ໃນ​ວັນ​ທີ 26 ​​ກັນຍາ 2013 ທີ່​ຜ່ານມາ ທີ່​ນະຄອນຫຼວງ ປັກ​ກິ່ງ, ສປ ຈີນ​, ລັດຖະບານ ແຫ່ງ ສປປ ລາວ ​ແລະ ສປ ຈີນ ​ໄດ້ຮ່ວມລົງ​ນາມ​ເຊັນບົ​ດບັນ​ທຶກ ຂໍ້​ກຳນົດ​ເງື່ອນ​ໄຂດ້ານ​ສຸຂາ​ນາ​ໄມພືດ ກ່ຽວ​ກັບ​ ການ​ນຳ​ເຂົ້າຂອງ ສປ ຈີນ ຈາກ ສປປ ລາວ ຊຶ່ງມີ ​3 ປະ​ເພດ ພືດ ຄື: ມັນຕົ້ນ​ແຫ້ງ, ກ້ວຍ ​ແລະ ໝາກ​ໂມ ຊຶ່ງ​ເປັນ​ຜົນສຳ​ເລັດໃນ​ເບື້ອງ​ຕົ້ນ ຂອງ​ການ​ກະກຽມຜະລິດ​ຕະພັນ​ກະສິກຳ ​ແລະ ປ່າ​ໄມ້ ຂອງລາວ ​ເພື່ອ​ສົ່ງ​ອອກ​ໄປ​ຍັງ ສປ ຈີນ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ ສປປ ລາວ ຍັງມີທ່າແຮງດ້ານກະສິກຳອີກຫຼາຍໆ​ຜະລິດ​ຕະພັນຕາມທີ່ຕ້ອງການສົ່ງອອກໄປຍັງຕະຫຼາດຈີນ, ສະນັ້ນ ໂດຍອີງໃສ່ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ ສປປ ລາວ ​ແລະ ສປ ຈີນ ລັດຖະບານລາວຈຶ່ງເລັງເຫັນຄວາມເປັນໄປໄດ້ ທີ່ຈະຂະຫຍາຍບົດບັນທຶກຂໍ້​ກຳນົດ​ເງື່ອນ​ໄຂດ້ານ​ສຸຂາ​ນາ​ໄມພືດສຳລັບສິນຄ້າປະເພດກະສິກຳຂອງລາວ ທີຈະສົ່ງອອກໄປຍັງ ສປ ຈີນ, ໃນວັນທີ 11 ຕຸລາ 2013 ກະຊວງ​ກະສິກຳ​ ​​ແລະ ປ່າ​ໄມ້ ເຮັດ​ໜັງ​ສືສະ​ເໜີເຖິງ  ຫ້ອງການທີ່​ປຶກສາທຸດ ​ເສດຖະກິດ-ການ​ຄ້າ ຂອງ ສປ ຈີນ ທີ່ປະຈຳຢູ່ ສປປ ລາວ ເພື່ອໃຫ້ຊ່ວຍປະສານໄປທາງອົງການ AQSIQ (General Administration of Quality Supervision, Inspection and Quarantine) ຂອງ ສປ ຈີນ ກ່ຽວ​ກັບ ​ການ​ເຊັນ​ບົດ​ບັນ​ທຶກ​ຂໍ້​ກຳນົດ​ເງື່ອນ​ໄຂ​ດ້ານ​ສຸຂາ​ນາ​ໄມ​ພືດກ່ຽວ​ກັບການ​ສົ່ງ​ອອກ ​ເຂົ້າສານ ຂອງ ສປປ ລາວ ​ໄປ​ຍັງ ສປ ຈີນ  ຕື່ມ ເພາະເຂົ້າສານເປັນປະລິດຕະພັນຕົ້ນຕໍ່ຂອງຊາວກະສິກອນລາວ ແລະ ເປັນປັດໃຈສຳຄັນທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນລາວ ແລະ ທີ່ສຳຄັນ ​ສປປ ລາວ ​ແມ່ນມີ​ຄວາມ​ພ້ອມ​​ທີ່ຈະເຊັນບົ​ດບັນ​ທຶກດັ່ງ​ກ່າວ ​ທີ່ໄດ້ຜ່ານ​ການຄົ້ນຄວ້າທາງ​ດ້ານ​ວິຊາ​ການ ແລະ ​ໄດ້ຮັບການ​ເຫັນ​ດີ​ເປັນ​ເອກະ​ພາບ​ຈາກຂັ້ນເທິງຂອງ ສປປ ລາວ. ຖ້າຫາກວ່າ ບົດບັນທຶກດັ່ງກ່າວໄດ້ຮັບການລົງນາມ ກໍ່ຈະເປັນຜົນດີແກ່ ສປປ ລາວ ໃນການເປີດຕະຫຼາດສົ່ງອອກເຂົ້າສານ ໄປ ສປ ຈີນ ໂດຍມີການກຳນົດເງື່ອນໄຂຈະແຈ້ງ ແລະ ຊັດເຈນ ເພື່ອອຳນວຍຄວາມສະດວກແກ່ການສົ່ງອອກ ຂອງ ສປປ ລາວ. ແຕ່ເຖິງຢ່າງໃດກໍ່ຕາມ ຜູ້ຜະລິດຂອງລາວກໍ່ຕ້ອງຮັບປະກັນວ່າເຂົ້າສານຂອງ ສປປ ລາວ ເຫັນໄດ້ເຖິງຄຸນນະພາບ ແລະ ປະລິມານຂອງການສົ່ງອອກ ເພາະສິ່ງເຫຼົ່ານັ້ນຈະເປັນອັນຕັດສິນຊີ້ຂາດ.

ທ່ານສາມາດດາວໂຫລດເອກະສານລາຍລະອຽດໄດ້ຂ້າງລຸ່ມນີ້:

 

# ຫົວຂໍ້ ດາວໂຫຼດ
1 The Department of Plantation, Ministry of Agriculture and Forestry proposes to the Counsellor,Economic and Commercial Affairs of the Republic of China the signing of a Memorandum of Understanding (MOU) on Phytosanitary Requirements for the Export of Rice PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.