ກອງປະຊຸມດັ່ງກ່າວ ໂດຍ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ທ່ານ ລິວ​ຢູນ​ກົວ ຜູ້ຕາງໜ້າ​ອົງການ​ອະນາໄມ​ໂລກ ປະຈຳ ​ສປປ ລາວ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນດາ​ກະຊວງ ພາກສ່ວນ​ທຸລະ​ກິດ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກົດໝາຍວ່າດ້ວຍອາຫານ ສະບັບປັບປຸງ ສະບັບເລກທີ 06/ ​ສພຊ ລົງ​ວັນ​ທີ 24 ກໍລະກົດ 2013  ໄດ້​ຖືກ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ ແລະ ປະກາດ​ໃຊ້​ໂດຍ​ດຳລັດ​ຂອງ​ທ່ານ​ປະທານປະເທດ ສະບັບເລກ​ທີ 172/ ​ປປທ, ລົງ​ວັນ​ທີ 20 ສິງຫາ 2013. ​ກົດໝາຍ​ວ່າ​ດ້ວຍ​ອາຫານ​ສະບັບ​ເດີມ​ (2004)  ປະກອບ​ມີ 8 ພາກ, 54 ມາດຕາ, ສ່ວນ​ກົດໝາຍ​ວ່າ​ດ້ວຍ​ອາຫານ​ສະບັບ​ປັບປຸງ​ໃໝ່ ປະກອບ​ມີ 10 ພາກ, 6 ໜວດ, 85 ມາດຕາ (ເອົາ​ເຂົ້າ​ໃໝ່ 49 ມາດຕາ ປັບປຸງ 32 ມາດຕາ, ເນື້ອໄນເກົ່າ 4 ມາດຕາ), ໃນນັ້ນ ໃນພາກທີ 3, ມາດຕາທີ 34, ມາດຕາທີ 35, ແລະ ມາດຕາທີ 36 ໄດ້ລະບຸລະອຽດກ່ຽວກັບການ​ສົ່ງ​ອອກ​ອາຫານ,​ການ​ນຳ​ເຂົ້າ​ອາຫານ ແລະ ການ​ສົ່ງ​ຜ່ານ​ອາຫານວ່າມີລະບຽບ, ຂັ້ນຕອນການປະຕິບັດຄືແນວໃດ.

ກົດໝາຍ​ສະບັບ​ປັບປຸງ ຈະ​ສາມາດນຳໃຊ້ເປັນ​ບ່ອນ​ອີງດ້ານນິຕິກຳ​ທີ່​ຮັດກຸມ​ກວ່າ​ເກົ່າ ໃນ​ການຈັດຕັ້ງ​ປະຕິບັດ​​ຄຸ້ມ​ຄອງ- ກວດກາ ທີ່​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະເທດ ແລະ ກວມ​ລວມ​ເອົາ​ການ​ຄຸ້ມ​ຄອງ​ທຸກ​ຫົວໜ່ວຍ​ທຸລະ​ກິດ​ອາຫານ ທີ່​ເຄື່ອນ​ໄຫວ​ໃນ ​ສປປ ລາວ ເພື່ອ​ຮັບປະກັນ​ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ຂອງ​ອາຫານ ໂດຍ​ມີ​ການ​ແບ່ງ​ຂັ້ນ​ການ​ຄຸ້ມ​ຄອງ​ແຕ່​ລະ​ຂັ້ນ ນັບ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງຖິ່ນ​ຢ່າງ​ຈະແຈ້ງ ມີ​ການ​ກຳນົດ​ການ​ປະສານ​ງານ​ລະຫວ່າງ​ພາກສ່ວນ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ອາຫານ ຫຼຸດຜ່ອນ​ຂັ້ນຕອນທີ່ຊ້ຳ​ຊ້ອນ ແລະ ປະຕິບັດ​ລະບົບ​ປະຕູ​ດຽວ ແລະ ການ​ປະສານ​ງານ​ທີ່​ກົມກຽວ ເພື່ອ​ຈຸດປະສົງ​ປົກ​ປ້ອງ​ສຸຂະພາບ​ຂອງ​ຜູ້​ບໍລິໂພກ ມີ​ຄວາມ​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ ​ສປປ ລາວ ພ້ອມ​ທັງ​ສອດຄ່ອງ​ກັບ​ຫຼັກການ​ຂອງ​ສາກົນ ແລະ ພາກ​ພື້ນອີກດ້ວຍ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.