ທະນາຄານໂລກໄດ້ ເຜີຍແຜ່ບົດສະຫລຸບຫຍໍ້ ຜົນໄດ້ຮັບ ແລະ ຜົນສຳເລັດໃນໄລຍະຜ່ານມາ ຂອງໂຄງການກອງ ທຶນຊ່ວຍ ເຫລືອ ລ້າຫລາຍຝ່າຍເພື່ອການພັດທະນາການຄ້າ  ເຊິ່ງເປັນກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ທີ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃຫ້ສືບຕໍ່ພັດທະນາວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ, ຮັດແໜ້ນຂອບວຽກດ້ານມາດຕະຖານ ສຸຂານະໄມ ແລະ ສຸຂານາໄມພືດ ແລະ  ສີ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ, ເພີ່ມການແຂ່ງຂັນໃນດ້ານການສົ່ງອອກ ແລະ ສ້າງຂີດຄວາມສາມາດ ໃນການກຳນົດນະໂຍບາຍທາງດ້ານການຄ້າໃຫ້ແກ່ພາກທຸລະກິດ, ການເຈລະຈາບັນດາສັນຍາການຄ້າ ແລະ ການຍາດແຍ່ງຜົນປະໂຫຍດ ຂອງກາລະໂອກາດໃນເວທີສາກົນ. ໄລຍະທີສອງຂອງກອງທຶນຊ່ວຍເຫລືອລ້າຫລາຍຝ່າຍເພື່ອພັດທະນາການຄ້າ ໄດ້ເລີ່ມປະຕິບັດໃນເດືອນພຶດສະພາ 2013 ນີ້.

ຄິຣກທີ່ນີ້ ເພື່ອອ່ານເພີ່ມເຕີມກ່ຽວກັບ ກອງທຶນຊ່ວຍເຫລືອລ້າຫລາຍຝ່າຍເພື່ອພັດທະນາການຄ້າ ແລະ ເພື່ອເບີ່ງວີດີໂອ ກ່ຽວກັບບາດກ້າວ ແລະ ສີ່ງທ້າທາຍ ຂອງ ສປປ ລາວ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.