ຮ່າງຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນ ໄດ້ຖືກຮ່າງ ໂດຍກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ. ວັດຖຸປະສົງຕົ້ນຕໍແມ່ນ ເພື່ອສ້າງໃຫ້ເປັນເຄື່ອງມືດ້ານນິຕິກຳໃນການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາການ ຄ້າຊາຍແດນ ໃຫ້ເປັນລະບຽບຮຽບຮ້ອຍ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ຂໍ້ຕົກລົງດັ່ງ ກ່າວມີເນື້ອໃນ ຕິດພັນກັບຫລາຍຂະແໜງການ ເຊັ່ນ: ພາສີ, ຕຳຫຼວດກວດຄົນເຂົ້າ-ອອກເມືອງ, ການກວດກາສຸຂາອະນາໄມພືດ ແລະ ສັດ, ດັ່ງນັ້ນ, ເພື່ອເຮັດໃຫ້ເນື້ອໃນຂອງຂໍ້ຕົກລົງດັ່ງກ່າວ ມີຄວາມຄົບຖ້ວນ ແລະ ສົມບູນ ໃນວັນທີ 14 ພະຈິກ 2013 ທີ່ຜ່ານມາ ໄດ້ມີການຈັດກອງ ປະຊຸມປຶກສາຫາລືພາຍໃນກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນເປັນຄັ້ງທຳອິດ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບົວວັນ ວິລະວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ມີຜູ້ເຂົ້າຮ່ວມ ຈາກຂະແໜງການກ່ຽວຂ້ອງ ເຊັ່ນ:  ກົມພາສີ ກະຊວງການເງິນ, ກົມກົດໝາຍ ກະຊວງຍຸດຕິທຳ, ຫ້ອງວ່າການລັດຖະບານ; ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປທ່າມກາງບັນຍາກາດອັນຟົດຟື້ນ ແລະ ຈິງໃຈປະກອບຄຳເຫັນຕໍ່ເນື້ອໃນອັນສຳຄັນຂອງຂໍ້ຕົກລົງດັ່ງກ່າວ ເຊັ່ນ: ການອະທິບາຍຄຳສັບກ່ຽວກັບການຄ້າຊາຍແດນ, ການກຳນົດຂອບເຂດ ແລະ ສິດຂອງບຸກຄົນທີ່ເຮັດການຄ້າຊາຍແດນ ແລະ ອື່ນໆ ແລະ ຍ້ອນວ່າວຽກງານການຄ້າຊາຍແດນເປັນວຽກງານໜຶ່ງທີ່ຕິດພັນກັບຫຼາຍຂະແໜງ. ກອງປະຊຸມກໍໄດ້ຮັບເອົາຄຳເຫັນປະກອບສ່ວນຂອງຂະແໜງການນັ້ນໆ ເພື່ອຈະນຳໄປປັບປຸງຮ່າງເຮັດໃຫ້ຂໍ້ຕົກລົງມີຄວາມສົມບູນ, ຄົບຖ້ວນ, ສອດຄ່ອງກັບລະບຽບການກົດໝາຍຂອງ ສປປ ລາວເຮົາ ແລະ ເປັນພື້ນຖານໃຫ້ແກ່ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ກ່ອນທີ່ຈະເປີດກອງປະຊຸມເພື່ອຜ່ານເນື້ອໃນສະບັບດັ່ງກ່າວອີກຄັ້ງ ກ່ອນການສະເໜີລັດຖະບານຮັບຮອງ.

ກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນການຄົ້ນຄວ້າຮ່າງເນື້ອໃນຂໍ້ຕົກລົງ ຊຶ່ງຈະໃຊ້ເປັນບ່ອນອີງ ໃຫ້ແກ່ການຈັດ ຕັ້ງຄຸ້ມຄອງ ວຽກງານການຄ້າຊາຍແດນໃນທົ່ວປະເທດ ພ້ອມທັງໄດ້ສະແດງຄວາມເປັນເອກະພາບໃນບາງເນື້ອໃນຂອງຮ່າງຂໍ້ຕົກລົງນີ້ ແລະ ມອບໃຫ້ຄະນະຄົ້ນຄວ້ານຳເອົາຄຳເຫັນຂອງກອງປະຊຸມໄປຄົ້ນຄວ້າດັດແກ້ຕື່ມ ເຮັດແນວໃດເພື່ອໃຫ້ແທດເໝາະກັບຕົວຈິງ ພາຍໃຕ້ກອບກົດໝາຍຕ່າງໆທີ່ກ່ຽວຂ້ອງ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.