ຂໍ້​ມູນ​ຂອງ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ​ ໃຫ້​ຮູ້​ວ່າ: ໃນ​ສົກ​ປີ­ຜ່ານ­ມາ, ວຽກ​ງານ​ການ​ຄ້າ​ແມ່ນ​ມີ​ຫລາຍ​ດ້ານ​ທີ່​ພົ້ນເດັ່ນ​ເປັນ­ຕົ້ນ​ແມ່ນ​ການ​ຜະ­ລິດ​ອຸດ­ສາ­ຫະ­ກໍາ​ປຸງ​ແຕ່ງ ແລະ ຫັດ­ຖະກໍາ​ແມ່ນ​ສືບ­ຕໍ່​ຂະ­ຫຍາຍ­ຕົວ ໂດຍ​ມີ​ມູນ​ຄ່າ​ລວມ​ທັງ​ຫມົດ 5.031 ຕື້​ກີບ ເກີນ​ແຜນ 14,14% ແລະ ເພີ່ມ​ຂຶ້ນ 29,12% ທຽບ­ໃສ່​ປີ​ຜ່ານມາ, ໃນ​ນັ້ນ ອຸດ­ສາ­ຫະ­ກໍາ​ປຸງ​ແຕ່ງມີ 3.379,20 ຕື້​ກີບ ກວມ​ເອົາ 96% ແລະ ຫັດ­ຖະ­ກໍາມີ 140,80 ຕື້​ກີບ ກວມ 4% ຂອງ ມູນ​ຄ່າ​ການ​ຜະ­ລິດ​ອຸດ­ສາຫະ­ກຳປຸງ​ແຕ່ງ ແລະ ຫັດ­ຖະ­ກໍາ. ມາ​ຮອດປະ­ຈຸ​ບັນ ໃນ​ທົ່ວ​ປະ­ເທດ​ມີ​ທັງຫມົດ 60 ເຂດອຸດສາຫະກໍາ, ມີ​ເນື້ອ­ທີ່​ 18.927,14 ເຮັກ­ຕາ ແລະ ມີ​ໂຮງງານ​ທັງ​ຫມົດ 196 ໂຮງ­ງານ.

ສ່ວນ​ການ​ລົງ­ທຶນ​ຢູ່​ໃນ​ນິ­ຄົມອຸດ­ສາ­ຫະ­ກໍາ ແລະ ການ​ຄ້າ​ວຽງຈັນ-ໂນນ​ທອງ ປະ­ຈຸ​ບັນ​ມີ​ນັກ​ລົງທຶນ​ຕ່າງ­ປະ­ເທດ​ຈັບ­ຈອງ ແລະ ລົງ­ທະ­ບຽນ​ທັງ​ຫມົດ 17 ບໍ­ລິ­ສັດ, ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ຈີນ, ຍີ່ປຸ່ນ ແລະ ໄທ ລວມ​ມີ​ທຶນ​ຈົດ​ທະບຽນ​ຫລາຍ​ກວ່າ 30,06 ລ້ານ​ໂດລາສະຫະລັດ ໂດຍ​ທຶນ​ດັ່ງ­ກ່າວ​ແມ່ນ​ໃຊ້​ເຂົ້າໃນ​ການ​ກໍ່­ສ້າງ​ໂຮງ­ງານ​ຜະ­ລິດເຄື່ອງ​ເອ​ເລັກ​ໂຕຣ​ນິກ, ເຄື່ອງ​ໄຟຟ້າ, ອຸ­ປະ­ກອນ​ການ​ຮັບ​ໃຊ້​ການ​ຜະລິດ​ອຸດ­ສາ­ຫະ­ກໍາ ແລະ ການ​ບໍ​ລິການ. ນອກ​ນັ້ນ ດ້ານ​ນິ­ຄົມ​ອຸດ​ສາຫະ​ກໍາ​ນະ­ຄອນ­ຫລວງ​ວຽງ​ຈັນຫລັກ 21 ປະຈຸບັນ­ນີ້ ມີ​ນັກ​ລົງ­ທຶນຕ່າງ­ປະ­ເທດ​ຈັບ­ຈອງ ແລະ ໄດ້ແບ່ງ​ໃຫ້​ໂຄງ­ການ​ສຳ​ຫລວດ​ເພື່ອສ້າງ​ເປັນ​ເຂດ​ປຸງ​ແຕ່ງ ເພື່ອ​ສົ່ງອອກ​ໃນ​ເນື້ອ­ທີ່ 140 ເຮັກ­ຕາ ແລະ ເຫັນ​ວ່າ​ມີ​ນັກ​ລົງ­ທຶນ​ເຂົ້າ​ໄປ​ສ້າງຕັ້ງ​ໂຮງ­ງານ ແລະ ດໍາ­ເນີນ​ການຜະ­ລິດ​ແລ້ວ 31 ໂຮງ­ງານ.

ປະຈຸບັນ­ນີ້​ມີ​ຈຳ­ນວນ​ໂຮງ­ງານ​ອຸດສາ​ຫະ​ກໍາປຸງ​ແຕ່ງ ແລະ ຫັດ­ຖະ­ກໍາທັງ​ຫມົດ 38.126 ຫົວຫນ່ວຍ, ໃນ​ນັ້ນ ມີ​ໂຮງ­ງານ​ອຸດ­ສາ­ຫະ­ກໍາປຸງ​ແຕ່ງ​ທີ່​ເປັນ​ທ່າ­ແຮງ​ດ້ານ​ເສດ­ຖະ­ກິດ​ຕົ້ນ­ຕໍ​ໂຮງ­ງານ​ເບຍ​ລາວ, ແປ້ງ​ມັນ­ຕົ້ນ, ຢາສູບ, ຢາງ­ພາ­ລາ ແລະ ໂຮງ­ງານ​ປຸງ​ແຕ່ງ​ຈາກ​ພືດກະ­ສິ­ກໍາ​ຈໍານວນ​ຫນຶ່ງ.

ສະ­ເພາະ​ປີ 2012-2013 ມີໂຮງ­ງານ​ອຸດ­ສາ­ຫະ­ກໍາປຸງ​ແຕ່ງເພີ່ມ​ຂຶ້ນ 1.263 ຫົວ­ຫນ່ວຍ ໃນນີ້ລວມ​ມີ​ໂຮງ­ງານ​ຂະຫນາດນ້ອຍ​ແບບ​ຄອບ­ຄົວ​ຕົ້ນ­ຕໍ​ແມ່ນ​ໂຮງສີ​ເຂົ້າ, ໂຮງ­ງານ​ນ້ໍາກ້ອນ, ໂຮງງານ​ເສັ້ນ​ຫມີ່-ເສັ້ນ​ເຝີ, ໂຮງ­ງານດິນ​ບ໋ອກດິນ­ຈີ່ ແລະ ອື່ນໆ.

ສ່ວນ​ຫັດ­ຖະ­ກໍາເປັນ­ຕົ້ນ​ແມ່ນຫັດ­ຖະ­ກໍາ​ຕ່ໍາ­ຫູກ, ຕ່ໍາ­ແຜ່ນ, ຍ້ອມສີ​ທໍາ​ມະ​ຊາດ, ຈັກ­ສານ ແລະ ແກະ​ສະຫລັກ​ໄມ້​ ເຫັນ​ວ່າ​ມີ​ການ​ຂະຫຍາຍຕົວ­ຢ່າງ​ຕໍ່​ເນື່ອງ ເຊິ່ງ​ໄດ້​ກາຍ­ເປັນຜົນ​ດີ​ຕໍ່​ການ​ສ້າງ​ວຽກ​ເຮັດ​ງານທໍາ ແລະ ສ້າງ​ລາຍ​ໄດ້​ໃຫ້​ແກ່​ຄອບຄົວ​​ໃຫ້​ສາ­ມາດ​ຫລຸດຜ່ອນ​ຄວາມ­ທຸກ​ຍາກ​ລົງ​ເທື່ອ​ລະກ້າວ ແລະ ອັນ​ພົ້ນ​ເດັ່ນ​ອີກ​ອັນ​ຫນຶ່ງໃນ​ສົກ​ປີ­ຜ່ານ­ມາ​ນີ້​ແມ່ນ​ມີ​ໂຮງງານ​ອຸດ­ສາ­ຫະກຳ​ເບົາ ແລະ ໂຮງງານ​ປຸງ​ແຕ່ງ​ຂະ­ຫນາດ​ກາງ-ໃຫຍ່​ ເພີ່ມ​ຂຶ້ນ 6 ແຫ່ງ ເຊິ່ງ​ປະ­ກອບມີ​ໂຮງ­ງານ​ປຸງ​ແຕ່ງ​ກາ­ເຟ​ສຳ­ເລັດຮູບ​ຂອງ​ກຸ່ມ​ບໍ­ລິ­ສັດ​ດາວ­ເຮືອງຈໍາກັດ, ໂຮງ­ງານ​ນໍ້າ­ຕານ, ໂຮງ­ງານພະ­ລັງ­ງານ​ຄວາມ​ຮ້ອນ, ໂຮງງານປຸງ​ແຕ່ງຢາງ­ພາ­ລາ​ຂອງ​ກຸ່ມ​ບໍ­ລິ­ສັດ​ຮວ່າງແອງ​ຢາ​ລາຍ ແຂວງ​ອັດ​ຕະ​ປື, ໂຮງ­ງານ​ຜະ­ລິດ​ກ້ອງ­ຖ່າຍ­ຮູບ​ນີຄອນ ແລະ ໂຮງ­ງານ​ປະ­ກອບ​ລົດຮຸນໄດ​ຄົບ​ຊຸດ​ ຢູ່​ແຂວງ​ສະ­ຫວັນ​ນະເຂດ.

ຢ່າງ­ໃດ​ກໍ່​ຕາມມູນ​ຄ່າ​ການຄ້າຍັງ​ບໍ່​ສາ­ມາດ​ປະ­ຕິ­ບັດ​ໄດ້​ເທົ່າທີ່​ຄວນ ໂດຍ​ສະ­ເພາະ​ມູນ​ຄ່າ​ການສົ່ງ​ອອກ​ປະ­ຕິ­ບັດ​ໄດ້ 1.898,38 ລ້ານ​ໂດ​ລາສະຫະລັດ ​ຫລຸດ​ແຜນ­ການ 7,84% ທຽບ­ໃສ່​ໄລ­ຍະ​ດຽວ​ຂອງປີ­ຜ່ານ­ມາ ເພີ່ມ​ຂຶ້ນ 18,49%, ສ່ວນ​ມູນ​ຄ່າ​ຂອງ​ການ​ນໍາ​ເຂົ້າປະຕິ­ບັດ​ໄດ້ 2.813,93 ລ້ານ​ໂດລາ​ລື່ນ​ແຜນ­ການ 21,85% ເພີ່ມຂຶ້ນ 3,45% ເມື່ອ​ທຽບ­ໃສ່​ໄລ­ຍະດຽວ​ຂອງ​ປີ­ຜ່ານ­ມາຈິ່ງ​ເຮັດ​ໃຫ້ ລາວ​ຂາດ​ດຸນ​ການ​ຄ້າເຖິງ 915,55 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ສາ­ເຫດ​ພາ​ໃຫ້­ການ​ນໍາ​ເຂົ້າສິນ­ຄ້າ​ເພີ່ມ​ຂຶ້ນ​ແມ່ນ​ເນື່ອງ​ມາຈາກ​ຄວາມ​ຕ້ອງ­ການ​ວັດ​ສະ​ດຸ, ອຸ­ປະ­ກອນ ແລະ ເຄື່ອງ­ມື​ຮັບ​ໃຊ້ການ​ຜະ­ລິດ ແລະ ການ​ກໍ່­ສ້າງພື້ນຖານໂຄງລ່າງ ​ເປັນຕົ້ນ​ແມ່ນ​ບັນ­ດາ​ໂຄງ­ການ​ລົງ­ທຶນຕ່າງໆ​ລ້ວນ​ແຕ່​ຕ້ອງ­ການ​ນຳເຂົ້າສິນຄ້າ ເພື່ອ​ຮັບ​ໃຊ້​ໂຄງ­ການ​ລົງທຶນ​ພາຍ​ໃນ​ຕົ້ນ­ຕໍ​ແມ່ນ​ນໍາ​ເຂົ້າ​ພາຫະ​ນະ, ນ້ໍາ­ມັນ​ເຊື້ອ​ໄຟ, ອາຍ​ແກັສ, ເຄື່ອງ​ກົນ​ຈັກ​ຮັບ​ໃຊ້​ການ​ຜະ­ລິດ, ອຸ­ປະ­ກອນ​​ກໍ່­ສ້າງ ແລະ ອື່ນໆ.

 

ແຫລ່ງຂໍ້ມູນ:

ໜັງສືພິມເສດຖະກິດສັງຄົມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.