ເພື່ອເພີ່ມທະວີການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ກົມຄຸ້ມຄອງຊັບສິນຂອງລັດ ອອກແຈ້ງການແນະນຳສະບັບເລກທີ 0094/ກງ.ຊລ, ລົງວັນທີ 22 ຕຸລາ 2013 ເພື່ອຈັດຕັ້ງປະຕິບັດ ຄໍາສັ່ງແນະນໍາຂອງທ່ານ ລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013 ວ່າດ້ວຍເອົາໃຈໃສ່ຄຸ້ມຄອງການສົ່ງອອກໄມ້ເພື່ອເກັບລາຍຮັບເຂົ້າງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ. ແຈ້ງການແນະນຳສະບັບດັ່ງກ່າວ ໄດ້ກຳນົດໃຫ້ ຫ້ອງການຄຸ້ມຄອງຊັບສິນຂອງລັດ ເປັນເຈົ້າການສົມທົບກັບຂະແໜງການຂອງລັດທີ່ກ່ຽວຂ້ອງ ກວດກາໄມ້ທີ່ໄດ້ຮັບອະນຸຍາດສົ່ງອອກທຸກປະເພດ ໂດຍໃຫ້ປະຕິບັດຕາມຂັ້ນຕອນຄືດັ່ງນີ້: ກ່ອນທີ່ຈະສົ່ງໄມ້ອອກໄປຕ່າງປະເທດ ພາຍຫລັງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງແລ້ວ ຜູ້ປະກອບການ ຕ້ອງແຈ້ງໃຫ້ພະນັກງານຄຸ້ມຄອງຊັບສິນ ສົມທົບກັບຂະແໜງອຸດສາຫະກຳ-ການຄ້າ, ແລະ ຂະແໜງກະສິກຳ ແລະ ປ່າໄມ້ ລົງກວດກາໄມ້ຕົວຈິງ, ກວດກາຄືນການມອບພັນທະໄມ້ ແລະ ການມອບອາກອນ, ກວດກາສັນຍາຊື້-ຂາຍໄມ້ລະຫວ່າງຜູ້ຂາຍ ແລະ ຜູ້ຊື້ຢູ່ຕ່າງປະເທດ, ສ້າງບົດບັນທຶກກ່ຽວກັບການເອົາໄມ້ຂຶ້ນລົດກ່ອນການເຄື່ອນຍ້າຍໄປຕ່າງປະເທດ ໂດຍກວດກາລະອຽດໃຫ້ຖືກຕ້ອງຕາມຈຳນວນ, ບໍລິມາດ ແລະ ຊະນິດໄມ້ທີ່ລະບຸໄວ້ໃນເອກະສານ. ພ້ອມດຽວກັນນັ້ນ, ນອກຈາກເອກະສານທີ່ຂະແໜງກ່ຽວຂ້ອງ ໄດ້​ອອກ​ອະ​ນຸ​ຍາດ​ໃຫ້ມີການເຄື່ອນໄມ້ອອກໄປຕ່າງປະເທດແລ້ວ ຕ້ອງມີເອກະສານຂອງຂະແໜງການຄຸ້ມຄອງຊັບສິນຂອງລັດເພີ່ມອີກ, ຖ້າບໍ່ມີເອກະສານນີ້ບໍ່ອະນຸຍາດໃຫ້ສົ່ງອອກ.  

ທ່ານສາມາດດາວໂຫລດເອກະສານລາຍລະອຽດຂ້າງລຸ່ມນີ້

 

 

# ຫົວຂໍ້ ດາວໂຫຼດ
1 The Department of State Asset Management has issued an instruction on the implementation of the Decree on addressing the management of wood exports in order to complete the collection of fiscal revenue accurately and timely. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.