ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ           ເລກທີ 3646 /ກງ
ນະຄອນຫຼວງວຽງຈັນ, ວັນທີ 30 ທັນວາ 2013

ແຈ້ງການ

ເຖິງ:   ບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນຫຼວງວຽງຈັນ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າຊາວຂາຍໃນຂອບເຂດທົ່ວປະເທດ

ເລື່ອງ:  ການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າພະລິດຕະພັນອາຊຽນ (ATIGA) ແຕ່ປີ  2013-2015

  • ອີງຕາມ ສານປະກາດການໃຫ້ສັດຕະຍະບັນຂອງປະທານປະເທດແຫ່ງ ສປປ ລາວ, ສະບັບລົງວັນທີ:29 ກໍລະກົດ 2013
  • ອີງຕາມ ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕົກລົງ ໃຫ້ສະຕະຍະບັນ ແກ່ແຜນຫຼຸດຜ່ອນ ອັດຕາພາສີຂອບສັນຍາການຄ້າຜະລິດຕະພັນອາຊຽນ  (ATIGA)  ແຕ່ປີ  2013-2015, ສະບັບເລກທີ: 018/ຄປຈ, ລົງວັນທີ: 04 ມີນາ 2013
  • ອິງຕາມ ການຮັບຮອງແຜນຫຼຸດຜ່ອນອັດຕາພາສີຂອງ ສປປ ລາວໃນວາລະກອງປະຊຸມສະພາເຂດການຄ້າເສລີອາ ຊຽນຄັ້ງທີ 26, ວັນທີ: 27 ສິງຫາ 2012

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍສານປະກາດການໃຫ້ສະຕະຍະບັນຂອງປະທານປະເທດ, ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນຮັບຮອງຂອງສະພາເຂດການຄ້າເສລີອາຊຽນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ລັດຖະມົນຕີວ່າການກະຊວງການເງິນຈື່ງອອກແຈ້ງການດັ່ງນີ້:

  1. ມອບໃຫ້ກົມພາສີຈົ່ງເປັນເຈົ້າການໃນການຈັດພີມແຜນຫຼຸດຜ່ອນອັດຕາພາສີປີ   2013-2015  ເຊີ່ງອິງຕາມສາລະບານ ອັດຕາພາສີລະບົບເອກະພາບອາຊຽນລຸ້ນປີ  2012  ເຊິ່ງປະກອບມີ: 21  ພາກ,  97 ໝວດ ແລະ 9.558 ລາຍການ;
  2. ມອບໃຫ້ກົມພາສີຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີດັ່ງກ່າວ  ນັບແຕ່ວັນທີ:  3  ກຸມພາ  2014ເປັນຕົ້ນໄປ;
  3. ມອບໃຫ້ກົມພາສີເຮັດບົດແນະນຳໃນການນຳໃຊ້ແຜນຫຼຸດຜ່ອນອັດຕາພາສີ ພ້ອມທັງໂຄສະນນາເຜີຍແຜ່ໃຫ້ສັງຄົມ, ພະນັກງານພາສີ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພາກສ່ວນທຸລະກິດໃຫ້ມີຄວາມເຂົ້າໃຈ ເພື່ອເຮັດໃຫ້ການຈັດ ຕັງປະຕິ ບັດມີປະສິດທິຜົນ; ແລະ
  4. ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມການຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

  ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ພ້ອມການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ລັດຖະມົນຕີວ່າການກະຊວງການເງິນ
ພູເພັດ ຄຳພູນວົງ

# ຫົວຂໍ້ ດາວໂຫຼດ
1 Notification on the implementation of tariff reduction schedule (TRS) for the ASEAN Trade in Goods Agreement (ATIGA) 2013-2015, No 3646/MOF PDF
2 ແຈ້ງການ ວ່າດ້ວຍ ການຈັດຕັ້ງປະຕິບັດ ແຜນຫຼຸດຜ່ອນອັດຕາພາສີ ໃນຂອບ ສັນຍາການຄ້າ ດ້ານຜະລິດຕະພັນອາຊຽນ (ATIGA)ແຕ່ປີ 2013-2015, ເລກທີ 3646/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.