ສາລະບານ

ພາກທີ I ບົດບັນຍັດທົ່ວໄປ

ພາກທີ II ການດໍາເນີນການຂົນສົ່ງຫຼາຍຮູບແບບ
ໝວດທີ 1 ສັນຍາ ແລະ ເອກະສານຂົນສົ່ງຫຼາຍຮູບແບບ

ໝວດທີ 2 ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ສົ່ງສິນຄ້າ

ໝວດທີ 3 ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ໝວດທີ 4 ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ຮັບສິນຄ້າ

ໝວດທີ 5 ການໃຊ້ແທນຄ່າເສັຍຫາຍ ຂອງສິນຄ້າ

ພາກທີ III ວິສາຫະກິດຂົນສົ່ງຫຼາຍຮູບແບບ

ພາກທີ  IV ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ

ພາກທີ V ຂໍ້ຫ້າມ

ພາກທີ VI ການແກ້ໄຂຂໍ້ຂັດແຍ່ງ

ພາກທີ VII ຄະນະກຳມະການຂົນສົ່ງແຫ່ງຊາດ

ພາກທີ VIII ການຄຸ້ມຄອງ ແລະ ການກວດກາວຽກງານຂົນສົ່ງຫຼາຍຮູບແບບ
ໝວດທີ 1 ການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ

ໝວດທີ 2 ການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ພາກທີ IX ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ພາກທີ X  ບົດບັນຍັດສຸດທ້າຍ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ                                    ເລກທີ 28/ສພຊ
ນະຄອນຫຼວງວຽງຈັນ,  ວັນທີ18   ທັນວາ 2012  

ກົດໝາຍ
ວ່າດ້ວຍ ການຂົນສົ່ງຫຼາຍຮູບແບບ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການອະນຸ ຍາດ, ການຄວບຄຸມ, ການຄຸ້ມຄອງ ການຕິດຕາມ ແລະ ກວດກາ ການດຳເນີນກິດຈະການຂົນສົ່ງ ຫຼາຍຮູບແບບ ເພື່ອຮັບປະກັນໃຫ້ວຽກງານຂົນສົ່ງຫຼາຍຮູບແບບທັນສະໄໝ, ມີປະສິດທິຜົນ, ຍືນຍົງ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແນໃສ່ເພີ່ມຄວາມສາມາດໃນການຂົນສົ່ງ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ຂ້າງເທິງ

ມາດຕາ 2 ການຂົນສົ່ງຫຼາຍຮູບແບບ

ການຂົນສົ່ງຫຼາຍຮູບແບບ ແມ່ນ ການຂົນສົ່ງສິນຄ້າ ທີ່ຕໍ່ເນື່ອງກັນແຕ່ສອງຮູບແບບຂຶ້ນໄປ ຊຶ່ງມີການຂົນສົ່ງທາງບົກ, ທາງລົດໄຟ, ທາງນ້ຳ, ທາງທະເລ,  ທາງອາກາດ ຫຼື ທາງທໍ່ ລະຫວ່າງສປປ ລາວ ໄປຍັງປະເທດອື່ນ ຫຼື ຈາກປະເທດອື່ນມາຍັງ ສປປ ລາວ ບົນພື້ນຖານສັນຍາຂົນສົ່ງ ຫຼາຍຮູບແບບສະບັບດຽວ. ຂ້າງເທິງ

ມາດຕາ 3 ການອະທິບາຍຄຳສັບ

   ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.   ສິນຄ້າ ໝາຍເຖິງ ວັດຖຸ, ສິ່ງຂອງ, ສັດ, ຜະລິດຕະພັນອື່ນ ເພື່ອຕອບສະໜອງຄວາມຕ້ອງການ ຫຼື ຄວາມຈໍາເປັນຂອງຜູ້ຊົມໃຊ້ ຊຶ່ງມີຄຸນຄ່າທາງດ້ານເສດຖະກິດ ລວມທັງ ຕູ້ສິນຄ້າ, ຖ້ານຮອງ, ຫີບຫໍ່, ພາຊະນະຂົນສົ່ງ ຫຼື ວັດຖູປະກອນອື່ນທີ່ຄ້າຍຄືກັນ ທີ່ຜູ້ດໍາເນີນການ ຂົນສົ່ງຫຼາຍຮູບແບບ ບໍ່ໄດ້ສະໜອງໃຫ້;

2.   ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າການ ຫຼື ຮັບຜິດຊອບແທນຜູ້ສົ່ງ ຫຼື ຜູ້ຂົນສົ່ງສິນຄ້າ ທີ່ເຂົ້າຮ່ວມໃນການດຳເນີນການຂົນ ສົ່ງຫຼາຍຮູບແບບ;

3.   ຜູ້ສົ່ງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິນຄ້າ ຫຼື ຜູ້ຮັບມອບໝາຍ ທີ່ເປັນຄູ່ສັນຍາຂົນສົ່ງຫຼາຍຮູບແບບ ກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ;

4.   ຜູ້ສັ່ງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຄວາມຕ້ອງການສິນຄ້າ ດ້ວຍການສັ່ງໃຫ້ຜູ້ທີ່ກ່ຽວຂ້ອງຈັດສົ່ງໃຫ້ຕົນ;

5.   ຜູ້ດໍາເນີນການຂົນສົ່ງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຮັບຂົນ ສົ່ງສິນຄ້າ ຊຶ່ງອາດເປັນຜູ້ດຽວກັນກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ;

6.   ການມອບສິນຄ້າໃຫ້ຂົນສົ່ງ ໝາຍເຖິງ ການມອບສິນຄ້າຈາກຜູ້ສົ່ງສິນຄ້າ ໃຫ້ແກ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ເພື່ອດຳເນີນການຂົນສົ່ງຕາມສັນຍາ;

7.   ການສົ່ງມອບສິນຄ້າ ໝາຍເຖິງ ການມອບສິນຄ້າຈາກຜູ້ດໍາເນີນການຂົນສົ່ງຫຼາຍຮູບ ແບບ ໃຫ້ແກ່ຜູ້ຮັບສິນຄ້າ ຫຼື ບຸກຄົນທີສາມ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ປາຍທາງ ຫຼື ຢູ່ສະຖານທີ່ ທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ຢູ່ສະຖານທີ່ສົ່ງມອບ ຕາມລະບຽບກົດໝາຍ ຫຼື ຕາມປະເພນີທາງການຄ້າທີ່ເຄີຍປະຕິບັດ;

8.   ຜູ້ຮັບສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຮັບເອົາສິນຄ້າ ຈາກຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ;

9.   ເອກະສານຂົນສົ່ງຫຼາຍຮູບແບບ ໝາຍເຖິງ ໜັງສືຢັ້ງຢືນ ທີ່ຜູ້ດໍາເນີນການຂົນສົ່ງຫຼາຍ ຮູບແບບອອກໃຫ້ແກ່ຜູ້ສົ່ງສິນຄ້າ ເພື່ອໃຊ້ເປັນຫຼັກຖານໃນການປະຕິບັດສັນຍາຂົນສົ່ງຫຼາຍຮູບແບບ;

10. ເອກະສານໂອນໄດ້ (Negotiable) ໝາຍເຖິງ ເອກະສານທີ່ສາມາດໃຫ້ຜູ້ມີເອກະ ສານຂົນສົ່ງຫຼາຍຮູບແບບຕົ້ນສະບັບ ມາຮັບເອົາສິນຄ້າໄດ້;

11. ເອກະສານໂອນບໍ່ໄດ້ (Non-negotiable)  ໝາຍເຖິງ ເອກະສານທີ່ບໍ່ສາມາດມອບ ໃຫ້ຜູ້ໃດໜຶ່ງມາຮັບໄດ້ ນອກຈາກຜູ້ທີ່ຖືກບົ່ງຊື່ໄວ້ໃນເອກະສານຂົນສົ່ງຫຼາຍຮູບແບບເທົ່ານັ້ນ;

12. ສັນຍາຂົນສົ່ງຫຼາຍຮູບແບບ ໝາຍເຖິງ ການຕົກລົງ ລະຫວ່າງ ຜູ້ສົ່ງສິນຄ້າ ກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ກ່ຽວກັບການເຄື່ອນຍ້າຍສິນຄ້າ ຈາກ ສປປ ລາວ ໄປຍັງປະເທດອື່ນ ຫຼື ຈາກປະເທດອື່ນມາຍັງ ສປປ ລາວ;

13. ລາຍລັກອັກສອນ ໝາຍເຖິງ ການຂຽນດ້ວຍມື, ການພິມ, ການບັນທຶກ, ການສໍາເນົາ, ການສົ່ງຂໍ້ຄວາມດ້ວຍເຄື່ອງມືທາງເອເລັກໂຕຣນິກ;

14.      ຫົວໜ່ວຍສິດຖອນເງິນພິເສດ (SDR-Special Drawing Right) ໝາຍເຖິງ ຫົວໜ່ວຍ ຄິດໄລ່ການເງິນ ທີ່ກໍານົດໂດຍກອງທຶນການເງິນລະຫວ່າງປະເທດ;

15. ເຫດສຸດວິໄສ ໝາຍເຖິງ ເຫດການທີ່ເກີດຂຶ້ນຈາກໄພພິບັດທໍາມະຊາດ ເປັນຕົ້ນ ນໍ້າຖ້ວມ, ລົມພາຍຸ, ແຜ່ນດິນໄຫວ ຫຼື ຈາກການສ້າງຂຶ້ນຂອງມະນຸດ ເປັນຕົ້ນ ການຈະລາຈົນ ທີ່ບໍ່ສາມາດຄວບຄຸມໄດ້;

16. ການເສັຍຫາຍ ໝາຍເຖິງ ການເປ່ເພ, ການສູນຫາຍ;

17. ການເປ່ເພ ໝາຍເຖິງ ການແຕກຫັກ, ການບຸ້ມບ້ຽວ, ການເສັຍຮູບຊົງເດີມ, ການຈີກຂາດ ແລະ ອື່ນໆ;

18. ໂລຊິດສະຕິກ (Logistics) ໝາຍເຖິງ ລະບົບການຄຸ້ມຄອງບໍລິຫານຂະບວນການເຄື່ອນຍ້າຍສິນຄ້າ ທີ່ມີການວາງແຜນ, ການຄວບຄຸມ, ການເກັບຮັກສາ, ການຫຸ້ມຫໍ່, ການຄ່ຽນ ຖ່າຍ, ການຂົນສົ່ງ, ການບໍລິການ ແລະ ການສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າ ຢ່າງເປັນຕ່ອງໂສ້. ຂ້າງເທິງ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການຂົນສົ່ງຫຼາຍຮູບແບບ

ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາວຽກງານຂົນສົ່ງຫຼາຍຮູບແບບ ຢູ່ ສປປ ລາວ ເພື່ອຮັບປະກັນຄຸນນະພາບ, ປະສິດທິຜົນ, ຄວາມປອດໄພ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ, ໃຫ້ມີການຂະຫຍາຍຕົວ, ທັນສະ ໄໝ ແລະ ເຂັ້ມແຂງ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ໄດ້ມີເງື່ອນໄຂເຂົ້າເຖິງແຫຼ່ງ ທຶນ, ພັດທະນາບຸກຄະລາກອນໃຫ້ມີຄວາມສາມາດ ໃນການດໍາເນີນທຸລະກິດຂົນສົ່ງຫຼາຍຮູບແບບ  ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດຂ້າງເທິງ

ມາດຕາ 5 ຫຼັກການກ່ຽວກັບການຂົນສົ່ງຫຼາຍຮູບແບບ

        ການຂົນສົ່ງຫຼາຍຮູບແບບ ໃຫ້ປະຕິບັດຕາມຫຼັກການ ຕົ້ນຕໍ ດັ່ງນີ້:

  1. ຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຮັບປະ ກັນປະສິດທິຜົນທາງດ້ານເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ;
  2. ຮັບປະກັນຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ, ຄົບຖ້ວນ, ທັນເວລາ, ຍຸຕິ ທຳ ແລະ ສະເໝີພາບຕໍ່ໜ້າກົດໝາຍ;
  3. ຮັບປະກັນການບໍລິການໃຫ້ໄດ້ມາດຕະຖານສາກົນ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະ ໄໝ;
  4. ປະສານສົມທົບລະຫວ່າງຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອ ຄວບຄຸມ, ຄຸ້ມຄອງ, ຕິດຕາມ, ກວດກາການຂົນສົ່ງຫຼາຍຮູບແບບ ໃຫ້ມີປະສິດທິຜົນ. ຂ້າງເທິງ

ມາດຕາ 6 ຂອບເຂດການນຳໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງ ປະເທດ ທີ່ເຄື່ອນໄຫວວຽກງານຂົນສົ່ງຫຼາຍຮູບແບບ ຈາກ ສປປ ລາວ ໄປຍັງປະເທດອື່ນ ຫຼື ຈາກປະເທດອື່ນມາຍັງ ສປປ ລາວ.

       ກົດໝາຍສະບັບນີ້ ບໍ່ນໍາໃຊ້ສໍາລັບການຂົນສົ່ງຫຼາຍຮູບແບບຢູ່ພາຍໃນປະເທດ ແລະ ການຂົນສົ່ງຜູ້ໂດຍສານ. ຂ້າງເທິງ

ມາດຕາ 7 ການຮ່ວມມືສາກົນ

ລັດ ເປີດກວ້າງ ແລະ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສ້າງ ແລະ ຍົກລະດັບບຸກຄະລາກອນ, ຍາດແຍ່ງການຊ່ວຍເຫຼືອ, ການ ລົງທຶນ ແລະ ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີຂ້າງເທິງ

ພາກທີ II
ການດໍາເນີນການຂົນສົ່ງຫຼາຍຮູບແບບ

ໝວດທີ 1
ສັນຍາ ແລະ ເອກະສານຂົນສົ່ງຫຼາຍຮູບແບບ

ມາດຕາ 8 ສັນຍາຂົນສົ່ງຫຼາຍຮູບແບບ

ສັນຍາຂົນສົ່ງຫຼາຍຮູບແບບ ແມ່ນ ການຕົກລົງເປັນລາຍລັກອັກສອນ ລະຫວ່າງຜູ້ສົ່ງສິນຄ້າ ກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຊຶ່ງພາໃຫ້ເກີດມີ ສິດ ແລະ ພັນທະຕໍ່ກັນຕາມທີ່ໄດ້ກໍານົດໄວ້ໃນສັນຍາ ແລະ ກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 9 ເອກະສານຂົນສົ່ງຫຼາຍຮູບແບບ

ເມື່ອໄດ້ຮັບສິນຄ້າແລ້ວ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຕ້ອງອອກເອກະສານຂົນສົ່ງຫຼາຍ ຮູບແບບ ເພື່ອເປັນຫຼັກຖານຢັ້ງຢືນການຮັບເອົາສິນຄ້າຕາມຈຸດປະສົງຂອງຜູ້ສົ່ງສິນຄ້າ.

ເອກະສານດັ່ງກ່າວ ຕ້ອງມີຊື່, ລາຍເຊັນ ແລະ ຕາປະທັບ ຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຫຼື ຜູ້ຮັບມອບສິດ ໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 10 ເນື້ອໃນເອກະສານຂົນສົ່ງຫຼາຍຮູບແບບ

 ເອກະສານຂົນສົ່ງຫຼາຍຮູບແບບ ມີ ເນື້ອໃນລະອຽດ ດັ່ງນີ້:

  • ລັກສະນະທົ່ວໄປຂອງສິນຄ້າ, ເຄື່ອງໝາຍຈຳເປັນທີ່ຊີ້ບອກຄຸນລັກສະນະຂອງສິນຄ້າ ເຊັ່ນ ຈຳນວນ ຫີບຫໍ່ ຫຼື ອັນ, ນ້ຳໜັກລວມ, ປະລິມານ, ຂະໜາດ, ປະເພດ, ຄວາມເປັນອັນຕະ ລາຍ, ການເໜົ່າເປື່ອຍໄວ ຫຼື ລາຍລະອຽດອື່ນ ທີ່ຜູ້ສົ່ງສິນຄ້າໄດ້ສະໜອງໃຫ້;
  • ສະພາບພາຍນອກຂອງສິນຄ້າ;
  • ຊື່ ແລະ ທີ່ຕັ້ງສຳນັກງານໃຫຍ່ຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ;
  • ຊື່ຂອງຜູ້ສົ່ງສິນຄ້າ;
  • ຊື່ຂອງຜູ້ຮັບສິນຄ້າ ຕາມທີ່ຜູ້ສົ່ງສິນຄ້າ ໄດ້ບົ່ງໄວ້;
  • ວັນ, ເວລາ ແລະ ສະຖານທີ່ ທີ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບໄດ້ຮັບການມອບ ສົ່ງສິນຄ້າ;
  • ສະຖານທີ່ສົ່ງມອບສິນຄ້າໃຫ້ຜູ້ຮັບສິນຄ້າ; 
  • ວັນ ຫຼື ໄລຍະເວລາສົ່ງມອບສິນຄ້າຢູ່ສະຖານທີ່ສົ່ງມອບສິນຄ້າ;
  • ການບົ່ງບອກວ່າເອກະສານຂົນສົ່ງຫຼາຍຮູບແບບ ສາມາດໂອນໄດ້ ຫຼື ໂອນບໍ່ໄດ້;
  • ວັນ, ເວລາ ແລະ ສະຖານທີ່ອອກເອກະສານຂົນສົ່ງຫຼາຍຮູບແບບ;
  • ຊື່ ແລະ ລາຍເຊັນຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຫຼື ຜູ້ຮັບມອບສິດ;  
  • ຄ່າຂົນສົ່ງຂອງແຕ່ລະຮູບແບບ, ຄ່າຂົນສົ່ງທັງໝົດ ແລະ ສະກຸນເງິນທີ່ຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນຄ້າຕ້ອງຊຳລະ ແກ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຕາມການຕົກລົງຂອງຄູ່ສັນຍາ;
  • ລາຍລະອຽດກ່ຽວກັບເສັ້ນທາງ, ຮູບແບບການຂົນສົ່ງ ແລະ ສະຖານທີ່ຄ່ຽນຖ່າຍ ຖ້າ ຫາກຮູ້ລ່ວງໜ້າ;
  • ລາຍລະອຽດອື່ນ ຕາມການຕົກລົງຂອງຄູ່ສັນຍາ.

ໃນກໍລະນີ ເອກະສານຂົນສົ່ງຫຼາຍຮູບແບບ ຫາກຂາດເນື້ອໃນໃດໜຶ່ງ ຕາມທີ່ໄດ້ກໍານົດໄວ້ ໃນວັກທີ 1 ຂອງມາດຕານີ້ ຊຶ່ງບໍ່ມີຜົນສະທ້ອນທາງດ້ານກົດໝາຍ ຕໍ່ຄຸນລັກສະນະຂອງເອກະສານ ດັ່ງກ່າວ ໃຫ້ຖືວ່າໃຊ້ໄດ້. ຂ້າງເທິງ

ໝວດທີ 2
ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ສົ່ງສິນຄ້າ

ມາດຕາ 11 ສິດຂອງຜູ້ສົ່ງສິນຄ້າ

 ຜູ້ສົ່ງສິນຄ້າ ມີສິດ ຕິດຕາມ ຮັບຂໍ້ມູນຂ່າວສານ ຈາກຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຫຼື ຜູ້ຮັບສິນຄ້າ. ໃນກໍລະນີ ສິນຄ້າທີ່ສົ່ງນັ້ນ ຫາກເສັຍຫາຍ ຫຼື ຊັກຊ້າໃນການສົ່ງມອບ ກໍມີສິດທວງເອົາການໃຊ້ແທນຄ່າເສັຍຫາຍດັ່ງກ່າວ ຕາມສັນຍາ ຫຼື ລະບຽບກົດໝາຍ. ຂ້າງເທິງ

ມາດຕາ 12 ພັນທະຂອງຜູ້ສົ່ງສິນຄ້າ

ຜູ້ສົ່ງສິນຄ້າ ມີພັນທະແຈ້ງ ລັກສະນະຂອງສິນຄ້າ, ຈໍານວນຫີບຫໍ່, ເຄື່ອງໝາຍ, ເລກລຳ ດັບ, ນ້ຳໜັກ, ຂະໜາດ, ບໍລິມາດ, ປະລິມານ, ຖ້າມີສິນຄ້າອັນຕະລາຍ, ແຕກງ່າຍ, ເສື່ອມຄຸນ ຫຼື ເໜົ່າເປື່ອຍໄວ ກໍຕ້ອງແຈ້ງລັກສະນະຂອງສິນຄ້ານັ້ນ ໃຫ້ແກ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ພ້ອມທັງແນະນຳໃຫ້ມີຄວາມລະມັດລະວັງໃນການຂົນສົ່ງ ແລະ ບັນທຶກໃສ່ເອກະສານຂົນສົ່ງຫຼາຍ ຮູບແບບ.  

ຜູ້ສົ່ງສິນຄ້າ ມີພັນທະຈ່າຍຄ່າຂົນສົ່ງໃຫ້ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມສັນຍາ. ຂ້າງເທິງ

ມາດຕາ 13 ຄວາມຮັບຜິດຊອບຂອງຜູ້ສົ່ງສິນຄ້າ

ໃນກໍລະນີ ມີຄວາມເສັຍຫາຍເກີດຂຶ້ນ ຍ້ອນການບໍ່ແຈ້ງລັກສະນະຄວາມເປັນອັນຕະລາຍຂອງສິນຄ້າ ຫຼື ແຈ້ງສິນຄ້າບໍ່ຖືກຕ້ອງຕາມຕົວຈິງ ແລະ ບໍ່ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງກົດໝາຍສະບັບນີ້ ຜູ້ສົ່ງສິນຄ້າ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍນັ້ນ. ຂ້າງເທິງ

ໝວດທີ 3
ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ມາດຕາ 14 ສິດຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

 ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ມີສິດ ດັ່ງນີ້:

  1. ທວງເອົາສິນຄ້າ ຈາກຜູ້ສົ່ງສິນຄ້າໃຫ້ຄົບຖ້ວນ ແລະ ທັນເວລາຕາມສັນຍາ;
  2. ທວງເອົາຄ່າຂົນສົ່ງສິນຄ້າ ນໍາຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນຄ້າ ຕາມທີ່ໄດ້ຕົກລົງກັນ;
  3. ຕິດຕາມຂໍ້ມູນຂ່າວສານ  ກ່ຽວກັບການດໍາເນີນການຂົນສົ່ງສິນຄ້າ ໃນແຕ່ລະຮູບແບບ;
  4. ກວດຄວາມຖືກຕ້ອງຂອງສິນຄ້າ ໃນເວລາຮັບສິນຄ້າຈາກຜູ້ສົ່ງ;
  5. ທວງເອົາເງິນຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍອື່ນນຳ ຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນຄ້າ   ຈໍານວນເງິນທີ່ຍັງບໍ່ພໍ;
  6. ກັກສິນຄ້າໄວ້ ແລະ ແຈ້ງເປັນລາຍລັກອັກສອນໃຫ້ແກ່ຜູ້ຮັບສິນຄ້າ ໃນກໍລະນີທີ່ບໍ່ ໄດ້ຮັບຄ່າຂົນສົ່ງຕາມສັນຍາ;
  7. ປະມູນຂາຍສິນຄ້າທີ່ໄດ້ກັກໄວ້ນັ້ນ ພ້ອມທັງຫັກເອົາຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍອື່ນ ຕາມທີ່ໄດ້ບົ່ງໄວ້ໃນເອກະສານຂົນສົ່ງຫຼາຍຮູບແບບ;
  8. ຈັດການກັບສິນຄ້າ ຕາມລະບຽບກົດໝາຍ ໃນກໍລະນີ ຜູ້ຮັບສິນຄ້າຫາກບໍ່ຮັບເອົາ ສິນຄ້າ ໂດຍບໍ່ມີເຫດຜົນ;
  9. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 15 ພັນທະຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

    ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ມີ  ພັນທະ ດັ່ງນີ້:

  1. ຂົນສົ່ງສິນຄ້າ ຈາກຕົ້ນທາງໄປຫາປາຍທາງ ໂດຍບໍ່ໃຫ້ມີການເສັຍຫາຍ ຫຼື ສົ່ງ ມອບສິນຄ້າໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມເງື່ອນໄຂທີ່ໄດ້ບົ່ງໄວ້ໃນສັນຍາ ແລະ ເອກະສານຂົນສົ່ງຫຼາຍຮູບແບບ;
  2. ສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ມີເອກະສານຕົ້ນສະບັບ ຖ້າຫາກເປັນເອກະສານຂົນ ສົ່ງຫຼາຍຮູບແບບ ທີ່ສາມາດໂອນໄດ້;
  3. ສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ມີເອກະສານຕົ້ນສະບັບ ທີ່ມີລາຍເຊັນສະລັກຫຼັງຂອງ ຜູ້ສັ່ງສິນຄ້າ ຖ້າຫາກເປັນເອກະສານຂົນສົ່ງຫຼາຍຮູບແບບ ທີ່ສາມາດໂອນໄດ້;  
  4. ສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ມີເອກະສານຕົ້ນສະບັບ ທີ່ອອກຊື່ຂອງຜູ້ຮັບສິນຄ້າ ໂດຍມີເອກະສານຢັ້ງຢືນ ຖ້າຫາກເປັນເອກະສານຂົນສົ່ງຫຼາຍຮູບແບບ ທີ່ສາມາດໂອນໄດ້ ຫຼື ບໍ່ສາມາດໂອນໄດ້;
  5. ສົ່ງມອບສິນຄ້າໃຫ້ແກ່ບຸກຄົນຕາມການແຈ້ງຂອງຜູ້ສົ່ງສິນຄ້າ ຫຼື ຜູ້ໄດ້ຮັບມອບສິດ ຈາກຜູ້ສົ່ງສິນຄ້າ ຕາມທີ່ໄດ້ບົ່ງໄວ້ໃນສັນຍາຂົນສົ່ງຫຼາຍຮູບແບບ;
  6. ຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາສິ່ງແວດລ້ອມ ທໍາມະຊາດ ແລະ ສັງຄົມ;
  7. ສົ່ງຄືນເງິນທີ່ເຫຼືອຈາກການຂາຍສິນຄ້າທີ່ກັກໄວ້ນັ້ນໃຫ້ແກ່ຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນ ຄ້າ;
  8. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ຖ້າຜູ້ຮັບສິນຄ້າ ຫາກບໍ່ມາຮັບສິນຄ້າ ຫຼື ປະຕິເສດຮັບສິນຄ້າ ໂດຍບໍ່ມີເຫດຜົນ ຫຼື ຊັກຊ້າ ຮັບເອົາສິນຄ້າເກີນກຳນົດ ເວລາ ທີ່ໄດ້ບົ່ງ ໄວ້ໃນສັນຍາ ຫຼື ກົດໝາຍແລ້ວ ຜູ້ດຳເນີນການຂົນສົ່ງຫຼາຍ ຮູບແບບສາມາດຄ່ຽນຖ່າຍສິນຄ້າລົງ, ຝາກໄວ້ໃນສະຖານທີ່ປອດໄພ ແລະ ແຈ້ງໃຫ້ຜູ້ສົ່ງສິນຄ້າໂດຍ ທັນທີ. ສຳລັບສິນຄ້າເໜົ່າເປື່ອຍໄວນັ້ນ ຜູ້ດຳເນີນການ ຂົນສົ່ງຫຼາຍຮູບແບບ ສາມາດນຳເອົາສິນຄ້ານັ້ນ ໄປຈຳໜ່າຍໂດຍທັນທິ, ເງິນທີ່ໄດ້ຮັບຈາກການຂາຍນັ້ນ ຕ້ອງສົ່ງຄືນໃຫ້ຜູ້ຮັບສິນຄ້າ ຫຼັງຈາກຫັກເອົາ ຄ່າໃຊ້ຈ່າຍ ແລະ ຄ່າເສັຍ ຫາຍ ທີ່ເກີດຂຶ້ນແລ້ວ. ຂ້າງເທິງ

ມາດຕາ 16 ຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ມີ ຄວາມຮັບຜິດຊອບ ດັ່ງນີ້:

  1. ຄຸ້ມຄອງ, ຮັກສາສິນຄ້າ ນັບແຕ່ເວລາໄດ້ຮັບເອົາສິນຄ້າຈາກຜູ້ສົ່ງສິນຄ້າ ຈົນເຖິງເວລາສົ່ງມອບສິນຄ້າໃຫ້ແກ່ຜູ້ຮັບສິນຄ້າ; 
  2. ໃຊ້ແທນຄ່າເສັຍຫາຍ ຂອງສິນຄ້າ ຫຼື ໃນການຊັກຊ້າສົ່ງມອບສິນຄ້າ ແທນລູກຈ້າງ, ຕົວແທນຂອງຕົນ ຫຼື ບຸກຄົນອື່ນທີ່ໄດ້ຮັບມອບສິດ ຍ້ອນຄວາມຜິດພາດ, ການກະທຳໂດຍເຈດຕະນາ ຫຼື ດ້ວຍຄວາມບໍ່ລະມັດລະວັງຂອງພວກກ່ຽວ ເວັ້ນເສັຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງ ກົດໝາຍສະບັບນີ້.

ໃນກໍລະນີທີ່ມີການຊັກຊ້າໃນການສົ່ງມອບສິນຄ້າ ຊຶ່ງບໍ່ໄດ້ກໍານົດເວລາໄວ້ໃນສັນຍາຂົນ ສົ່ງຫຼາຍຮູບແບບ ກໍໃຫ້ຖືເອົາກໍານົດເວລາທີ່ຜູ້ດໍາເນີນການຂົນສົ່ງສິນຄ້າ ເຄີຍໄດ້ປະຕິບັດຜ່ານມາ. ຂ້າງເທິງ

ມາດຕາ 17  ຄວາມຮັບຜິດຊອບຕໍ່ການເສັຍຫາຍຂອງສິນຄ້າ

  ຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົ­ນສົ່ງຫຼາຍຮູບແບບຕໍ່ການເສັຍຫາຍຂອງສິນຄ້າ ມີ ດັ່ງນີ້:

1. ໃນກໍລະນີ ບໍ່ສາມາດຮູ້ໄດ້ວ່າ ການເສັຍຫາຍ ເກີດຂຶ້ນໃນໄລຍະການຂົນສົ່ງໃນຮູບແບບ ໃດໜຶ່ງ:

-  ຖ້າສັນຍາຂົນສົ່ງຫຼາຍຮູບແບບນັ້ນ ຫາກກວມເອົາການຂົນສົ່ງທາງທະເລ ຫຼື ທາງນ້ຳ ຈຳນວນເງິນທີ່ຕ້ອງໃຊ້ແທນສູງສຸດ ບໍ່ໃຫ້ເກີນ 666,67 SDR (ຫົກຮ້ອຍຫົກສິບຫົກຈຸດຫົກສິບເຈັດ ຫົວໜ່ວຍສິດຖອນເງິນພິເສດ) ຕໍ່ໜຶ່ງຫົວໜ່ວຍຂົນສົ່ງ ຫຼື 2 SDR (ສອງຫົວໜ່ວຍສິດຖອນເງິນພິ ເສດ) ຕໍ່ໜຶ່ງກິໂລກຣາມ ຂອງນໍ້າໜັກລວມຂອງສິນຄ້າທີ່ເສັຍຫາຍ;

-  ຖ້າສັນຍາຂົນສົ່ງຫຼາຍຮູບແບບນັ້ນ ຫາກບໍ່ກວມເອົາການຂົນສົ່ງທາງທະເລ ຫຼື ທາງນ້ຳ  ຈຳນວນເງິນທີ່ຕ້ອງໃຊ້ແທນສູງສຸດ ບໍ່ໃຫ້ເກີນ 8,33 SDR (ແປດຈຸດສາມສິບສາມ ຫົວໜ່ວຍສິດ ຖອນເງິນພິເສດ) ຕໍ່ໜຶ່ງກິໂລກຣາມ ຂອງນໍ້າໜັກລວມຂອງສິນຄ້າທີ່ເສັຍຫາຍ.

2. ໃນກໍລະນີ ທີ່ສາມາດຮູ້ໄດ້ວ່າການເສັຍຫາຍ ໃນໄລຍະໃດໜຶ່ງຂອງການຂົນສົ່ງຫຼາຍຮູບ ແບບນັ້ນ ການໃຊ້ແທນ ໃຫ້ປະຕິບັດຕາມກົດໝາຍ ຫຼື ສົນທິສັນຍາ ແລະ ສັນຍາສາກົນ ກ່ຽວກັບ ຂອບເຂດຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ທີ່ນຳໃຊ້ຢູ່ໃນປະເທດບ່ອນສິນ ຄ້າເສັຍຫາຍ ຖ້າຫາກມີສັນຍາຂົນສົ່ງສະເພາະໃນໄລຍະນັ້ນ. ຖ້າກົດໝາຍຂອງປະເທດບ່ອນສິນຄ້າ ເສັຍຫາຍ ຫາກບໍ່ໄດ້ກໍານົດຂອບເຂດຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບນັ້ນ ການໃຊ້ແທນ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນຂໍ້ 1 ຂອງມາດຕານີ້;

3. ໃນກໍລະນີ ທີ່ຜູ້ສົ່ງສິນຄ້າຫາກໄດ້ແຈ້ງລັກສະນະ ແລະ ມູນຄ່າຂອງສິນຄ້າໄວ້ໃນເອກະ ສານຂົນສົ່ງຫຼາຍຮູບແບບນັ້ນ ການໃຊ້ແທນຄ່າເສັຍຫາຍ ໃຫ້ປະຕິບັດຕາມມູນຄ່າຕົວຈິງຂອງສິນຄ້າ ຕາມທີ່ໄດ້ແຈ້ງໄວ້. ຂ້າງເທິງ

ມາດຕາ 18 ການຍົກເວັ້ນຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

 ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຈະໄດ້ຮັບການຍົກເວັ້ນຄວາມຮັບຜິດຊອບຕໍ່ການເສັຍ ຫາຍຂອງ ສິນຄ້າ ຫຼື ການຊັກຊ້າ ໃນການສົ່ງມອບສິນຄ້າ ໃນກໍລະນີໃດໜຶ່ງ ດັ່ງນີ້:

  1. ເຫດສຸດວິໄສ;
  2. ຄວາມຜິດ ຂອງຜູ້ສົ່ງສິນຄ້າ, ຜູ້ຮັບສິນຄ້າ, ຜູ້ຕາງໜ້າ ຫຼື ຕົວແທນຂອງພວກກ່ຽວ;
  3. ຜູ້ສົ່ງສິນຄ້າ, ຜູ້ຕາງໜ້າ ຫຼື ຕົວແທນຂອງຜູ້ກ່ຽວ ມີຄວາມບົກພ່ອງໃນການຫຸ້ມຫໍ່, ການຕິດເຄື່ອງໝາຍ ແລະ ການໃສ່ເລກລໍາດັບຈຳນວນສິນຄ້າບໍ່ຄົບຖ້ວນ;
  4. ຄວາມບົກພ່ອງໃນການຈັດການ, ການຄ່ຽນຖ່າຍ, ການເກັບຮັກສາສິນຄ້າ ຂອງຜູ້ສົ່ງ ສິນຄ້າ, ຜູ້ຮັບສິນຄ້າ ຫຼື ຜູ້ຕາງໜ້າ ຫຼື ຕົວແທນຂອງພວກກ່ຽວ;
  5. ຄວາມບົກພ່ອງຂອງສິນຄ້າເອງ;
  6. ການປະທ້ວງ, ການປິດລ້ອມ, ການຢຸດງານ, ການຢຸດຈ້າງ ຫຼື ການຂາດແຮງງານ;
  7. ການເສັຍຫາຍຂອງສິນຄ້າ, ການຊັກຊ້າໃນການສົ່ງມອບສິນຄ້າ ໃນໄລຍະການຂົນ ສົ່ງສິນຄ້າທາງທະເລ ຫຼື ທາງນໍ້າ ໃນກໍລະນີ ດັ່ງນີ້:

-  ຄວາມຜິດຂອງຜູ້ບັນຊາເຮືອ ຫຼື ກໍາປັ່ນ, ລູກເຮືອ ຫຼື ກໍາປັ່ນ, ຜູ້ພາທາງ ຫຼື ລູກ ຈ້າງຂອງຜູ້ດໍາເນີນການຂົນສົ່ງທາງທະເລ ຫຼື ທາງນໍ້າ ໃນການຄຸ້ມຄອງບໍລິຫານ ເຮືອ ຫຼື ກໍາປັ່ນ;

-  ອັກຄີໄພ ທີ່ເກີດຈາກຄວາມຜິດ ຫຼື ການສົມຮູ້ຮ່ວມຄິດຂອງຜູ້ດໍາເນີນການຂົນສົ່ງ ທາງເຮືອ ຫຼື ກໍາປັ່ນ.

ໃນກໍລະນີ ມີການເສັຍຫາຍເກີດຂຶ້ນຈາກຄວາມບົກພ່ອງທາງດ້ານເຕັກນິກຂອງເຮືອ ຫຼື ກໍາປັ່ນເອງ ໃນເວລາຂົນສົ່ງ ທາງທະເລ ຫຼື ທາງນໍ້າ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຈະບໍ່ມີ ຄວາມຮັບຜິດຊອບ. ຂ້າງເທິງ

ໝວດທີ 4
ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ຮັບສິນຄ້າ

ມາດຕາ 19 ສິດຂອງຜູ້ຮັບສິນຄ້າ

ຜູ້ຮັບສິນຄ້າ ມີ ສິດ ດັ່ງນີ້:

  1. ຕິດຕາມ ແລະ ຮັບຂໍ້ມູນຂ່າວສານ ຈາກຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຫຼື ຜູ້ສົ່ງສິນຄ້າ;
  2. ທວງເອົາການໃຊ້ແທນຄ່າເສັຍຫາຍ ຕາມສັນຍາ ຫຼື ລະບຽບກົດໝາຍ ໃນກໍລະນີ ສິນຄ້າທີ່ສົ່ງນັ້ນ ຫາກຖືກເສັຍຫາຍ;
  3. ຮັບເອົາສິນຄ້າ ແລະ ທວງເອົາການໃຊ້ແທນຄ່າເສັຍຫາຍ ຍ້ອນການສົ່ງມອບຊັກຊ້າ;
  4. ບໍ່ຮັບ ແລະ ບໍ່ຈ່າຍຄ່າຂົນສົ່ງ ຖ້າຫາກປະຕິບັດບໍ່ໄດ້ຕາມສັນຍາ;
  5. ທວງເອົາເງິນ ສ່ວນທີ່ເຫຼືອຈາກການຂາຍສິນຄ້າທີ່ກັກໄວ້ ພາຍຫຼັງໄດ້ຈ່າຍຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍອື່ນ ຈາກຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ.

ນອກຈາກນີ້ ໃນກໍລະນີການສົ່ງມອບສິນຄ້າ ຫາກກາຍກຳນົດ ເກົ້າສິບວັນ ນັບແຕ່ວັນສົ່ງມອບສິນຄ້າເປັນຕົ້ນໄປ ໃຫ້ຖືວ່າ ສິນຄ້ານັ້ນໄດ້ສູນຫາຍແລ້ວ ຜູ້ຮັບສິນຄ້າ ກໍມີສິດທວງເອົາການໃຊ້ແທນຄ່າເສັຍຫາຍທັງໝົດ. ຂ້າງເທິງ

ມາດຕາ 20 ພັນທະຂອງຜູ້ຮັບສິນຄ້າ

          ຜູ້ຮັບສິນຄ້າ ມີ ພັນທະ ຕົ້ນຕໍ ດັ່ງນີ້:

  1. ກວດຮັບເອົາສິນຄ້າຕາມລາຍການ ທີ່ໄດ້ບົ່ງໄວ້ໃນເອກະສານຂົນສົ່ງຫຼາຍຮູບແບບ ເຊັ່ນ ປະເພດສິນຄ້າ, ເຄື່ອງໝາຍ, ເລກລຳດັບ, ຈຳນວນຫີບຫໍ່, ຫົວໜ່ວຍຂົນສົ່ງ, ນ້ຳໜັກລວມ, ປະລິມານ ແລະ ສະພາບຂອງສິນຄ້າ;
  2. ແຈ້ງການເສັຍຫາຍຂອງສິນຄ້າເປັນລາຍລັກອັກສອນໃຫ້ແກ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ພາຍໃນ ເຈັດວັນ ນັບແຕ່ວັນໄດ້ຮັບເອົາສິນຄ້າເປັນຕົ້ນໄປ;
  3. ຈ່າຍຄ່າຂົນສົ່ງໃຫ້ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມສັນຍາ ຫຼື ຕາມເອກະສານຂົນສົ່ງຫຼາຍຮູບແບບ. ຂ້າງເທິງ

ມາດຕາ 21  ຄວາມຮັບຜິດຊອບຂອງຜູ້ຮັບສິນຄ້າ

           ຜູ້ຮັບສິນຄ້າ ມີ ຄວາມຮັບຜິດຊອບ ດັ່ງນີ້:

  1. ຈ່າຍເພີ່ມໃຫ້ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ໃນກໍລະນີ ເງິນໄດ້ຈາກການຂາຍ ສິນຄ້າທີ່ກັກໄວ້ນັ້ນ ຫາກບໍ່ພຽງພໍ ລວມທັງຄ່າໃຊ້ຈ່າຍທີ່ເກີດຂຶ້ນໃໝ່ ເຊັ່ນ ຄ່າໃຊ້ຈ່າຍໃນການປະ ມູນຂາຍສິນຄ້າ, ຄ່າຮັກສາສິນຄ້າ;
  2. ຈ່າຍຄ່າໃຊ້ຈ່າຍ ແລະ ຄ່າເສັຍຫາຍທັງໝົດທີ່ເກີດຂຶ້ນຈາກການບໍ່ຮັບເອົາສິນຄ້າ ໂດຍບໍ່ມີເຫດຜົນນຳຜູ້ດຳເນີນການຂົນສົ່ງຫຼາຍຮູບແບບ;
  3. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ 5
ການໃຊ້ແທນຄ່າເສັຍຫາຍ ຂອງສິນຄ້າ

ມາດຕາ 22  ການຄິດໄລ່ການໃຊ້ແທນຄ່າເສັຍຫາຍ

            ການໃຊ້ແທນຄ່າເສັຍຫາຍ ຂອງສິນຄ້າ ໃຫ້ຄິດໄລ່ ດັ່ງນີ້:

  1. ຕາມລາຄາສິນຄ້າ ຢູ່ສະຖານທີ່ ແລະ ເວລາສົ່ງມອບໃຫ້ແກ່ຜູ້ຮັບສິນຄ້າ ຕາມສັນ ຍາຂົນສົ່ງຫຼາຍຮູບແບບ. ຖ້າຫາກບໍ່ໄດ້ກຳນົດລາຄາໃນເວລາສົ່ງມອບສິນຄ້າ ໃຫ້ຄິດໄລ່ຕາມລາຄາສິນຄ້າ ຢູ່ສະຖານທີ່ ແລະ ເວລາທີ່ຄວນຈະສົ່ງມອບສິນຄ້າໃຫ້ແກ່ຜູ້ຮັບສິນຄ້າ ຕາມທີ່ເຄີຍປະຕິບັດ;
  2. ຕາມລາຄາຊື້ຂາຍສິນຄ້າໃນເວລານັ້ນ. ຖ້າຫາກບໍ່ມີລາຄາດັ່ງກ່າວ ໃຫ້ເອົາຕາມລາຄາ ຕົວຈິງຂອງທ້ອງຕະຫຼາດ, ຖ້າຫາກບໍ່ມີລາຄາຊື້ຂາຍສິນຄ້າ ແລະ ລາຄາຕົວຈິງຂອງທ້ອງຕະຫຼາດ ໃຫ້ເອົາຕາມລາຄາປົກກະຕິຂອງສິນຄ້າຊະນິດ ແລະ ຄຸນນະພາບດຽວກັນ. ຂ້າງເທິງ

ມາດຕາ 23  ຫົວໜ່ວຍຂົນສົ່ງ

ຫົວໜ່ວຍຂົນສົ່ງຫຼາຍຮູບແບບ ມີ ຫີບ, ຫໍ່, ອັນ, ກະເປົ໋າ, ຖັງ, ຕູ້ສິນຄ້າ, ກໍ້, ໂຄ້ງ, ຄັນ, ລັງ, ໜ່ວຍ, ທ່ອນ, ແຜ່ນ, ຖ້ານຮອງ, ໂຕ ແລະ ອື່ນໆ.

 ຈໍານວນຫີບຫໍ່ ຫຼື ຫົວໜ່ວຍຂົນສົ່ງອື່ນ ທີ່ບັນຈຸໃນຕູ້ສິນຄ້າ, ຖ້ານຮອງ ຫຼື ພາຊະນະຂົນ ສົ່ງທີ່ຄ້າຍຄືກັນ ທີ່ໄດ້ແຈ້ງ ຫຼື ບໍ່ໄດ້ແຈ້ງໃນເອກະສານຂົນສົ່ງຫຼາຍຮູບແບບນັ້ນ ໃຫ້ຖືວ່າເປັນໜຶ່ງ ຫີບຫໍ່ ຫຼື ໜຶ່ງຫົວໜ່ວຍຂົນສົ່ງ.

ໃນກໍລະນີ ຕູ້ສິນຄ້າ, ຖ້ານຮອງ ຫຼື ພາຊະນະຂົນສົ່ງ ຖືກເສັຍຫາຍ ຊຶ່ງຜູ້ດໍາເນີນການຂົນ ສົ່ງຫຼາຍຮູບແບບ ບໍ່ໄດ້ເປັນເຈົ້າຂອງ ຫຼື ເປັນຜູ້ສະໜອງນັ້ນ ໃຫ້ຖືວ່າຕູ້ສິນຄ້າ, ຖ້ານຮອງ ຫຼື ພາ ຊະນະຂົນສົ່ງນັ້ນ ເປັນຫົວໜ່ວຍຂົນສົ່ງໜຶ່ງຕ່າງຫາກ. ຂ້າງເທິງ

ມາດຕາ 24  ສະກຸນເງິນໃຊ້ແທນຄ່າເສັຍຫາຍ

ການໃຊ້ແທນຄ່າເສັຍຫາຍ ຂອງສິນຄ້າ ຢູ່ ສປປ ລາວ ໃຫ້ໃຊ້ແທນເປັນສະກຸນເງິນກີບ, ຖ້າການຄິດໄລ່ຫາກເປັນຫົວໜ່ວຍສິດຖອນເງິນພິເສດ ກໍໃຫ້ແລກປ່ຽນເປັນສະກຸນເງິນກີບ ໃນວັນໃຊ້ແທນ ຕາມອັດຕາແລກປ່ຽນ ໃນແຕ່ລະໄລຍະຕາມການກຳນົດຂອງທະນາຄານ ແຫ່ງ ສປປ ລາວ. ຂ້າງເທິງ

ພາກທີ III
ວິສາຫະກິດຂົນສົ່ງຫຼາຍຮູບແບບ

ມາດຕາ 25  ການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ

  ການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 26  ເງື່ອນໄຂການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ

  ໃນການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ມີ ເງື່ອນໄຂ ດັ່ງນີ້:  

-   ມີທະບຽນວິສາຫະກິດຂົນສົ່ງ ຫຼື ຈັດສົ່ງສິນຄ້າລະຫວ່າງປະເທດ;

-   ມີຊັບສິນ ຢ່າງໜ້ອຍເທົ່າກັບ 80.000 SDR ( ແປດສິບພັນ ຫົວໜ່ວຍສິດຖອນ ເງິນພິເສດ ) ຫຼື ມີການຄ້ຳປະກັນຈາກທະນາຄານ ທີ່ມີມູນຄ່າເທົ່າທຽມກັນ;

-   ມີການປະກັນໄພ ສຳລັບການໃຊ້ຈ່າຍຄ່າເສັຍຫາຍ ຫຼື ການຊັກຊ້າໃນການສົ່ງ ມອບສິນຄ້າ.  

ການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ ຕ້ອງໄດ້ຮັບການກວດຜ່ານຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ. ຂ້າງເທິງ          

ມາດຕາ 27  ກນເຄື່ອນໄຫວຂອງວິສາຫະກິດຂົນສົ່ງຫຼາຍຮູບແບບ

ພາຍຫຼັງທີ່ໄດ້ຮັບການກວດຜ່ານ ຈາກກະຊວງໂຍທາທິການ ແລະ ຂົນສົ່ງແລ້ວ ຜູ້ລົງທຶນ ຕ້ອງໄປສະເໜີຂໍຂຶ້ນທະບຽນວິສາຫະກິດ ນຳກະຊວງ ອຸດສາຫະກຳ ແລະ ການຄ້າ  ຈຶ່ງສາມາດດຳ ເນີນທຸລະກິດໄດ້ ຕາມລະບຽບກົດໝາຍ.

ໃນການເຄື່ອນໄຫວວຽກງານຂົນສົ່ງຫຼາຍຮູບແບບຂອງປະເທດອາຊຽນ ໃຫ້ປະຕິບັດຕາມ ຂໍ້ຕົກລົງອາຊຽນວ່າດ້ວຍການຂົນສົ່ງຫຼາຍຮູບແບບ, ສໍາລັບວິສາຫະກິດຂົນສົ່ງຫຼາຍຮູບແບບ ຂອງປະເທດອື່ນ ທີ່ມີສັນຍາຂົນສົ່ງຫຼາຍຮູບແບບກັບ ສປປ ລາວ ໃຫ້ປະຕິບັດຕາມສັນຍາດັ່ງກ່າວ. ຂ້າງເທິງ

ມາດຕາ 28  ການສ້າງຕັ້ງຫ້ອງການຜູ້ຕາງໜ້າ ຫຼື ສາຂາຂອງວິສາຫະກິດຂົນສົ່ງຫຼາຍຮູບແບບ

ວິສາຫະກິດຂົນສົ່ງຫຼາຍຮູບແບບຂອງຕ່າງປະເທດທີ່ມີຈຸດປະສົງສ້າງຕັ້ງຫ້ອງການຜູ້ຕາງ ໜ້າ  ຫຼື ສາຂາຂອງຕົນ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງ ທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ພາກທີ  IV
ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ

ມາດຕາ 29  ການສ້າງຕັ້ງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ

ເພື່ອຊຸກຍູ້ ສົ່ງເສີມການຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ ຂອງ ສປປ ລາວ ໃຫ້ເປັນເຄືອຂ່າຍ, ມີຫຼາຍທາງເລືອກ, ກຳລັງແຮງ, ປະສິດທິຜົນ ແລະ ສາມາດເຊື່ອມໂຍງເຂົ້າກັບລະ ບົບການຂົນສົ່ງຂອງອາຊຽນ, ພາກພື້ນ ແລະ ສາກົນນັ້ນ ລັດອະນຸຍາດໃຫ້ສ້າງຕັ້ງສະມາຄົມຜູ້ຂົນ ສົ່ງ ແລະ ຈັດສົ່ງລະຫວ່າງປະເທດ ຊຶ່ງມີພາລະບົດບາດເຕົ້າໂຮມ ແລະ ເປັນຕົວແທນໃຫ້ຜູ້ດຳເນີນ ທຸລະກິດ ກ່ຽວກັບການຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ ຕາມລະບຽບກົດໝາຍ, ກົດລະບຽບ ແລະ ຈັນຍາບັນວິຊາຊີບຂອງຕົນ.

ເງື່ອນໄຂ ແລະ ມາດຕະຖານຂອງການສ້າງຕັ້ງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງ ປະເທດ ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 30  ສິດ ແລະ ໜ້າທີ່ ຂອງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ

     ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສຶກສາ, ຄົ້ນຄວ້າ, ສ້າງກົດລະບຽບຂອງຕົນ,  ເຜີຍແຜ່ກົດໝາຍ, ລະບຽບການ ກ່ຽວກັບການຂົນສົ່ງ ແລະ ຈັດສົ່ງຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດໃຫ້ມວນຊົນ ແລະ  ສະມາຊິກຂອງຕົນເຊື່ອມຊຶມ, ຮັບຮູ້ຢ່າງກວ້າງຂວາງ, ເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ມີ ປະສິດທິຜົນ;
  2. ສ້າງ ແລະ ປັບປຸງການຈັດຕັ້ງຂອງຕົນ ໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳໃຊ້ວິທະຍາ ສາດ, ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວວຽກງານຂົນສົ່ງ ແລະ ຈັດສົ່ງ ແນໃສ່ສົ່ງເສີມການບໍລິການ ແລະ ຖານະບົດບາດຂອງວິສາຫະກິດຂົນສົ່ງ ໃຫ້ເປັນທີ່ເຊື່ອຖື ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ;
  3. ຊ່ວຍເຫຼືອ ແລະ ສົ່ງເສີມສະມາຊິກໃນການປະກອບອາຊີບຂອງຕົນ ໃຫ້ຈະເລີນ ກ້າວໜ້າ, ຄຸ້ມຄອງ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງສະມາຊິກ ບົນພື້ນຖານລະບຽບ ກົດໝາຍ;
  4. ເປັນຕົວແທນໃຫ້ຜູ້ດໍາເນີນການຂົນສົ່ງ, ສະເໜີຄຳເຫັນ ຕໍ່ຂະແໜງການໂຍທາທິ ການ ແລະ ຂົນສົ່ງ ກ່ຽວກັບວຽກງານຂົນສົ່ງ ແລະ ຈັດສົ່ງ ລະຫວ່າງປະເທດ;
  5. ຕິດຕາມການເຄື່ອນໄຫວ ແລະ ໃຫ້ຄຳແນະນຳແກ່ສະມາຊິກໃນການຈັດຕັ້ງປະຕິບັດ ວຽກງານຂົນສົ່ງ ແລະ ຈັດສົ່ງ ລະຫວ່າງປະເທດ;
  6. ແກ້ໄຂຂໍ້ຂັດແຍ່ງ ຂອງສະມາຊິກທີ່ເກີດຂຶ້ນໃນເວລາຈັດຕັ້ງປະຕິບັດວຽກງານຂົນສົ່ງ ແລະ ຈັດສົ່ງ ລະຫວ່າງປະເທດ ຕາມຄວາມຮັບຜິດຊອບຂອງຕົນ;
  7. ເຂົ້າເປັນສະມາຊິກຂອງສະຫະພັນສະມາຄົມຂົນສົ່ງ ແລະ ຈັດສົ່ງອາຊຽນ ແລະ ສະ ຫະພັນສະມາຄົມຂົນສົ່ງ ແລະ ຈັດສົ່ງສາກົນອື່ນ;
  8. ສະໜອງຂໍ້ມູນຂ່າວສານໃຫ້ສະມາຊິກຂອງຕົນ ກ່ຽວກັບການຂົນສົ່ງ ແລະ ການບໍລິການການຂົນສົ່ງ ແລະ ຕະຫຼາດຂົນສົ່ງທັງພາຍໃນ ແລະ ຕ່າງປະເທດ;
  9. ປະສານສົມທົບກັບຄະນະກໍາມະການຂົນສົ່ງແຫ່ງຊາດ ເພື່ອປຶກສາຫາລື, ແລກປ່ຽນ ຄໍາເຫັນກ່ຽວກັບການພັດທະນາ ແລະ ການອໍານວຍຄວາມສະດວກ ວຽກງານຂົນສົ່ງ ແລະ ຈັດສົ່ງ ລະຫວ່າງປະເທດ;
  10. ຈັດຕັ້ງຝຶກອົບຮົມ ຍົກລະດັບທາງດ້ານການເມືອງ-ແນວຄິດ ແລະ ດ້ານວິຊາສະ ເພາະ ໃຫ້ແກ່ສະມາຊິກຂອງຕົນ;
  11. ພົວພັນ ຮ່ວມມືກັບຕ່າງປະເທດ ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ ຕາມການມອບໝາຍ;
  12. ສະຫຼຸບ ລາຍງານການເຄື່ອນໄຫວວຽກງານຂອງຕົນ ລວມທັງຕົວເລກສະຖິຕິ ໃຫ້ ຂະແໜງການໂຍທາທິການ ແລະ ຂົນສົ່ງ ຢ່າງເປັນປົກກະຕິ;
  13. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ພາກທີ V
ຂໍ້ຫ້າມ

ມາດຕາ 31  ຂໍ້ຫ້າມທົ່ວໄປ

            ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:

  1. ດຳເນີນທຸລະກິດກ່ຽວກັບການຂົນສົ່ງຫຼາຍຮູບແບບ ໂດຍບໍ່ມີໃບອະນຸຍາດຈາກຂະ ແໜງການທີ່ກ່ຽວຂ້ອງ ຫຼື ນຳໃຊ້ໃບອະນຸຍາດຂອງຜູ້ອື່ນ;
  2. ປອມແປງໃບອະນຸຍາດ ຫຼື ໃຫ້ສິນບົນແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເພື່ອໃຫ້ໄດ້ໃບອະ ນຸຍາດດຳເນີນທຸລະກິດກ່ຽວກັບການຂົນສົ່ງຫຼາຍຮູບແບບ;
  3. ນໍາໃຊ້ຍານພາຫະນະຂົນສົ່ງທີ່ບໍ່ມີໃບທະບຽນ, ມີໃບທະບຽນບໍ່ຖືກຕ້ອງ, ບໍ່ໄດ້ມາດ ຕະຖານເຕັກນິກ;
  4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 32  ຂໍ້ຫ້າມສໍາລັບຜູ້ສົ່ງສິນຄ້າ

          ຫ້າມ ຜູ້ສົ່ງສິນຄ້າ ມີ ພຶດຕິກໍາ ດັ່ງນີ້:

  1. ແຈ້ງຂໍ້ມູນສິນຄ້າທີ່ບໍ່ຖືກຕ້ອງຕາມສັນຍາ ແລະ ບໍ່ຖືກກັບສິນຄ້າຕົວຈິງ;
  2. ປອມແປງເອກະສານຂົນສົ່ງສິນຄ້າ;
  3. ແກ່ຍາວເວລາໃນການສົ່ງມອບສິນຄ້າ ຫຼື ໃນການຈ່າຍຄ່າຂົນສົ່ງ; 
  4. ສົ່ງມອບສິນຄ້າທີ່ເກືອດຫ້າມ ຫຼື ຜິດກົດໝາຍ;
  5. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 33 ຂໍ້ຫ້າມສຳລັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

    ຫ້າມ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ມີ ພຶດຕິກໍາ ດັ່ງນີ້:

  1. ດຳເນີນທຸລະກິດ ບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນຸຍາດ, ທີ່ບໍ່ມີໃບອະນຸຍາດ, ທີ່ມີໃບອະນຸຍາດໝົດອາຍຸ;
  2. ປິດບັງ, ບິດເບືອນຂໍ້ມູນ  ກ່ຽວກັບການຂົນສົ່ງຫຼາຍຮູບແບບ;
  3. ຂັດຂວາງ ການກວດສອບ ແລະ ກວດກາການຂົນສົ່ງຫຼາຍຮູບແບບ;
  4. ແກ່ຍາວເວລາໃນການສົ່ງມອບສິນຄ້າໃຫ້ແກ່ຜູ້ຮັບ;
  5. ສົ່ງມອບສິນຄ້າໃຫ້ແກ່ບຸກຄົນ ທີ່ບໍ່ມີສິດຮັບ;
  6. ໃຫ້ ແລະ ຮັບສິນບົນ ກ່ຽວກັບການຂົນສົ່ງຫຼາຍຮູບແບບ;
  7. ສັບປ່ຽນສິນຄ້າ, ຊຸກເຊື່ອງ ແລະ ເຊື່ອງອໍາສິນຄ້າທີ່ຕ້ອງຫ້າມ; 
  8. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 34  ຂໍ້ຫ້າມສໍາລັບຜູ້ຮັບສິນຄ້າ

     ຫ້າມ ຜູ້ຮັບສິນຄ້າ ມີ ພຶດຕິກໍາ ດັ່ງນີ້:

  1. ຮັບສິນຄ້າທີ່ບໍ່ແມ່ນຂອງຕົນ, ເກີນຈໍານວນທີ່ຕົນມີສິດຮັບ;
  2. ແຈ້ງຂໍ້ມູນການເສັຍຫາຍຂອງສິນຄ້າ ບໍ່ຖືກຕ້ອງກັບຕົວຈິງ;
  3. ແກ່ຍາວເວລາໃນການຮັບສິນຄ້າ, ການຈ່າຍຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍອື່ນ ຕາມສັນຍາ;
  4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 35  ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານຂອງລັດທີ່ກ່ຽວຂ້ອງກັບການຂົນສົ່ງຫຼາຍຮູບແບບ

ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານຂອງລັດທີ່ກ່ຽວຂ້ອງກັບການຂົນສົ່ງຫຼາຍຮູບແບບ ມີ ພຶດ ຕິກໍາ ດັ່ງນີ້:

  1. ດຳເນີນທຸລະກິດ, ເປັນທີ່ປຶກສາ, ເປັນນັກວິຊາການໃຫ້ບໍລິສັດ ກ່ຽວກັບການຂົນສົ່ງ ຫຼາຍຮູບແບບ ທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ;
  2. ທວງເອົາ, ຂໍເອົາ, ຮັບສິນບົນ, ກົດໜ່ວງ ຖ່ວງດຶງ, ປອມແປງເອກະສານ ກ່ຽວກັບ ການຂົນສົ່ງຫຼາຍຮູບແບບ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ແລະ ໝູ່ຄະນະ;
  3. ເມີນເສີຍ ຕໍ່ຄວາມຮັບຜິດຊອບຂອງຕົນ, ຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຜູ້ດຳເນີນ ທຸລະກິດ ກ່ຽວກັບການຂົນສົ່ງຫຼາຍຮູບແບບ;
  4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 36  ຮູບການແກ້ໄຂຂໍ້ຂັດແຍ່ງ

     ການແກ້ໄຂຂໍ້ຂັດແຍ່ງ ອາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

  1. ການປະນີປະນອມ;
  2. ການແກ້ໄຂທາງດ້ານບໍລິຫານ;
  3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
  4. ການຕັດສິນຂອງສານ;
  5. ການແກ້ໄຂທີ່ມີລັກສະນະສາກົນ. ຂ້າງເທິງ

ມາດຕາ 37  ການປະນີປະນອມ

  ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດ ກ່ຽວກັບການຂົນສົ່ງຫຼາຍຮູບແບບນັ້ນ ຄູ່ກໍລະນີ ສາມາດປຶກສາຫາລື, ເຈລະຈາ ແລະ ປະນີປະນອມກັນ. ຂ້າງເທິງ

ມາດຕາ 38  ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດ ກ່ຽວກັບການຂົນສົ່ງຫຼາຍຮູບແບບນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນຕົນໄດ້ຮັບອະນຸຍາດນັ້ນ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 39  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດ ກ່ຽວກັບການຂົນສົ່ງຫຼາຍຮູບແບບນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 40  ການຕັດສິນຂອງສານ

 ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນໃນການດຳເນີນທຸລະກິດ ກ່ຽວກັບການຂົນສົ່ງຫຼາຍຮູບແບບນັ້ນ ຄູ່ກໍ ລະນີຝ່າຍໃດຝ່າຍໜຶ່ງ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຕາມລະບຽບກົດ ໝາຍ. ຂ້າງເທິງ

ມາດຕາ 41  ການແກ້ໄຂທີ່ມີລັກສະນະສາກົນ

 ໃນການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການດຳເນີນທຸລະກິດຂົນສົ່ງຫຼາຍຮູບແບບ ລະຫວ່າງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ກັບຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນຄ້ານັ້ນ ຄູ່ກໍລະນີ ສາມາດສະເໜີຕໍ່ອົງ ການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນຕາມການຕົກລົງກັນ ຫຼື ໃຫ້ປະຕິບັດຕາມ ສົນທິສັນຍາ, ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 42  ອາຍຸຄວາມໃນການຮ້ອງຟ້ອງ

  ການຮ້ອງຟ້ອງ ມີ ອາຍຸຄວາມ ເກົ້າເດືອນ ນັບແຕ່ວັນໄດ້ສົ່ງມອບສິນຄ້າ ໃຫ້ແກ່ຜູ້ຮັບສິນ ຄ້າເປັນຕົ້ນໄປ. ຂ້າງເທິງ

ພາກທີ VII
ຄະນະກຳມະການຂົນສົ່ງແຫ່ງຊາດ

ມາດຕາ 43  ການສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດ

 ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການສົ່ງເສີມ ການຂົນສົ່ງທຸກປະເພດ ຂອງ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ, ເຊື່ອມໂຍງເຂົ້າກັບລະບົບການຂົນສົ່ງຂອງອາຊຽນ, ພາກພື້ນ ແລະ ສາກົນນັ້ນ ລັດ ສ້າງຕັ້ງຄະນະກຳມະການຂົນສົ່ງແຫ່ງຊາດ ຊຶ່ງເປັນການຈັດຕັ້ງ ທີ່ບໍ່ປະຈຳການ, ມີພາລະບົດບາດປະສານງານກັບພາຍໃນ ແລະ ຕ່າງປະເທດ ໃນການຄຸ້ມຄອງ ວຽກງານຂົນສົ່ງທຸກປະເພດ ໃຫ້ມີຄວາມກ້າວໜ້າຂະຫຍາຍຕົວ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ. ຂ້າງເທິງ

ມາດຕາ 44  ໂຄງປະກອບຂອງຄະນະກໍາມະການຂົນສົ່ງແຫ່ງຊາດ

           ຄະນະກໍາມະການຂົນສົ່ງແຫ່ງຊາດ ປະກອບດ້ວຍ:

  1. ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
  2. ລັດຖະມົນຕີຊ່ວຍວ່າການ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເປັນຮອງປະທານ;
  3. ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ເປັນກໍາມະການ;
  4. ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກໍາ ແລະ ປ່າໄມ້  ເປັນກໍາມະການ;
  5. ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ເປັນກໍາມະການ;
  6. ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ ເປັນກໍາມະການ;
  7. ຫົວໜ້າຫ້ອງການ ຫຼື ຫົວໜ້າກົມ ຂອງກະຊວງທີ່ກ່ຽວຂ້ອງ ເປັນກໍາມະການ;
  8. ຕົວແທນຂອງພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເປັນກໍາມະການ.

ຄະນະກໍາມະການຂົນສົ່ງແຫ່ງຊາດ ຖືກແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ແລະ ມີກອງເລຂາຕັ້ງຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການ ຂົນສົ່ງແຫ່ງຊາດ. ຂ້າງເທິງ

ມາດຕາ 45  ສິດ ແລະ ໜ້າທີ່  ຂອງຄະນະກຳມະການຂົນສົ່ງ ແຫ່ງຊາດ

      ຄະນະກຳມະການຂົນສົ່ງແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສຶກສາ, ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ ກ່ຽວກັບວຽກ ງານຂົນສົ່ງ;
  2. ສ້າງແຜນການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ແລະ ປະສານງານກັບພາກ ສ່ວນອື່ນກ່ຽວກັບວຽກງານຂົນສົ່ງ;
  3. ຊຸກຍູ້, ສົ່ງເສີມ ການຂົນສົ່ງທຸກປະເພດໃຫ້ມີການຂະຫຍາຍຕົວ, ການນຳໃຊ້ວິທະ ຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ແນໃສ່ເຮັດໃຫ້ການຂົນສົ່ງພາຍໃນປະເທດ ແລະ ລະຫວ່າງປະເທດ ສະດວກ, ວ່ອງໄວ, ປອດໄພ, ມີປະສິດທິຜົນ ແລະ ບໍ່ມີຜົນກະທົບຕໍ່ສິ່ງ ແວດລ້ອມ;
  4. ຄົ້ນຄວ້າ ກໍານົດ ຕາໜ່າງເສັ້ນທາງຂົນສົ່ງ, ໂຄງສ້າງລາຄາຂົນສົ່ງທຸກຮູບແບບ ເພື່ອນໍາສະເໜີລັດຖະບານພິຈາລະນາ;
  5. ປະກອບຄໍາເຫັນ ຕໍ່ມາດຕະຖານເຕັກນິກຂອງຍານພາຫະນະຂົນສົ່ງ ຕາມການ ສະເໜີຂອງພາກສ່ວນຂົນສົ່ງທີ່ກ່ຽວຂ້ອງ;
  6. ຄົ້ນຄວ້າການນຳໃຊ້ເອກະສານຂົນສົ່ງ ໃຫ້ເປັນເອກະພາບ ແລະ ສາມາດເຊື່ອມ ໂຍງກັບລະບົບເອກະສານຂົນສົ່ງສາກົນ;
  7. ຄົ້ນຄວ້າວິທີການ, ປະສານສົມທົບ, ຕິດຕາມ ແລະ ແກ້ໄຂບັນຫາຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການຂົນສົ່ງ;
  8. ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກ ງານຂົນສົ່ງ ຕາມການມອບໝາຍ;
  9. ປະເມີນຜົນ, ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂົນສົ່ງ ຕໍ່ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະບານ ຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມລະບຽບກົດໝາຍ ຫຼື ການມອບໝາຍຂອງ ຂັ້ນເທິງ. ຂ້າງເທິງ

ພາກທີ VIII
ການຄຸ້ມຄອງ ແລະ ການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ໝວດທີ 1
ການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາ 46  ອົງການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ

  ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດ ຊອບໂດຍກົງ ແລະ ປະສານສົມທົບກັບບັນດາກະຊວງ ຫຼື ອົງການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ປະກອບດ້ວຍ:

  1. ກະຊວງໂຍທາທິການ ແລະ ຂົນສົ່ງ;
  2. ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ;
  3. ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ເທດສະບານ;
  4. ອົງການປົກຄອງບ້ານ. ຂ້າງເທິງ

ມາດຕາ 47  ສິດ ແລະ ໜ້າທີ່ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ

 ໃນການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ  ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ ແລະ ລະບຽບກົດໝາຍ  ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ ເພື່ອສະເໜີລັດຖະບານພິຈາລະນາ;
  2. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ, ມະຕິ ຂອງລັດຖະບານ ກ່ຽວກັບວຽກ ງານຂົນສົ່ງຫຼາຍຮູບແບບ ມາເປັນແຜນງານ, ແຜນການ ແລະ ໂຄງການ;
  3. ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ ແລະ ລະບຽບກົດ ໝາຍ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ;
  4. ຊີ້ນຳ, ຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນ ແມ່ບົດ, ລະບຽບກົດໝາຍ, ແຜນການລົງທຶນ ແລະ ແຜນການພັດທະນາການຂົນສົ່ງ;
  5. ອຳນວຍຄວາມສະດວກ ໃຫ້ແກ່ຄະນະກໍາມະການຂົນສົ່ງແຫ່ງຊາດ ກ່ຽວກັບການ ເຄື່ອນໄຫວວຽກງານຂົນສົ່ງ ໂດຍສະເພາະ ຕອບສະໜອງງົບປະມານ, ຍານພາຫະນະ ແລະ ອຸປະ ກອນຮັບໃຊ້ທີ່ຈໍາເປັນ;
  6. ຄົ້ນຄວ້າ, ກຳນົດຕົວຊີ້ວັດຜົນການດຳເນີນງານ, ກຳນົດໝາຍ ແລະ ມາດຕະຖານ ເຕັກນິກ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ, ເລືອກເຟັ້ນເຕັກໂນໂລຊີທີ່ເໝາະສົມ, ທັນສະໄໝ ພ້ອມທັງອອກຄຳແນະນຳໃນການຈັດຕັ້ງປະຕິບັດ;
  7. ຄົ້ນຄວ້າ, ປະກອບຄຳເຫັນ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ກ່ຽວກັບ ການຂົນສົ່ງຫຼາຍຮູບແບບ;
  8. ຄົ້ນຄວ້າ, ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານໃນການດໍາເນີນທຸລະກິດຂົນສົ່ງຫຼາຍ ຮູບແບບ;
  9. ຄົ້ນຄວ້າ ພິຈາລະນາ ກ່ຽວກັບການລົງທຶນ, ການຂະຫຍາຍ, ການໂຈະ ແລະ ການ ຍົກເລີກກິດຈະການ ກ່ຽວກັບການຂົນສົ່ງຫຼາຍຮູບແບບ;
  10. ປັບປຸງການຈັດຕັ້ງທີ່ຂຶ້ນກັບຕົນ, ສ້າງ, ບຳລຸງ, ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານທາງດ້ານການຂົນສົ່ງຫຼາຍຮູບແບບ;
  11. ປະສານສົມທົບ ກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກັບວຽກງານຂົນສົ່ງຫຼາຍຮູບແບບ;
  12. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານ ຂົນສົ່ງຫຼາຍຮູບແບບ;
  13. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂົນສົ່ງຫຼາຍຮູບແບບ ໃຫ້ລັດຖະ ບານຢ່າງເປັນປົກະຕິ;
  14. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 48  ສິດ ແລະ ໜ້າທີ່ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ

 ໃນການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່  ດັ່ງນີ້:

  1. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນການພັດທະນາ ກ່ຽວກັບ ວຽກງານຂົນສົ່ງຫຼາຍຮູບແບບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານຂົນ ສົ່ງຫຼາຍຮູບແບບ ພາຍໃນທ້ອງຖິ່ນຂອງຕົນ; 
  3. ຄຸ້ມຄອງ, ຕິດຕາມການດຳເນີນທຸລະກິດກ່ຽວກັບການຂົນສົ່ງຫຼາຍຮູບແບບ ພ້ອມທັງ ປະກອບຄຳເຫັນ ຕໍ່ການລົງທຶນ, ການຂະຫຍາຍ, ການໂຈະ ແລະ ການຍົກເລີກການດຳເນີນທຸລະ ກິດດັ່ງກ່າວ ຢູ່ພາຍໃນແຂວງ, ນະຄອນຂອງຕົນ;
  4. ສັງລວມສະຖິຕິ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ ໃນທ້ອງຖິ່ນຂອງຕົນ;
  5. ອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນກ່ຽວກັບການຂົນສົ່ງຫຼາຍຮູບແບບ ຕາມຄວາມຮັບຜິດຊອບຂອງຕົນ;
  6. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ຂົນສົ່ງຫຼາຍຮູບແບບ ຕາມການມອບໝາຍຂອງຂັ້ນເທິງ;
  7. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂົນສົ່ງຫຼາຍຮູບແບບ ພາຍໃນ ແຂວງ, ນະຄອນຂອງຕົນ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການມອບໝາຍຂອງຂັ້ນເທິງ. ຂ້າງເທິງ

ມາດຕາ 49  ສິດ ແລະ ໜ້າທີ່ ຂອງຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງເທດສະບານ

 ໃນການຄຸ້ມຄອງ ວຽກງານຂົນສົ່ງຫຼາຍຮູບແບບ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ໃຫ້ແກ່ຜູ້ດໍາເນີນການຂົນສົ່ງຫຼາຍ ຮູບແບບ ພາຍໃນເມືອງ, ເທດສະບານຂອງຕົນ;
  2. ຈັດຕັ້ງປະຕິບັດແຜນງານ, ແຜນການ, ໂຄງການ ກ່ຽວກັບການຂົນສົ່ງຫຼາຍຮູບແບບ;
  3. ຕິດຕາມ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບພາຍໃນເມືອງ, ເທດສະບານ ຕາມຄວາມ ຮັບຜິດຊອບຂອງຕົນ;
  4. ຊີ້ນໍາ, ຕິດຕາມ ອົງການປົກຄອງບ້ານ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ;
  5. ເກັບກຳຂໍ້ມູນສະຖິຕິ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ;
  6. ແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຂຶ້ນກ່ຽວກັບການຂົນສົ່ງຫຼາຍຮູບແບບ ຕາມຄວາມຮັບຜິດ ຊອບຂອງຕົນ;
  7. ສະຫຼຸບ ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານຢ່າງເປັນປົກກະຕິ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການ ມອບໝາຍຂອງຂັ້ນເທິງ ຂ້າງເທິງ

ມາດຕາ 50  ສິດ ແລະ ໜ້າທີ່ ຂອງ ອົງການປົກຄອງບ້ານ

 ໃນການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ອົງການປົກຄອງບ້ານ ມີ ສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ເຜີຍແຜ່ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ກ່ຽວກັບການຂົນສົ່ງ ໃຫ້ແກ່ປະຊາຊົນພາຍໃນຂອບເຂດບ້ານຂອງຕົນ;   
  2. ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ຄວາມປອດໄພແກ່ວຽກງານຂົນສົ່ງ;
  3. ຕິດຕາມ ແລະ ລາຍງານສະພາບການກ່ຽວກັບວຽກງານຂົນສົ່ງ ໃນຂອບເຂດບ້ານຂອງຕົນ. ຂ້າງເທິງ

ໝວດທີ 2
ການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາ 51  ອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບ

     ອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບ ມີ ສອງ ປະເພດ ດັ່ງນີ້:

1.   ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຂົນ ສົ່ງຫຼາຍຮູບແບບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 46 ຂອງກົດໝາຍສະບັບນີ້.

2.   ອົງການກວດກາພາຍນອກ:

-  ສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການຕິດຕາມກວດ ກາຂອງສະພາແຫ່ງຊາດ;
-  ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;
-  ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍ ການກວດ ສອບແຫ່ງລັດ;
-  ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສື່ມວນຊົນ.

ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານຂົນສົ່ງຫຼາຍຮູບແບບ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 52  ສິດ ແລະ ໜ້າທີ່ ຂອງອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບ

  ອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບ ມີ ສິດ ແລະ ໜ້າທີ່ ປະຕິບັດຕາມເນື້ອໃນ ແລະ ຮູບການທີ່ໄດ້ກຳນົດໄວ້ ໃນມາດຕາ 53 ແລະ 54 ຂອງກົດໝາຍສະບັບນີ້ຂ້າງເທິງ

ມາດຕາ 53  ເນື້ອໃນການກວດກາວຽກງານຂົນສົ່ງຫຼາຍຮູບແບບ

  ການກວດກາວຽກງານຂົນສົ່ງຫຼາຍຮູບແບບ ມີ ເນື້ອໃນ ຕົ້ນຕໍ ດັ່ງນີ້:

  1. ກວດກາການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ, ແຜນການລົງທຶນ, ການພັດທະນາ ແລະ ການບູລະນະຮັກສາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍ ຄວາມສະດວກ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ;
  2. ກວດກາການເຄື່ອນໄຫວ ຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ແລະ ສະມາຄົມ ຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດ;
  3. ກວດກາການນໍາໃຊ້ມາດຕະຖານເຕັກນິກ ຂອງຍານພາຫະນະ, ອຸປະກອນທຸກປະ ເພດ ທີ່ຮັບໃຊ້ໃຫ້ແກ່ການ ຂົນສົ່ງຫຼາຍ ຮູບແບບ;
  4. ກວດກາຜົນກະທົບຕໍ່ສິ່ງແວດລ້ອມ ເນື່ອງຈາກການເຄື່ອນໄຫວວຽກງານຂົນສົ່ງຫຼາຍ ຮູບແບບ. ຂ້າງເທິງ

ມາດຕາ 54  ຮູບການການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ການກວດກາວຽກງານຂົນສົ່ງຫຼາຍຮູບແບບ ມີ ສາມ ຮູບການ ດັ່ງນີ້:

1.   ການກວດກາຢ່າງເປັນປົກກະຕິ ຊຶ່ງແມ່ນການກວດກາ ທີ່ດຳເນີນໄປຕາມແຜນ ການຢ່າງເປັນປະຈຳ ແລະ ມີການກຳນົດເວລາອັນແນ່ນອນ;

2.   ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ;

3.   ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາໂດຍຮີບດ່ວນ, ບໍ່ໄດ້ແຈ້ງໃຫ້ ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດຳເນີນການກວດກາການຂົນສົ່ງຫຼາຍຮູບແບບນັ້ນ ຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມລະບຽບກົດໝາຍຢ່າງເຂັ້ມງວດ. ຂ້າງເທິງ

ພາກທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 55  ນະໂຍບາຍຕໍ່ຜູ້ມີຜົນງານ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການປະຕິບັດລະບຽບກົດໝາຍ ກ່ຽວ ກັບວຽກງານຂົນສົ່ງຫຼາຍຮູບແບບ ເປັນຕົ້ນ ດຳເນີນການຂົນສົ່ງຫຼາຍຮູບແບບ ຢ່າງມີຄຸນນະພາບ, ຮັບປະກັນຄວາມປອດໄພ, ຄວາມສະດວກ, ຄວາມໂປ່ງໃສ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາສິ່ງແວດລ້ອມໄດ້ດີ, ປະຕິບັດລາຄາຂົນສົ່ງຕາມລະບຽບການຢ່າງເຂັ້ມງວດ ຈະໄດ້ຮັບການຍ້ອງຍໍ ແລະ ການປະຕິບັດນະໂຍບາຍອື່ນ ຕາມລະບຽບການ. ຂ້າງເທິງ

ມາດຕາ 56  ມາດຕະການຕໍ່ຜູ້ລະເມີດ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນ ສົ່ງຫຼາຍຮູບແບບ ເປັນຕົ້ນ ຂໍ້ຫ້າມ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ທາງແພ່ງ ຫຼື ລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 57  ມາດຕະການສຶກສາອົບຮົມ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນ ສົ່ງຫຼາຍຮູບແບບ ເປັນຕົ້ນ ຂໍ້ຫ້າມທີ່ມີຄວາມເສັຍຫາຍເລັກໜ້ອຍ ແລະ ບໍ່ເປັນການກະທຳຜິດທາງ ອາຍາ ຈະຖືກສຶກສາອົບຮົມ, ກ່າວເຕືອນ. ຂ້າງເທິງ

ມາດຕາ 58  ມາດຕະການທາງວິໄນ

  ເຈົ້າໜ້າທີ່ ຫຼື ພະນັກງານຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ທີ່ໄດ້ລະເມີດລະບຽບກົດ ໝາຍ ກ່ຽວກັບວຽກງານການຂົນສົ່ງຫຼາຍຮູບແບບ ເປັນຕົ້ນ ຂໍ້ຫ້າມທີ່ບໍ່ເປັນການກະທຳຜິດທາງອາ ຍາ, ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ ແລະ ບໍ່ຈິງໃຈລາຍງານການກະທຳຜິດ, ຫຼົບຫຼີກຈາກຄວາມຜິດ ຂອງຕົນ ຈະຖືກປະຕິບັດຕາມລະບຽບການ ເຊັ່ນ ກ່າວເຕືອນຄວາມຜິດ, ໂຈະການເລື່ອນຊັ້ນ ຫຼື ຖືກໄລ່ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຂ້າງເທິງ

ມາດຕາ 59  ມາດຕະການປັບໃໝ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນ ສົ່ງຫຼາຍຮູບແບບ ຊຶ່ງໄດ້ກໍ່ຄວາມເສັຍຫາຍ ແຕ່ບໍ່ມີອົງປະກອບຂອງການກະທຳຜິດທາງອາຍາ ຈະ ຖືກປັບໃໝ ໃນກໍລະນີ ດັ່ງນີ້:

  1. ດຳເນີນທຸລະກິດ ກ່ຽວກັບການຂົນສົ່ງຫຼາຍຮູບແບບ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ ຖືກຕ້ອງຕາມປະເພດ ທີ່ໄດ້ຮັບການອະນຸຍາດ ຫຼື ທີ່ມີໃບອະນຸຍາດໝົດອາຍຸ;
  2. ໃຫ້ເຊົ່າ ຫຼື ໂອນທະບຽນວິສາຫະກິດຂອງຕົນໃຫ້ຜູ້ອື່ນ;
  3. ບັນຈຸ ຫຼື ບັນທຸກສິນຄ້າ ບໍ່ຖືກຕ້ອງຕາມລະບຽບການ;
  4. ຄ່ຽນຖ່າຍສິນຄ້າ ບໍ່ຖືກ ສະຖານທີ່ ຫຼື ເວລາ ທີ່ກຳນົດ;
  5. ນໍາໃຊ້ຍານພາຫະນະ ທີ່ບໍ່ມີໃບທະບຽນຖືກຕ້ອງ ຫຼື ບໍ່ໄດ້ມາດຕະຖານເຕັກນິກ;
  6. ນຳໃຊ້ໃບອະນຸຍາດຂອງຜູ້ອື່ນ ຫຼື ເອົາໃບອະນຸຍາດຂອງຕົນໃຫ້ຜູ້ອື່ນນຳໃຊ້ ເພື່ອດໍາ ເນີນທຸລະກິດກ່ຽວ ກັບການຂົນ ສົ່ງຫຼາຍຮູບແບບ.

     ອັດຕາການປັບໃໝ ໄດ້ກຳນົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 60  ມາດຕະການທາງແພ່ງ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນ ສົ່ງຫຼາຍຮູບແບບ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຊັບສິນຂອງຜູ້ອື່ນ ຕ້ອງໃຊ້ແທນຄ່າເສັຍຫາຍທີ່ຕົນ ໄດ້ກໍ່ຂຶ້ນ. ຂ້າງເທິງ

ມາດຕາ 61  ມາດຕະການທາງອາຍາ

 ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ ຊຶ່ງເປັນການ ກະທຳຜິດທາງອາຍາ ຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ. ຂ້າງເທິງ

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 62  ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 63  ຜົນສັກສິດ

 ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ໜຶ່ງຮ້ອຍຊາວວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.

      ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ປະທານສະພາແຫ່ງຊາດ

[ ລາຍເຊັນ ແລະ ປະທັບກາ]
ປານີ ຢາທໍ່ຕູ້

  

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການຂົນສົ່ງຫລາຍຮູບແບບ ເລກທີ 28/ສພຊ, ວັນທີ 18 ທັນວາ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.