວ່າມີສິນຄ້າ (ທີ່ມີເລກລະຫັດພາສີ.......) ແມ່ນສອດຄ່ອງກັບລະບຽບການແຫລ່ງກໍາເນີດ ເພື່ອຈະໄດ້ຮັບການພິຈາລະນາວ່າເປັນສິນຄ້າ ທີ່ມີແຫລ່ງກຳເນີດຂອງອາຊຽນ ພາຍໃຕ້ສັນຍາການຄ້າຜະລິດຕະພັນ (ASEAN Trade in Good Agreement (ATIGA)) (ປະເທດອາຊຽນຂອງແຫລ່ງກຳເນີດ:.......................) ໂດຍກົດແຫລ່ງກຳເນີດ..........................”  ຂ້າງເທີງ

V.  ໜ້າທີ່ຂອງເຈົ້າໜ້າທີ່ພາສີ

1.     ກວດກາ, ພິຈາລະນາ, ຮັບ, ປະຕິເສດໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ;
2.     ຮຽກຮ້ອງ/ຮ້ອງຂໍຜູ້ປະກອບການສະໜອງຂໍ້ມູນ/ຂໍ້ມູນເພີ່ມເຕີມ;
3.     ໃຫ້ຄຳປຶກສາ, ແນະນຳແກ່ຜູ້ປະກອບການ;
4.     ໂຄສະນາເຜີຍແຜ່ໂຄງການທົດລອງດັ່ງກ່າວໃຫ້ແກ່ພະນັກງານພາສີ ແລະ ຜູ້ປະກອບການ;
5.     ປະສານງານພາຍໃນ/ຕ່າງປະເທດ; ແລະ
6.     ສະໜອງຕົວເລກ, ສະຖິຕິການຄ້າ ໃຫ້ແກ່ຂະແໜງການກ່ຽວຂ້ອງ ແລະ ກອງເລຂາອາຊຽນ.  ຂ້າງເທີງ

VI. ການນະໂຍບາຍຕໍ່ຄວາມຜິດ ແລະ ຄວາມແຕກຕ່າງເລັກໜ້ອຍ.

ໃນເວລາກວດກາ ແລະ ພິຈາລະນາ ໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ ທີ່ຢັ້ງຢືນໂດຍຜູ້ປະກອບການຜະລິດ ເພື່ອສົ່ງອອກນັ້ນ ຖ້າຫາກພົບເຫັນການກະທຳຜິດ ຫລື ພົບເຫັນຄວາມແຕກຕ່າງເລັກໜ້ອຍ ເຈົ້າໜ້າທີ່ພາສີຈະມີນະໂຍບາຍ ໂດຍບໍ່ມີການປັບໄໝ ເມື່ອຄວາມຜິດ ແລະ ຄວາມແຕກຕ່າງດັ່ງກ່າວຫາກຕົກຢູ່ໃນ 7 ກໍລະນີດັ່ງລຸ່ມນີ້:

1.     ການສະກົດ ຫລື ຕີພິມຜິດໃນໃບຢັ້ງຢືນແຫລ່ງກຳເນີດສິນຄ້າ;
2.     ຂະໜາດຂອງເຄື່ອງໝາຍ y ແລະ ຮູບແບບການຕື່ມຂໍ້ມູນ (ຂຽນດ້ວຍມື ຫລື ໃຊ້ເຄື່ອງພິມ) ລວມທັງການໝາຍ  x ແທນໃສ່ເຄື່ອງໝາຍ y ;
3.     ຄວາມຄາດເຄື່ອນເລັກໜ້ອຍທາງດ້ານລາຍເຊັນອະນຸຍາດໃນໃບຢັ້ງຢືນແຫລ່ງກຳເນີດສິນຄ້າ ແລະ ລາຍຊື່ຜູ້ອະນຸຍາດ;
4.     ຄວາມແຕກຕ່າງທາງດ້ານຫົວໜ່ວຍວັດແທກ ທີ່ລະບຸໄວ້ໃນໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ (Invoice Declaration), ໃບລາຍການບັນຈຸສິນຄ້າ (Packing List) ແລະ ເອກະສານອື່ນໆ;
5.     ຄວາມແຕກຕ່າງເລັກໜ້ອຍຂອງຂະໜາດເຈ້ຍ A4 ຂອງໃບແຈ້ງລາຄາແຫລ່ງກໍາເນີດສິນຄ້າ;
6.     ຄວາມຄາດເຄື່ອນເລັກໜ້ອຍຂອງສີນໍ້າມຶກ (ດຳ ຫລື ຟ້າ) ກ່ຽວກັບເນື້ອໃນຂອງໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ; ແລະ
7.     ຄວາມແຕກຕ່າງເລັກໜ້ອຍທາງດ້ານເນື້ອໃນໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ ແລະ ເອກະສານອື້ນໆ ທີ່ຄັດຕິດ. ຂ້າງເທີງ

VII.  ການກວດສອບຄືນຢ້ອນຫລັງ.

ປະເທດສະມາຊິກຜູ້ນຳເຂົ້າ ອາດຮ້ອງຂໍຕໍ່ໜ່ວຍງານ ທີ່ມີອຳນາດອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າຂອງປະເທດສະມາຊິກຜູ້ສົ່ງອອກໃຫ້ມີການກວດສອບຄືນຢ້ອນຫລັງໂດຍການຊຸ່ມກວດ ແລະ/ຫລື ເມື່ອມີຂໍ້ສົງໃສ ທີ່ມີເຫດຜົນຕໍ່ກັບຄວາມແທ້ຈີງຂອງເອກະສານ ຫລື ຕໍ່ກັບຄວາມຖືກຕ້ອງຂອງຂໍ້ມູນ ກ່ຽວກັບແຫລ່ງ ກຳເນີດ ທີ່ແທ້ຈິງຂອງສິນຄ້າ ທີ່ຖືກສົງໃສ ຫລື ຂອງບາງສ່ວນຂອງສິນຄ້ານັ້ນ. ພາຍຫລັງການຮ້ອງຂໍດັ່ງກ່າວ, ໜ່ວຍງານທີ່ມີ ອຳນາດອອກ ໃບຢັ້ງຢືນແຫລ່ງກຳເນີດສິນຄ້າຂອງປະເທດສະມາຊິກຜູ້ສົ່ງອອກຈະດຳເນີນການກວດສອບຄືນຢ້ອນຫລັງຕາມເອກະສານຊີ້ແຈງຕົ້ນທຶນການຜະລິດຂອງຜູ້ຜະລິດ/ຜູ້ສົ່ງອອກ ໂດຍອີງໃສ່ຕົ້ນທຶນ ແລະ ລາຄາທີ່ລະບຸໄວ້ໃນມື້ທີ່ມີການສົ່ງອອກແຕ່ຢູ່ພາຍໃນໄລຍະເວລາ 6 ເດືອນ ໂດຍມີເງື່ອນໄຂ 4 ຂໍ້ດັ່ງລຸ່ມນີ້:

1.     ການຮ້ອງຂໍໃຫ້ມີການກວດສອບຄືນຍ້ອນຫລັງ ຕ້ອງສົ່ງໄປພ້ອມກັບໃບແຈ້ງລາຄາແຫລ່ງກຳເນີດສິນຄ້າ ທີ່ກ່ຽວຂ້ອງ ແລະ ຈະຕ້ອງລະບຸເຫດຜົນ ແລະ ຂໍ້ມູນເພີ່ມເຕີມຕ່າງໆ ທີ່ສະແດງ ໃຫ້ເຫັນເຖິງຄວາມ ບໍ່ຖືກຕ້ອງຂອງ ໃບແຈ້ງລາຄາ ແຫລ່ງກຳ ເນີດດັ່ງກ່າວ; ຍົກເວັ້ນກໍລະນີຂໍໃຫ້ກວດສອບຄືນຍ້ອນຫລັງໂດຍການຊຸ່ມກວດ;

2.     ໜ່ວຍງານອອກໃບຢັ້ງຢືນແຫລ່ງກຳເນີດທີ່ໄດ້ຮັບການຮ້ອງຂໍໃຫ້ກວດສອບຄືນຍ້ອນຫລັງ ຕ້ອງຕອບ ຮັບການຮ້ອງ ຂໍໂດຍໄວ ແລະ ແຈ້ງຜົນໃຫ້ຮັບຮູ້ພາຍໃນ 90 ວັນ ນັບຈາກມື້ ທີ່ໄດ້ຮັບການຮ້ອງຂໍ;

3.     ໜ່ວຍງານພາສີຂອງປະເທດສະມາຊິກຜູ້ນຳເຂົ້າ ອາດຈະຢຸດການໃຫ້ສິດທິພິເສດທາງດ້ານອັດຕາພາສີແກ່ສິນຄ້າດັ່ງກ່າວ ໃນຂະນະທີ່ລໍຖ້າຜົນຂອງການກວດສອບ. ແຕ່ຫາກສິນຄ້ານັ້ນ ບໍ່ແມ່ນສິນຄ້າເກືອດຫ້າມ ຫລື ຈຳກັດໃນການນຳເຂົ້າ ແລະ ບໍ່ມີຂໍ້ສົງໃສໃນການປອມແປງ ສິນຄ້າດັ່ງກ່າວຈະຖືກປ່ອຍ ໃຫ້ແກ່ຜູ້ນຳເຂົ້າ ໂດຍຂື້ນກັບມາດ ຕະການໃນການ ບໍລິຫານ ທີ່ເຫັນວ່າຈຳເປັນ;

4.     ໜ່ວຍງານທີ່ມີອຳນາດອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າ ຈະສົ່ງຜົນຂອງການກວດສອບໃຫ້ປະເທດສະມາຊິກຜູ້ນຳເຂົ້າທັນທີ ເຊິ່ງພາຍຫລັງປະເທດດັ່ງກ່າວ ຈະພິຈາລະນາວ່າສິນຄ້າ ທີ່ຕ້ອງສົງໃສດັ່ງກ່າວໄດ້ແຫລ່ງກຳເນີດ ຫລືບໍ່. ຂະບວນການທັງໝົດຂອງການກວດສອບຄືນຢ້ອນຫລັງ ລວມທັງ ຂະບວນ ການແຈ້ງໃຫ້ໜ່ວຍງານອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າຂອງປະເທດສະມາຊິກຜູ້ສົ່ງອອກ ກ່ຽວກັບຜົນ ຂອງການ ພິຈາລະນາວ່າສິນຄ້າໄດ້ແຫລ່ງກຳເນີດ ຫລື ບໍ່ນັ້ນ ຕ້ອງສຳເລັດພາຍໃນ 180 ວັນ. ໃນຂະນະລໍ ຖ້າຜົນຂອງ ການກວດ ສອບ ຢ້ອນຫລັງ ໃຫ້ປະຕິບັດຂໍ້ທີ 7.3 ຂ້າງເທິງ. ຂ້າງເທີງ

VIII. ການຮັກສາຄວາມລັບ

1.     ແຕ່ລະປະເທດສະມາຊິກເຂົ້າຮ່ວມໂຄງການທົດລອງ ຈະຕ້ອງຮັບຜິດຊອບຮັກສາຄວາມລັບຂອງເອກະສານ, ຂໍ້ມູນຂ່າວສານ ແລະ ຂໍ້ມູນອື່ນໆ ທີ່ໄດ້ຮັບ ແລະ ໄດ້ສົ່ງໃຫ້ກັນ ແລະ ກັນ ໃນໄລຍະການຈັດຕັ້ງ ປະຕິບັດບົດບັນທຶກຊ່ວຍຈໍານີ້.

2.     ແຕ່ລະປະເທດສະມາຊິກເຂົ້າຮ່ວມໂຄງການທົດລອງ ຈະບໍ່ອະນຸຍາດໃຫ້:

  • ເປີດເຜີຍທຸກຂໍ້ມູນຂ່າວສານລັບ ທີ່ປະເທດສະມາຊິກອື່ນສະໜອງໃຫ້ ບໍ່ວ່າຈະດ້ວຍທາງກົງ ຫລື ທາງອ້ອມກໍ່ຕາມ.
  • ນໍາໃຊ້ຂໍ້ມູນລັບ ຂອງປະເທດສະມາຊິກອື່ນ ນອກຈາກຈຸດປະສົງ ນຳໃຊ້ທີ່ໄດ້ລະບຸໄວ້ໃນບົດບັນທຶກຊ່ວຍຈໍາສະບັບນີ້ ກ່ອນການໄດ້ຮັບອະນຸຍາດຈາກປະເທດສະມາຊິກເຂົ້າຮ່ວມໂຄງການທົດລອງ. ຂ້າງເທີງ

IX.  ມາດຕະການຕໍ່ການກະທຳຜິດ

ການປະຕິບັດມາດຕະການຕໍ່ແຕ່ລະສະຖານການກະທຳຜິດ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍພາສີສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ.

X.  ມອບໃຫ້ກົມພາສີ ສົມທົບກັບຂະແໜງການກ່ຽວຂ້ອງ ຈັດຕັ້ງປະຕິບັດ ແລະ ດຳເນີນການ ໂຄສະນາເຜີຍແຜ່ ໃຫ້ແກ່ສັງຄົມໄດ້ຮັບຊາບ.

XI.  ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທີງ

ລັດຖະມົນຕີ ວ່າການກະຊວງການເງິນ ຂ້າງເທີງ

 

# ຫົວຂໍ້ ດາວໂຫຼດ
1 Agreement of Finance Minister on the Implementation of the 2nd ASEAN Self-Certification Pilot Project, No 2962/MOF PDF
2 ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງປະຕິບັດ ໂຄງການທົດລອງທີ II ຂອງອາຊຽນ ກ່ຽວກັບ ການຢັ້ງຢືນແຫລ່ງກຳເນີດສິນຄ້າ ດ້ວຍຕົນເອງ ເລກທີ 2962/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.