ສາລະບານ

ພາກທີ I ບົດບັນຍັດທົ່ວໄປ

ພາກທີ II ການຈະລາຈອນທາງບົກ
ໝວດທີ 1 ລະບຽບການຈະລາຈອນທາງບົກ

ໝວດທີ 3 ລະບົບສັນຍານຈະລາຈອນ

ໝວດທີ 4 ການຄວບຄຸມການຈະລາຈອນທາງບົກ

ໝວດທີ 5 ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ

ພາກທີ III ມາດຕະຖານເຕັກນິກ ແລະ ການຄຸ້ມຄອງຍານພາຫະນະ
ໝວດທີ 1 ມາດຕະຖານເຕັກນິກຂອງພາຫະນະ

ໝວດທີ 2 ການຄຸ້ມຄອງຍານພາຫະນະ

ພາກທີ IV ທຸລະກິດ ກ່ຽວກັບ ການຈະລາຈອນທາງບົກ

ພາກທີ V ສະມາຄົມ ແລະ ມູນນິທິ ກ່ຽວກັບການຈະລາຈອນທາງບົກ
ໝວດທີ 1ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ

ໝວດທີ 2 ມູນນິທິກ່ຽວກັບການຈະລາຈອນທາງບົກ

ພາກທີ VI ຂໍ້ຫ້າມ

ພາກທີ VII ການແກ້ໄຂຂໍ້ຂັດແຍ່ງ

ພາກທີ VIII ຄະນະກຳມະການດ້ານຄວາມປອດໄພທາງຫຼວງ

ພາກທີ IX ການຄຸ້ມຄອງ ແລະ ການກວດກາວຽກງານຈະລາຈອນທາງບົກ
ໝວດທີ 1 ການຄຸ້ມຄອງວຽກງານຈະລາຈອນທາງບົກ

ໝວດທີ 2 ການກວດກາວຽກງານຈະລາຈອນທາງບົກ

ພາກທີ X ສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ, ເຄື່ອງແບບ ແລະ ເຄື່ອງໝາຍ

ພາກທີ XI ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ພາກທີ XII ບົດບັນຍັດສຸດທ້າຍ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ                               ເລກທີ  23  /ສພຊ
ນະຄອນຫຼວງວຽງຈັນ ວັນທີ 12 ທັນວາ 2012

ກົດໝາຍ
ວ່າດ້ວຍ ການຈະລາຈອນທາງບົກ

( ສະບັບປັບປຸງ )

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 (ປັບປຸງ)  ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈະລາຈອນທາງບົກ ເພື່ອອໍານວຍ ຄວາມສະດວກ, ຄວບຄຸມການສັນຈອນ ແລະ ການນຳໃຊ້ຍານພາຫະນະ ຕາມເສັ້ນທາງບົກ ໃຫ້ມີ ຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຫຼຸດຜ່ອນອຸບປະຕິເຫດ, ຄວາມແອອັດໃນການສັນຈອນ ຕິດພັນກັບການບໍລິການ, ການປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມ, ຊີວິດ, ຊັບສິນຂອງບຸກຄົນ ແລະ ສາທາລະນະ ປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການເຊື່ອມໂຍງກັບສາກົນ. ຂ້າງເທິງ

ມາດຕາ 2 (ໃໝ່)  ການຈະລາຈອນທາງບົກ  

ການຈະລາຈອນທາງບົກ ແມ່ນ ການສັນຈອນໄປ ມາ ຂອງຄົນ ແລະ ສັດ ດ້ວຍການນຳ ໃຊ້ ຫຼື ບໍ່ນໍາໃຊ້ພາຫະນະ ແລະ ຍານພາຫະນະຊະນິດຕ່າງໆ ຕາມເສັ້ນທາງບົກ ໂດຍປະຕິບັດກົດຈະ ລາຈອນ ຢ່າງຖືກຕ້ອງ. ຂ້າງເທິງ

ມາດຕາ 3 (ປັບປຸງ)  ການອະທິບາຍຄໍາສັບ

   ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.    ກົດຈະລາຈອນ ໝາຍເຖິງ ລະບຽບການລະອຽດ ກ່ຽວກັບການຈະລາຈອນທາງບົກ;

2.    ປ້າຍຈະລາຈອນ ໝາຍເຖິງ ເຄື່ອງໝາຍຊີ້ບອກ ການປະຕິບັດກົດຈະລາຈອນ ຕາມເສັ້ນທາງບົກ;

3.    ເຄື່ອງໝາຍຈະລາຈອນ ໝາຍເຖິງ ສິ່ງຊີ້ບອກ ກົດຈະລາຈອນຕາມເສັ້ນທາງບົກ ດ້ວຍການຕິດຕັ້ງປ້າຍ, ຂີດ, ຂຽນ, ແຕ້ມໄວ້ຕາມໜ້າທາງ, ບ່າທາງ, ຂອບທາງ, ແຄມທາງ ແລະ ເທິງທາງ; 

4.    ໃບຂັບຂີ່ຍານພາຫະນະ ໝາຍເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກ ໃຫ້ໂດຍຂະແໜງການໂຍທາທິການ ແລະ ຂົນສົ່ງ;

5.    ຜູ້ນຳໃຊ້ເສັ້ນທາງ ໝາຍເຖິງ ຜູ້ຂັບຂີ່ ຫຼື ນຳໃຊ້ຍານພາຫະນະ, ຄົນຍ່າງ, ຜູ້ຄວບຄຸມສັດ, ຜູ້ອະນາໄມ, ຜູ້ສ້ອມແປງ, ຜູ້ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ ຕາມເສັ້ນທາງບົກ;  

6.    ເສັ້ນທາງ ໝາຍເຖິງ ຂອບເຂດພື້ນທີ່ ຊຶ່ງໄດ້ກໍ່ສ້າງຂຶ້ນເພື່ອຮັບໃຊ້ໃຫ້ແກ່ການຈະ ລາຈອນທາງບົກ;

7.    ຖະໜົນ ໝາຍເຖິງ ພື້ນທີ່ຂອງເສັ້ນທາງ ຫຼື ຫົນທາງ ທັງໝົດ ທີ່ນໍາໃຊ້ສໍາລັບການ ຈະລາຈອນທາງບົກ ໃນຕົວເມືອງ;

8.    ໜ້າທາງ ໝາຍເຖິງ ພື້ນທີ່ຂອງເສັ້ນທາງ ທີ່ນຳໃຊ້ສຳລັບການສັນຈອນຂອງຍານ ພາຫະນະ;

9.    ຊ່ອງຈະລາຈອນ ໝາຍເຖິງ ພື້ນທີ່ຂອງເສັ້ນທາງ ທີ່ແບ່ງຂອບເຂດໜ້າທາງຕາມລວງຍາວຂອງເສັ້ນທາງ ແລະ ມີຄວາມກວ້າງຕາມມາດຕະຖານທີ່ກໍານົດ;

10. ທາງຄົບ ໝາຍເຖິງ ເສັ້ນທາງທີ່ຕັດກັນ ຫຼື ຄົບກັນ ຢູ່ໃນລະດັບໜ້າທາງດຽວກັນ ນັບແຕ່ສອງເສັ້ນຂຶ້ນໄປ;

11. ທາງແຍກ ໝາຍເຖິງ ເສັ້ນທາງທີ່ແຍກອອກເປັນຫຼາຍເສັ້ນທາງ;

12. ຢຸດລົດ ໝາຍເຖິງ ຢຸດເຄື່ອນໄຫວຍານພາຫະນະຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນໃນເວລາອັນສັ້ນ ໂດຍບໍ່ມອດຈັກ ແລະ ຜູ້ຂັບຂີ່ຕ້ອງປະຈຳຢູ່ຕໍາແໜ່ງຂອງຄົນຂັບ;

13. ຈອດລົດ ໝາຍເຖິງ ຢຸດເຄື່ອນໄຫວຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນ ໂດຍມອດຈັກ ແລະ ຜູ້ຂັບຂີ່ສາມາດອອກຈາກຍານພາຫະນະໄດ້;

14. ລົດຫົວລາກ ໝາຍເຖິງ ຍານພາຫະນະທີ່ມີລະບົບຂັບເຄື່ອນດ້ວຍເຄື່ອງຈັກ ນຳ ໃຊ້ສໍາລັບແກ່ເຄິ່ງຫາງລາກ;

15. ເຄິ່ງຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຫົວລາກ;

16. ຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຂົນສົ່ງທົ່ວໄປ;

17. ການສັນຈອນພິເສດ ໝາຍເຖິງ ການສັນຈອນຂອງຂະບວນລົດຜູ້ນຳ, ແຂກຕ່າງປະເທດ, ລົດໂຮງໝໍ, ລົດມອດໄຟ, ລົດກູ້ໄພ, ລົດຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ມີ ລະບົບສັນຍານແຈ້ງເຕືອນ ຊຶ່ງກໍາລັງປະຕິບັດໜ້າທີ່ອັນຮີບດ່ວນ;

18. ເຂດຊຸມຊົນ ໝາຍເຖິງ ບໍລິເວນທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ;

19. ຍານພາຫະນະ ໝາຍເຖິງ  ພາຫະນະທີ່ແລ່ນດ້ວຍເຄື່ອງຈັກ. ຂ້າງເທິງ

ມາດຕາ 4 (ປັບປຸງ)  ນະໂຍບາຍຂອງລັດ ກ່ຽວກັບວຽກງານຈະລາຈອນທາງບົກ

ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາ, ກໍ່ສ້າງ, ບູລະນະ, ຕິດຕັ້ງ ແລະ ປົກປັກຮັກສາລະບົບການຈະລາຈອນ ທາງບົກໃຫ້ມີປະສິດທິຜົນ ແລະ ຢືນຍົງໂດຍນຳໃຊ້ວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນ ສະໄໝ.

ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ມີການພັດທະນາວຽກງານຂົນສົ່ງມວນຊົນໃນຕົວເມືອງ ເພື່ອ ຮັບປະກັນການຈະລາຈອນໃນຕົວເມືອງມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ ພ້ອມທັງບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເປັນຕົວເມືອງທີ່ໜ້າຢູ່. ຂ້າງເທິງ

ມາດຕາ 5 (ປັບປຸງ)  ຫຼັກການ ກ່ຽວກັບວຽກງານຈະລາຈອນທາງບົກ

   ວຽກງານຈະລາຈອນທາງບົກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນ ຍຸດທະສາດ ແລະ ແຜນດຳເນີນງານຄວາມປອດໄພທາງຖະໜົນ ເພື່ອເຮັດໃຫ້ວຽກງານຈະລາຈອນ ທາງບົກ ມີລະບົບກົມກຽວ ແລະ ກ້າວໄປສູ່ຄວາມທັນສະໄໝ;   

2. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ຄວາມສະດວກ, ໂລ່ງ ລ່ຽນ, ຕໍ່ເນື່ອງ, ມີປະສິດທິຜົນ ດ້ວຍຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງບຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມ; 

3. ຮັບປະກັນຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ການແບ່ງຂັ້ນຄຸ້ມ ຄອງ ລະຫວ່າງຂະແໜງການ ຢູ່ ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານການປະສານສົມທົບ ຢ່າງໃກ້ ຊິດ;

4. ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ຍານພາຫະນະ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ໄດ້ມາດຕະຖານເຕັກນິກ ແລະ ມີຄວາມປອດໄພ;

5. ຮັບປະກັນ ຄວາມສອດຄ່ອງຂອງກົດຈະລາຈອນທາງບົກ ຂອງ ສປປ ລາວ ກັບ ພາກພື້ນ ແລະ ສາກົນ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 6 (ປັບປຸງ)  ພັນທະຂອງຜູ້ນຳໃຊ້ເສັ້ນທາງ

ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ສັນຈອນຕາມເສັ້ນທາງ ຢູ່ໃນດິນແດນ ຂອງ ສປປ ລາວ ຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ພ້ອມກັນນັ້ນ ກໍຕ້ອງປະກອບສ່ວນໃນການປົກປັກຮັກສາ, ບູລະນະພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກດ້ານການຈະລາຈອນທາງບົກ. ຂ້າງເທິງ

ມາດຕາ 7 (ໃໝ່)  ຂອບເຂດການນໍາໃຊ້ກົດາຍ

  ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຈະລາຈອນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ, ການດຳເນີນກິດຈະການດ້ານການຈະລາຈອນທາງບົກ ຢູ່ ສປປ ລາວຂ້າງເທິງ

ມາດຕາ 8 (ໃໝ່)  ການຮ່ວມມືສາກົນ

ລັດ ເປີດກວ້າງ ແລະ ສົ່ງເສີມການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຈະລາຈອນທາງບົກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ວິທະ ຍາສາດເຕັກນິກ ແລະ ເຕັກໂນໂລຊີ, ການສ້າງ, ບຳລຸງ, ຍົກລະດັບພະນັກງານ, ການຍາດແຍ່ງ ການຊ່ວຍເຫຼືອ, ການຮ່ວມມືດ້ານການລົງທຶນ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ການຈະລາຈອນທາງບົກ

ໝວດທີ 1
ລະບຽບການຈະລາຈອນທາງບົກ

ມາດຕາ 9 (ປັບປຸງ)  ລະບຽບການທົ່ວໄປ

ໃນການຈະລາຈອນທາງບົກ ຢູ່ ສປປ ລາວ ໃຫ້ໃຊ້ກໍ້າຂວາ, ຜູ້ນຳໃຊ້ເສັ້ນທາງ ຕ້ອງໄປ ຕາມຊ່ອງຈະລາຈອນ ຕາມທິດທາງທີ່ກຳນົດ ແລະ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດ ຈະລາຈອນຢ່າງເຂັ້ມງວດ.

ກົດຈະລາຈອນທາງບົກ ຕ້ອງໄດ້ຈັດເຂົ້າໃນຫຼັກສູດການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ ລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ ຈັດຕັ້ງເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ດ້ວຍຫຼາຍຮູບການ. ຂ້າງເທິງ

ມາດຕາ 10 (ໃໝ່)  ລະບຽບການສໍາລັບຄົນຍ່າງ

   ການຍ່າງຕາມທາງ ແລະ ຍ່າງຂ້າມທາງ ໃນຕົວເມືອງ, ເທດສະບານ ໃຫ້ປະຕິບັດ ດັ່ງນີ້:

-    ຍ່າງໄປຕາມທາງ ທີ່ໄດ້ກຳນົດໄວ້ສຳລັບໃຫ້ຄົນຍ່າງ, ຖ້າຫາກບໍ່ມີທາງສໍາລັບຄົນ ຍ່າງ ກໍໃຫ້ຍ່າງລຽບຕາມແຄມທາງເບື້ອງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດ ທີ່ແລ່ນເຂົ້າມາຫາຕົນ, ຖ້າຫາກມີຫຼາຍຄົນຍ່າງນຳກັນ ໃຫ້ຍ່າງຕາມຫຼັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງ ຍົກເວັ້ນ ການສວນສະໜາມ, ຂະບວນທາງການ, ຂະບວນແຫ່ພິທີທາງສາສະໜາ, ສົ່ງສະການ ຫຼື ຂະບວນ ຍ່າງອື່ນ ທີ່ໄດ້ຮັບອະນຸຍາດ;

-    ຍ່າງຂ້າມຕາມທາງມ້າລາຍ, ບ່ອນມີໄຟສັນຍານ, ຂົວຂ້າມທາງ, ອຸໂມງ ຫຼື ບ່ອນ ທີ່ກຳນົດໄວ້, ຖ້າຫາກບໍ່ມີບ່ອນຂ້າມຕາມທີ່ໄດ້ກໍານົດໄວ້ນີ້ ໃຫ້ຍ່າງຂ້າມທາງຢູ່ບ່ອນທີ່ເຫັນວ່າມີຄວາມ ປອດໄພ.

ທຸກຄົນ ມີໜ້າທີ່ຊ່ວຍເຫຼືອ ເດັກນ້ອຍ, ຜູ້ເຖົ້າ, ຄົນພິການ ແລະ ຜູ້ບໍ່ສາມາດຊ່ວຍຕົນເອງໄດ້ໃນເວລາຍ່າງຂ້າມທາງ. ຂ້າງເທິງ

ມາດຕາ 11 (ປັບປຸງ)  ລະບຽບການຄຸ້ມຄອງສັດລ້ຽງ

ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍສັດທຸກຊະນິດ ຕາມເສັ້ນທາງຫຼວງ.

ການເຄື່ອນຍ້າຍສັດຕາມເສັ້ນທາງ ຕ້ອງມີຜູ້ຄວບຄຸມ ແລະ ຕ້ອງປະຕິບັດຕາມກົດຈະລາ ຈອນ.

ໃນກໍລະນີ ເກີດອຸບປະຕິເຫດຍ້ອນສັດລ້ຽງ ເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຕ້ອງຮັບຜິດ ຊອບຕໍ່ຄວາມເສັຍຫາຍ ທີ່ສັດລ້ຽງນັ້ນໄດ້ກໍ່ຂຶ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນ ສັນຍາ ແລະ ນອກສັນຍາ.

ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ ຕ້ອງມີປ້າຍເຕືອນ ໃຫ້ລະ ວັງສັດ ເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸບປະຕິເຫດໃນເຂດທີ່ມີປ້າຍເຕືອນນັ້ນ ຜູ້ຂັບຂີ່ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນ. ຂ້າງເທິງ

ມາດຕາ 12 (ໃໝ່)  ລະບຽບການສໍາລັບຜູ້ຂັບຂີ່

             ຜູ້ຂັບຂີ່ຍານພາຫະນະທຸກຊະນິດ ມີ ໜ້າທີ່ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:

-  ຕ້ອງມີເອກະສານທີ່ຈໍາເປັນ ເປັນຕົ້ນ ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບເສັຍຄ່າທາງ, ໃບປະກັນໄພ; ສໍາລັບລົດຂົນສົ່ງສິນຄ້າ ແລະ ໂດຍສານ ຍັງຕ້ອງມີເອກະສານອື່ນ ທີ່ກ່ຽວຂ້ອງ;
-  ກວດກາສະພາບເຕັກນິກລົດ ເປັນປະຈໍາ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ;
-  ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ ຄວບຄຸມການຈະລາຈອນທາງບົກ;
-  ແຈ້ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ໃຫ້ຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບບາດເຈັບ ເມື່ອພົບເຫັນອຸບປະຕິເຫດ;
-  ຢຸດ ແລະ ປ່ອຍທາງໃຫ້ແກ່ການສັນຈອນພິເສດ;
-  ໃຫ້ບູລິມະສິດແກ່ຄົນຍ່າງຂ້າມທາງ;
-  ຍົກຍ້າຍຍານພາຫະນະ ອອກຈາກຊ່ອງທາງການຈະລາຈອນໂດຍດ່ວນ ໃນກໍລະນີຍານພາຫະນະຕິດຂັດ, ເປ່ເພ ຢູ່ຕາມເສັ້ນທາງ. ຂ້າງເທິງ

ໝວດທີ 2
ການຂັບຂີ່ຍານພາຫະນະ

ມາດຕາ 13 (ໃໝ່)  ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່

   ການສອບເສັງເອົາໃບຂັບຂີ່ ຕ້ອງມີເງື່ອນໄຂ ດັ່ງນີ້:

-  ມີໃບຢັ້ງຢືນຈົບຫຼັກສູດ ການຮຽນຂັບລົດ;
-  ມີໃບຢັ້ງຢືນສຸຂະພາບ;  
-  ມີອາຍຸ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 14 ຂອງກົດໝາຍສະບັບນີ້.

ການສອບເສັງ ແລະ ການອອກໃບຂັບຂີ່ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ.

ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່ ສຳລັບຄົນພິການ ແລະ ເສັຍອົງຄະ ໄດ້ກໍານົດ ໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 14 (ປັບປຸງ)  ອາຍຸຂອງຜູ້ສອບເສັງເອົາໃບຂັບຂີ່

     ຜູ້ສອບເສັງເອົາໃບຂັບຂີ່ລົດແຕ່ລະປະເພດ ຕ້ອງມີປະສົບການ ແລະ ມີ ອາຍຸ ດັ່ງນີ້:

-  ແຕ່ ສິບຫ້າ ປີຂຶ້ນໄປ ສໍາລັບລົດຈັກ ຄວາມແຮງບໍ່ເກີນ 125 cc;  

-  ແຕ່ ສິບແປດ ປີ ຂຶ້ນໄປ ສໍາລັບລົດຈັກ ຄວາມແຮງ ແຕ່ 125 cc  ຂຶ້ນໄປ, ລົດສາມລໍ້, ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວ ແລະ ລົດຂົນສົ່ງສະເພາະ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່ ຫຼື ນ້ຳໜັກລວມບໍ່ເກີນ 3.500 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່;

- ແຕ່ ຊາວເອັດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກ ລວມແຕ່ 3.500 ກິໂລກຣາມ ເຖິງ 7.000 ກິໂລກຣາມ, ລົດໄຖນາໃຫຍ່, ລົດຂົນສົ່ງໂດຍສານ ບໍ່ເກີນ ສິບຫ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່, ລົດຫົວລາກທີ່ແກ່ເຄິ່ງຫາງລາກ;

- ແຕ່ ຊາວຫ້າ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກລວມ ບໍ່ເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າ ໜັກລວມບໍ່ເກີນ 750 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ສາມສິບຫ້າ ບ່ອນນັ່ງ;  

- ແຕ່ ຊາວແປດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ ນໍ້າໜັກບັນທຸກເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າໜັກລວມ ເກີນ 750 ກິໂລກຣາມຂຶ້ນໄປ ແລະ ລົດຂົນສົ່ງໂດຍສານ ແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປ. ຂ້າງເທິງ

ມາດຕາ 15 (ໃໝ່)  ໃບຂັບຂີ່

ໃບຂັບຂີ່ຍານພາຫະນະທີ່ ສປປ ລາວ ອອກໃຫ້ ມີ ໃບຂັບຂີ່ພາຍໃນ ແລະ ໃບຂັບຂີ່ສາ ກົນ.

ໃບຂັບຂີ່ພາຍໃນ ແມ່ນ ອອກໃຫ້ແກ່ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ທີ່ໄດ້ຜ່ານການສອບເສັງ ຢູ່ ສປປ ລາວ ເພື່ອນຳໃຊ້ ຢູ່ພາຍໃນປະເທດ ແລະ ຢູ່ບັນດາປະເທດ ທີ່ມີການຮັບຮູ້ໃບຂັບຂີ່ ຊຶ່ງກັນ ແລະ ກັນ, ມີອາຍຸການນຳໃຊ້ ຫ້າປີ ແລະ ສາມາດ ຕໍ່ໄດ້ຄັ້ງລະ ຫ້າ ປີ.

ໃບຂັບຂີ່ສາກົນ ແມ່ນ ອອກໃຫ້ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນ ຕ່າງປະເທດ ທີ່ມີໃບຂັບຂີ່ພາຍໃນມາແລ້ວ ເພື່ອນຳໃຊ້ຢູ່ຕ່າງປະເທດ.

ຂະໜາດ, ລັກສະນະ ແລະ ມາດຕະຖານຂອງໃບຂັບຂີ່ ໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ຂ້າງເທິງ

ມາດຕາ 16 (ປັບປຸງ)  ປະເພດໃບຂັບຂີ່ຕາມຊະນິດຍານພາຫະນະ

    ໃບຂັບຂີ່ພາຍໃນ ຈັດຕາມຊະນິດຍານພາຫະນະ ດ້ວຍຕົວອັກສອນລາເເຕງ ດັ່ງນີ້:

-  A : ລົດຈັກສອງລໍ້ ຄວາມແຮງບໍ່ເກີນ 125 cc;  

-  A1: ລົດຈັກສອງລໍ້ ຄວາມແຮງແຕ່ 125 cc ຂຶ້ນໄປ;

-  A2: ລົດຈັກສາມລໍ້ສ່ວນຕົວ ແລະ ລົດສອງລໍ້, ສາມລໍ້ ໂດຍສານ;

-  A3: ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ;   

-  B: ລົດເບົາ ນ້ຳໜັກລວມ ຕໍ່າກວ່າ 3.500 ກິໂລກຣາມ, ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່;

-  C: ລົດຂົນສົ່ງສິນຄ້າ ນ້ຳໜັກລວມ ແຕ່ 3.500 ກິໂລກຣາມ ຫາ 7.500 ກິໂລກຣາມ; 

-  C1: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ;    

-  C2: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ;    

-  D: ລົດຂົນສົ່ງໂດຍສານ ປະເພດ 4 ລໍ້ ຂຶ້ນໄປ, ບໍ່ເກີນ ສິບຫ້າ ບ່ອນນັ່ງ; 

-  D1: ລົດຂົນສົ່ງໂດຍສານ ແຕ່ ສິບຫົກ ຫາ ສາມສິບຫ້າ ບ່ອນນັ່ງ; 

-  D2: ລົດຂົນສົ່ງໂດຍສານ ແຕ່ ສາມສິບຫົກ ບ່ອນນັ່ງຂຶ້ນໄປ; 

-  E: ລົດເບົາ (B), ລົດຂົນສົ່ງສິນຄ້າ (C) ແລະ ລົດຂົນສົ່ງໂດຍສານ (D) ທີ່ແກ່ຫາງລາກ ນ້ຳໜັກລວມ ບໍ່ເກີນ 750 ກິໂລກຣາມ;

-  E1: ລົດຂົນສົ່ງສິນຄ້າ (C2) ແກ່ຫາງລາກ  ນ້ຳໜັກລວມ ເກີນກວ່າ 750 ກິໂລ ກຣາມ. ຂ້າງເທິງ

ມາດຕາ 17 (ປັບປຸງ)  ໃບຂັບຂີ່ຕ່າງປະເທດ

ໃບຂັບຂີ່ຕ່າງປະເທດ ແມ່ນ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ຊຶ່ງອອກຢູ່ຕ່າງປະ ເທດ.

ສປປ ລາວ ຮັບຮູ້ໃບຂັບຂີ່ຕ່າງປະເທດຂອງ ບຸກຄົນ ທີ່ມີໃບຂັບຂີ່ສາກົນ ຫຼື ມີໃບຂັບ ຂີ່ຂອງ ປະເທດທີ່ມີການຮັບຮູ້ ຊຶ່ງກັນ ແລະ ກັນ. ຂ້າງເທິງ

ມາດຕາ 18 (ປັບປຸງ)  ການຂັບຂີ່ ແລະ ການບັນທຸກ  

ການຂັບຂີ່ ແລະ ການບັນທຸກ ຂອງລົດຂົນສົ່ງຄົນ ແລະ ຜູ້ໂດຍສານ ໃຫ້ປະຕິບັດ ດັ່ງນີ້:

-  ລົດຖີບ ໃຫ້ຊ້ອນໄດ້ ໜຶ່ງຄົນ;

-  ລົດຈັກ ອະນຸຍາດໃຫ້ຜູ້ໃຫຍ່ຊ້ອນໄດ້ໜຶ່ງຄົນ ແລະ ເດັກນ້ອຍອາຍຸບໍ່ເກີນ ສິບເອັດ ປີ ອີກໜຶ່ງຄົນ; ຜູ້ຂັບຂີ່ ແລະ ຜູ້ຊ້ອນ ຕ້ອງໃສ່ໝວກກັນກະທົບ ທີ່ໄດ້ມາດຕະຖານ;

-  ລົດຖີບສາມລໍ້, ລົດຈັກສາມລໍ້ຕິດຂ້າງ ໃຫ້ຂີ່ໄດ້ສາມຄົນລວມທັງຜູ້ຂັບຂີ່;

-  ລົດສາມລໍ້ຊະນິດຈຳໂບ້ ໃຫ້ຂີ່ໄດ້ ບໍ່ເກີນ ຫ້າຄົນ ຫຼື ບັນທຸກສິນຄ້າ, ເຄື່ອງຂອງບໍ່ເກີນ 300 ກິໂລກຣາມ; ລົດສາມລໍ້ຊະນິດຕຸກໆ, ສະກາຍແລັບ ອະນຸຍາດໃຫ້ຂີ່ໄດ້ ບໍ່ເກີນເກົ້າຄົນ ຫຼື ບັນທຸກສິນຄ້າ, ເຄື່ອງຂອງບໍ່ເກີນ 550 ກິໂລກຣາມ;

-  ລົດເກງ, ລົດຈິບ, ລົດຕູ້, ລົດກະບະ ໃຫ້ບັນທຸກຕາມມາດຕະຖານ ຂອງໂຮງງານ ຜະລິດ.

ຜູ້ຂັບຂີ່ ລົດສີ່ລໍ້ຂຶ້ນໄປ ລວມທັງ ຜູ້ນັ່ງທາງໜ້າ ຕ້ອງໃສ່ສາຍຮັດນິລະໄພ, ເດັກນ້ອຍ ທີ່ບໍ່ສາມາດ ໃສ່ສາຍຮັດນິລະໄພປົກກະຕິໄດ້ ໃຫ້ນຳໃຊ້ເບາະນັ່ງສະເພາະ. ຂ້າງເທິງ

ມາດຕາ 19 (ໃໝ່)  ຂໍ້ຈໍາກັດ ຄວາມໄວ ແລະ ໄລຍະຫ່າງລະຫວ່າງລົດ

ຄວາມໄວສູງສຸດທີ່ອະນຸຍາດໃຫ້ລົດແຕ່ລະປະເພດແລ່ນຕາມເສັ້ນທາງໃນ ສປປ ລາວ ໄດ້ ກຳນົດໄວ້ ດັ່ງນີ້:

-    ບໍ່ໃຫ້ເກີນ ສີ່ສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນໜາແໜ້ນຕາມເສັ້ນ ທາງໃນຕົວເມືອງ, ເທດສະບານ, ເຂດຊຸມຊົນ;  

-    ບໍ່ໃຫ້ເກີນ ເກົ້າສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນ ຂອງລົດເບົາທຸກ ປະເພດ ແລະ ລົດຈັກ ແຕ່ 125 cc ຂຶ້ນໄປ ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ;

-    ບໍ່ໃຫ້ເກີນ ເຈັດສິບ ກິໂລແມັດ ຕໍ່ຊົ່ວໂມງ ສຳລັບລົດບັນທຸກສິນຄ້າ, ລົດໂດຍສານ ແລະ ລົດຈັກ ບໍ່ເກີນ 125 cc ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ.

ນອກຈາກນີ້ ຄວາມໄວສູງສຸດທີ່ອະນຸຍາດໃຫ້ແລ່ນໃນແຕ່ລະຕອນທາງ ແມ່ນໃຫ້ປະຕິບັດ ຕາມປ້າຍກໍານົດຄວາມໄວ.

ເມື່ອລົດສອງຄັນແລ່ນໃນຊ່ອງຈະລາຈອນດຽວກັນ, ລົດຄັນແລ່ນຕາມຫຼັງ ຕ້ອງຮັກສາໄລ ຍະຫ່າງທີ່ເໝາະສົມ ກັບສະພາບເສັ້ນທາງ, ດິນຟ້າອາກາດ, ຂະໜາດ ແລະ ນໍ້າໜັກບັນທຸກຂອງລົດ ເພື່ອຮັບປະກັນຄວາມປອດໄພ ໃນກໍລະນີ ລົດຄັນແລ່ນທາງໜ້າ ຢຸດກະທັນຫັນ.

ລົດທີ່ແລ່ນເປັນຂະບວນແຕ່ສອງຂະບວນຂຶ້ນໄປ ຕ້ອງຮັກສາໄລຍະຫ່າງ ລະຫວ່າງຂະ ບວນຢ່າງໜ້ອຍ 150 ແມັດ ແລະ ໄລຍະຫ່າງລະຫວ່າງລົດໃນຂະບວນຢ່າງໜ້ອຍ 25 ແມັດ.

ຄວາມໄວສູງສຸດທີ່ໄດ້ກຳນົດໄວ້ໃນມາດຕານີ້ ບໍ່ກວມເອົາຄວາມໄວຂອງລົດສັນຈອນພິເສດ ແລະ ລົດທີ່ປະຕິບັດວຽກງານ ໃນກໍລະນີເກີດເຫດສຸກເສີນ ເຊັ່ນ ອຸບປະຕິເຫດ, ຄົນເຈັບ, ໄຟໄໝ້, ນ້ຳຖ້ວມ ແລະ ເຫດສຸກເສີນອື່ນ. ຂ້າງເທິງ

ມາດຕາ 20 (ໃໝ່)  ທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່

    ຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນຮ່າງກາຍ ຂອງຜູ້ຂັບຂີ່ຍານພາຫະນະທຸກຊະນິດ ທີ່ອະນຸ ຍາດສູງສຸດບໍ່ໃຫ້ເກີນ ດັ່ງນີ້:

1.  ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລໍ້ທຸກຊະນິດ

-  ໃນລົມຫາຍໃຈ:   0,24 ມີລີກຣາມ ຕໍ່ ລິດ            (BrAC); 

-  ໃນເລືອດ:       50 ມີລີກຣາມ ຕໍ່ 100 ມີລີລິດ      (BAC);

-  ໃນປັດສະວະ:    66,5 ມີລີກຣາມ ຕໍ່ 100 ມີລີລິດ   (Urine).

2.    ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບຈ້າງທຸກຊະນິດ

-  ໃນລົມຫາຍໃຈ:   0 ມີລີກຣາມ ຕໍ່ ລິດ                (BrAC); 

-  ໃນເລືອດ:       0 ມີລີກຣາມ ຕໍ່ 100 ມີລີລິດ        (BAC);  

-  ໃນປັດສະວະ:    0 ມີລີກຣາມ ຕໍ່ 100 ມີລີລິດ       (Urine).

3.    ສໍາລັບຜູ້ຂັບຂີ່ລົດຈັກສອງລໍ້ ແລະ ສາມລໍ້

-  ໃນລົມຫາຍໃຈ:   0,14 ມີລີກຣາມ ຕໍ່ ລິດ         (BrAC);

-  ໃນເລືອດ:       30 ມີລີກຣາມ ຕໍ່ 100 ມີລີລິດ      (BAC);

-  ໃນປັດສະວະ:    39,9 ມີລີກຣາມ ຕໍ່ 100 ມີລີລິດ   (Urine).

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກວດກາຄວາມເຂັ້ມຂຸ້ນ ຂອງທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່.  

ໃນກໍລະນີ ເກີດອຸບປະຕິເຫດ ທີ່ເຮັດໃຫ້ຄົນບາດເຈັບ, ເສັຍຊີວິດ, ຊັບສິນເສັຍຫາຍນັ້ນ ແພດ ມີໜ້າທີ່ກວດຫາຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນເລືອດ ແລະ ປັດສະວະ ຂອງຜູ້ຂັບຂີ່ ແລະ ຂອງຄູ່ກໍລະນີທີ່ເກີດອຸບປະຕິເຫດ ເພື່ອໃຊ້ເປັນຂໍ້ມູນໃຫ້ແກ່ການດໍາເນີນຄະດີ. ຂ້າງເທິງ

ໝວດທີ 3
ລະບົບສັນຍານຈະລາຈອນ

ມາດຕາ 21 (ໃໝ່)  ລະບົບສັນຍານຈະລາຈອນ

    ລະບົບສັນຍານຈະລາຈອນ ປະກອບດ້ວຍ:

- ປ້າຍຈະລາຈອນ;
- ສັນຍານຈະລາຈອນ;
- ເຄື່ອງໝາຍຈະລາຈອນ.

ລະບົບສັນຍານຈະລາຈອນ ຕ້ອງເປັນລະບົບດຽວ ໃນຂອບເຂດທົ່ວປະເທດ. ຜູ້ຂັບຂີ່ ຕ້ອງປະຕິບັດຕາມລະບົບສັນຍານຈະລາຈອນຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 22 (ໃໝ່)  ປ້າຍຈະລາຈອນ

ປ້າຍຈະລາຈອນ ແມ່ນ ເຄື່ອງໝາຍຊີ້ບອກໃຫ້ປະຕິບັດກົດຈະລາຈອນ ຕາມເສັ້ນທາງ ຊຶ່ງປະກອບດ້ວຍໝວດປ້າຍຕ່າງໆ ດັ່ງນີ້:

-  ປ້າຍເຕືອນອັນຕະລາຍ;
-  ປ້າຍຫ້າມ;
-  ປ້າຍກຳນົດ;
-  ປ້າຍບອກສິດ;
-  ປ້າຍແນະນໍາເສັ້ນທາງ;
-  ປ້າຍບອກສະຖານທີ່ບໍລິການ;
-  ປ້າຍເພີ່ມ.

ຄວາມໝາຍ ແລະ ຮູບແບບຂອງແຕ່ລະໝວດປ້າຍ ໄດ້ກໍານົດໄວ້ໃນກົດຈະລາຈອນ. ຂ້າງເທິງ

ມາດຕາ 23 (ໃໝ່)  ສັນຍານຈະລາຈອນ

ສັນຍານຈະລາຈອນ ແມ່ນ ການຊີ້ບອກການສັນຈອນ ຕາມເສັ້ນທາງ ດ້ວຍແສງໄຟ, ສີ, ສຽງ, ຄົນ ແລະ ຫຸ່ນຈຳລອງ. 

ສັນຍານດ້ວຍແສງໄຟ ປະກອບດ້ວຍ ສາມ ສີ ດັ່ງນີ້:

-  ໄຟສີແດງ ແມ່ນ ຫ້າມສັນຈອນ;
-  ໄຟສີເຫລືອງ ແມ່ນ ໃຫ້ລະວັງ, ກຽມຢຸດ;
-  ໄຟສີຂຽວ ແມ່ນ ໃຫ້ສັນຈອນໄດ້. ຂ້າງເທິງ

ມາດຕາ 24 (ໃໝ່)  ເຄື່ອງໝາຍຈະລາຈອນ

ເຄື່ອງໝາຍຈະລາຈອນ ປະກອບດ້ວຍ ເຄື່ອງໝາຍທີ່ຕິດຕັ້ງ, ຂີດ, ຂຽນ, ແຕ້ມໄວ້ຕາມ ໜ້າທາງ, ບ່າທາງ, ແຄມທາງ, ເທິງທາງ, ຫຼັກໝາຍ, ຮາວປ້ອງກັນຄວາມປອດໄພ, ລູກສອນຊີ້ບອກ ທິດທາງ, ເສັ້ນແບ່ງທິດທາງການສັນຈອນ, ເສັ້ນໃຈກາງທາງ, ເສັ້ນແບ່ງຊ່ອງຈະລາຈອນ, ເສັ້ນທາງ ມ້າລາຍ ແລະ ອື່ນໆ ເພື່ອເຕືອນ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈະລາຈອນ. ຂ້າງເທິງ

ມາດຕາ 25 (ໃໝ່)  ການຕິດຕັ້ງ ລະບົບສັນຍານຈະລາຈອນ

ປ້າຍ, ເຄື່ອງໝາຍຈະລາຈອນ, ເຄື່ອງສັນຍານຈະລາຈອນ ຕ້ອງມີຄຸນນະພາບ ຕາມມາດ ຕະຖານເຕັກນິກ ແລະ ຕ້ອງໄດ້ຮັບການຕິດຕັ້ງຢ່າງຖືກຕ້ອງຕາມລະບຽບການ ຂອງກະຊວງໂຍທາທິ ການ ແລະ ຂົນສົ່ງ, ສ່ວນການສັນຍານຈະລາຈອນດ້ວຍຄົນ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງປ້ອງກັນຄວາມສະຫງົບ.

ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ມີສິດຕິດຕັ້ງ, ຄຸ້ມຄອງລະບົບສັນຍານຈະ ລາຈອນ ຖາວອນ.

ສໍາລັບ ຕໍາຫຼວດຈະລາຈອນ ຫຼື ຕໍາຫຼວດທາງຫຼວງ ມີສິດຕິດຕັ້ງ ແລະ ຄຸ້ມຄອງລະບົບ ສັນຍານຈະລາຈອນ ຊົ່ວຄາວ. ຂ້າງເທິງ

ໝວດທີ 4
 ການຄວບຄຸມການຈະລາຈອນທາງບົກ

ມາດຕາ 26 (ປັບປຸງ)  ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ

    ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ປະກອບດ້ວຍ:

  1. ຕຳຫຼວດຈະລາຈອນ ຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດ ກາ ການຈະລາຈອນໃນຕົວເມືອງ;
  2. ຕໍາຫຼວດທາງຫຼວງ ຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດກາ ການຈະລາຈອນນອກຕົວເມືອງ;
  3. ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ຊຶ່ງມີໜ້າທີ່ກວດກາເຕັກນິກການຂົນສົ່ງ, ມາດຕະຖານເຕັກນິກຂອງຍານພາຫະນະຂົນສົ່ງທຸກປະເພດ, ກິດຈະການຂົນສົ່ງຕາມເສັ້ນທາງຫຼວງ ແລະ ພື້ນຖານໂຄງລ່າງດ້ານການຂົນສົ່ງ;
  4. ຜູ້ຮັບມອບໝາຍຈາກທາງການ.

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງມີເຄື່ອງແບບ ແລະ ເຄື່ອງໝາຍ. ລັດ ປະກອບຍານພາຫະນະ ແລະ ອຸປະກອນວິຊາສະເພາະ ທີ່ຈຳເປັນ ໃຫ້ແກ່ເຈົ້າໜ້າທີ່ດັ່ງກ່າວ. ຂ້າງເທິງ

ມາດຕາ 27 (ປັບປຸງ)  ການປະຕິບັດໜ້າທີ່ ຂອງ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ

 ໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງນຸ່ງເຄື່ອງ ແບບ, ຕິດເຄື່ອງໝາຍ, ປ້າຍຊື່ ແລະ ປະຕິບັດຕາມລະບຽບການຂອງກະຊວງປ້ອງກັນຄວາມສະ ຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ. ໃນການປະຕິບັດໜ້າທີ່ກວດກາແຕ່ລະຄັ້ງ ຕ້ອງມີເຈົ້າໜ້າທີ່ ຢ່າງໜ້ອຍ ສາມ ຄົນ.

 ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງແກ້ໄຂຢ່າງທັນການ ໃນກໍລະນີ ມີອຸບ ປະຕິເຫດເກີດຂຶ້ນ, ມີສິ່ງກີດຂວາງ, ມີການສັນຈອນສັບສົນ ຫຼື ມີການສັນຈອນພິເສດ.

 ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດເໜືອກວ່າລະບົບສັນຍານຈະລາຈອນ. ຂ້າງເທິງ

ມາດຕາ 28 (ປັບປຸງ)  ສິດ ແລະ ໜ້າທີ່ ຂອງຕໍາຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ

ຕຳຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ມີ ສິດ ແລະ ໜ້າທີ່  ດັ່ງນີ້:

  1. ອຳນວຍຄວາມສະດວກ, ຄວບຄຸມການຈະລາຈອນ ແລະ ກວດກາການເຄົາລົບ ລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ;
  2. ກວດກາສະພາບຂອງຜູ້ຂັບຂີ່, ເອກະສານຂອງຜູ້ຂັບຂີ່ ແລະ ເອກະສານຂອງ ຍານພາຫະນະ, ກວດກາທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່ ແລະ ຄວາມໄວ ຂອງຍານພາຫະນະທຸກຊະນິດ;
  3. ສຶກສາອົບຮົມ, ປັບໃໝ ຫຼື ດໍາເນີນຄະດີ ຕໍ່ຜູ້ລະເມີດຕາມລະບຽບກົດໝາຍ;
  4. ກັກຕົວຜູ້ລະເມີດ ພ້ອມທັງຍານພາຫະນະ ທີ່ກໍ່ໃຫ້ເກີດອຸບປະຕິເຫດ ແລ້ວພາ ໃຫ້ຄົນເສັຍຊີວິດ, ບາດເຈັບສາຫັດ ຫຼື ເກີດອຸບປະຕິເຫດແລ້ວ ເອົາຕົວຫຼົບໜີ;  
  5. ກັກຍານພາຫະນະ ທີ່ບໍ່ມີການປະກັນໄພ ໃນກໍລະນີເກີດອຸບປະຕິເຫດ ທີ່ພາໃຫ້ ມີຄົນບາດເຈັບ ແລະ ຄູ່ກໍລະນີ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບຄວາມຮັບຜິດຊອບຕໍ່ຄວາມເສັຍຫາຍ;
  6. ຍົກ, ລັອກລໍ້ ຍານພາຫະນະ ທີ່ຈອດບໍ່ຖືກຕ້ອງ ແລະ ກີດຂວາງການຈະລາ ຈອນ;
  7. ກວດ ຄວັນດຳ, ຄວັນຂາວ, ສຽງດັງ ຂອງຍານພາຫະນະ;
  8. ປົກປັກຮັກສາຍານພາຫະນະທີ່ຖືກກັກ ພ້ອມດ້ວຍອຸບປະກອນໃຫ້ດີ;
  9. ເກັບກໍາຂໍ້ມູນ, ຕິດຕາມຜູ້ລະເມີດກົດຈະລາຈອນ ຕາມເສັ້ນທາງ ແລະ ແຈ້ງເຫດ ການໃຫ້ເຈົ້າໜ້າທີ່ໜ່ວຍປະຕິບັດການ;
  10. ລົງຊັນນະສູດ, ບັນທຶກເຫດການ, ຖ່າຍຮູບ ແລະ ແຕ້ມແຜນວາດດຽວໃຫ້ລະ ອຽດ, ຊັດເຈນ, ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນ-ສອບສວນ ຜູ້ກ່ຽວຂ້ອງ ແລະ ພະຍານທີ່ຢູ່ໃນເຫດການ ຢ່າງທັນການ;
  11. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມລະບຽບກົດໝາຍ.

ສໍາລັບ ຕໍາຫຼວດທາງຫຼວງ ຍັງມີສິດ ແລະ ໜ້າທີ່ໃຫ້ຄວາມຮ່ວມມື, ປະສານສົມທົບກັບເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ໃນການກວດກາການຂົນສົ່ງທາງບົກຕາມເສັ້ນທາງຫຼວງອີກດ້ວຍ. ຂ້າງເທິງ

ມາດຕາ 29 (ປັບປຸງ)  ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ

    ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດກາການດໍາເນີນທຸລະກິດຂົນສົ່ງທາງບົກ, ກວດກາສະພາບເຕັກນິກລົດ, ກວດກາການບັນທຸກ ຂອງລົດຂົນສົ່ງທຸກປະເພດ, ຜູ້ຂັບຂີ່ ແລະ ພະນັກງານປະຈຳ ຂອງຍານພາຫະນະຂົນສົ່ງຮັບຈ້າງ ແລະ ຂົນສົ່ງສະເພາະ;
  2. ຮ່ວມມື, ປະສານສົມທົບ ກັບຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ໃນການ ອໍານວຍຄວາມສະດວກ, ຄວບຄຸມ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການຈະລາຈອນ ຕາມເສັ້ນທາງ;
  3. ກວດກາ ສິ່ງອຳນວຍຄວາມສະດວກ, ສິ່ງກີດຂວາງການຈະລາຈອນ ແລະ ສະ ພາບຂອງເສັ້ນທາງ ຢ່າງເປັນປົກກະຕິ ເພື່ອປັບປຸງແກ້ໄຂ. ຂ້າງເທິງ

ມາດຕາ 30 (ໃໝ່)  ຜູ້ຮັບມອບໝາຍຈາກທາງການ

ຜູ້ຮັບມອບໝາຍຈາກທາງການ ແມ່ນ ບຸກຄົນ ຫຼື ອາສາສະໝັກ ທີ່ການຈັດຕັ້ງມອບໝາຍ ໃຫ້ຊ່ວຍຄວບຄຸມຄວາມເປັນລະບຽບຮຽບຮ້ອຍ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈະລາຈອນ ໃນເວລາສະເພາະໃດໜຶ່ງ.

ສິດ ແລະ ໜ້າທີ່ ຂອງຜູ້ຮັບມອບໝາຍຈາກທາງການ ໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ຂ້າງເທິງ

ມາດຕາ 31 (ປັບປຸງ)  ການກວດກາ ແລະ ການແກ້ໄຂອຸບປະຕິເຫດທາງຖະໜົນ   

ເມື່ອໄດ້ຮັບແຈ້ງຄວາມວ່າມີອຸບປະຕິເຫດເກີດຂຶ້ນ ຕຳຫຼວດຈະລາຈອນ ຫຼື ຕໍາຫຼວດທາງຫຼວງ ຕ້ອງຮີບຮ້ອນລົງຊັນນະສູດ, ບັນທຶກເຫດການ, ຖ່າຍຮູບ ແລະ ແຕ້ມແຜນວາດດຽວ ໃຫ້ ລະອຽດ, ຊັດເຈນ, ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນ-ສອບສວນ ຜູ້ກ່ຽວຂ້ອງ ແລະ ພະຍານ ທີ່ຢູ່ໃນເຫດການຢ່າງທັນການ ເພື່ອດໍາເນີນການແກ້ໄຂ ຕາມລະບຽບກົດໝາຍ ພ້ອມ ທັງຍົກຍ້າຍ ຍານພະຫະນະ ແລະ ສິ່ງກີດຂວາງອອກຈາກພື້ນທີ່ບ່ອນເກີດອຸບປະຕິເຫດຢ່າງຮີບ ດ່ວນຂ້າງເທິງ

ໝວດທີ 5
ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ

ມາດຕາ 32 (ໃໝ່)  ໂຄງການກໍ່ສ້າງເສັ້ນທາງ

ທຸກໂຄງການກໍ່ສ້າງເສັ້ນທາງ ຕ້ອງໄດ້ຜ່ານການກວດສອບຄວາມປອດໄພ ໃນການຈະລາ ຈອນ ຕາມຂັ້ນຕອນ ດັ່ງນີ້:

- ການສຶກສາຄວາມເປັນໄປໄດ້ຂອງໂຄງການ;
- ການອອກແບບເບຶ້ອງຕົ້ນ;
- ການອອກແບບກໍ່ສ້າງ;
- ໄລຍະການກໍ່ສ້າງ;
- ໄລຍະກ່ອນເປີດການນໍາໃຊ້;
- ໄລຍະການນໍາໃຊ້.

                    ແຕ່ລະຂັ້ນຕອນ ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 33 (ໃໝ່)  ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ

ໃນການກໍ່ສ້າງ ຫຼື ສ້ອມແປງເສັ້ນທາງ ຕ້ອງຮັບປະກັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ ດັ່ງນີ້:

-  ຮັບປະກັນໃຫ້ການສັນຈອນມີຄວາມສະດວກ, ໂລ່ງລ່ຽນ ແລະ ເປັນລະບຽບຮຽບ ຮ້ອຍ;
-  ຮັບປະກັນຄວາມປອດໄພ ດ້ວຍການຕິດຕັ້ງປ້າຍສັນຍານ, ເຄື່ອງໝາຍເຕືອນສະທ້ອນ ແສງທີ່ສາມາດແນມເຫັນໄດ້ຢ່າງສະດວກ ແລະ ຈະແຈ້ງໃນໄລຍະໄກ, ຕິດຕັ້ງໄຟແສງສະຫວ່າງ ແລະ ໄຟສັນຍານເຕືອນອັນຕະລາຍ ເມື່ອຍາມຄໍ່າ, ມືດ;
-  ອໍານວຍຄວາມສະດວກໃຫ້ແກ່ຄົນພິການ, ຄົນເສັຍອົງຄະ ແລະ ຜູ້ບໍ່ສາມາດຊ່ວຍ ຕົນເອງໄດ້;
-  ຮັບປະກັນໃຫ້ການກໍ່ສ້າງ ຫຼື ສ້ອມແປງ ສໍາເລັດຕາມແຜນການ, ວ່ອງໄວ, ທັນເວ ລາ ແລະ  ມີຄຸນນະພາບສູງ. ຂ້າງເທິງ

ພາກທີ III
ມາດຕະຖານເຕັກນິກ ແລະ ການຄຸ້ມຄອງຍານພາຫະນະ

ໝວດທີ 1
ມາດຕະຖານເຕັກນິກຂອງພາຫະນະ

ມາດຕາ 34 (ປັບປຸງ)  ຊະນິດພາຫະນະ  

ພາຫະນະທີ່ນຳໃຊ້ ຢູ່ ສປປ ລາວ ມີ ສອງຊະນິດ ຄື ຊະນິດທີ່ແລ່ນດ້ວຍເຄື່ອງຈັກ ແລະ ຊະນິດທີ່ບໍ່ແລ່ນດ້ວຍເຄື່ອງຈັກ.

ພາຫະນະທີ່ແລ່ນດ້ວຍເຄື່ອງຈັກ ປະກອບດ້ວຍ ລົດສອງລໍ້, ລົດສາມລໍ້, ລົດສີ່ລໍ້ ຂຶ້ນໄປ ລວມທັງພາຫະນະກົນຈັກໜັກທຸກປະເພດທີ່ຂັບເຄື່ອນດ້ວຍເຄື່ອງຈັກ.

ພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກ ປະກອບດ້ວຍ ລົດຖີບສອງລໍ້, ລົດຖີບສາມລໍ້, ກວຽນ, ລໍ້ ແລະ ອື່ນໆ ທີ່ລາກແກ່, ຊຸກ ຫຼື ຍູ້ ດ້ວຍຄົນ ຫຼື ສັດ. ຂ້າງເທິງ

ມາດຕາ 35 (ປັບປຸງ)  ມາດຕະຖານເຕັກນິກ ຂອງຍານພາຫະນະ            

ຍານພາຫະນະທຸກຊະນິດ ທີ່ນຳເຂົ້າ, ຜະລິດ, ປະກອບ ເພື່ອຂຶ້ນທະບຽນ ແລະ ນໍາໃຊ້ຢູ່ ສປປ ລາວ ຕ້ອງມີໂຄງປະກອບສ້າງ ທີ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດທີ່ໄດ້ມາດຕະ ຖານສາກົນ, ມີຄຸນນະພາບທີ່ຖືກຕ້ອງຕາມມາດຕະຖານ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງກໍາ ນົດ, ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ສໍາລັບລົດຂົນສົ່ງທຸກປະເພດ ແຕ່ ສີ່ລໍ້ຂຶ້ນໄປ ຕ້ອງມີພວງມະໄລຊ້າຍ ຍົກເວັ້ນຍານພາ ຫະນະຂົນສົ່ງທີ່ດໍາເນີນທຸລະກິດການຂົນສົ່ງຂ້າມແດນທີ່ນໍາໃຊ້ການຈະລາຈອນກໍ້າຊ້າຍ ຊຶ່ງໄດ້ກໍານົດ ໄວ້ໃນວັກສຸດທ້າຍຂອງມາດຕາ 15 ຂອງກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ. ຂ້າງເທິງ

ມາດຕາ 36 (ປັບປຸງ)  ການກວດກາເຕັກນິກຂອງຍານພາຫະນະ

ຍານພາຫະນະທຸກຊະນິດທີ່ສັນຈອນຕາມເສັ້ນທາງ ຕ້ອງໄດ້ຜ່ານການກວດກາເຕັກນິກ ຕາມກຳນົດເວລາຢ່າງເຂັ້ມງວດ ແລະ ໄດ້ຮັບໃບຢັ້ງຢືນການກວດກາ ຈາກສູນກວດກາເຕັກນິກ ທີ່ກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮອງ. ຂ້າງເທິງ

ມາດຕາ 37 (ປັບປຸງ)  ການສ້ອມແປງຍານພາຫະນະ

ການສ້ອມແປງຍານພາຫະນະ ຕ້ອງບໍ່ກີດຂວາງການສັນຈອນ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດ ລ້ອມ, ຮັບປະກັນຄວາມປອດໄພ ແລະ ຄວາມຖືກຕ້ອງຕາມມາດຕະຖານເຕັກນິກ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກ.

ການສ້າງຕັ້ງຮ້ານສ້ອມແປງ ແລະ ອູ່ສ້ອມແປງ ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ໝວດທີ 2
ການຄຸ້ມຄອງຍານພາຫະນະ

ມາດຕາ 38 (ໃໝ່)  ລະບຽບການທົ່ວໄປ

ຜູ້ຂັບຂີ່ຍານພາຫະນະທຸກຊະນິດທີ່ສັນຈອນຕາມເສັ້ນທາງ ຕ້ອງປະຕິບັດຕາມກົດຈະລາ ຈອນ ຢ່າງເຂັ້ມງວດ, ຕ້ອງຕິດປ້າຍທະບຽນ, ມີເອກະສານຄົບຖ້ວນ ຕິດຕົວໄປນຳ ແລະ ຕ້ອງມີ ການປະກັນໄພ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງກົດໝາຍສະບັບນີ້. ສໍາລັບລົດໄຖ, ລົດຕ໋ອກໆນັ້ນ ຕ້ອງມີຫ້າມລໍ້, ໄຟໜ້າ, ໄຟທ້າຍ ແລະ ຕິດແຜ່ນສະທ້ອນແສງໃສ່ທາງດ້ານຂ້າງ ແລະ ດ້ານຫຼັງ.  

ຜູ້ຂັບຂີ່ພາຫະນະທຸກຊະນິດ ທີ່ບໍ່ແລ່ນດ້ວຍເຄື່ອງຈັກ ທີ່ສັນຈອນຕາມເສັ້ນທາງ ຕ້ອງປະຕິ ບັດຕາມກົດຈະລາຈອນຢ່າງເຂັ້ມງວດເຊັ່ນດຽວກັນ. ສຳລັບລົດຖີບສອງລໍ້, ສາມລໍ້ ຕ້ອງມີຫ້າມລໍ້, ໄຟໜ້າ, ໄຟທ້າຍ ແລະ ຕິດແຜ່ນສະທ້ອນແສງໃສ່ທາງໜ້າ, ທາງຫຼັງ ແລະ ທາງຂ້າງ. ຂ້າງເທິງ

 ມາດຕາ 39 (ປັບປຸງ)  ການຂຶ້ນທະບຽນຍານພາຫະນະຂອງພົນລະເຮືອນ

ຍານພາຫະນະຂອງພົນລະເຮືອນທຸກຊະນິດ ລວມທັງເຄິ່ງຫາງລາກ, ຫາງລາກ ແລະ ຍານພາຫະນະກົນຈັກໜັກ ເປັນຕົ້ນ ລົດດຸດ, ລົດຈົກ, ລົດກວາດ, ລົດໂລ, ລົດຍົກ ຕ້ອງຂຶ້ນທະບຽນ ແລະ ຕິດປ້າຍ ໃຫ້ຖືກຕ້ອງຕາມລະບຽບການຂອງກະຊວງໂຍທາທິການ ແລະ ຂົນສົ່ງ.

ຍານພາຫະນະທີ່ຂາຍອອກຈາກຮ້ານ ຕ້ອງຕິດປ້າຍຕາມລະບຽບການ ເພື່ອຄວາມສະ ດວກໃນການກວດກາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ຜູ້ຂາຍ ຕ້ອງຮັບຜິດຊອບຂຶ້ນທະບຽນໃຫ້ແກ່ ລູກຄ້າ. ຂ້າງເທິງ

 ມາດຕາ 40 (ປັບປຸງ) ການຂຶ້ນທະບຽນຍານພາຫະນະຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ຍານພາຫະນະ ທີ່ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ວຽກງານບໍລິຫານຂອງ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຂຶ້ນທະບຽນ ແລະ ຕິດປ້າຍທະບຽນນຳກະຊວງປ້ອງກັນປະເທດ  ຫຼື ກະຊວງປ້ອງກັນຄວາມສະຫງົບ.

ຍານພາຫະນະ ຂອງບຸກຄົນທີ່ສັງກັດຢູ່ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຂຶ້ນທະບຽນ ແລະ ຕິດປ້າຍທະບຽນຕາມລະບຽບການຂອງກະຊວງໂຍທາທິການ ແລະ ຂົນສົ່ງ. ຂ້າງເທິງ

ມາດຕາ 41 (ປັບປຸງ)  ການເຄື່ອນຍ້າຍຍານພາຫະນະກົນຈັກໜັກ

ການເຄື່ອນຍ້າຍຍານພາຫະນະກົນຈັກໜັກຕາມເສັ້ນທາງຫຼວງ ຕ້ອງນໍາໃຊ້ຍານພາຫະນະບັນ ທຸກ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ; ຖ້າຫາກມີສ່ວນທີ່ລື່ນອອກຈາກລົດລາກແກ່ ໃຫ້ຕິດເຄື່ອງ ໝາຍ, ສັນຍາລັກເຕືອນອັນຕະລາຍ ຕາມລະບຽບການ ແລະ ຕ້ອງໄດ້ຮັບອະນຸຍາດ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 39 ຂອງກົດໝາຍວ່າດ້ວຍການຂົນສົ່ງທາງບົກ.  ຂ້າງເທິງ

ມາດຕາ 42 (ໃໝ່)  ການປະກັນໄພຍານພາຫະນະ

ຍານພາຫະນະທຸກຊະນິດ ຕ້ອງມີການປະກັນໄພ ຕາມລະບຽບກົດໝາຍ ກ່ຽວກັບການປະ ກັນໄພ. ຂ້າງເທິງ

ພາກທີ IV
ທຸລະກິດ ກ່ຽວກັບ ການຈະລາຈອນທາງບົກ

ມາດຕາ 43 (ໃໝ່)  ປະເພດທຸລະກິດ ກ່ຽວກັບ ການຈະລາຈອນທາງບົກ

   ທຸລະກິດກ່ຽວກັບ ການຈະລາຈອນທາງບົກ ມີ ປະເພດຕ່າງໆ ດັ່ງນີ້:  

  1. ກວດກາເຕັກນິກຍານພາຫະນະ;
  2. ສອນຂັບລົດ, ຝຶກແອບການຂັບຂີ່ລົດ;
  3. ຜະລິດ, ຕິດຕັ້ງ, ສ້ອມແປງປ້າຍ, ໄຟສັນຍານ, ເຄື່ອງໝາຍຈະລາຈອນ;
  4. ບໍລິການສ້ອມແປງລົດ;
  5. ບໍລິການບ່ອນຈອດລົດ;
  6. ບໍລິການ ລາກລົດ. ຂ້າງເທິງ

ມາດຕາ 44 (ໃໝ່)  ການສ້າງຕັ້ງ ວິສາຫະກິດ ກ່ຽວກັບ ການຈະລາຈອນທາງບົກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງສ້າງ ຕັ້ງວິສາຫະກິດກ່ຽວກັບການຈະລາຈອນທາງບົກ ຕ້ອງຂໍອະນຸຍາດດຳເນີນທຸລະກິດ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຕ້ອງມີ ເງື່ອນໄຂ ຕົ້ນຕໍ ດັ່ງນີ້:

-  ມີບົດວິພາກເສດຖະກິດ-ເຕັກນິກ;
-  ມີນັກວິຊາການ ທີ່ມີປະສົບການໃນການດຳເນີນທຸລະກິດ;
-  ມີນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການທາງດ້ານວິຊາສະ ເພາະເຕັກນິກ ກ່ຽວກັບການຈະລາຈອນທາງບົກ ໃນຈຳນວນທີ່ເໝາະສົມກັບຂະໜາດ ແລະ ປະເພດ ຂອງກິດຈະການ;
-  ມີທຶນ, ຍານພາຫະນະ, ກົນຈັກ, ອຸປະກອນພຽງພໍ ແລະ ເໝາະສົມກັບຂະໜາດ ແລະ ປະເພດຂອງກິດຈະການ;
-  ໃບຢັ້ງຢືນ ທີ່ຕັ້ງສຳນັກງານ;
-  ໃບຢັ້ງຢືນ ຖານະການເງິນຈາກທະນາຄານ;
-  ມີຈັນຍາບັນວິຊາຊີບ ກ່ຽວກັບການຈະລາຈອນທາງບົກ.

ຂະແໜງການໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກວດຜ່ານເງື່ອນໄຂດັ່ງກ່າວ ແລະ ມີຄໍາເຫັນກ່ອນການຂຶ້ນທະບຽນວິສາຫະກິດ. ຂ້າງເທິງ

ພາກທີ V
ສະມາຄົມ ແລະ ມູນນິທິ ກ່ຽວກັບການຈະລາຈອນທາງບົກ

ໝວດທີ 1
ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ

ມາດຕາ 45 (ໃໝ່)  ທີ່ຕັ້ງ ຂອງສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ

ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ແມ່ນ ອົງການຈັດຕັ້ງສັງຄົມໜຶ່ງ ທີ່ຂຶ້ນກັບຂະແໜງການໂຍທາທິການ ແລະ ຂົນສົ່ງ, ສ້າງຕັ້ງຂຶ້ນຕາມລະບຽບກົດໝາຍ, ເປັນບ່ອນ ເຕົ້າໂຮມ ຜູ້ດໍາເນີນທຸລະກິດ ກ່ຽວກັບການຈະລາຈອນທາງບົກ ແລະ ທຸກພາກສ່ວນຂອງສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຈະລາຈອນທາງບົກ ໃຫ້ມີປະສິດທິຜົນ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ ຂ້າງເທິງ

 ມາດຕາ 46 (ໃໝ່)  ພາລະບົດບາດຂອງສະມາຄົມ

ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ມີພາລະບົດບາດເຕົ້າໂຮມຄວາມສາມັກຄີ, ສະຕິປັນຍາ ຂອງນັກວິຊາການ, ຜູ້ດຳເນີນທຸລະກິດກ່ຽວກັບການຈະລາຈອນທາງບົກ ແລະ ທຸກພາກສ່ວນຂອງສັງຄົມ, ເຄື່ອນໄຫວ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ, ກົດລະບຽບ ແລະ ຈັນຍາບັນຂອງຕົນ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວິຊາຊີບຂອງຕົນ ປະກອບສ່ວນເຂົ້າໃນ ການສ້າງຄຸນປະໂຫຍດ ໃຫ້ແກ່ສັງຄົມ ແລະ ການສ້າງສາພັດທະນາປະເທດຊາດ.ຂ້າງເທິງ

ມາດຕາ 47 (ໃໝ່)  ສິດ ແລະ ໜ້າທີ່ຂອງສະມາຄົມ

   ສະມາຄົມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງກົດລະບຽບ, ແຜນການເຄື່ອນໄຫວວຽກງານຂອງຕົນ, ໂຄສະນາ, ເຜີຍແຜ່ ນະໂຍບາຍ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະກອບສ່ວນເຂົ້າໃນ ການພັດທະນາການຈະລາຈອນທາງບົກ;
  2. ຊ່ວຍເຫລືອ, ສ້າງ, ສົ່ງເສີມສະມາຊິກຂອງຕົນ ແລະ ແກ້ໄຂຄໍາສະເໜີຂອງສະ ມາຊິກ ໃນການປະຕິບັດໜ້າທີ່ວຽກງານ ກໍຄື ການປະກອບວິຊາຊີບ ໃຫ້ມີຄວາມກ້າວໜ້າ ແລະ ມີ ປະສິດທິຜົນ;
  3. ຄຸ້ມຄອງ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກ ບົນພື້ນ ຖານນະໂຍບາຍ ແລະ ລະບຽບກົດໝາຍ;
  4. ສະເໜີໃຫ້ມີການນໍາໃຊ້ວິທະຍາສາດເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ກ່ຽວກັບ ການຈະລາຈອນທາງບົກ;
  5. ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບການຈະລາຈອນທາງບົກ ເພື່ອຍົກລະດັບ ຄວາມຮູ້, ຄວາມສາມາດຂອງສະມາຊິກ;
  6. ລະດົມທຶນຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານຈະ ລາຈອນທາງບົກ;
  7. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນສະມາຄົມ ແລະ ບັນດານັກວິຊາ ການດ້ວຍກັນ ແລະ ພົວພັນ ຮ່ວມມືກັບສະມາຄົມອື່ນ ທັງພາຍໃນ ແລະ ຕ່າງປະເທດ ຕາມການ ມອບໝາຍ;
  8. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂະແໜງການໂຍ ທາທິການ  ແລະ ຂົນສົ່ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ 2
ມູນນິທິກ່ຽວກັບການຈະລາຈອນທາງບົກ

ມາດຕາ 48 (ໃໝ່)  ມູນນິທິ

ມູນນິທິກ່ຽວກັບການຈະລາຈອນທາງບົກ ແມ່ນ ອົງການຈັດຕັ້ງສັງຄົມໜຶ່ງ ທີ່ບໍ່ຫວັງຜົນ ກໍາໄລ, ສ້າງຕັ້ງ ແລະ ເຄື່ອນໄຫວພາຍໃຕ້ກົດໝາຍ ແລະ ກົດລະບຽບຂອງຕົນ ເພື່ອຊ່ວຍເຫຼືອ, ກອບກູ້ຜູ້ຖືກເຄາະຮ້າຍ ຈາກອຸບປະຕິເຫດທາງຖະໜົນ ປະກອບສ່ວນເຂົ້າໃນວຽກງານຄວາມປອດ ໄພທາງຖະໜົນ. ຂ້າງເທິງ

ມາດຕາ 49 (ໃໝ່)  ສິດ ແລະ ໜ້າທີ່ ຂອງມູນນິທິ

   ມູນນິທິ ມີ ສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ຊ່ວຍເຫຼືອ ແລະ  ກອບກູ້ຜູ້ຖືກເຄາະຮ້າຍຈາກອຸບປະຕິເຫດ ທາງຖະໜົນ;
  2. ລະດົມ, ຂົນຂວາຍ ແລະ ຮັບການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ, ທຶນ, ວັດຖູປະກອນ ແລະ ພາຫະນະ ຈາກສັງຄົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ;
  3. ນຳໃຊ້ຍານພາຫະນະ, ອຸປະກອນ ວິຊາສະເພາະ ທີ່ເໝາະສົມ ໃນການປະຕິບັດ ໜ້າທີ່ ຂອງຕົນ;
  4. ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊ່ວຍເຫຼືອ ແລະ ກອບກູ້ຜູ້ຖືກ ເຄາະຮ້າຍຈາກອຸບປະຕິເຫດທາງຖະໜົນ, ແລກປ່ຽນບົດຮຽນ, ປະສົບການກັບມູນນິທິ ແລະ ພາກ ສ່ວນອື່ນທີ່ກ່ຽວຂ້ອງ;
  5. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຂະແໜງການໂຍທາ ທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ. ຂ້າງເທິງ

ພາກທີ VI
ຂໍ້ຫ້າມ

ມາດຕາ 50 (ໃໝ່)  ຂໍ້ຫ້າມທົ່ວໄປ

   ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:

  1. ທຳລາຍລະບົບສັນຍານຈະລາຈອນຕາມເສັ້ນທາງ ເຊັ່ນ ປ້າຍສັນຍານ, ເຄື່ອງໝາຍ, ໄຟສັນຍານຈະລາຈອນ ລວມທັງສ້າງສິ່ງເປີະເປື້ອນ ແລະ ປິດ ບັງ ປ້າຍສັນຍານຈະລາຈອນ;
  2. ຕິດປ້າຍທະບຽນລົດ ທີ່ບໍ່ຖືກຕ້ອງຕາມລະບຽບການ;
  3. ຕິດຕັ້ງປ້າຍ, ຕັ້ງປ້າຍໂຄສະນາ, ວາງເຄື່ອງໝາຍ, ວາງເຄື່ອງຂາຍ, ຈັດພິທີ ຕາມເສັ້ນທາງ, ຢູ່ເທິງທາງຍ່າງ ແລະ ເຂດສະຫງວນຂອງທາງ ໂດຍບໍ່ໄດ້ຮັບອະນຸຍາດ;
  4. ຫຼິ້ນກິລາຕາມແຄມທາງ, ທາງຄົນຍ່າງ;
  5. ກໍ່ສ້າງ, ຕໍ່ເຕີມອາຄານ, ສິ່ງປຸກສ້າງ ເລື່ອມເອົາເຂດສະຫງວນຂອງທາງ;
  6. ດໍາເນີນກິດຈະການຕ່າງໆ ຢູ່ບ່ອນທາງໂຄ້ງ, ທາງແຄບ ຫຼື ແຄມທາງທີ່ບໍ່ມີບ່ອນຈອດລົດ ທີ່ເປັນອັນຕະລາຍ ແລະ ສ່ຽງຕໍ່ການເກີດອຸບປະຕິເຫດ;
  7. ຂຸດດິນ, ຖົມດິນ, ກອງດິນ, ກອງວັດສະດຸ ໃສ່ທາງ ແລະ ແຄມທາງ;
  8. ຖິ້ມຂີ້ເຫຍື້ອ, ຖອກ ຫຼື ປ່ອຍນ້ຳເປື້ອນ, ນໍ້າໂສໂຄກ, ຖອກນ້ຳມັນ, ລ້າງລົດໃສ່ ທາງ ແລະ ແຄມທາງ;
  9. ຈອດລົດ ຢູ່ເທິງທາງຍ່າງ, ທາງຄົບ, ທາງແຍກ, ທາງໂຄ້ງ, ທາງທີ່ຫຼີກກັນບໍ່ໄດ້, ທາງເຂົ້າ-ອອກຂົວ ແລະ ໃນຂົວ;    
  10. ປະປ່ອຍເດັກ ຂ້າມທາງ, ຫຼີ້ນຢູ່ຕາມແຄມທາງ ໂດຍລຳພັງ;
  11. ລ້ຽງ, ປ່ອຍສັດລ້ຽງຕາມເສັ້ນທາງ, ເຄື່ອນຍ້າຍສັດລ້ຽງຕາມເສັ້ນທາງ ໂດຍບໍ່ມີຜູ້ ຄວບຄຸມ;
  12. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 51 (ໃໝ່)  ຂໍ້ຫ້າມສໍາລັບຜູ້ນໍາໃຊ້ເສັ້ນທາງ

   ຫ້າມ ຜູ້ນໍາໃຊ້ເສັ້ນທາງ ມີ ພຶດຕິກໍາ ດັ່ງນີ້:

  1. ຂັບຂີ່ໃນສະພາບມຶນເມົາ;
  2. ຂັບຂີ່ຍານພາຫະນະ ໄວເກີນກຳນົດ, ຂັບຂີ່ເຈີດຊ້າຍ ເຈີດຂວາ, ຊ່ວງຊີງຍານພາ ຫະນະອື່ນ ດ້ວຍຄວາມປະໝາດ ແລະ ບໍ່ຖືກຕາມກົດຈະລາຈອນ;
  3. ໃຊ້ໂທລະສັບມືຖື, ເຄື່ອງຫຼິ້ນເອເລັກໂຕຣນິກປະເພດຕ່າງໆ ໃນເວລາຍ່າງຂ້າມ ທາງ;
  4. ໃຊ້ໂທລະສັບມືຖື, ເບິ່ງໂທລະພາບ, ຮູບພາບ VCD, DVD ເຄື່ອງຫຼິ້ນເອເລັກ ໂຕຣນິກປະເພດຕ່າງໆ ໃນເວລາຂັບຂີ່;
  5. ຍ່າງຮຽງກັນ ເປັນໜ້າກະດານ, ເປັນພຶງ, ເປັນແພ ທີ່ກີດຂວາງການສັນຈອນ;
  6. ຂັບຂີ່ລົດຈັກ, ລົດຖີບທຸກຊະນິດ ຮຽງກັນ ທີ່ກີດຂວາງການສັນຈອນ;
  7. ຈອດລົດໃຫຍ່ຮຽງກັນຕາມເສັ້ນທາງ ທີ່ກີດຂວາງການສັນຈອນ;
  8. ກັ້ງຄັນຮົ່ມໃນເວລາຂັບຂີ່ລົດຈັກ, ລົດຖີບ;
  9. ບັນທຸກຜູ້ໂດຍສານເກີນຈໍານວນ, ສິນຄ້າເກີນນໍ້າໜັກ ຫຼື ຂະໜາດ ທີ່ກໍານົດ;
  10. ບັນທຸກວັດຖຸອັນຕະລາຍ ໂດຍບໍ່ໄດ້ຮັບອະນຸຍາດ;
  11. ສ້ອມແປງຍານພາຫະນະ ຢູ່ກາງທາງ, ກາງຂົວ;
  12.  ເປີດເຄື່ອງສຽງດັງເກີນກຳນົດໃນເວລາຂັບຂີ່;
  13. ແຂ່ງລົດທຸກຊະນິດ ຕາມເສັ້ນທາງ ໂດຍບໍ່ໄດ້ຮັບອະນຸຍາດ;
  14. ປະທ່ອນໄມ້, ຟົດໄມ້, ກ້ອນຫີນ ຫຼື ສິ່ງກີດຂວາງອື່ນ ທີ່ໝູນຕີນລົດໄວ້ຕາມເສັ້ນ ທາງ;
  15. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 52 (ໃໝ່)  ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດກ່ຽວກັບການຈະລາຈອນທາງບົກ

   ຫ້າມ ຜູ້ດຳເນີນທຸລະກິດ ກ່ຽວກັບການຈະລາຈອນທາງບົກ ມີ ພຶດຕິກໍາ ດັ່ງນີ້:

  1. ໃຫ້ເຊົ່າ ແລະ ໂອນໃບອະນຸຍາດດຳເນີນທຸລະກິດ;
  2. ຂາຍ, ມອບໂອນໂຄງການກ່ຽວກັບການຈະລາຈອນທາງບົກໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງໂຄງການ;
  3. ດຳເນີນທຸລະກິດ ບໍ່ຖືກຕາມປະເພດທີ່ໄດ້ຮັບອະນຸຍາດ;
  4. ສົມຮູ້ຮ່ວມຄິດ, ຊື້ຈ້າງ, ໃຫ້ສິນບົນ ເພື່ອຜົນປະໂຫຍດທາງທຸລະກິດຂອງຕົນ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 53 (ໃໝ່)  ຂໍ້ຫ້າມສຳລັບເຈົ້າໜ້າທີ່ຄວບຄຸມການຈະລາຈອນ ແລະ ພະນັກງານທີ່ກ່ຽວຂ້ອງ

   ຫ້າມ ເຈົ້າໜ້າທີ່ຄວບຄຸມການຈະລາຈອນ ແລະ ພະນັກງານທີ່ກ່ຽວຂ້ອງ ມີ ພຶດຕິກໍາ ດັ່ງນີ້:

  1. ດຳເນີນທຸລະກິດ, ເປັນທີ່ປຶກສາ ຫຼື ເປັນພະນັກງານວິຊາການ ໃຫ້ວິສາຫະກິດ ກ່ຽວກັບການຈະລາຈອນທາງບົກ;  
  2. ເປີດເຜີຍຂໍ້ມູນ ກ່ຽວກັບການປະມູນໂຄງການ ກໍ່ສ້າງ, ສ້ອມແປງ ແລະ ຕິດຕັ້ງກິດ ຈະການຈະລາຈອນທາງບົກ;
  3. ສົມຮູ້ຮ່ວມຄິດ, ຂໍເອົາ, ທວງເອົາ, ຮັບສິນບົນ, ໃຊ້ອຳນາດເກີນຂອບເຂດ, ປອມ ແປງເອກະສານ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ແລະ ໝູ່ຄະນະ;
  4. ເມີນເສີຍ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ, ກົດໜ່ວງ ຖ່ວງດຶງເອກະສານ ກ່ຽວກັບການຈະລາຈອນທາງບົກ, ເມີນເສີຍຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຜູ້ດຳເນີນທຸລະກິດ;
  5. ໃຊ້ວາຈາ ທ່າທີ ບໍ່ສຸພາບ, ນາບຂູ່ ຜູ້ນໍາໃຊ້ເສັ້ນທາງ ແລະ ຜູ້ຂັບຂີ່ຍານພາຫະນະ;
  6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 54 (ໃໝ່)  ຮູບການແກ້ໄຂຂໍ້ຂັດແຍ່ງ

   ການແກ້ໄຂຂໍ້ຂັດແຍ່ງ ອາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

  1. ການປະນີປະນອມ;
  2. ການແກ້ໄຂທາງດ້ານບໍລິຫານ;
  3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
  4. ການຕັດສິນຂອງສານ;
  5. ການແກ້ໄຂທີ່ມີລັກສະນະສາກົນ. ຂ້າງເທິງ

ມາດຕາ 55 (ໃໝ່)  ການປະນີປະນອມ

       ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີ ສາມາດປຶກສາຫາລື, ເຈລະຈາ ແລະ ປະນີປະນອມກັນ. ຂ້າງເທິງ

ມາດຕາ 56 (ໃໝ່)  ການແກ້ໄຂທາງດ້ານບໍລິຫານ

  ໃນກໍລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 57 (ໃໝ່)  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 58 (ໃໝ່)  ການຕັດສິນຂອງສານ

ໃນກໍລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 59 (ໃໝ່)  ການແກ້ໄຂທີ່ມີລັກສະນະສາກົນ

ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການດຳເນີນທຸລະກິດຈະລາຈອນທາງບົກນັ້ນ ຄູ່ກໍລະນີ ສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນ ຕາມການຕົກລົງກັນ ຫຼື ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ VIII
ຄະນະກຳມະການດ້ານຄວາມປອດໄພທາງຫຼວງ

ມາດຕາ 60 (ໃໝ່)  ການສ້າງຕັ້ງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ

ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການສົ່ງເສີມ ການຈະລາຈອນທາງບົກ ມີຄວາມສະ ດວກ, ວ່ອງໄວ, ປອດໄພ, ເຊື່ອມໂຍງເຂົ້າກັບລະບົບການຈະລາຈອນຂອງອາຊຽນ, ພາກພື້ນ ແລະ ສາກົນນັ້ນ ລັດ ສ້າງຕັ້ງຄະນະກຳມະການດ້ານຄວາມປອດໄພທາງຫຼວງ ຊຶ່ງເປັນການຈັດຕັ້ງທີ່ບໍ່ປະ ຈຳການ, ມີພາລະບົດບາດປະສານງານ ກັບພາຍໃນ ແລະ ຕ່າງປະເທດ ໃນການຄຸ້ມຄອງວຽກງານ ຈະລາຈອນທາງບົກ ໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວ ປະກອບສ່ວນເຂົ້າໃນການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. ຂ້າງເທິງ

ມາດຕາ 61 (ໃໝ່)  ລະບົບຄະນະກໍາມະການດ້ານຄວາມປອດໄພທາງຫຼວງ

       ລະບົບຄະນະກຳມະການດ້ານຄວາມປອດໄພທາງຫຼວງ ປະກອບດ້ວຍ:

  1. ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ;
  2. ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ;
  3. ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ. ຂ້າງເທິງ

ມາດຕາ 62 (ໃໝ່)  ໂຄງປະກອບຂອງຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ

                  ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະກອບດ້ວຍ:

  1. ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ  ເປັນປະທານ;
  2. ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ;
  3. ລັດຖະມົນຕີຊ່ວຍວ່າການ ກະຊວງ ສຶກສາທິການ ແລະ ກິລາ   ເປັນກໍາມະການ;
  4. ລັດຖະມົນຕີຊ່ວຍວ່າການ ກະຊວງ ສາທາລະນະສຸກ   ເປັນກໍາມະການ;
  5. ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາມະການ;
  6. ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ເປັນກໍາມະການ;
  7. ປະທານອົງການກາແດງລາວ ເປັນກໍາມະການ;
  8. ຮອງປະທານສູນກາງສະຫະພັນກໍາມະບານລາວ ເປັນກໍາມະການ;
  9. ຮອງປະທານສູນກາງສະຫະພັນແມ່ຍິງລາວ ເປັນກໍາມະການ;
  10. ຮອງເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນກໍາມະການ;
  11. ຜູ້ຕາງໜ້າ ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ເປັນກໍາມະ ການ;
  12. ຜູ້ຕາງໜ້າ ມູນນິທິ ກ່ຽວກັບການຈະລາຈອນທາງບົກ ເປັນກໍາມະການ.

           ຄະນະກໍາມະການແຫ່ງຊາດຄວາມປອດໄພທາງຫຼວງ ຖືກແຕ່ງຕັ້ງໂດຍນາຍົກລັດຖະມົນ ຕີ ແລະ ມີກອງເລຂາ ຕັ້ງຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະ ນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ. ຂ້າງເທິງ

ມາດຕາ 63 (ໃໝ່)  ໂຄງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ

                   ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ ປະກອບດ້ວຍ:

  1. ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
  2. ຮອງຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ;
  3. ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ເປັນກໍາມະການ;
  4. ຮອງຫົວໜ້າພະແນກ ສາທາລະນະສຸກ ເປັນກໍາມະການ;
  5. ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາ ມະການ;
  6. ຮອງຫົວໜ້າພະແນກ ການເງິນ ເປັນກໍາມະການ;
  7. ຫົວໜ້າຫ້ອງການກາແດງ ແຂວງ, ນະຄອນ ເປັນກໍາມະການ;
  8. ຮອງປະທານສະຫະພັນກໍາມະບານ ແຂວງ, ນະຄອນ ເປັນກໍາມະການ;
  9. ຮອງປະທານສະຫະພັນແມ່ຍິງ ແຂວງ, ນະຄອນ ເປັນກໍາມະການ;
  10. ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ, ນະຄອນ ເປັນກໍາ ມະການ;
  11. ຕົວແທນຂອງ ພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເປັນກໍາມະການ;
  12. ຕົວແທນຂອງ ການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ເປັນກໍາມະການ.

ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ ຖືກແຕ່ງຕັ້ງໂດຍ ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ມີກອງເລຂາ ຕັ້ງຢູ່ ພະແນກໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ. ຂ້າງເທິງ

ມາດຕາ 64 (ໃໝ່) ໂຄງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດ  ສະບານ

                ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ ປະກອບດ້ວຍ:

  1. ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
  2. ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ;
  3. ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເປັນກໍາມະການ;
  4. ຮອງຫົວໜ້າຫ້ອງການ ສາທາລະນະສຸກ ເປັນກໍາມະການ;
  5. ຮອງຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາ ມະການ;
  6. ຮອງຫົວໜ້າຫ້ອງການ ການເງິນ ເປັນກໍາມະການ;
  7. ຮອງຫົວໜ້າ ຂະແໜງກາແດງ ເປັນກໍາມະການ;
  8. ຮອງປະທານສະຫະພັນກໍາມະບານ ເມືອງ, ເທດສະບານ ເປັນກໍາມະການ;
  9. ຮອງປະທານສະຫະພັນແມ່ຍິງ ເມືອງ, ເທດສະບານ ເປັນກໍາມະການ;
  10. ຮອງເລຂາຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງ, ເທດສະບານ ເປັນກໍາມະການ;
  11. ຕົວແທນຂອງ ພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເປັນກໍາມະການ;
  12. ຕົວແທນຂອງ ການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ເປັນກໍາມະການ.

ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ ຖືກແຕ່ງຕັ້ງໂດຍ ເຈົ້າເມືອງ, ຫົວໜ້າເທດສະບານ ແລະ ມີກອງເລຂາ ຕັ້ງຢູ່ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ. ຂ້າງເທິງ

ມາດຕາ 65 (ໃໝ່)  ສິດ ແລະ ໜ້າທີ່ຂອງ ຄະນະກຳມະການດ້ານຄວາມປອດໄພທາງຫຼວງ

   ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງກົດລະບຽບພາຍໃນ, ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາ ເນີນງານດ້ານຄວາມປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານດ້ານຄວາມ ປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  3.  ແນະນຳ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະສານສົມທົບກັບບັນດາຂະແໜງ ການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຄວາມ ປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  4. ລະດົມ, ຄຸ້ມຄອງ ແລະ ນໍາໃຊ້ທຶນ ທີ່ໄດ້ຮັບການສະໜັບສະໜູນ ຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນວຽກງານຄວາມປອດໄພທາງຫຼວງ ໃຫ້ມີປະສິດທິຜົນຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ;
  5. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຕາມການມອບໝາຍ;  
  6. ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານ ຕໍ່ຂະແໜງການຂັ້ນເທິງຂອງຕົນ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການ ມອບໝາຍ. ຂ້າງເທິງ

ພາກທີ IX
ການຄຸ້ມຄອງ ແລະ ການກວດກາວຽກງານຈະລາຈອນທາງບົກ

ໝວດທີ 1
ການຄຸ້ມຄອງວຽກງານຈະລາຈອນທາງບົກ

ມາດຕາ 66 (ປັບປຸງ)  ອົງການຄຸ້ມຄອງວຽກງານຈະລາຈອນທາງບົກ

ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຈະລາຈອນທາງບົກ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ ໂດຍກົງ ທັງເປັນເຈົ້າການ ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

                   ອົງການຄຸ້ມຄອງວຽກງານຈະລາຈອນທາງບົກ ປະກອບດ້ວຍ:

  1. ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ;
  2. ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການປ້ອງກັນຄວາມ ສະຫງົບ ແຂວງ, ນະຄອນ;
  3. ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການປ້ອງກັນຄວາມສະ ຫງົບ ເມືອງ, ເທດສະບານ;
  4. ອົງການປົກຄອງບ້ານ. ຂ້າງເທິງ

ມາດຕາ 67 (ປັບປຸງ)  ສິດ ແລະ ໜ້າທີ່ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ

ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ແລະ ລະບຽບກົດ ໝາຍ ກ່ຽວກັບວຽກງານຈະລາຈອນທາງບົກ ເພື່ອສະເໜີລັດຖະບານ ພິຈາລະນາ;
  2. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ກ່ຽວກັບວຽກງານຈະລາຈອນທາງບົກ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຊີ້ນຳ, ຕິດຕາມ, ຊຸກຍູ້ການ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ;
  3. ຄົ້ນຄວ້າ ກຳນົດໝາຍ ແລະ ມາດຕະຖານເຕັກນິກ,  ຄົ້ນຄວ້າ ແລະ ເລືອກເຟັ້ນ ເຕັກໂນໂລຊີ ທີ່ເໝາະສົມ ກ່ຽວກັບການຈະລາຈອນທາງບົກ ພ້ອມທັງອອກຄໍາແນະນຳໃນການຈັດຕັ້ງປະຕິບັດ;
  4. ຄຸ້ມຄອງ ມາດຕະຖານເຕັກນິກ ຍານພາຫະນະ ແລະ ສິ້ນສ່ວນ, ມາດຕະຖານ ເຕັກນິກ ປ້າຍລົດ ແລະ ການນຳໃຊ້ເຕັກໂນໂລຊີ ກ່ຽວກັບການຜະລິດໃບທະບຽນ ແລະ ປ້າຍລົດ;
  5. ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງ, ອົງການອື່ນ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ກ່ຽວກັບວຽກງານຈະລາຈອນທາງບົກ;  
  6. ຮັບຜິດຊອບຂໍ້ມູນການຄຸ້ມຄອງ ກໍຄືການຂຶ້ນທະບຽນພາຫະນະ ເພື່ອພິມໃບທະບຽນ ໃຫ້ຖືກຕ້ອງ;
  7. ຄົ້ນຄວ້າ, ວິໄຈຂໍ້ມູນ, ສະຖິຕິອຸບປະຕິເຫດ ແລະ ສັງລວມປະລິມານການສັນຈອນຕາມເສັ້ນທາງ;
  8. ອອກລະບຽບການຄຸ້ມຄອງ ຍານພາຫະນະ ແລະ ປ້າຍທະບຽນ, ຄຸ້ມຄອງການ ອອກໃບທະບຽນ, ການຜະລິດ ແລະ ຕິດປ້າຍທະບຽນ ລວມທັງການສະໜອງໃຫ້ບັນດາແຂວງ ແລະ ການປະມູນປ້າຍທະບຽນເລກງາມ, ການຝຶກອົບຮົມ, ການສອບເສັງ ແລະ ອອກໃບຂັບຂີ່ ໃນຂອບເຂດທົ່ວປະເທດ;
  9. ສ້າງ, ບຳລຸງ, ຍົກລະດັບບຸກຄະລາກອນ ດ້ານການຈະລາຈອນທາງບົກ;
  10. ພົວພັນ, ຮ່ວມມືກັບຕ່າງປະເທດ, ອານຸພາກພື້ນ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຈະລາຈອນທາງບົກ;
  11. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ລັດ ຖະບານ ຢ່າງເປັນປົກກະຕິ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 68 (ປັບປຸງ)  ສິດ ແລະ ໜ້າທີ່ຂອງ ກະຊວງປ້ອງກັນຄວາມສະຫງົບ

   ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ກະຊວງປ້ອງກັນຄວາມສະຫງົບ ມີ ສິດ ແລະ ໜ້າທີ່  ດັ່ງນີ້:

  1. ປະກອບຄຳເຫັນໃສ່ຮ່າງນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ  ກ່ຽວກັບວຽກງານຈະລາຈອນທາງບົກ ແລ້ວສົ່ງຄືນໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ;
  2. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ ກ່ຽວກັບການຈະ ລາຈອນທາງບົກ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ;
  3. ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວ ກັບການຈະລາຈອນທາງບົກ ແນໃສ່ປູກຈິດສຳນຶກໃຫ້ແກ່ປະຊາຊົນໃນການປະກອບສ່ວນເຂົ້າໃນວຽກງານຈະລາຈອນທາງບົກ;
  4. ປະສານສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງ, ອົງການອື່ນ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ກ່ຽວກັບວຽກງານຈະລາຈອນທາງບົກ;
  5. ຊີ້ນໍາ, ຕິດຕາມ, ອໍານວຍຄວາມສະດວກ ແລະ ຄວບຄຸມການຈະລາຈອນ ຕາມ ເສັ້ນທາງ;
  6. ກວດກາ ຂໍ້ມູນຍານພາຫະນະ ທີ່ຈະນຳເອົາໄປຜະລິດປ້າຍລົດ;
  7. ຄຸ້ມຄອງທະບຽນ, ຮັບຜິດຊອບຜະລິດ, ຕິດປ້າຍ ແລະ ການນຳໃຊ້ປ້າຍລົດ;
  8. ຄຸ້ມຄອງຄວາມປອດໄພ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງການຈະ ລາຈອນທາງບົກ, ຄົ້ນຄວ້າວິໄຈ ຂໍ້ມູນອຸບປະຕິເຫດ, ສັງລວມປະລິມານການສັນຈອນຕາມເສັ້ນທາງ ເພື່ອວາງແຜນປ້ອງກັນ ແລະ ສະກັດກັ້ນອຸບປະຕິເຫດທາງຖະໜົນ;
  9. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບການຈະ ລາຈອນທາງບົກ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ;
  10. ຄຸ້ມຄອງ ແລະ ຍົກລະດັບ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ທັງສູນ ກາງ ແລະ ທ້ອງຖິ່ນ ພ້ອມທັງປະກອບວັດຖູປະກອນ ແລະ ຍານພາຫະນະ ທີ່ຈຳເປັນໃນການປະຕິ ບັດໜ້າທີ່;
  11. ຊີ້ນຳ, ນຳພາ, ຕິດຕາມ, ຊຸກຍູ້ການປະຕິບັດໜ້າທີ່ຂອງ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ຢ່າງເຂັ້ມງວດ;
  12. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ລະບຽບການ ເພື່ອຄຸ້ມຄອງວຽກງານຈະລາຈອນທາງບົກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  13. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
  14. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 69 (ປັບປຸງ)  ສິດ ແລະ ໜ້າທີ່ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ

ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ພະແນໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ກ່ຽວກັບວຽກ ງານຈະລາຈອນທາງບົກ ໃນຂອບເຂດແຂວງ, ນະຄອນຂອງຕົນ;
  2. ປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການອື່ນ ຂອງແຂວງ, ນະຄອນໃນການສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
  3. ຄົ້ນຄວ້າ, ວິໄຈຂໍ້ມູນ, ສະຖິຕິອຸບປະຕິເຫດ ແລະ ສັງລວມຈໍານວນຍານພາຫະ ນະ ແລະ ປະລິມານການສັນຈອນຕາມເສັ້ນທາງໃນຂອບເຂດ ແຂວງ, ນະຄອນ;
  4. ຄຸ້ມຄອງການຂຶ້ນທະບຽນຍານພາຫະນະ, ຄວາມປອດໄພ ໃນການຈະລາຈອນ ທາງບົກ ແລະ ການຂັບຂີ່, ໂຮງຮຽນສອນຂັບຂີ່, ສູນຝຶກການຂັບຂີ່, ການສອບເສັງໃບຂັບຂີ່, ສູນ ກວດກາເຕັກນິກ, ອູ່ສ້ອມແປງຍານພາຫະນະ ແລະ ກິດຈະການອື່ນ ກ່ຽວກັບການຈະລາຈອນທາງ ບົກ;
  5. ປ້ອນຂໍ້ມູນ ຍານພາຫະນະ ເພື່ອພິມໃບທະບຽນ;
  6. ສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫຼ່ງທຶນພາຍໃນ ແລະ ຕ່າງປະເທດ ມາພັດທະນາວຽກງານຈະລາຈອນທາງບົກ ພາຍໃນແຂວງ, ນະຄອນຂອງຕົນ;
  7. ຄຸ້ມຄອງ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນທາງບົກ, ຕິດຕາມ, ປົກປັກຮັກສາປ້າຍ, ເຄື່ອງໝາຍຈະລາຈອນຕາມເສັ້ນທາງ ເພື່ອບໍ່ໃຫ້ຖືກທຳລາຍ;
  8. ຈັດຕັ້ງການສອບເສັງ, ອອກໃບຂັບຂີ່, ຂຶ້ນທະບຽນ, ຕິດປ້າຍທະບຽນ ຍານພາ ຫະນະ ໃນຂອບເຂດ ແຂວງ, ນະຄອນ;
  9. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 70 (ປັບປຸງ) ສິດ ແລະ ໜ້າທີ່ຂອງ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນ

ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ກ່ຽວກັບການ ຈະລາຈອນທາງບົກ ໃນຂອບເຂດແຂວງ, ນະຄອນຂອງຕົນ;
  2. ປະສານສົມທົບກັບ ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການອື່ນຂອງ ແຂວງ, ນະຄອນ ໃນການສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
  3. ຕິດຕາມ ການເຄົາລົບ ແລະ ການປະຕິບັດລະບຽບກົດໝາຍ ຂອງຜູ້ຂັບຂີ່ ແລະ ຍານພາຫະນະທຸກຊະນິດ ຕາມເສັ້ນທາງຢ່າງເຂັ້ມງວດ ເພື່ອປ້ອງກັນຄວາມປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງການຈະລາຈອນ;
  4.  ກວດກາ ຂໍ້ມູນຍານພາຫະນະ ກ່ອນການຜະລິດ ຫຼື ຕິດປ້າຍລົດ;
  5. ຜະລິດ ແລະ ຕິດປ້າຍລົດ ຕາມການມອບໝາຍຂອງກະຊວງປ້ອງກັນຄວາມສະ ຫງົບ;
  6. ຄົ້ນຄວ້າ, ວິໄຈຂໍ້ມູນ, ສະໜອງສະຖິຕິອຸບປະຕິເຫດ ແລະ ສັງລວມປະລິມານການສັນຈອນຕາມເສັ້ນທາງໃນຂອບເຂດ ແຂວງ, ນະຄອນ ເພື່ອວາງແຜນປ້ອງກັນ ແລະ ສະກັດກັ້ນ ຕາມຄວາມຮັບຜິດຊອບຂອງຕົນ;
  7. ຄົ້ນຄວ້າ ແກ້ໄຂຄະດີອຸບປະຕິເຫດທາງຖະໜົນ ພາຍໃນແຂວງ, ນະຄອນຂອງ ຕົນ ຕາມລະບຽບກົດໝາຍ;
  8. ຄຸ້ມຄອງ ແລະ ຊີ້ນຳໂດຍກົງ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ເມືອງ, ເທດສະບານ;
  9. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 71 (ປັບປຸງ)  ສິດ ແລະ ໜ້າທີ່ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ຫ້ອງການໂຍທາທິການ ແລະ ຂົນສົ່ງ, ເມືອງ, ເທດສະບານ  ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ກ່ຽວກັບວຽກ ງານ ຈະລາຈອນທາງບົກ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ, ຫ້ອງການອື່ນ ຂອງ ເມືອງ, ເທດສະບານ ໃນການສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
  3. ຈັດຕັ້ງ, ຄຸ້ມຄອງການຂຶ້ນທະບຽນ, ການສອບເສັງໃບຂັບຂີ່ປະເພດລົດຈັກສອງລໍ້, ລົດໄຖນາ, ລົດຕ໋ອກໆ ພາຍໃນເມືອງ, ເທດສະບານ ຂອງຕົນ;  
  4. ປະກອບຄໍາເຫັນກ່ຽວກັບການອອກອະນຸຍາດດໍາເນີນທຸລະກິດ ເຊັ່ນ ຮ້ານສ້ອມແປງລົດ, ເຄາະຈອດພົ່ນສີລົດ, ຈອດຢາງລົດ, ລ້າງອັດສີດ, ໂຮງຊ່ຽນ, ໂຮງກຶງ, ຮ້ານຂາຍເຄື່ອງອາໄຫຼ່, ຮ້ານຕົບແຕ່ງລົດ ແລະ ກິດຈະການອື່ນກ່ຽວກັບການຈະລາຈອນທາງບົກ;
  5. ຄຸ້ມຄອງ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນທາງບົກ ຕາມຄວາມຮັບ ຜິດຊອບຂອງຕົນ;
  6. ເຂົ້າຮ່ວມໃນການແກ້ໄຂອຸບປະຕິເຫດ ທີ່ເກີດຂຶ້ນໃນຂອບເຂດເມືອງ, ເທດສະ ບານຂອງຕົນ ຕາມລະບຽບກົດໝາຍ;
  7. ຄຸ້ມຄອງ ອູ່ສ້ອມແປງຍານພາຫະນະ, ການກວດກາເຕັກນິກ ລົດຈັກ, ລົດໄຖນາ ຕາມຄວາມຮັບຜິດຊອບ ຂອງຕົນ;
  8. ເກັບກໍາຂໍ້ມູນ ອຸບປະຕິເຫດທາງຖະໜົນ ແລະ ປະລິມານການສັນຈອນ ໃນຂອບ ເຂດ ເມືອງ, ເທດສະບານ ຂອງຕົນ;
  9. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 72 (ປັບປຸງ)  ສິດ ແລະ ໜ້າທີ່ຂອງ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະ ບານ

ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ກ່ຽວກັບວຽກ ງານຈະລາຈອນທາງບົກ ຕາມຄວາມຮັບຜິດຊອບຂອງຕົນ;
  2. ປະສານສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການອື່ນ ຂອງ ເມືອງ, ເທດສະບານ ໃນການສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ ເພື່ອປູກຈິດສໍານຶກໃຫ້ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
  3. ປະສານສົມທົບ ກັບຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານໃນການປົກປັກຮັກສາປ້າຍ, ເຄື່ອງໝາຍຈະລາຈອນຕາມເສັ້ນທາງ ເພື່ອບໍ່ໃຫ້ຖືກທຳລາຍຕາມຄວາມ ຮັບຜິດຊອບຂອງຕົນ;  
  4. ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ສະຖານທີ່ຈອດລົດສາທາລະ ນະ ແລະ ອໍານວຍຄວາມສະດວກ, ຄວບຄຸມການສັນຈອນ ໃຫ້ມີຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ;
  5. ຊັນນະສູດ, ສືບສວນ-ສອບສວນ, ແກ້ໄຂ ແລະ ປະກອບສຳນວນຄະດີ ອຸບປະຕິເຫດທາງຖະໜົນ ທີ່ເກີດຂຶ້ນໃນຂອບເຂດເມືອງ, ເທດສະບານ ຕາມລະບຽບກົດໝາຍ;
  6. ເກັບກໍາຂໍ້ມູນອຸບປະຕິເຫດຕາມເສັ້ນທາງ ແລະ ປະລິມານການສັນຈອນໃນຂອບ ເຂດເມືອງ, ເທດສະບານຂອງຕົນ;
  7. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມ ການມອບໝາຍ. ຂ້າງເທິງ

ມາດຕາ 73 (ໃໝ່)  ສິດ ແລະ ໜ້າທີ່ ຂອງ ອົງການປົກຄອງບ້ານ

ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ອົງການປົກຄອງບ້ານ ມີ ສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ເຜີຍແຜ່ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ກ່ຽວກັບການຈະລາຈອນທາງບົກໃຫ້ແກ່ປະຊາຊົນພາຍໃນຂອບເຂດ ບ້ານຂອງຕົນ;
  2. ປຸກລະດົມປະຊາຊົນ ໃນການປະກອບສ່ວນປົກປັກຮັກສາປ້າຍສັນຍານ, ໄຟສັນ ຍານ, ເຄື່ອງໝາຍຈະລາຈອນຕາມເສັ້ນທາງໃນຂອບເຂດບ້ານຂອງຕົນ ພ້ອມທັງລາຍງານການເປ່ເພ ເສັຍຫາຍຂອງປ້າຍ, ໄຟສັນຍານ, ເຄື່ອງໝາຍຈະລາຈອນ ໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ ຢ່າງທັນການ;  
  3. ເຂົ້າຮ່ວມ, ຊ່ວຍຄວບຄຸມສະຖານທີ່ອຸບປະຕິເຫດ ທີ່ເກີດຂຶ້ນຕາມເສັ້ນທາງໃນຂອບເຂດບ້ານຂອງຕົນ ພ້ອມທັງລາຍງານໃຫ້ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງຂອງ ເມືອງ, ເທດ ສະບານທີ່ຕົນຂຶ້ນກັບຢ່າງທັນການ;
  4. ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ຄວບຄຸມການຈະລາ ຈອນທາງບົກ;
  5. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ. ຂ້າງເທິງ

ໝວດທີ 2
ການກວດກາວຽກງານຈະລາຈອນທາງບົກ

ມາດຕາ 74 (ໃໝ່)  ອົງການກວດກາ

   ອົງການກວດກາວຽກງານຈະລາຈອນທາງບົກ ມີ ສອງ ປະເພດ ດັ່ງນີ້:

1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຈະ ລາຈອນທາງບົກ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 66 ຂອງກົດໝາຍສະບັບນີ້.

2. ອົງການກວດກາພາຍນອກ ມີ:

                - ສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງສະພາແຫ່ງຊາດ;

               - ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;

                - ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການກວດ ສອບແຫ່ງລັດ;   

                - ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສື່ມວນຊົນ.

  ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານຈະລາຈອນທາງບົກ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະ ສິດທິຜົນ. ຂ້າງເທິງ

ມາດຕາ 75 (ໃໝ່)  ສິດ ແລະ ໜ້າທີ່ຂອງ ອົງການກວດກາ

ໃນການກວດກາວຽກງານຈະລາຈອນທາງບົກ ອົງການກວດກາ ມີ ສິດ ແລະ ໜ້າທີ່  ປະຕິບັດຕາມເນື້ອໃນ ແລະ ຮູບການທີ່ໄດ້ກຳນົດໄວ້ ໃນມາດຕາ 76 ແລະ 77 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 76 (ໃໝ່)  ເນື້ອໃນການກວດກາ

   ການກວດກາວຽກງານຈະລາຈອນທາງບົກ ມີ ເນື້ອໃນ ຕົ້ນຕໍ ດັ່ງນີ້:

1.   ການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ, ລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ;

2.   ໂຄງການກໍ່ສ້າງ, ຕິດຕັ້ງ, ສ້ອມແປງ ແລະ ບູລະນະລະບົບສັນຍານຈະລາຈອນ;

3.   ການປະຕິບັດມາດຕະການປ້ອງກັນຄວາມປອດໄພ ຕາມເສັ້ນທາງ, ການແກ້ໄຂຜົນກະທົບຕໍ່ຊີວິດ, ສຸຂະພາບ, ຊັບສິນຂອງປະຊາຊົນ, ຂອງສາທາລະນະ ແລະ ຕໍ່ສິ່ງແວດລ້ອມ;

4.   ການດຳເນີນກິດຈະການ ກ່ຽວກັບການສ້ອມແປງ, ດັດແປງ, ກວດກາເຕັກນິກຍານ ພາຫະນະ, ການຝຶກອົບຮົມ, ການສິດສອນ ແລະ ການສອບເສັງໃບຂັບຂີ່;

5.   ເອກະສານຂອງຜູ້ຂັບຂີ່, ເອກະສານ ແລະ ປ້າຍທະບຽນຂອງຍານພາຫະນະ, ທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່ ແລະ ຄວາມໄວຂອງການສັນຈອນຂອງຍານພາຫະນະທຸກຊະນິດ ຊຶ່ງມອບໃຫ້ຕໍາຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ເປັນຜູ້ກວດກາ.

ນອກຈາກນີ້ ການກວດກາ ຍັງໃຫ້ປະຕິບັດຕາມເນື້ອໃນການກວດກາ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 77 (ໃໝ່)  ຮູບການ ການກວດກາ

   ການກວດກາວຽກງານຈະລາຈອນທາງບົກ ມີ ສາມຮູບການ ດັ່ງນີ້:

1.    ການກວດກາຢ່າງເປັນລະບົບປົກກະຕິ ຊຶ່ງແມ່ນການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ;

2.    ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ;

3.    ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາແບບຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດຳເນີນການກວດກາການຈະລາຈອນທາງບົກນັ້ນ ໃຫ້ປະຕິບັດຖືກຕ້ອງຕາມລະ ບຽບກົດໝາຍ ຢ່າງເຂັ້ມງວດ. ຂ້າງເທິງ

ພາກທີ X
ສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ,
ເຄື່ອງແບບ ແລະ ເຄື່ອງໝາຍ

ມາດຕາ 78 (ໃໝ່)  ສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຖະຫນົນ

ສັບປະດາແຫ່ງຊາດ ດ້ານ ຄວາມປອດໄພທາງຖະຫນົນ ໃຫ້ກໍານົດເອົາສັບປະດາທໍາອິດ ຂອງເດືອນເມສາ.

ໃນແຕ່ລະປີ ກະຊວງໂຍທາທິການ ແລະຂົນສົ່ງ ເປັນເຈົ້າການປະສານສົມທົບກັບກະຊວງ ປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນໃນການ ຂຶ້ນແຜນ, ປຸກລະດົມກຳລັງແຮງ, ຍານພາຫະນະ, ວັດຖູປະກອນ ແລະ ທຶນຮອນຈາກ ທຸກພາກສ່ວນໃນສັງຄົມ ເພື່ອປະກອບສ່ວນເຂົ້າໃນການດຳເນີນກິດຈະກຳກ່ຽວກັບຄວາມປອດໄພທາງຖະໜົນໃນສັບ ປະດາດັ່ງກ່າວ ຢ່າງກວ້າງຂວາງ. ຂ້າງເທິງ

ມາດຕາ 79 (ໃໝ່)  ເຄື່ອງແບບ ແລະ ເຄື່ອງໝາຍ

ເຄື່ອງແບບ, ເຄື່ອງໝາຍ ຂອງຕຳຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ກຳນົດ.

ເຄື່ອງແບບ, ເຄື່ອງໝາຍ ຂອງເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກຳນົດ. ຂ້າງເທິງ

ພາກທີ XI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 80  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການປະກອບສ່ວນເຂົ້າໃນວຽກງານຄວາມປອດໄພທາງຖະໜົນ, ຄວາມເປັນລະບຽບຮຽບ ຮ້ອຍໃນການຈະລາຈອນ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມເສັ້ນທາງ ຈະໄດ້ຮັບການຍ້ອງ ຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ. ຂ້າງເທິງ

ມາດຕາ 81 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດໝາຍ ອື່ນທີ່ກ່ຽວຂ້ອງ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ດໍາເນີນ ຄະດີຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 82  ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະ ຖືກສຶກສາອົບຮົມ ແລະ ກ່າວເຕືອນ. ຂ້າງເທິງ

ມາດຕາ 83 (ໃໝ່)  ມາດຕະການທາງວິໄນ

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ແລະ ພະນັກງານທີ່ກ່ຽວຂ້ອງ ທີ່ໄດ້ລະເມີດ ກົດໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ ເປັນການກະທຳຜິດທາງອາຍາ, ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ ແລະ ບໍ່ຈິງໃຈລາຍງານການກະທຳ ຜິດ, ຫຼົບຫຼີກຈາກຄວາມຜິດຂອງຕົນ ຈະຖືກລົງວິໄນຕາມລະບຽບການ ເຊັ່ນ ກ່າວເຕືອນຄວາມຜິດ, ໂຈະການເລື່ອນຊັ້ນ ຫຼື ໃຫ້ອອກຈາກລັດຖະການ. ຂ້າງເທິງ

ມາດຕາ 84 (ປັບປຸງ)  ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

-   ຂັບຂີ່ຍານພາຫະນະໃນສະພາບມຶນເມົາ ເກີນອັດຕາທີ່ກຳນົດ;
-   ຂັບຂີ່ຍານພາຫະນະດ້ວຍຄວາມໄວເກີນກຳນົດ;
-   ຂັບຂີ່ລົດຈັກ ບໍ່ໃສ່ໝວກກັນກະທົບ;
-   ກັ້ງຄັນຮົ່ມຂີ່ລົດຈັກ;
-   ໃຊ້ໂທລະສັບ, ເບິ່ງໂທລະພາບ ຫຼື ຫຼິ້ນເຄື່ອງເອເລັກໂຕຣນິກ ໃນເວລາຂັບຂີ່;
-   ລະເມີດ ໄຟອຳນາດ, ປ້າຍສັນຍານ ແລະ ເຄື່ອງໝາຍຈະລາຈອນທາງບົກ;
-   ບໍ່ມີ ໃບຂັບຂີ່ ຕາມປະເພດຍານພາຫະນະ ທີ່ຕົນຂັບ, ບໍ່ມີເອກະສານຍານພາຫະນະ;
-   ແລ່ນຜິດທາງ ທີ່ກຳນົດໄວ້;
-   ແລ່ນລົດ ທີ່ມີສຽງດັງເກີນມາດຕະຖານ;
-   ໄຕ້ໄຟຕາສູງບໍ່ຖືກຕາມກົດຈະລາຈອນ;
-   ບໍ່ໄຕ້ໄຟຕາໃນຍາມກາງຄືນ;
-   ໄຕ້ໄຟຕາດຽວ ສຳລັບລົດສີ່ລໍ້ຂຶ້ນໄປ;
-   ບໍ່ໄຕ້ໄຟຕາໃນຍາມກາງເວັນເວລາສະພາບອາກາດມືດມົວ ເຊັ່ນ ຝົນຕົກແຮງ, ໝອກ ລົງໜາ, ຂີ້ຝຸ່ນໄງ່;-   ມີຄວັນດຳ, ຄວັນຂາວ ເກີນມາດຕະຖານ;
-   ບໍ່ມີຫ້າມລໍ້ ຫຼື ບໍ່ໄດ້ມາດຕະຖານເຕັກນິກ, ບໍ່ມີແວ່ນສ່ອງຫລັງ;
-   ສ້າງຄວາມເປິະເປື້ອນ ຫຼື ສິ່ງກີດຂວາງຕາມເສັ້ນທາງ;
-   ບັນທຸກເກີນນໍ້າໜັກ, ເກີນຂະໜາດ, ເກີນຈໍານວນ;
-   ດັດແປງເຕັກນິກ ຂອງຍານພາຫະນະ ໂດຍບໍ່ໄດ້ຮັບອະນຸຍາດ;
-   ລະເມີດກົດຈະລາຈອນ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ສຳລັບອັດຕາປັບໃໝ ໄດ້ກຳນົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 85 (ໃໝ່)  ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ໄດ້ກໍ່ຄວາມ ເສັຍຫາຍ ຕ້ອງໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ. ຂ້າງເທິງ

ມາດຕາ 86  ມາດຕະການທາງອາຍາ  

ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມກົດໝາຍອາຍາ.

ມາດຕາ 87 (ໃໝ່)  ມາດຕະການໂທດເພີ່ມ

ນອກຈາກ ໂທດຕົ້ນຕໍທີ່ໄດ້ກຳນົດໄວ້ໃນມາດຕາ 86 ຂອງກົດໝາຍສະບັບນີ້ແລ້ວ ຜູ້ກະ ທຳຜິດຍັງຈະຖືກປະຕິບັດໂທດເພີ່ມ ເຊັ່ນ ຕັດຄະແນນຂອງໃບຂັບຂີ່ ຫຼື ຖອນໃບຂັບຂີ່ ຕາມລະບຽບ ການສະເພາະ. ຂ້າງເທິງ

ພາກທີ XII
ບົດບັນຍັດສຸດທ້າຍ

ມາດຕາ 88  ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 89  ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ ຫົກສິບ ວັນ ນັບແຕ່ວັນປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ສະບັບເລກທີ 02/ສພຊ ລົງວັນທີ 08 ເມສາ 2000.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ປະທານສະພາແຫ່ງຊາດ

[ ລາຍເຊັນ ແລະ ປະທັບກາ]
ປານີ ຢາທໍ່ຕູ້

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.