ປະ​ເທ​ດສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວມ​ໂຄງການທົດ​ລອງ​ທີ II ຂອງ​ອາ​ຊຽນ ກ່ຽວ​ກັບການ​ຢັ້ງຢືນ​ແຫຼ່ງ​ກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງນີ້ ຈະ​ໄດ້​ຈັດຕັ້ງປະຕິບັດ​ລະບົບ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍຕົນ​ເອງ​ພາຍ​ໃຕ້ຂອບການ​ຄ້າ​​ເສລີ​ອາ​ຊຽນ ເພື່ອ​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດນີ້​​ດຳ​ເນີນ​ໄປ​ຢ່າງ​ມີ​ປະ​ສິດ​ທິຜົນ ​ແລະ ຮັບປະກັນ​ຄວາມ​ຖືກຕ້ອງ​ສອດຄ່​ອງກັບ​ຂັ້ນຕອນ-ລະບຽບ​ການ​ພາຍ​ໃນ ​ແລະ ສາ​ກົນ​​, ກະຊວງ​ການ​ເງິນ ຈຶ່ງ​ອອກຂໍ້​ຕົກລົງ​​ ​ວ່າ​ດ້ວຍ ​ການຈັດຕັ້ງປະຕິບັດ​ໂຄງການ​ທົດ​ລອງ​ທີ II ຂອງ​ອາ​ຊຽນ ກ່ຽວ​ກັບ ການ​ຢັ້ງຢືນ​ແຫຼ່ງ​ກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ ສະບັບ​ເລກທີ 2962/ກງ, ລົງ​ວັນ​ທີ 09/10/2013 ​ເພື່ອ​ເປັນການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າສິນ​ຄ້າ​ ທີ່​ມີ​ການ​ຢັ້ງຢືນ​ແຫຼ່ງ​ກຳ​ເນີ​ດສິນຄ້າ​ຈາກ​ປະ​ເທດ​ສະມາ​ຊິກ​ເຂົ້າ​ໄດ້ຮ່ວມ​ໂຄງການດັ່ງ​ກ່າວ. ສະນັ້ນ, ​ເຈົ້າໜ້າ​ທີ່​ພາສີຕ້ອງ​ອຳນວຍຄວາມ​ສະດວກ​ ​ໃຫ້​ແກ່​ສິນຄ້າ​ທີ່​ນຳ​ເຂົ້າຕາມ​​ໂຄງການ​ທົດ​ລອງ​ທີ II ຂອງ​ອາ​ຊຽນ ກ່ຽວ​ກັບ​ ການ​ຢັ້ງຢືນ​ແຫຼ່ງກຳ​​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ ຄືກັນກັບ​ການ​ອຳນວຍ​ຄວາມສະດວກ​ໃຫ້​ແກ່​ສິນຄ້າ​ທີ່​ນຳ​ເຂົ້າ​ໃນຂອບການ​ຄ້າ​ດ້ານ​ຜະລິດ​ຕະພັນ​ອາ​ຊຽນ. ​ຊຶ່ງຫຼັກການ​ໃນ​ການ​ຮັບຮອງ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນ​ຄ້າ​ດ້ວຍ​ຕົນ​ເອງ​ ປະກອບ​​ມີ: 1)ຕ້ອງ​ລະບຸ​ລາຍ​ລະອຽດ​ຂອງ​ສິນຄ້າຢ່າງ​ພຽງ​ພໍ​ ​ເພື່ອສາມາດ​ກຳນົດ​ກ່ຽວ​ກັບ​ແຫຼ່ງກຳ​ເນີດສິນຄ້າ; 2)ຕ້ອງ​ຖືກ​ລົງ​ລາຍ​ເຊັນ ພ້ອມ​ລະບຸ​ຊື່​ຂອງ​ຜູ້​ສົ່ງ​ອອກ​ທີ່​ໄດ້​ສິດ​ໃນ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​; 3)ວັນ​ທີ, ເດືອນ, ປີ ທີ່​ລະບຸ​ໃນ​ໃບ​ແຈ້ງ​ລາຄາ​ແຫຼ່ງກຳ​ເນີ​ດສິນຄ້າ ຈະ​ຖື​ເປັນ​ມື້​ທີ່ອອກ​ໃບ​ແຈ້ງລາຄາ​ແຫຼ່ງກຳ​​ເນີ​ດສິນຄ້າ​ດັ່ງກ່າວ; 4)ບັນຊີ​ລາຍ​ຊື່​, ​ແບບຢ່າງ​ລາຍ​ເຊັນ ​ແລະ ກາ​ຈ້ຳຂອງ​ຜູ້​ສົ່ງ​ອອກ​ທີ່​ໄດ້​ສິດ​ໃນ​ການ​ຢັ້ງຢືນ​ຕ້ອງ​ສະໜອງ​ໃຫ້​ແກ່​ບັນດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ເຂົ້າຮ່ວມ​ໂຄງການ ​ໂດຍ​ຜ່ານ​ກອງ​ເລຂາ​ອາ​ຊຽນ; ​ແລະ ​​5)ຕ້ອງ​ມີ​ເນື້ອ​ໃນ​ເອກະ​ພາບ ລະບຸ​ໄວ້​​ດ້ານ​ລຸ່ມ​ຂອງ​ໃບ​ແຈ້ງ​ລາຄາ​ແຫຼ່ງກຳ   ​ເນີ​ດສິນຄ້າ​ທຸກສະບັບ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.