ວັນເວລາແຫ່ງການກ້າວສູ່ປະຕູເອອີຊີຫຍັບຈໍ້ເຂົ້າມາອີກກ້າວ ເຊິ່ງມາຮອດປັດຈຸບັນກໍ່ເຫລືອເວລາ 470 ກວ່າວັນ ຫລື ບໍ່ເຖິງ 2 ປີແລ້ວ, ດ້ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊີ້: ເວລາທີ່ຍັງເຫລືອ ພາກລັດ ກັບຫົວໜ່ວຍທຸລະກິດຕ້ອງເຮັດວຽກ ຮ່ວມກັນ ຢ່າງຈິງ ຈັງ ແລະ ເປັນລະບົບລະບຽບກວ່າເກົ່າ ໂດຍສະເພາະການເຂົ້າຫາແຫລ່ງທຶນ, ການເຂົ້າຫາຕະຫລາດ. ຂະນະທີ່ປະທານສະມາຄົມທຸລະກິດໜຸ່ມ ເນັ້ນພາກທຸລະກິດຈັບກຸ່ມກັນ ເພື່ອສ້າງອຳນາດຕໍ່ລອງ ແລະ ປັບຕົວຕື່ມອີກ ເພື່ອກຳຈັດສິ່ງທ້າທາຍຕ່າງໆ.
ໃນໄລຍະທີ່ຍັງເຫລືອຂອງການລວມຕົວເປັນປະຊາຄົມເສດຖະກິດອາຊຽນ ຫລື ເອອີຊີ ກໍ່ເຫັນວ່າພາກສ່ວນທຸລະກິດເຮົາມີຄວາມພ້ອມ ແລະ ຕື່ນຕົວໃນລະດັບດີພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ທຸລະກິດຂອງລາວເຮົາຈະຕ້ອງປະເຊີນກັບການແຂ່ງຂັນທີ່ຮຸນແຮງຂຶ້ນ ບໍ່ວ່າຈະຢູ່ພາຍ ໃນກໍ່ຄືພາຍນອກ.
ທ່ານເນັ້ນຕື່ມອີກວ່າ: ຕໍ່ກັບເລື່ອງນີ້ ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈວ່າມັນແມ່ນເຫດການພາວະວິໄສທີ່ພວກເຮົາບໍ່ສາມາດຫລີກລ່ຽງໄດ້ ເປັນຍຸກແຫ່ງການເປີດກວ້າງ, ຍຸກແຫ່ງໂລກາພິວັດ. ພາກທຸລະກິດຂອງພວກເຮົາກໍ່ມີຄວາມພ້ອມໃນລະດັບໜື່ງຢູ່ແລ້ວ ໃນການເຊື່ອມໂຍງທຸລະກິດກັບສາກົນ.
ແຕ່ເຖິງຢ່າງໃດກໍ່ຕາມ, ເບື້ອງລັດຂອງພວກເຮົາຈະຕ້ອງໄດ້ອອກແຮງກະຕຸກ ຊຸກຍູ້ໃຫ້ພາກສ່ວນທຸລະກິດມີຄວາມກຽມພ້ອມ ໃນລະດັບສູງ ຕື່ມ ເພື່ອຮອງຮັບກັບເອອີຊີ ໃນປີ 2015 ໂດຍສະເພາະແມ່ນໃຫ້ເຂົ້່າໃຈທັງກາລະໂອກາດ ແລະ ສິ່ງທ້າທາຍ.
ສຳຫລັບກາລະໂອກາດຂອງເອອີຊີມີ:
- ເຮັດໃຫ້ເສດຖະກິດລາວເຊື່ອມໂຍງເຂົ້າກັບສາກົນ (ຕະຫລາດເປີດກວ້າງອອກ)
- ສ້າງອຳນາດຕໍ່ລອງກັບສາກົນ, ດຶງດູດການລົງທຶນຈາກພາຍນອກໄດ້ດີກວ່າເກົ່າ
- ສ້າງໂອກາດໃນການເຂົ້າສູ່ສາກົນ ແລະ ເພີ່ມຄວາມສາມາດໃນການສົ່ງອອກ
- ສ້າງເງື່ອນໄຂເພື່ອປັບປຸງລະບຽບ ແລະ ກົດໝາຍພາຍໃນໃຫ້ສອດຄ່ອງກັບສາກົນ
- ປັບປຸງຄວາມອາດສາມາດຂອງພະນັກງານລັດ/ເອກະຊົນ ໃນການເຊື່ອມໂຍງກັບສາກົນໃຫ້ສູງຂຶ້ນ
ເຖິງຈະມີໂອກາດອັນດີ ແຕ່ສິ່ງທ້າທາຍກໍ່ມີບໍ່ໜ້ອຍເຊັ່ນ:
- ຂາດເຂີນດ້ານຊັບພະຍາກອນມະນຸດ ແລະ ທຶນຮອນ
- ສົ່ງຜົນກະທົບຕໍ່ລາຍໄດ້ແຫ່ງຊາດຈາກການລົບລ້າງອັດຕາພາສີນຳເຂົ້າ
- ການແຂ່ງຂັນລະຫວ່າງຜູ້ຜະລິດພາຍໃນ ແລະ ຕ່າງປະເທດຈະຮຸນແຮງຂຶ້ນກວ່າເກົ່າ
- ຄຸນນະພາບ ແລະ ມາດຖານຂອງການຜະລິດພາຍໃນຍັງບໍ່ທັນສາມາດແຂ່ງຂັນກັບສາກົນໄດ້ເທົ່າທີ່ຄວນ
- ມີການປັບປຸງລະບຽບກົດໝາຍຫລາຍຢ່າງ ເພື່ອສອດຄ່ອງກັບສາກົນ
- ຂາດຄວາມສາມາດໃນການເຈລະຈາຕໍ່ລອງກັບສາກົນ
- ຄວາມຮັບຮູ້ກ່ຽວກັບເອອີຊີຂອງພາກທຸລະກິດຍັງບໍ່ທັນເລີກເຊິ່ງ
ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າເຄີຍກ່າວກ່ອນໜ້ານີ້ວ່າ: ການເຂົ້າປະຊາຄົມເສດຖະກິດອາຊຽນ (ເອອີຊີ) ແມ່ນເພື່ອການຮ່ວມມື, ໝາຍຄວາມວ່າພວກເຮົາຈະຂຸດຄົ້ນທ່າແຮງບົ່ມຊ້ອນໃນການຜະລິດສິນຄ້າເພື່ອເຂົ້າມາມີສ່ວນແບ່ງ ຕະຫລາດ ໃຫ້ໄດ້ຈັກເປີເຊັນ. ຕົວຢ່າງ: ໃນຕະຫລາດເອອີຊີນີ້, ສິນຄ້າປະເພດສະບຽງອາຫານຂອງລາວຈະກວມ ສ່ວນແບ່ງການ ຕະຫລາດຈັກເປີເຊັນ, ການຜະລິດຫົວອາຫານ ວັດຖຸດິບຂອງລາວເຮົາກວມຈັກເປີເຊັນ, ລາວເຮົາຜະລິດແນວພັນເຂົ້າ, ພັນພືດ, ພັນສັດໄດ້ຈັກເປີເຊັນແລ້ວ. ຈະຫ້າມການນຳເຂົ້າສິນຄ້າຄຸນນະພາບສູງນັ້ນຈະເຮັດໄດ້ຍາກຂຶ້ນ ຍ້ອນວ່າຄົນລາວມີເງິນຊື້ລົດລາຄາແພງ ແລະ ທີ່ຢູ່ອາໄສທີ່ດີ ສະນັ້ນ, ນັກວາງແຜນຕະຫລາດຕ້ອງໄດ້ໃຊ້ສະໝອງຢ່າງໜັກໜ່ວງ.
ສິ່ງທ້າທາຍອີກດ້ານໜຶ່ງແມ່ນດ້ານແຫລ່ງທຶນ ເພາະຕ້ອງໄດ້ປັບອັດຕາດອກເບ້ຍເງິນກູ້ເພື່ອຜະລິດສິນຄ້າໃກ້ຄຽງກັບປະເທດເອອີຊີ ເພື່ອຫລຸດຜ່ອນລາຄາສຳເລັດຮູບ ຫລື ເວົ້າອີກຢ່າງໜື່ງ ພາກລັດຄວນຄຳນືງເຖິງບັນຫາການສ້າງກອງທຶນ ເພື່ອຊຸກຍູ້ສົ່ງເສີມ ການ ຜະ ລິດເປັນສິນຄ້າ.
ຂະນະທີ່ທ່ານ ນາງ ວາລີ ເວດສະພົງ ປະທານສະມາຄົມນັກທຸລະກິດໜຸ່ມກ່າວວ່າ: ການເຂົ້າຮ່ວມຕົວກັນເປັນປະຊາຄົມ ເສດຖະກິດອາຊຽນ ໃນປີ 2015 ທີ່ຈະມາເຖິງນີ້ ສຳລັບນັກທຸລະກິດລາວເຮົາຍັງມີ ສິ່ງທ້າທາຍສູງ ຖ້າພວກເຮົາບໍ່ມີການກຽມຕົວ. ນັກທຸລະກິດຕ້ອງຈັບກຸ່ມກັນ ເພື່ອສ້າງອຳນາດຕໍ່ລອງດ້ານການຄ້າ-ການລົງທຶນ, ສ່ວນຮີດຄອງເກົ່າເດີມ ເຮັດພໍໃຜພໍລາວ ແລະ ຍັງຍຶດຕິດກັບຄຳວ່າ ເຮົາເປັນເຈົ້າຂອງ ເທດແລ້ວ, ການເຮັດທຸລະກິດໃນຍຸກຂອງການເຊື່ອມໂຍງນີ້ແມ່ນລຳບາກທີ່ສຸດ.
ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ, ສະບັບວັນທີ 7 ມັງກອນ 2014
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.