ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກໃບຢາສູບແຫ້ງ ແລະ ຜູ້ດຳເນີນທຸລະກິດດ້ານສຸຂານາໄມພືດຫລີກເວັ້ນຜົນກະທົບດ້ານລົບຕໍ່ສິນຄ້າກະສິກຳສົ່ງອອກຂອງ ສປປ ລາວ ໄປຕ່າງປະເທດ ພ້ອມທັງຮັບປະກັນການປະຕິບັດລະບຽບດ້ານສຸຂານາໄມພືດສາກົນ ແລະ ປະເທດປາຍທາງນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ຈຶ່ງໄດ້ອອກແຈ້ງການແນະນຳສະບັບເລກທີ 0227/ຫກ, ລົງວັນທີ 03 ກຸມພາ 2014 ກ່ຽວກັບ ຂໍ້ກຳນົດເງື່ອນໄຂການສົ່ງອອກໃບຢາສູບແຫ້ງຈາກສປປ ລາວ ໄປຍັງ ຣາຊະອານາຈັກໄທ

ກ່ອນສົ່ງອອກໃບຢາສູບແຫ້ງຈາກ ສປປ ລາວ ໄປຍັງຣາຊະອານາຈັກໄທ ຜູ້ສົ່ງອອກຕ້ອງປະຕິບັດຕາມຂັ້ນຕອນຄື ຕ້ອງມີໃບອະນຸຍາດນຳເຂົ້າຊື່ງອອກໂດຍກົມວິຊາການກະເສດຂອງປະເທດໄທ, ຕ້ອງຜ່ານການຂົນສົ່ງທາງບົກ ແລະ ມີຂໍ້ກຳນົດເງື່ອນໄຂການນຳເຂົ້າ ຕ້ອງປາສະຈາກສັດຕູພືດກັກກັນ, ແມງໄມ້ ຫຼື ສິ່ງທີ່ມີຊີວິດ ທີ່ມີຄວາມສາມາດເປັນສັດຕູພືດກັກກັນ ຂອງຣາຊະອານາຈັກໄທ, ການບັນຈຸຫີບຫໍ່ ຕ້ອງຢູ່ໃນພາຊະນະບັນຈຸໃໝ່, ສະອາດ ແລະ ຕ້ອງມີໃບຢັ້ງຢືນສຸຂານາໄມພືດຢ່າງລະອຽດຄົບຖ້ວນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.