ສາລະບານ

ພາກທີ I ບົດບັນຍັດທົ່ວໄປ

ພາກທີ II ການດໍາເນີນການຂົນສົ່ງທາງບົກ
ໝວດທີ 1ປະເພດ ແລະ ຂອບເຂດການຂົນສົ່ງທາງບົກ

ໝວດທີ 2 ລົດຂົນສົ່ງທາງບົກ

ພາກທີ III ວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

ພາກທີ IV ການດຳເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກ
ໝວດທີ 1 ການຂົນສົ່ງຜູ້ໂດຍສານ

ໝວດທີ 2 ການຂົນສົ່ງສິນຄ້າ

ໝວດທີ 3 ການຈັດສົ່ງສິນຄ້າ

ໝວດທີ 4 ສະຖານີລົດຂົນສົ່ງ

ໝວດທີ 5 ການໃຫ້ເຊົ່າລົດ

ໝວດທີ 6 ສູນແຈກຢາຍສິນຄ້າ

ໝວດທີ 7 ເຂດໂລຊິດສະຕິກ

ໝວດທີ 8 ຈຸດພັກລົດຕາມສາຍທາງ

ໝວດທີ 9 ຮ້ານຂາຍປີ້ລົດໂດຍສານປະຈໍາທາງ

ພາກທີ V ສະມາຄົມຜູ້ຂົນສົ່ງທາງບົກ

ພາກທີ VIຂໍ້ຫ້າມ

ພາກທີ VII ການແກ້ໄຂຂໍ້ຂັດແຍ່ງ

ພາກທີ VIII ຄະນະກຳມະການຂົນສົ່ງແຫ່ງຊາດ

ພາກທີ IX ການຄຸ້ມຄອງ ແລະ ການກວດກາວຽກງານຂົນສົ່ງທາງບົກ
ໝວດທີ 1 ການຄຸ້ມຄອງວຽກງານຂົນສົ່ງທາງບົກ

ໝວດທີ 2 ການກວດກາວຽກງານຂົນສົ່ງທາງບົກ

ພາກທີ Xນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ພາກທີ XI ບົດບັນຍັດສຸດທ້າຍ

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ                                                          ເລກທີ  24  /ສພຊ
ນະຄອນຫຼວງວຽງຈັນ ວັນທີ 12 ທັນວາ 2012

ກົດໝາຍ
ວ່າດ້ວຍ ການຂົນສົ່ງທາງບົກ
( ສະບັບປັບປຸງ )

 ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 (ປັບປຸງ)  ຈຸດປະສົງ

ກົດໝາຍສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ ແລະ ກວດກາ ກິດຈະການກ່ຽວກັບການ ຂົນສົ່ງທາງບົກ ຢູ່ພາຍໃນ ແລະ ຂ້າມແດນ ເພື່ອອໍານວຍຄວບຄຸມ ການພັດທະນາການຂົນສົ່ງໂດຍ ສານ, ການຂົນສົ່ງສິນຄ້າ ແນໃສ່ເຮັດໃຫ້ການຂົນສົ່ງ ມີຄວາມສະດວກ, ປອດໄພ, ວ່ອງໄວ, ທັນເວ ລາ, ມີປະສິດທິຜົນ, ທັນສະໄໝ, ຍືນຍົງ ແລະ ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ນຳໃຊ້ທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດທີ່ເປັນຈຸດໃຈກາງໃນພາກພື້ນ ເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຂ້າງເທິງ

ມາດຕາ 2 (ປັບປຸງ)  ການຂົນສົ່ງທາງບົກ

ການຂົນສົ່ງທາງບົກ ແມ່ນ ການບໍລິການຂົນສົ່ງຜູ້ໂດຍສານ, ສິນຄ້າ, ວັດຖຸເຄື່ອງຂອງ ຫຼື ສັດ ຕາມເສັ້ນທາງບົກ ດ້ວຍຍານພາຫະນະຂົນສົ່ງປະເພດຕ່າງໆ ຕາມແຕ່ລະກໍລະນີ ເປັນຕົ້ນ ລົດໂອໂຕທຸກຂະໜາດ, ລົດຂົນສົ່ງນັກທ່ອງທ່ຽວ, ລົດສາມລໍ້, ລົດສອງລໍ້, ລົດລາກແກ່, ລົດພວງ ລວມທັງລົດໄຖນາແກ່ລໍ້.  ຂ້າງເທິງ

ມາດຕາ 3 (ໃໝ່)  ການອະທິບາຍຄຳສັບ

   ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.    ສະຖານີລົດຂົນສົ່ງ ໝາຍເຖິງ ສະຖານທີ່ບໍລິການ ຮັບ-ສົ່ງ ຜູ້ໂດຍສານ, ສິນ ຄ້າ, ວັດຖຸເຄື່ອງຂອງ ຫຼື ສັດ;

2.    ໂລຊິດສະຕິກ (Logistics) ໝາຍເຖິງ ລະບົບການຄຸ້ມຄອງບໍລິຫານຂະບວນ ການເຄື່ອນຍ້າຍສິນຄ້າ ທີ່ມີການວາງແຜນ, ການຄວບຄຸມ, ການເກັບຮັກສາ, ການຫຸ້ມຫໍ່, ການຄ່ຽນ ຖ່າຍ, ການຂົນສົ່ງ, ການບໍລິການ ແລະ ການສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າ ຢ່າງເປັນຕ່ອງໂສ້;

3.    ເຂດໂລຊິດສະຕິ ໝາຍເຖິງ ພື້ນທີ່ຈັດສັນສິ່ງອຳນວຍຄວາມສະດວກ ໃຫ້ແກ່ ໂລຊິດສະຕິກ ຊຶ່ງມີສະຖານີລົດຂົນສົ່ງສິນຄ້າ, ລານຕູ້ສິນຄ້າ, ສະຖານີຄ່ຽນຖ່າຍຕູ້ສິນຄ້າ ແລະ ສາງ ສິນຄ້າ;  

4.    ລານຕູ້ສິນຄ້າ (container yard) ໝາຍເຖິງ ສະຖານທີ່ເກັບຮັກສາ ແລະ ສ້ອມແປງ ຕູ້ສິນຄ້າ;

5.    ສະຖານີຄ່ຽນຖ່າຍຕູ້ສິນຄ້າ (container freight station) ໝາຍເຖິງ ສະຖານທີ່ເກັບຮັກສາຕູ້ສິນຄ້າ ເພື່ອລໍຖ້າການຄ່ຽນຖ່າຍໃສ່ຍານພາຫະນະຂົນສົ່ງ;

6.    ຈຸດພັກລົດຕາມສາຍທາງ ໝາຍເຖິງ ສະຖານທີ່ພັກຊົ່ວຄາວ ທີ່ຈັດໄວ້ຕາມເສັ້ນທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຂັບຂີ່, ຜູ້ເດີນທາງ ໄດ້ພັກຜ່ອນ ແລະ ກວດກາຍານ ພາຫະນະຂອງຕົນໃນໄລຍະເດີນທາງ;

7.    ການກວດກາເຕັກນິກລົດ ໝາຍເຖິງ ການກວດກາຄຸນນະພາບລົດ ເປັນຕົ້ນ ໂຄງສ້າງ,ເຄື່ອງຈັກ, ຄວັນ, ສຽງ, ລະບົບຂັບເຄື່ອນ, ຫ້າມລໍ້, ຊ່ວງລ່າງ, ໄຟ;

8.    ປຶ້ມຕິດຕາມການແລ່ນລົດ ໝາຍເຖິງ ປຶ້ມປະຈຳລົດ ເພື່ອບັນທຶກຂໍ້ມູນ ກ່ຽວ ກັບການເຄື່ອນໄຫວຂອງລົດທຸລະກິດການຂົນສົ່ງ ແລະ ລົດຂົນສົ່ງສະເພາະ;

9.    ເຄື່ອງໝາຍລົດຂົນສົ່ງ ໝາຍເຖິງ ກາໝາຍ, ສັນຍາລັກທີ່ເປັນຕົວໜັງສື, ຕົວ ເລກຢູ່ດ້ານນອກຂອງລົດ ຊຶ່ງສະແດງເຖິງປະເພດ ແລະ ລະດັບການບໍລິການຂອງລົດທຸລະກິດການ ຂົນສົ່ງ ແລະ ລົດຂົນສົ່ງສະເພາະ;

10.   ຜູ້ສົ່ງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າ ຂອງສິນຄ້າ ຫຼື ຜູ້ຮັບມອບໝາຍ ທີ່ເປັນຄູ່ສັນຍາຂົນສົ່ງກັບຜູ້ດໍາເນີນການຂົນສົ່ງ;  

11.   ຜູ້ດໍາເນີນການຂົນສົ່ງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າການ ຫຼື ຮັບຜິດຊອບແທນຜູ້ສົ່ງສິນຄ້າ ທີ່ເຂົ້າຮ່ວມໃນການດຳເນີນການຂົນສົ່ງ;

12.   ຜູ້ຮັບສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຮັບເອົາ ສິນຄ້າ ຈາກຜູ້ດໍາເນີນການຂົນສົ່ງ;

13.   ຜູ້ຈັດສົ່ງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຮັດໜ້າ ທີ່ບໍລິການເຕົ້າໂຮມ,  ບັນຈຸ,  ຫຸ້ມຫໍ່ສິນຄ້າ ແລະ ປະກອບເອກະສານ ເພື່ອມອບໃຫ້ຜູ້ດໍາເນີນການ ຂົນສົ່ງ;

14.   ການຂົນສົ່ງສຸກເສິນ ໝາຍເຖິງ ການຂົນສົ່ງໃນເວລາເກີດເຫດການຮີບດ່ວນ, ເຄັ່ງຮ້ອນ ທີ່ພົວພັນເຖິງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ແລະ ໄພພິບັດທໍາມະຊາດ;

15.   ສິນຄ້າ ໝາຍເຖິງ ວັດຖຸ, ສິ່ງຂອງ, ສັດ, ຜະລິດຕະພັນອື່ນ ເພື່ອຕອບສະ ໜອງຄວາມຕ້ອງການ ຫຼື ຄວາມຈໍາເປັນຂອງຜູ້ຊົມໃຊ້ ຊຶ່ງມີຄຸນຄ່າທາງດ້ານເສດຖະກິດ ລວມທັງ ຕູ້ສິນຄ້າ, ຖ້ານຮອງ, ຫີບຫໍ່, ພາຊະນະຂົນສົ່ງ ຫຼື ວັດຖູປະກອນອື່ນທີ່ຄ້າຍຄືກັນ ທີ່ຜູ້ດໍາເນີນການຂົນສົ່ງ ບໍ່ໄດ້ສະໜອງໃຫ້;

16.   ສາຍທາງຂົນສົ່ງໂດຍສານປະຈໍາທາງ ໝາຍເຖິງ ສາຍທາງທີ່ມີການກໍານົດ ຈຸດຕົ້ນທາງ, ປາຍທາງ, ຈຸດຈອດລົດລະຫວ່າງທາງ ທີ່ໄດ້ຮັບອະນຸຍາດ ຈາກຂະແໜງການໂຍທາ ທິການ ແລະ ຂົນສົ່ງ;

17.   ຜູ້ໂດຍສານ ໝາຍເຖິງ ບຸກຄົນທີ່ເດີນທາງດ້ວຍຍານພາຫະນະຂົນສົ່ງໂດຍ ສານທຸກປະເພດ;

18.   ການຂົນສົ່ງພິເສດ ໝາຍເຖິງ ການຂົນສົ່ງສິນຄ້າ, ເຄື່ອງຂອງເກີນຂະໜາດ ຫຼື ເກີນນໍ້າໜັກ ຊຶ່ງໄດ້ຮັບອະນຸຍາດ;

19.   ສິນຄ້າອັນຕະລາຍ ໝາຍເຖິງ ສິນຄ້າ ທີ່ມີກໍາມັນຕະພາບລັງສີ, ກິ່ນ, ອາຍ ທີ່ເປັນອັນຕະລາຍຕໍ່ສຸຂະພາບ, ຊີວິດ ຂອງຄົນ, ສັດ ແລະ ພືດ;

20.   ຫົວໜ່ວຍສິດຖອນເງິນພິເສດ (SDR-Special Drawing Right) ໝາຍ ເຖິງ ຫົວໜ່ວຍຄິດໄລ່ການເງິນ ທີ່ກໍານົດໂດຍກອງທຶນການເງິນລະຫວ່າງປະເທດ;

21.   ສູນແຈກຢາຍສິນຄ້າ ໝາຍເຖິງ ສະຖານທີ່ເຕົ້າໂຮມສິນຄ້າ ເພື່ອອຳນວຍ ຄວາມສະດວກ ໃນການຈັດສົ່ງ ແລະ ແຈກຢາຍ ສິນຄ້າ;

22.   ຍານພາຫະນະຂົນສົ່ງ ໝາຍເຖິພາຫະນະຂົນສົ່ງທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ.  ຂ້າງເທິງ

ມາດຕາ 4 (ປັບປຸງ)  ນະໂຍບາຍຂອງລັດກ່ຽວກັບວຽກງານຂົນສົ່ງ

ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລົງທຶນເຂົ້າໃສ່ການພັດທະນາວຽກງານຂົນສົ່ງທາງບົກ ໃຫ້ມີການຂະຫຍາຍຕົວ ແນໃສ່ຊຸກຍູ້ການຜະລິດສິນຄ້າ ແລະ ເຊື່ອມໂຍງເຂົ້າກັບ ພາກພື້ນ ແລະ ສາກົນ.

ລັດ ສົ່ງເສີມໃຫ້ຜູ້ດຳເນີນທຸລະກິດຂົນສົ່ງທາງບົກ ພາຍໃນປະເທດ ມີເງື່ອນໄຂເຂົ້າເຖິງ ແຫຼ່ງທຶນ, ສ້າງຄວາມເຂັ້ມແຂງ, ພັດທະນາການບໍລິການ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບ ປະກັນການພັດທະນາ ແລະ ການຂະຫຍາຍຕົວ ຂອງວຽກງານດັ່ງກ່າວ.

ລັດ ຊຸກຍູ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ດໍາເນີນທຸລະກິດບໍລິການຂົນສົ່ງ ໃນເຂດ ຊົນນະບົດ ຫ່າງໄກສອກຫຼີກ, ເຂດທຸລະກັນດານ ດ້ວຍການວາງນະໂຍບາຍ ພາສີ ອາກອນ, ລະບຽບການ, ມາດຕະການ ແລະ ຄວາມສະດວກຕ່າງໆ. ຂ້າງເທິງ

ມາດຕາ 5 (ໃໝ່)  ຫຼັກການກ່ຽວກັບວຽກງານຂົນສົ່ງທາງບົກ

ວຽກງານຂົນສົ່ງທາງບົກ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

1. ຮັບປະກັນ ຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ປະສິດທິຜົນ, ຄວາມຍືນຍົງ ທາງດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ການປົກປັກຮັກສາສິ່ງແວດລ້ອມ;

2. ຮັບປະກັນ ຄຸນນະພາບ, ຄວາມສະດວກ, ຄວາມສະບາຍ, ຄວາມວ່ອງໄວ ແລະ ຄວາມປອດໄພ ທາງດ້ານຊີວິດ, ສຸຂະພາບ, ຊັບສິນ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບ ທຳ ຂອງຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການ;

3. ຮັບປະກັນ ຄວາມໂປ່ງໃສ, ຄວາມຍຸຕິທຳ ແລະ ມີມາລະຍາດໃນການບໍລິການ;

4. ຮັບປະກັນ ກຳນົດໝາຍທາງດ້ານເສດຖະກິດ-ເຕັກນິກ, ເຕັກໂນໂລຊີ ທີ່ທັນສະ ໄໝ, ມາດຕະຖານທາງດ້ານການບໍລິການ ກ່ຽວກັບການຂົນສົ່ງທາງບົກ;

5. ປະສານສົມທົບ ລະຫວ່າງ ບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງສັງຄົມ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານຂົນສົ່ງທາງບົກ.  ຂ້າງເທິງ

ມາດຕາ 6 (ປັບປຸງ)  ພັນທະຂອງຜູ້ດໍາເນີນການຂົນສົ່ງທາງບົກ

ຜູ້ດໍາເນີນການຂົນສົ່ງທາງບົກ ມີ ພັນທະ ເຄົາລົບລະບຽບກົດໝາຍກ່ຽວກັບການຂົນສົ່ງ, ຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມທໍາມະ ຊາດ ແລະ ສັງຄົມ, ສຶກສາອົບຮົມພະນັກງານຂອງຕົນ ລວມທັງປະຕິບັດພັນທະອື່ນ ກ່ຽວກັບການ ຂົນສົ່ງຕາມລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 7 (ປັບປຸງ)  ຂອບເຂດການນຳໃຊ້ກົດໝາຍ

 ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນການຂົນສົ່ງທາງບົກທຸກປະເພດ ຢູ່ ສປປ ລາວ ແລະ ຂ້າມແດນ ດ້ວຍ ຍານພາຫະນະຂົນສົ່ງ ທີ່ໄດ້ກໍານົດໄວ້ໃນມາດຕາ 2 ຂອງກົດໝາຍສະບັບນີ້.

 ກົດໝາຍສະບັບນີ້ ບໍ່ນໍາໃຊ້ສໍາລັບ ການຂົນສົ່ງທາງລົດໄຟ, ທາງທໍ່ ແລະ ການຂົນສົ່ງແບບປະຖົມປະຖານຂອງປະຊາຊົນ.  ຂ້າງເທິງ

ມາດຕາ 8 (ໃໝ່) ການຮ່ວມມືສາກົນ

ລັດ ເປີດກວ້າງ ແລະ ສົ່ງເສີມ ການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຂົນສົ່ງທາງບົກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາ ສາດ, ເຕັກນິກ ແລະ ເຕັກໂນໂລຊີ, ສ້າງ, ບຳລຸງ, ຍົກລະດັບດ້ານວິຊາການ ໃຫ້ແກ່ບຸກຄະລາ ກອນ, ຍາດແຍ່ງການຊ່ວຍເຫຼືອ, ການຮ່ວມມືດ້ານການລົງທຶນ, ປະຕິບັດສົນທິສັນຍາ ແລະ ສັນຍາ ສາກົນ ທີ່ ສປປ ລາວ ເປັນພາຄີ.  ຂ້າງເທິງ

ພາກທີ II
ການດໍາເນີນການຂົນສົ່ງທາງບົກ

ໝວດທີ 1
ປະເພດ ແລະ ຂອບເຂດການຂົນສົ່ງທາງບົກ

ມາດຕາ 9 (ປັບປຸງ)  ປະເພດການຂົນສົ່ງທາງບົກ

 ການຂົນສົ່ງທາງບົກ ມີ ສາມ ປະເພດ ດັ່ງນີ້:

-  ການຂົນສົ່ງຮັບຈ້າງ;
-  ການຂົນສົ່ງສະເພາະ;
-  ການຂົນສົ່ງສ່ວນຕົວ.

ການຂົນສົ່ງຮັບຈ້າງ ແມ່ນ ການບໍລິການຂົນສົ່ງ ຜູ້ໂດຍສານ, ສິນຄ້າ, ວັດຖຸເຄື່ອງຂອງ, ສັດ ຢູ່ພາຍໃນປະເທດ ຫຼື ຂ້າມແດນ ໂດຍມີການຈ່າຍຄ່າຂົນສົ່ງ.

ການຂົນສົ່ງສະເພາະ ແມ່ນ ການຂົນສົ່ງ ຄົນ, ສິນຄ້າ, ວັດຖຸເຄື່ອງຂອງ, ສັດ ເພື່ອຮັບ ໃຊ້ພາຍໃນການຈັດຕັ້ງໃດໜຶ່ງ ເຊັ່ນ ທຸລະກິດທ່ອງທ່ຽວ, ນ້ຳມັນເຊື້ອໄຟ, ເບັຍ, ນ້ຳຫວານ ແລະ ອື່ນໆ.

ການຂົນສົ່ງສ່ວນຕົວ ແມ່ນ  ການຂົນສົ່ງ ຄົນ, ວັດຖຸເຄື່ອງຂອງ, ສັດ  ເພື່ອຮັບໃຊ້ວຽກ ງານສ່ວນຕົວ.  ຂ້າງເທິງ

ມາດຕາ 10 (ປັບປຸງ)  ຂອບເຂດການຂົນສົ່ງທາງບົກ

 ຂອບເຂດການຂົນສົ່ງທາງບົກ ຂອງ ສປປ ລາວ ແມ່ນ ຂອບເຂດການຈະລາຈອນ ທີ່ກຳນົດໃຫ້ຍານພາຫະນະຂົນສົ່ງ ດຳເນີນການຂົນສົ່ງ.

  ການຂົນສົ່ງທາງບົກ ແບ່ງອອກເປັນ ສອງ ຂອບເຂດ ດັ່ງນີ້:

  1. ການຂົນສົ່ງພາຍໃນປະເທດ;
  2. ການຂົນສົ່ງຂ້າມແດນ.

ການຂົນສົ່ງພາຍໃນປະເທດ ແມ່ນ ການຂົນສົ່ງ ພາຍໃນເມືອງ, ພາຍໃນແຂວງ ແລະ ແຂວງ ຫາ ແຂວງ.  

   ການຂົນສົ່ງຂ້າມແດນ ແມ່ນ ການຂົນສົ່ງລະຫວ່າງປະເທດ ແລະ ການຂົນສົ່ງຜ່ານ ແດນ:

-  ການຂົນສົ່ງລະຫວ່າງປະເທດ ແມ່ນ ການຂົນສົ່ງຈາກ ສປປ ລາວ ໄປຕ່າງປະເທດ ຫຼື ຈາກຕ່າງປະເທດ ມາຍັງ ສປປ ລາວ;
-  ການຂົນສົ່ງຜ່ານແດນ ແມ່ນ ການຂົນສົ່ງຈາກ ສປປ ລາວ ຜ່ານປະເທດໃດໜຶ່ງ ໄປປະເທດທີສາມ ຫຼື ການຂົນສົ່ງຈາກປະເທດໃດໜຶ່ງ ຜ່ານ ສປປ ລາວ ໄປປະເທດທີສາມ.  ຂ້າງເທິງ

ມາດຕາ 11  ການຂົນສົ່ງພາຍໃນປະເທດ

ຍານພາຫະນະຂົນສົ່ງ ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນ ການຂົນສົ່ງພາຍໃນປະເທດ ຕ້ອງໄດ້ຈົດທະບຽນການຂົນສົ່ງພາຍໃນຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂຂອງກົດໝາຍສະບັບນີ້ ແລະ ຕ້ອງມີທີ່ຕັ້ງ ຢູ່ ສປປ ລາວ.  

ລົດຂົນສົ່ງຂະໜາດໜ້ອຍ ແລະ ຂະໜາດກາງ ທີ່ດໍາເນີນການຂົນສົ່ງໂດຍສານປະຈໍາທາງ ໃຫ້ເຄື່ອນໄຫວໃນຂອບເຂດ ທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 12     ການຂົນສົ່ງຂ້າມແດນ   

ສປປ ລາວ ອະນຸຍາດໃຫ້ມີການຂົນສົ່ງ ຜ່ານດິນແດນຂອງຕົນ, ໃຫ້ຄວາມສະດວກ ແລະ ໃຫ້ການຮັບປະກັນ ທີ່ຈຳເປັນ ຕາມທີ່ໄດ້ກໍານົດໄວ້ໃນ ສົນທິສັນຍາ ແລະ ສັນຍາສາກົນ ທີ່ຕົນເປັນ ພາຄີ.

ການຂົນສົ່ງຂ້າມແດນ ອາດມີການຄ່ຽນຖ່າຍ ຫຼື ບໍ່ມີການຄ່ຽນຖ່າຍ ຕາມການຕົກລົງຂອງ ລັດຖະບານ.

ການຂົນສົ່ງຂອງຕ່າງປະເທດ ເຂົ້າມາ ຫຼື ຢູ່ໃນ, ຜ່ານ ດິນແດນ ຂອງ ສປປ ລາວ ຕ້ອງປະຕິບັດຕາມກົດຈະລາຈອນ ແລະ ລະບຽບກົດໝາຍ ຂອງ ສປປ ລາວ.  ຂ້າງເທິງ

ໝວດທີ 2
ລົດຂົນສົ່ງທາງບົກ

ມາດຕາ 13 (ປັບປຸງ)  ຂະໜາດລົດຂົນສົ່ງທາງບົກ

  ລົດຂົນສົ່ງ ແບ່ງອອກເປັນ ສາມຂະໜາດ ດັ່ງນີ້:

- ລົດຂົນສົ່ງຂະໜາດນ້ອຍ;
- ລົດຂົນສົ່ງຂະໜາດກາງ;
- ລົດຂົນສົ່ງຂະໜາດໃຫຍ່.

ລົດຂົນສົ່ງຂະໜາດນ້ອຍ ແມ່ນ ລົດຂົນສົ່ງທີ່ມີບ່ອນນັ່ງ ສໍາລັບຜູ້ໂດຍສານສູງສຸດ ບໍ່ເກີນ ເກົ້າ ຄົນ ລວມທັງຜູ້ຂັບຂີ່ ຫຼື ລົດຂົນສົ່ງສິນຄ້າ ຊຶ່ງມີນ້ຳໜັກບັນທຸກ ລວມທັງນ້ຳໜັກລົດບໍ່ເກີນ ສາມໂຕນເຄິ່ງ.

ລົດຂົນສົ່ງຂະໜາດກາງ ແມ່ນ ລົດຂົນສົ່ງທີ່ມີບ່ອນນັ່ງ ສໍາລັບຜູ້ໂດຍສານແຕ່ ສິບ ເຖິງ ສາມສິບຫ້າ ຄົນ ລວມທັງຜູ້ຂັບຂີ່ ຫຼື ລົດຂົນສົ່ງສິນຄ້າ ຊຶ່ງມີນ້ຳໜັກບັນທຸກ ລວມທັງນ້ຳໜັກລົດເກີນກວ່າ ສາມ ໂຕນເຄິ່ງ ຫາ ສິບຫ້າ ໂຕນ.

ລົດຂົນສົ່ງຂະໜາດໃຫຍ່ ແມ່ນ ລົດຂົນສົ່ງທີ່ມີບ່ອນນັ່ງ ສໍາລັບຜູ້ໂດຍສານ ແຕ່ ສາມສິບຫົກ ບ່ອນນັ່ງຂຶ້ນໄປ ລວມທັງຜູ້ຂັບຂີ່ ຫຼື ລົດຂົນສົ່ງສິນຄ້າ ຊຶ່ງມີນ້ຳໜັກບັນທຸກ ລວມທັງນ້ຳໜັກລົດເກີນກວ່າ ສິບຫ້າ ໂຕນ ຫາ ຫ້າສິບ ໂຕນ.

ໃນກໍລະນີ ທີ່ລົດຂົນສົ່ງສິນຄ້າ ຫາກມີນ້ຳໜັກບັນທຸກ ລວມທັງນ້ຳໜັກລົດເກີນກວ່າ ຫ້າສິບ ໂຕນ ຈະດໍາເນີນໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ.  ຂ້າງເທິງ

ມາດຕາ 14 (ປັບປຸງ)  ເງື່ອນໄຂຂອງຜູ້ຂັບຂີ່ລົດຂົນສົ່ງທາງບົກ    

                ຜູ້ຂັບຂີ່ລົດຂົນສົ່ງທາງບົກທຸກປະເພດ ຕ້ອງມີເງື່ອນໄຂ ຕົ້ນຕໍ ດັ່ງນີ້:

-  ມີໃບຂັບຂີ່ຖືກຕ້ອງຕາມປະເພດ, ຊະນິດ ຂອງຍານພາຫະນະ ແລະ ມີປະສົບ ການໃນການຂັບຂີ່;
-  ເຄົາລົບລະບຽບກົດໝາຍ ກ່ຽວກັບການຂົນສົ່ງ ແລະ ກົດຈະລາຈອນ;
-  ມີມາລະຍາດດີ, ສຸພາບຮຽບຮ້ອຍໃນການຂັບຂີ່;
-  ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບ ໃນສະຖານລະເມີດກົດຈະລາ ຈອນທີ່ພາໃຫ້ເກີດອຸບປະຕິເຫດ;
-  ມີສຸຂະພາບດີ.  ຂ້າງເທິງ

ມາດຕາ 15 (ໃໝ່)  ເງື່ອນໄຂຂອງລົດ ທີ່ນຳໃຊ້ເຂົ້າໃນການຂົນສົ່ງຮັບຈ້າງ ແລະ ຂົນສົ່ງສະເພາະ

 ລົດທີ່ນຳໃຊ້ ເຂົ້າໃນການຂົນສົ່ງຮັບຈ້າງ ແລະ ຂົນສົ່ງສະເພາະ ຕ້ອງມີເງື່ອນໄຂ ຕົ້ນຕໍ ດັ່ງນີ້:

- ເປັນກໍາມະສິດ ຂອງວິສາຫະກິດຂົນສົ່ງ, ຖ້າຫາກເປັນລົດເຊົ່າ ກໍຕ້ອງເປັນລົດ ຂອງວິສາຫະກິດ ໃຫ້ເຊົ່າລົດ;
-  ເປັນລົດພວງມະໄລຊ້າຍ;
-  ມີອາຍຸການນໍາໃຊ້ບໍ່ເກີນ ສິບສອງ ປີ ສຳລັບລົດໂດຍສານປະຈຳທາງ ລະຫວ່າງ ແຂວງ ແລະ ລະຫວ່າງປະເທດ;
-  ມີມາດຕະຖານເຕັກນິກຖືກຕ້ອງຕາມລະບຽບການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ;
-  ຂຶ້ນທະບຽນ ແລະ ຕິດປ້າຍທະບຽນທຸລະກິດ;
-  ມີໃບອະນຸຍາດແລ່ນລົດ ແລະ ປຶ້ມຕິດຕາມການແລ່ນລົດ;
-  ຕິດເຄື່ອງໝາຍຕາມລະບຽບການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ;
-  ເສັຍຄ່າທຳນຽມທາງປະຈຳປີ;
-  ມີການປະກັນໄພຕາມປະເພດ ແລະ ຂອບເຂດການຂົນສົ່ງ.

ລັດ ອະນຸຍາດ ໃຫ້ຂຶ້ນທະບຽນນໍາໃຊ້ລົດພວງມະໄລຂວາ ສະເພາະແຕ່ທຸລະກິດການຂົນ ສົ່ງຂ້າມແດນ ກັບບັນດາປະເທດ ທີ່ນໍາໃຊ້ລະບົບການຈະລາຈອນກໍ້າຊ້າຍ ເທົ່ານັ້ນ.  ຂ້າງເທິງ

ມາດຕາ 16 (ໃໝ່)  ເງື່ອນໄຂຂອງລົດສ່ວນຕົວ

 ລົດສ່ວນຕົວ ຕ້ອງມີເງື່ອນໄຂ ຕົ້ນຕໍ ດັ່ງນີ້:

-  ເປັນກໍາມະສິດຂອງບຸກຄົນ;
-  ເປັນລົດພວງມະໄລຊ້າຍ ແລະ ໄດ້ຮັບການຢັ້ງຢືນມາດຕະຖານເຕັກນິກ;
-  ຂຶ້ນທະບຽນ ແລະ ຕິດປ້າຍທະບຽນສ່ວນບຸກຄົນ;
-  ມີການປະກັນໄພ ຕາມປະເພດການຂົນສົ່ງ;
-  ເສັຍຄ່າທຳນຽມທາງປະຈຳປີ;
-  ມີນໍ້າໜັກ ແລະ ບ່ອນນັ່ງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂອງກົດໝາຍສະ ບັບນີ້ ກ່ຽວກັບລົດຂົນສົ່ງຂະໜາດນ້ອຍ.  ຂ້າງເທິງ

ມາດຕາ 17 (ປັບປຸງ)  ໃບອະນຸຍາດແລ່ນລົດ

ໃບອະນຸຍາດແລ່ນລົດ ແມ່ນ ໜັງສືຢັ້ງຢືນປະຈຳລົດແຕ່ລະຄັນ ທີ່ນຳໃຊ້ເຂົ້າໃນການຂົນ ສົ່ງຮັບຈ້າງ, ການຂົນສົ່ງສະເພາະ ຖືກຕ້ອງຕາມປະເພດ, ຂອບເຂດການຂົນສົ່ງ ແລະ ມາດຕະຖານ ເຕັກນິກ.  ໃນກໍລະນີ ມີການປ່ຽນແປງ ປະເພດ, ຂອບເຂດການຂົນສົ່ງ ແລະ ມາດຕະຖານເຕັກນິກ ຕ້ອງຂໍໃບອະນຸຍາດແລ່ນລົດຄືນໃໝ່.  ຂ້າງເທິງ

ມາດຕາ 18 (ປັບປຸງ)  ການກວດກາເຕັກນິກລົດ ແລະ ສຸຂະພາບຂອງຜູ້ຂັບຂີ່

ລົດຂົນສົ່ງທຸກຄັນ ຕ້ອງໄດ້ຮັບການກວດກາເຕັກນິກ ຕາມເວລາທີ່ໄດ້ກຳນົດໄວ້ ແລະ ໄດ້ຮັບການຢັ້ງຍືນມາດຕະຖານເຕັກນິກຈາກໜ່ວຍງານກວດກາເຕັກນິກ ຢ່າງຖືກຕ້ອງ ແລະ ເຂັ້ມ ງວດ ເປັນຕົ້ນ ລະບົບຈັກ, ລະບົບຊ່ວງລ່າງ, ລະບົບຫ້າມລໍ້, ລະບົບໄຟ, ຢາງຕີນລົດ ແລະ ຄວັນ.

ກ່ອນຈະອອກເດີນທາງຈາກສະຖານີນັ້ນ ລົດຂົນສົ່ງໂດຍສານ ຕ້ອງໄດ້ຮັບການກວດກາ ສະພາບເຕັກນິກຂອງລົດ ແລະ ກວດສຸຂະພາບຂອງຜູ້ຂັບຂີ່.  

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກຳນົດ ມາດຕະຖານເຕັກນິກ ແລະ ລະ ບຽບການກວດກາເຕັກນິກ.  ຂ້າງເທິງ

ມາດຕາ 19  ການປະກັນໄພລົດຂົນສົ່ງ

ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ທຸກຂະໜາດ, ລົດຂົນສົ່ງສະເພາະ ແລະ ລົດຂົນສົ່ງ ສ່ວນຕົວ ທີ່ເຄື່ອນໄຫວຢູ່ພາຍໃນປະເທດ ແລະ ຂ້າມແດນ ຢ່າງໜ້ອຍຕ້ອງໃຫ້ມີການປະກັນໄພບຸກ ຄົນທີສາມ ແບບບັງຄັບ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການປະກັນໄພ.

ນອກຈາກຈະມີການປະກັນໄພແບບບັງຄັບແລ້ວ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຍັງຕ້ອງມີການປະກັນໄພ ຜູ້ໂດຍສານ ແລະ ສິນຄ້າ ອີກດ້ວຍ.  ຂ້າງເທິງ

ພາກທີ III
ວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

ມາດຕາ 20 (ໃໝ່)  ກິດຈະການ ຂອງ ວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

                    ວິສາຫະກິດກ່ຽວກັບການຂົນສົ່ງທາງບົກ ມີ ກິດຈະການ ຕົ້ນຕໍ ດັ່ງນີ້:

  • ການຂົນສົ່ງຜູ້ໂດຍສານ;
  • ການຂົນສົ່ງສິນຄ້າ;
  • ການຈັດສົ່ງສິນຄ້າ;
  • ສະຖານີລົດຂົນສົ່ງ;
  • ການໃຫ້ເຊົ່າລົດ.
  • ສູນແຈກຢາຍສິນຄ້າ;
  • ເຂດໂລຊິດສະຕິກ;
  • ຈຸດພັກລົດຕາມສາຍທາງ;
  • ຮ້ານຂາຍປີ້ລົດໂດຍສານປະຈໍາທາງ.  ຂ້າງເທິງ

ມາດຕາ 21 (ປັບປຸງ)    ການສ້າງຕັ້ງວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດກ່ຽວກັບການຂົນ ສົ່ງທາງບົກ ຕ້ອງປະຕິບັດຕາມກົດໝາຍສະບັບນີ້, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ນອກນັ້ນ ຍັງຕ້ອງມີເງື່ອນໄຂ ຕົ້ນຕໍ ດັ່ງນີ້:

1.      ສຳລັບ ວິສາຫະກິດຂົນສົ່ງຜູ້ໂດຍສານ, ຂົນສົ່ງສິນຄ້າ, ຈັດສົ່ງສິນຄ້າ ແລະ ໂລຊິດ ສະຕິກ:

  • ມີປະສົບການ ກ່ຽວກັບການດຳເນີນທຸລະກິດຂົນສົ່ງທາງບົກ;
  • ມີນັກວິຊາການ ທີ່ມີຄວາມສາມາດທາງດ້ານເຕັກນິກ ກ່ຽວກັບການຂົນສົ່ງທາງ ບົກ ແລະ ນັກວິຊາການອື່ນທີ່ກ່ຽວຂ້ອງໃນຈຳນວນທີ່ເໝາະສົມກັບຂະໜາດຂອງກິດຈະການ;
  • ມີທຶນ, ສຳນັກງານ, ສະຖານທີ່ບໍລິການ, ຍານພາຫະນະ, ອຸປະກອນ, ສິ່ງອຳ ນວຍຄວາມສະດວກ ທີ່ເໝາະສົມ, ມີສາຍທາງຂົນສົ່ງສໍາລັບການຂົນສົ່ງໂດຍສານປະຈໍາທາງ ທີ່ຖືກ ຮັບຮອງຈາກຂະແໜງການ ໂຍທາທິການ ແລະ ຂົນສົ່ງ;
  • ມີຈັນຍາບັນ ດ້ານວິຊາຊີບການຂົນສົ່ງທາງບົກ.

2.      ສຳລັບ ກິດຈະການອື່ນ:

  • ມີປະສົບການ ກ່ຽວກັບການດຳເນີນທຸລະກິດ ໃນກິດຈະການທີ່ກ່ຽວຂ້ອງ;
  • ມີນັກວິຊາການ ທີ່ມີຄວາມສາມາດທາງດ້ານເຕັກນິກ, ວິຊາການອື່ນທີ່ກ່ຽວຂ້ອງ ໃນຈຳນວນທີ່ເໝາະສົມກັບຂະໜາດຂອງກິດຈະການ;
  • ມີທຶນ, ຫ້ອງການ, ສະຖານທີ່ບໍລິການ, ຍານພາຫະນະ, ອຸປະກອນທີ່ຈຳເປັນທີ່ ຖືກຮັບຮອງຈາກຂະແໜງການ ໂຍທາທິການ ແລະ ຂົນສົ່ງ;
  • ມີຈັນຍາບັນ ດ້ານວິຊາຊີບທີ່ກ່ຽວຂ້ອງ.  ຂ້າງເທິງ

ມາດຕາ 22 (ໃໝ່)  ການສ້າງຕັ້ງສາຂາວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

 ວິສາຫະກິດກ່ຽວກັບການຂົນສົ່ງທາງບົກ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງ ສາຂາ, ຕົວແທນ ຫຼື ຜູ້ຕາງໜ້າຂອງຕົນ ຕ້ອງໄດ້ຂໍອະນຸຍາດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.  ຂ້າງເທິງ

ພາກທີ IV
ການດຳເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກ

ໝວດທີ 1
ການຂົນສົ່ງຜູ້ໂດຍສານ

ມາດຕາ 23 (ໃໝ່)  ການຂົນສົ່ງຜູ້ໂດຍສານ

ການຂົນສົ່ງຜູ້ໂດຍສານ ແມ່ນ ການເຄື່ອນຍ້າຍຜູ້ໂດຍສານ ຈາກຈຸດໜຶ່ງ ໄປຫາອີກຈຸດ ໜຶ່ງ ດ້ວຍຍານພາຫະນະຂົນສົ່ງ ດ້ວຍຄວາມປອດໄພ ແລະ ຮອດຈຸດໝາຍປາຍທາງ.

 ການຂົນສົ່ງຜູ້ໂດຍສານ ມີ ການຂົນສົ່ງຜູ້ໂດຍສານ ປະຈໍາທາງ ແລະ ບໍ່ປະຈໍາທາງ.  ຂ້າງເທິງ

ມາດຕາ 24 (ໃໝ່)  ການຂົນສົ່ງຜູ້ໂດຍສານປະຈໍາທາງ

ການຂົນສົ່ງຜູ້ໂດຍສານປະຈໍາທາງ ແມ່ນ ການຂົນສົ່ງຜູ້ໂດຍສານທີ່ດໍາເນີນຕາມສາຍ ທາງທີ່ກໍານົດໃຫ້, ມີສະຖານີຕົ້ນທາງ ແລະ ປາຍທາງ, ມີການຂາຍປີ້ໂດຍສານ, ການກໍານົດຈຸດ ຈອດລົດຕາມສາຍທາງ, ການກໍານົດຖ້ຽວ, ກໍານົດເວລາປ່ອຍລົດ ຕາມລະບຽບການຂອງຂະແໜງ ການໂຍທາທິການ ແລະ ຂົນສົ່ງ.

 ໃນການຂົນສົ່ງຜູ້ໂດຍສານປະຈໍາທາງ ຕ້ອງຈັດບ່ອນນັ່ງ ສໍາລັບນັກບວດ, ຜູ້ເຖົ້າ, ຄົນພິການ, ຄົນເສັຍອົງຄະ, ແມ່ຍິງຖືພາ, ເດັກນ້ອຍ ລວມທັງມີນະໂຍບາຍ ຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ຂ້າງເທິງ

ມາດຕາ 25 (ໃໝ່)  ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງ

ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງ ແມ່ນ ການຂົນສົ່ງຜູ້ໂດຍສານ ຕາມແຜນການ, ຕາມສັນຍາຂົນສົ່ງ, ບໍ່ກໍານົດເສັ້ນທາງ, ບໍ່ມີສະຖານີສະເພາະ ແລະ ບໍ່ມີການຂາຍປີ້ໂດຍສານ. 

ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງ ມີ ສອງປະເພດ ຄື ການຂົນສົ່ງສະເພາະ ແລະ ການຂົນສົ່ງເຊົ່າເໝົາ ຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ.  ຂ້າງເທິງ

ມາດຕາ 26 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ດຳເນີນການຂົນສົ່ງໂດຍສານ

ຜູ້ດຳເນີນການຂົນສົ່ງໂດຍສານ ມີສິດເກັບຄ່າຂົນສົ່ງຜູ້ໂດຍສານ, ເກັບຄ່າຝາກເອກະ ສານ, ເຄື່ອງຂອງ ຕາມລາຄາທີ່ໄດ້ຕົກລົງກັນຢ່າງສົມເຫດສົມຜົນ ແລະ ເປັນທໍາ ຫຼື ຕາມການກໍາ ນົດຂອງລັດ, ທວງເອົາຄ່າຂົນສົ່ງຈາກຜູ້ໂດຍສານທີ່ບໍ່ທັນໄດ້ຈ່າຍ, ປະຕິເສດຮັບຜູ້ໂດຍສານທີ່ຢູ່ໃນ ສະພາບມືນເມົາ, ເສັຍຈິດທີ່ບໍ່ມີຜູ້ຄຸ້ມຄອງ, ເຄື່ອງຕິດຕົວທີ່ເກືອດຫ້າມ ຫຼື ຜິດກົດໝາຍ.  ຂ້າງເທິງ

ຜູ້ດຳເນີນການຂົນສົ່ງໂດຍສານ ມີ ພັນທະ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:

  • ອໍານວຍຄວາມສະດວກ, ແຈ້ງຂໍ້ມູນຂ່າວສານ ໃຫ້ແກ່ຜູ້ໂດຍສານ ໃນການເດີນ ທາງ ແລະ ປະຕິບັດທຸກເງື່ອນໄຂ ຂອງການຂົນສົ່ງທີ່ໄດ້ກໍານົດໄວ້;
  • ນໍາສົ່ງຜູ້ໂດຍສານ ໄປເຖິງຈຸດໝາຍປາຍທາງ ດ້ວຍຄວາມສະດວກ, ປອດໄພ ແລະ ຕາມກໍານົດເວລາ;
  • ຕິດປີ້ໃສ່ເເຄື່ອງຝາກຂອງຜູ້ໂດຍສານ ພ້ອມທັງຮັບປະກັນບໍ່ໃຫ້ເຄື່ອງຂອງຜູ້ໂດຍ ສານຕົກເຮັ່ຍເສັຍຫາຍ. ໃນກໍລະນີ ເຄື່ອງຂອງຜູ້ໂດຍສານເປ່ເພ, ຕົກເຮັ່ຍເສັຍຫາຍ ຕ້ອງໃຊ້ແທນຄ່າເສັຍຫາຍຕາມມູນຄ່າຕົວຈິງ;
  • ໃຊ້ແທນຄ່າບາດເຈັບ ຫຼື ເສັຍຊີວິດ ຂອງຜູ້ໂດຍສານ ຕາມລະບຽບກົດໝາຍ;
  • ສົ່ງຜູ້ໂດຍສານໄປຍັງສະຖານທີ່ປິ່ນປົວທີ່ໃກ້ທີ່ສຸດ ຢ່າງຮີບດ່ວນ ໃນກໍລະນີ ຜູ້ ໂດຍສານ ເກີດເຈັບເປັນກະທັນຫັນ ຫຼື ຈະຄອດລູກ.

ສໍາລັບ ການຂົນສົ່ງຂ້າມແດນ ຖ້າຜູ້ໂດຍສານ ຫາກໄດ້ຮັບບາດເຈັບ ຫຼື ເສັຍຊີວິດ ຍ້ອນຄວາມຜິດຂອງຜູ້ດຳເນີນການຂົນສົ່ງນັ້ນ ການໃຊ້ແທນຄ່າບາດເຈັບ ຫຼື ເສັຍຊີວິດສູງສຸດ ແມ່ນ ບໍ່ໃຫ້ເກີນ 9000 SDR (ເກົ້າພັນ ຫົວໜ່ວຍສິດຖອນເງິນພິເສດ) ຕໍ່ຜູ້ຖືກເຄາະຮ້າຍແຕ່ລະຄົນ ແລະ ໃນກໍລະນີເຄື່ອງຂອງຜູ້ໂດຍສານທີ່ລົງທະບຽນ ຫາກມີການເປ່ເພ, ເສັຍຫາຍນັ້ນ ການໃຊ້ແທນຄ່າ ເສັຍຫາຍສູງສຸດ ແມ່ນ 8,33 SDR (ແປດຈຸດສາມສິບສາມ ຫົວໜ່ວຍສິດຖອນເງິນພິເສດ) ຕໍ່ ໜຶ່ງ ກິໂລກຣາມ ຫຼື ບໍ່ໃຫ້ເກີນ 333,34 SDR (ສາມຮ້ອຍສາມສິບສາມຈຸດສາມສິບສີ່ ຫົວໜ່ວຍສິດ ຖອນເງິນພິເສດ) ຕໍ່ ເຄື່ອງ ຕໍ່ ຄົນ.  ຂ້າງເທິງ

ມາດຕາ 27 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ໂດຍສານ

ຜູ້ໂດຍສານ ມີ ສິດໄດ້ຮັບຂໍ້ມູນຂ່າວສານ, ຄວາມສະດວກ, ຄວາມສະບາຍ, ຄວາມ ປອດໄພ, ໄປເຖິງຈຸດໝາຍປາຍທາງ ແລະ ທວງເອົາການໃຊ້ແທນຄ່າເສັຍຫາຍທີ່ເກີດຂຶ້ນ ເນື່ອງ ຈາກຄວາມຜິດຂອງຜູ້ດຳເນີນການຂົນສົ່ງ. 

ຜູ້ໂດຍສານ ມີ ພັນທະ ປະຕິບັດຕາມລະບຽບການໂດຍສານ, ຮັກສາຄວາມສະອາດ, ສິ່ງແວດລ້ອມ, ຄວາມສະຫງົບ, ມາລະຍາດ, ແຈ້ງເຄື່ອງຂອງທີ່ມີມູນຄ່າສູງ, ວັດຖຸອັນຕະລາຍ, ອາ ວຸດ, ຈ່າຍຄ່າໂດຍສານ ແລະ ຮັບຜິດຊອບຈ່າຍຄ່າເຄື່ອງຂອງທີ່ມີນ້ຳໜັກເກີນກຳນົດໃຫ້ແກ່ຜູ້ດຳເນີນ ການຂົນສົ່ງ.  ຂ້າງເທິງ

ໝວດທີ 2
ການຂົນສົ່ງສິນຄ້າ

ມາດຕາ 28 (ປັບປຸງ)  ສັນຍາຂົນສົ່ງສິນຄ້າ

 ສັນຍາຂົນສົ່ງສິນຄ້າ ແມ່ນ ການຕົກລົງ ເປັນລາຍລັກອັກສອນ ລະຫວ່າງ ຜູ້ດຳເນີນ ການຂົນສົ່ງ ກັບຜູ້ສົ່ງສິນຄ້າ ກ່ຽວກັບການເຄື່ອນຍ້າຍສິນຄ້າ ຈາກຕົ້ນທາງໄປຫາປາຍທາງ ຕາມກຳ ນົດເວລາທີ່ໄດ້ຕົກລົງກັນ ແລະ ຜູ້ດຳເນີນການຂົນສົ່ງ ຕ້ອງຮັບປະກັນໃຫ້ສິນຄ້າຢູ່ໃນສະພາບເດີມ, ບໍ່ໃຫ້ຕົກເຮັ່ຍເສັຍຫາຍ ແລະ ຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນຄ້າ ຕ້ອງຈ່າຍຄ່າຂົນສົ່ງໃຫ້ຜູ້ດຳເນີນການຂົນສົ່ງຕາມສັນຍາ.  ຂ້າງເທິງ

ມາດຕາ 29 (ປັບປຸງ)  ເນື້ອໃນຂອງສັນຍາ

  ສັນຍາຂົນສົ່ງສິນຄ້າພາຍໃນປະເທດ ມີ ເນື້ອໃນ ຕົ້ນຕໍ ດັ່ງນີ້:

-  ປະເພດ, ປະລິມານ, ບໍລິມາດ, ນ້ຳໜັກ ແລະ ລັກສະນະ ຂອງສິນຄ້າ;
-  ຕົ້ນທາງ ແລະ ຊື່ຜູ້ສົ່ງ;
-  ປາຍທາງ ແລະ ຊື່ຜູ້ຮັບ;
-  ການບັນຈຸຫຸ້ມຫໍ່,  ການເກັບຮັກສາ, ການຄ່ຽນຖ່າຍ;
-  ລາຄາ ແລະ ວິທີການຊຳລະຄ່າຂົນສົ່ງ;
-  ວັນ, ເວລາສົ່ງມອບ;
-  ການປະກັນໄພ.

ສຳລັບ ສັນຍາຂົນສົ່ງສິນຄ້າຂ້າມແດນ ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາ ກົນ ກ່ຽວກັບການຂົນສົ່ງທາງບົກ ທີ່ ສປປ ລາວ ເປັນພາຄີ.  ຂ້າງເທິງ

ມາດຕາ 30 (ປັບປຸງ)  ໃບນຳສົ່ງສິນຄ້າ

 ຜູ້ດຳເນີນການຂົນສົ່ງ ຕ້ອງປະກອບໃບນຳສົ່ງສິນຄ້າ ຕິດໄປພ້ອມກັບລົດແຕ່ລະຖ້ຽວ ຕາມແບບພິມ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ. ການຂົນສົ່ງສະເພາະ ເພື່ອຮັບໃຊ້ ທຸລະກິດ ຫຼື ກິດຈະການຂອງຕົນເອງ ກໍຕ້ອງມີໃບນຳສົ່ງສິນຄ້າ ຕິດໄປພ້ອມກັບລົດແຕ່ລະຖ້ຽວ ເຊັ່ນດຽວກັນ.  ຂ້າງເທິງ

ມາດຕາ 31 (ປັບປຸງ)  ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ດຳເນີນການຂົນສົ່ງສິນຄ້າ

ຜູ້ດຳເນີນການຂົນສົ່ງສິນຄ້າ ມີສິດຮັບຄ່າຂົນສົ່ງສິນຄ້າ ຕາມທີ່ໄດ້ຕົກລົງກັນ, ທວງເອົາຄ່າຂົນສົ່ງຈາກຜູ້ສົ່ງສິນຄ້າ ຫຼື ຜູ້ຮັບສິນຄ້າທີ່ບໍ່ທັນໄດ້ຈ່າຍ, ປະຕິເສດຮັບເອົາສິນຄ້າ ທີ່ເກືອດຫ້າມ ຫຼື ຜິດກົດໝາຍ.

ຜູ້ດຳເນີນການຂົນສົ່ງສິນຄ້າ ມີພັນທະຂົນສົ່ງສິນຄ້າໄປເຖິງຈຸດໝາຍປາຍທາງ ຕາມ ກໍານົດເວລາ,  ປົກປັກຮັກສາສິນຄ້າໃຫ້ຢູ່ໃນສະພາບເດີມ ແລະ ບໍ່ໃຫ້ຕົກເຮັ່ຍເສັຍຫາຍ.

ໃນກໍລະນີ ສິນຄ້າເປ່ເພ, ເສັຍຫາຍ ຫຼື ສູນຫາຍ ຍ້ອນຄວາມຜິດຂອງຜູ້ດຳເນີນການ ຂົນສົ່ງນັ້ນ ຜູ້ດຳເນີນການຂົນສົ່ງ ຕ້ອງໃຊ້ແທນຄ່າເສັຍຫາຍຕາມລະບຽບກົດໝາຍ.

ໃນກໍລະນີ ຜູ້ຮັບສິນຄ້າ ບໍ່ມາຮັບ ຫຼື ປະຕິເສດຮັບເອົາສິນຄ້ານັ້ນ ຜູ້ດຳເນີນການຂົນ ສົ່ງສິນຄ້າ ຕ້ອງແຈ້ງໃຫ້ຜູ້ສົ່ງສິນຄ້າຢ່າງຮີບດ່ວນ ເພື່ອຫາວິທີແກ້ໄຂຮ່ວມກັນ.

ສໍາລັບການຂົນສົ່ງຂ້າມແດນ ທີ່ມີການເສັຍຫາຍເກີດຂຶ້ນ ເນື່ອງມາຈາກຄວາມຜິດຂອງ ຜູ້ດຳເນີນການຂົນສົ່ງນັ້ນ ກໍຕ້ອງໄດ້ໃຊ້ແທນ ໃນມູນຄ່າສູງສຸດບໍ່ເກີນ 8,33 SDR (ແປດຈຸດສາມ ສິບສາມ ຫົວໜ່ວຍສິດຖອນເງິນພິເສດ) ຕໍ່ໜຶ່ງກິໂລກຣາມ ຂອງ ນໍ້າໜັກລວມຂອງສິນຄ້າເປ່ເພ, ເສັຍຫາຍ ຫຼື ສູນຫາຍ.  ຂ້າງເທິງ

ມາດຕາ 32 (ໃໝ່)  ສິດ ແລະ ພັນທະ ຂອງຜູ້ສົ່ງສິນຄ້າ

ຜູ້ສົ່ງສິນຄ້າ ມີສິດຕິດຕາມ ສິນຄ້າຂອງຕົນ ຈາກຜູ້ດຳເນີນການຂົນສົ່ງ ຫຼື ຜູ້ຮັບສິນຄ້າ. ໃນກໍລະນີ ສິນຄ້າທີ່ສົ່ງນັ້ນ ຫາກເສັຍຫາຍ ຫຼື ຊັກຊ້າໃນການສົ່ງມອບ ກໍມີສິດທວງເອົາການໃຊ້ແທນຄ່າເສັຍຫາຍດັ່ງກ່າວ ຕາມສັນຍາ ຫຼື ລະບຽບກົດໝາຍ.

 ຜູ້ສົ່ງສິນຄ້າ ມີ ພັນທະແຈ້ງລັກສະນະຂອງສິນຄ້າ, ຈໍານວນຫີບຫໍ່, ນ້ຳໜັກ, ປະລິ   ມານ, ຖ້າມີສິນຄ້າອັນຕະລາຍ, ແຕກງ່າຍ, ເສື່ອມຄຸນ ຫຼື ເໜົ່າເປື່ອຍໄວ ກໍຕ້ອງແຈ້ງເຊັ່ນດຽວກັນ ໃຫ້ແກ່ຜູ້ດໍາເນີນການຂົນສົ່ງ ເພື່ອປົກປັກຮັກສາບໍ່ໃຫ້ເປ່ເພ, ເສັຍຫາຍ ຫຼື ສູນຫາຍ.  ຂ້າງເທິງ

ມາດຕາ 33 (ໃໝ່)  ສິດ ແລະ ພັນທະ ຂອງຜູ້ຮັບສິນຄ້າ

ຜູ້ຮັບສິນຄ້າ ມີສິດ ຕິດຕາມ ສິນຄ້າ ຈາກຜູ້ດຳເນີນການຂົນສົ່ງ ຫຼື ຜູ້ສົ່ງສິນຄ້າ,  ທວງເອົາການໃຊ້ແທນຄ່າເສັຍຫາຍ ຕາມສັນຍາ ຫຼື ລະບຽບກົດໝາຍ ໃນກໍລະນີ ສິນຄ້າທີ່ສົ່ງນັ້ນ ຫາກເປ່ເພ, ເສັຍຫາຍ ຫຼື ສູນຫາຍ, ທວງເອົາຄ່າເສັຍຫາຍ ຍ້ອນການຊັກຊ້າໃນການສົ່ງມອບສິນຄ້າ, ບໍ່ຮັບ ແລະ ບໍ່ຈ່າຍຄ່າຂົນສົ່ງ ຖ້າການຊັກຊ້ານັ້ນ ຫາກໄດ້ສ້າງຄວາມອັບປະໂຫຍດໃຫ້ແກ່ຕົນ.

ຜູ້ຮັບສິນຄ້າ ມີ ພັນທະ ຈ່າຍຄ່າຂົນສົ່ງສິນຄ້າ ຕາມສັນຍາ, ແຈ້ງການເສັຍຫາຍຂອງສິນ ຄ້າເປັນລາຍລັກອັກສອນໃຫ້ແກ່ຜູ້ດຳເນີນການຂົນສົ່ງ ແລະ ຜູ້ສົ່ງສິນຄ້າ ພ້ອມທັງເຮັດບົດບັນທຶກກັບຜູ້ດໍາເນີນການຂົນສົ່ງໄວ້ເປັນຫຼັກຖານ.  ຂ້າງເທິງ

ມາດຕາ 34 (ໃໝ່)  ການທວງເອົາການໃຊ້ແທນຄ່າເສັຍຫາຍຂອງສິນຄ້າ

ໃນກໍລະນີ ທີ່ບໍ່ພົບເຫັນສິນຄ້າບາງສ່ວນ ຜູ້ຮັບສິນຄ້າ ຕ້ອງແຈ້ງໃຫ້ຜູ້ດຳເນີນການຂົນສົ່ງ ຢ່າງເປັນລາຍລັກອັກສອນ ພາຍໃນກໍານົດ ເຈັດ ວັນ ນັບແຕ່ວັນໄດ້ຮັບສິນຄ້າເປັນຕົ້ນໄປ ເພື່ອທວງ ເອົາການໃຊ້ແທນຄ່າເສັຍຫາຍ.

ໃນກໍລະນີ ທີ່ບໍ່ພົບເຫັນສິນຄ້າທັງໝົດ ຜູ້ຮັບສິນຄ້າ ຕ້ອງແຈ້ງໃຫ້ຜູ້ດຳເນີນການຂົນສົ່ງ ຢ່າງເປັນລາຍລັກອັກສອນ ພາຍໃນກໍານົດ ສາມສິບ ວັນ ນັບແຕ່ວັນໄດ້ຕົກລົງສົ່ງມອບສິນຄ້າ   ເປັນຕົ້ນໄປ ເພື່ອທວງເອົາການໃຊ້ແທນຄ່າເສັຍຫາຍ.  ຂ້າງເທິງ

ມາດຕາ 35 (ໃໝ່)  ການຂົນສົ່ງສິນຄ້າເໜົ່າເປື່ອຍໄວ

ການຂົນສົ່ງສິນຄ້າເໜົ່າເປື່ອຍໄວ ແມ່ນ ການເຄື່ອນຍ້າຍ ວັດຖຸອິນຊີ, ສິ່ງທີ່ໃຊ້ເປັນອາ ຫານ ລວມທັງພືດ ທີ່ສ່ຽງຕໍ່ການເສັຍຄຸນນະພາບງ່າຍ ຍ້ອນຜົນກະທົບ ຈາກສະພາບຂອງການຂົນ ສົ່ງ, ອຸນຫະພູມ, ຄວາມຊຸ່ມ, ຄວາມແຫ້ງ.

ການຂົນສົ່ງສິນຄ້າເໜົ່າເປື່ອຍໄວ ຕ້ອງປະຕິບັດຕາມລະບຽບການຂອງກະຊວງສາທາລະ ນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕ້ອງມີໜັງສືຢັ້ງຢືນຕິດໄປນໍາທຸກຄັ້ງ.

ບັນຊີລາຍການສິນຄ້າເໜົ່າເປື່ອຍໄວໃນແຕ່ລະໄລຍະ ໄດ້ກໍານົດໄວ້ໃນລະບຽບການສະ ເພາະ.  ຂ້າງເທິງ

ມາດຕາ 36 (ໃໝ່)  ການຂົນສົ່ງສິ່ງທີ່ໃຊ້ເປັນອາຫານ ແລະ ພືດ

ໃນການຂົນສົ່ງ ສິ່ງທີ່ໃຊ້ເປັນອາຫານ ແລະ ພືດ ຕ້ອງນໍາໃຊ້ ຍານພາຫະນະທີ່ມີຕູ້ສິນ ຄ້າ ແລະ ພາຊະນະຂົນສົ່ງທີ່ເໝາະສົມ. ດ້ານໃນຂອງຕູ້ສິນຄ້າ ແລະ ພາຊະນະຂົນສົ່ງ ຕ້ອງເປັນ ວັດຖຸທີ່ບໍ່ເຂົ້າໝ້ຽງ, ກັນນໍ້າໄດ້, ສະດວກໃນການອະນາໄມ, ອະເຊື້ອ ແລະ ບໍ່ເຮັດໃຫ້ມີຜົນກະທົບ ທາງລົບຕໍ່ສິ່ງຂອງທີ່ຂົນສົ່ງ.

ຕູ້ສິນຄ້າ, ພາຊະນະຂົນສົ່ງສິ່ງທີ່ໃຊ້ເປັນອາຫານ ແລະ ພືດ ແມ່ນ ບໍ່ໃຫ້ນໍາໃຊ້ເພື່ອຂົນ ສົ່ງສັດມີຊີວິດ ຫຼື ຜະລິດຕະພັນອື່ນ ຊຶ່ງອາດກໍ່ໃຫ້ມີຄວາມເສັຍຫາຍ ຫຼື ການຕິດເຊື້ອເກີດຂຶ້ນ ເວັ້ນເສັຍແຕ່ ຕູ້ສິນຄ້າ, ພາຊະນະນັ້ນ ໄດ້ມີການອະນາໄມ ແລະ ອະເຊື້ອແລ້ວ.  ຂ້າງເທິງ

ມາດຕາ 37 (ໃໝ່)  ການຂົນສົ່ງສັດມີຊີວິດ

ກ່ອນການຂົນສົ່ງສັດມີຊີວິດ ແຕ່ລະຖ້ຽວນັ້ນ ສັດທຸກຕົວຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນສຸຂະພາບຈາກສັດຕະວະແພດ. ສັດຖືພາມານໃກ້ຈະອອກລູກ ແລະ ສັດຕິດເຊື້ອພະຍາດ ແມ່ນ ບໍ່ອະນຸຍາດໃຫ້ຂົນສົ່ງ.  

ຍານພາຫະນະຂົນສົ່ງສັດ, ຕູ້ຂົນສົ່ງສັດ ຕ້ອງມີເຄື່ອງໝາຍບົ່ງບອກການຂົນສົ່ງສັດມີຊີ ວິດ, ມີເນື້ອທີ່ພຽງພໍ ສໍາລັບການເໜັງຕີງຂອງສັດ, ອະນາໄມງ່າຍ, ກັນສັດຫຼົບໜີ, ສາມາດຮັບນໍ້າ ໜັກສັດ ແລະ ຮັບປະກັນຄວາມປອດໄພ, ບໍ່ໃຫ້ເກີດບາດເຈັບ ຫຼື ຖືກກະທົບກະເທືອນ.  

ການຂົນສົ່ງສັດເປັນຂະບວນ ຕ້ອງໄປຕາມເສັ້ນທາງທີ່ເໝາະສົມ ໂດຍບໍ່ສ້າງອຸປະສັກ ໃຫ້ແກ່ການສັນຈອນ, ບໍ່ສົ່ງກິ່ນເໝັນ ແລະ ບໍ່ສ້າງຄວາມເປີະເປື້ອນ ໃສ່ຖະໜົນຫົນທາງ.  ຂ້າງເທິງ

ມາດຕາ 38  ການຂົນສົ່ງວັດຖຸອັນຕະລາຍ

ການຂົນສົ່ງວັດຖຸອັນຕະລາຍ ເຊັ່ນ ວັດຖຸເຄມີ, ວັດຖຸໄວໄຟ, ວັດຖຸລະເບີດ ຕ້ອງໄດ້ຮັບ ອະນຸຍາດຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງອື່ນທີ່ກ່ຽວຂ້ອງ ແລະ ຕ້ອງປະຕິບັດ ຕາມລະບຽບການຂົນສົ່ງວັດຖຸອັນຕະລາຍຢ່າງເຂັ້ມງວດ.  ຂ້າງເທິງ

ມາດຕາ 39 (ໃໝ່)  ການຂົນສົ່ງພິເສດ

ໃນການຂົນສົ່ງພິເສດ ເປັນຕົ້ນ ການຂົນສົ່ງສິນຄ້າ ຫຼື ວັດຖຸເຄື່ອງຂອງ ທີ່ເກີນນໍ້າໜັກ ຫຼື ຂະໜາດນັ້ນ ຜູ້ດໍາເນີນການຂົນສົ່ງພິເສດ ຕ້ອງສຳຫລວດເສັ້ນທາງຂົນສົ່ງ ເພື່ອສະເໜີຂໍອະນຸ ຍາດ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ.  ຂ້າງເທິງ

ໝວດທີ 3
ການຈັດສົ່ງສິນຄ້າ

ມາດຕາ 40 (ໃໝ່)  ການຈັດສົ່ງສິນຄ້າ

ການຈັດສົ່ງສິນຄ້າ ແມ່ນ ການບໍລິການ, ເຕົ້າໂຮມ, ບັນຈຸ ຫຸ້ມຫໍ່ສິນຄ້າ ແລະ ປະກອບ ເອກະສານຂົນສົ່ງສິນຄ້າ ເພື່ອເຄື່ອນຍ້າຍສິນຄ້າ ຈາກຕົ້ນທາງ ໄປຫາປາຍທາງ ຕາມກຳນົດເວລາທີ່ ໄດ້ຕົກລົງກັນ.  ຂ້າງເທິງ

ມາດຕາ 41 (ປັບປຸງ)  ສິດ ແລະ ພັນທະ ຂອງຜູ້ຈັດສົ່ງສິນຄ້າ

ຜູ້ຈັດສົ່ງສິນຄ້າ ມີສິດ ເຮັດສັນຍາກັບ ເຈົ້າຂອງສິນຄ້າ ຫຼື ຜູ້ສົ່ງສິນຄ້າ ແລະ ຜູ້ດຳເນີນ ການຂົນສົ່ງສິນຄ້າ, ຮັບ ແລະ ກວດກາສິນຄ້າ, ພົວພັນກັບເຈົ້າໜ້າທີ່ຂອງລັດ ກ່ຽວກັບການຈັດສົ່ງ ສິນຄ້າ ແລະ ຮັບຄ່າບໍລິການຈັດສົ່ງສິນຄ້າ ຕາມທີ່ໄດ້ຕົກລົງກັນ.

ຜູ້ຈັດສົ່ງສິນຄ້າ ມີພັນທະ ເຕົ້າໂຮມ, ຫຸ້ມຫໍ່, ບັນຈຸ ແລະ ມອບສິນຄ້າໃຫ້ແກ່ຜູ້ດໍາເນີນ ການຂົນສົ່ງສິນຄ້າ, ປະກອບເອກະສານນໍາສົ່ງສິນຄ້າ, ແຈ້ງເນື້ອໃນລະອຽດ ກ່ຽວກັບລັກສະນະຂອງ ສິນຄ້າ, ຕິດເຄື່ອງໝາຍ, ໃສ່ເລກລໍາດັບ, ແຈ້ງນ້ຳໜັກ, ບໍລິມາດ, ປະລິມານ; ຖ້າຫາກແມ່ນສິນຄ້າອັນຕະລາຍ ກໍຕ້ອງແຈ້ງລັກສະນະອັນຕະລາຍຂອງສິນຄ້ານັ້ນ ໃຫ້ແກ່ຜູ້ດຳເນີນການຂົນສົ່ງ ແລະ ປະຕິບັດພັນທະອື່ນຕາມສັນຍາ.ຂ້າງເທິງ

ມາດຕາ 42 (ປັບປຸງຄວາມຮັບຜິດຊອບ ຂອງ ຜູ້ຈັດສົ່ງສິນຄ້າ

ຜູ້ຈັດສົ່ງສິນຄ້າ ມີຄວາມຮັບຜິດຊອບກ່ຽວກັບຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານນຳສົ່ງສິນຄ້າ, ຮັບປະກັນການຈັດສົ່ງສິນຄ້າຢ່າງຄົບຖ້ວນຕາມຈຳນວນທີ່ມີຢູ່ໃນບັນຊີ ແລະ ບໍ່ໃຫ້ສິນຄ້າຕົກເຮັ່ຍ ເສັຍຫາຍ ຫຼື ເສັຍຄຸນນະພາບຍ້ອນການບັນຈຸ ຫຸ້ມຫໍ່ ແລະ ຮັບປະກັນໃຫ້ສິນຄ້າໄປເຖິງຈຸດໝາຍປາຍທາງ.

ໃນກໍລະນີ ມີຄວາມເສັຍຫາຍ ຍ້ອນການແຈ້ງເນື້ອໃນລະອຽດຂອງສິນຄ້າບໍ່ຖືກຕ້ອງ ຕາມຕົວຈິງ ແລະ ບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນວັກ 2 ມາດຕາ 41 ຂອງກົດໝາຍສະບັບນີ້ ຜູ້ຈັດສົ່ງສິນຄ້າ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍໃຫ້ແກ່ຜູ້ດຳເນີນການຂົນສົ່ງ.  ຂ້າງເທິງ

ໝວດທີ 4
ສະຖານີລົດຂົນສົ່ງ

ມາດຕາ 43 (ປັບປຸງ)  ປະເພດສະຖານີລົດຂົນສົ່ງ

    ສະຖານີລົດຂົນສົ່ງ ແບ່ງອອກເປັນ ສາມ ປະເພດ ຄື:

-    ສະຖານີລົດຂົນສົ່ງຜູ້ໂດຍສານ;
-    ສະຖານີລົດຂົນສົ່ງສິນຄ້າ;
-    ສະຖານີລົດຂົນສົ່ງສັດ.

ທີ່ຕັ້ງ ແລະ ແຜນຜັງກໍ່ສ້າງ ສະຖານີລົດຂົນສົ່ງ ຕ້ອງໃຫ້ສອດຄ່ອງກັບແຜນຜັງຊີ້ນຳ ລວມ ຂອງຕົວເມືອງ, ສ່ວນລະບົບບໍລິການ ແລະ ມາດຕະຖານເຕັກນິກການກໍ່ສ້າງສະຖານີດັ່ງກ່າວ ຕ້ອງໃຫ້ຖືກຕ້ອງຕາມລະບຽບການຂອງກະຊວງໂຍທາທິການ ແລະ ຂົນສົ່ງ.  ຂ້າງເທິງ

ມາດຕາ 44 (ປັບປຸງ)  ຂະໜາດ ຂອງສະຖານີລົດຂົນສົ່ງຜູ້ໂດຍສານ

                     ສະຖານີລົດຂົນສົ່ງຜູ້ໂດຍສານ ແບ່ງອອກເປັນ ສາມ ຂະໜາດ ຄື:

-  ຂະໜາດໃຫຍ່ ແມ່ນ ສະຖານີລົດຂົນສົ່ງຜູ້ໂດຍສານລະຫວ່າງແຂວງ ແລະ ລະຫວ່າງປະເທດ;  
-  ຂະໜາດກາງ ແມ່ນ ສະຖານີລົດຂົນສົ່ງຜູ້ໂດຍສານພາຍໃນແຂວງ, ນະຄອນ ແລະ ແຂວງ, ນະຄອນ ຫາ ເມືອງ, ເທດສະບານ;  
-  ຂະໜາດນ້ອຍ ແມ່ນ ສະຖານີລົດຂົນສົ່ງຜູ້ໂດຍສານພາຍໃນເມືອງ, ເທດສະ ບານ ແລະ ເມືອງ, ເທດສະບານ ຫາ ບ້ານ.  

ສະຖານີລົດຂົນສົ່ງຜູ້ໂດຍສານ ຕ້ອງມີລະບົບອຳນວຍຄວາມສະດວກ ເຊັ່ນ ລະບົບບໍລິ ການຂາຍປີ້ໂດຍສານ, ລະບົບຂໍ້ມູນຂ່າວສານ. 

ສະຖານີລົດຂົນສົ່ງ ສິນຄ້າ ຫຼື ສັດ ຕ້ອງມີລະບົບອຳນວຍຄວາມສະດວກ, ມີຂະໜາດ ແລະ ມາດຕະຖານເຕັກນິກ ທີ່ຖືກຕ້ອງ.

ການກໍ່ສ້າງສະຖານີລົດຂົນສົ່ງ ສິນຄ້າ ຫຼື ສັດ ຕ້ອງໃຫ້ສອດຄ່ອງກັບແຜນຜັງຊີ້ນຳລວມ ຂອງຕົວເມືອງ ແລະ ລະບຽບການ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງອື່ນ ທີ່ກ່ຽວຂ້ອງ.  ຂ້າງເທິງ

ໝວດທີ 5
ການໃຫ້ເຊົ່າລົດ

ມາດຕາ 46 (ປັບປຸງ)  ຜູ້ດຳເນີນທຸລະກິດໃຫ້ເຊົ່າລົດ

ຜູ້ດຳເນີນທຸລະກິດໃຫ້ເຊົ່າລົດ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມອບລົດ  ຂອງຕົນໃຫ້ຜູ້ອື່ນເຊົ່າ ເປັນບາງຄັ້ງຄາວ ຫຼື ເປັນປະຈຳ ຕາມສັນຍາ.

ການໃຫ້ເຊົ່າລົດ ອາດຈະມີ ທັງຜູ້ຂັບຂີ່ ພ້ອມດ້ວຍພະນັກງານປະຈໍາລົດ. ຂ້າງເທິງ

ມາດຕາ 47 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ໃຫ້ເຊົ່າລົດ

ຜູ້ໃຫ້ເຊົ່າລົດ ມີ ສິດ ຮັບເອົາຄ່າເຊົ່າລົດ ຕາມສັນຍາ ແລະ ກວດກາສະພາບລົດ ພາຍ ຫຼັງທີ່ຜູ້ເຊົ່າເອົາລົດມາສົ່ງຄືນ, ຖ້າຫາກມີການເປ່ເພ ຫຼື ເສັຍຫາຍ ກໍມີສິດ ທວງໃຫ້ຜູ້ເຊົ່າທໍາການສ້ອມແປງ ຫຼື ໃຊ້ແທນຄ່າເສັຍຫາຍ ຕາມລະບຽບກົດໝາຍ.

ຜູ້ໃຫ້ເຊົ່າລົດ ມີພັນທະ ມອບລົດໃຫ້ຜູ້ເຊົ່າຕາມກຳນົດເວລາ ທີ່ໄດ້ກໍານົດໄວ້ໃນສັນຍາ, ຮັບປະກັນມາດຕະຖານເຕັກນິກ, ມີປ້າຍທະບຽນທຸລະກິດ, ມີເອກະສານປະຈຳລົດຖືກຕ້ອງ ແລະ ຄົບຖ້ວນ ແລະ ຕ້ອງມີການປະກັນໄພບຸກຄົນທີສາມ.

ຜູ້ໃຫ້ເຊົ່າລົດ ມີຄວາມຮັບຜິດຊອບ ຕໍ່ຄວາມເສັຍຫາຍທີ່ເກີດຂຶ້ນ ຍ້ອນສະພາບເຕັກນິກ ຂອງລົດ, ການມອບລົດທີ່ບໍ່ແມ່ນຂອງຕົນ ໃຫ້ຜູ້ອື່ນເຊົ່າ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ເປັນເຈົ້າຂອງ.  ຂ້າງເທິງ

ມາດຕາ 48 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ເຊົ່າລົດ

ຜູ້ເຊົ່າລົດ ມີ ສິດ ຮັບເອົາລົດ, ພ້ອມທັງກວດເບິ່ງສະພາບເຕັກນິກ, ເອກະສານຂອງລົດ, ທວງໃຫ້ຜູ້ໃຫ້ເຊົ່າລົດມອບລົດ ແກ່ຕົນຕາມກໍານົດເວລາ ແລະ ນໍາໃຊ້ລົດ ໃຫ້ຖືກຕ້ອງຕາມສັນຍາ. 

ຜູ້ເຊົ່າລົດ ມີພັນທະ ຈ່າຍຄ່າເຊົ່າລົດ, ນຳໃຊ້ລົດ ໃຫ້ຖືກຕ້ອງ ຕາມສັນຍາ, ປົກປັກຮັກ ສາລົດ ໃຫ້ຢູ່ໃນສະພາບເດີມ ຕະຫຼອດໄລຍະຂອງສັນຍາ, ສົ່ງລົດ ພ້ອມທັງ ເອກະສານປະຈຳລົດ ຄືນແກ່ຜູ້ໃຫ້ເຊົ່າຕາມກຳນົດເວລາ.

ຜູ້ເຊົ່າລົດ ມີຄວາມຮັບຜິດຊອບຕໍ່ການເປ່ເພ, ເສັຍຫາຍ ຫຼື ສູນຫາຍ ຂອງລົດທີ່ເກີດຂຶ້ນ ຍ້ອນຄວາມຜິດຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.  ຂ້າງເທິງ

ໝວດທີ 6
ສູນແຈກຢາຍສິນຄ້າ

ມາດຕາ 49 (ໃໝ່)  ສູນແຈກຢາຍສິນຄ້າ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສ້າງຕັ້ງສູນແຈກຢາຍສິນຄ້າ ເພື່ອສົ່ງເສີມ, ຄຸ້ມ ຄອງການຂົນສົ່ງສິນຄ້າ ພາຍໃນ ແລະ ຂ້າມແດນ ໂດຍສອດຄ່ອງ ກັບມາດຕາ 21 ຂອງກົດໝາຍ ສະບັບນີ້ ເພື່ອດໍາເນີນທຸລະກິດບໍລິການ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ຂ້າງເທິງ

ມາດຕາ 50 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງສູນແຈກຢາຍສິນຄ້າ

ສູນແຈກຢາຍສິນຄ້າ ມີ ສິດ ດໍາເນີນທຸລະກິດຂອງຕົນ, ກໍານົດ ແລະ ເກັບຄ່າບໍລິການ, ຄົ້ນຄວ້າ ພັດທະນາກິດຈະການຂອງຕົນໃຫ້ທັນສະໄໝ.

ສູນແຈກຢາຍສິນຄ້າ ມີພັນທະ ບໍລິການເອກະສານ, ເຕົ້າໂຮມ, ຫຸ້ມຫໍ່, ບັນຈຸສິນຄ້າໃສ່ ລົດ, ບໍລິການແຈກຢາຍສິນຄ້າໄປເຖິງປາຍທາງ ຕາມເປົ້າໝາຍ ແລະ ຈ່າຍຄ່າພາສີ ອາກອນ ຕາມລະບຽບກົດໝາຍ.

ສູນແຈກຢາຍສິນຄ້າ ມີຄວາມຮັບຜິດຊອບ ກ່ຽວກັບຄວາມຖືກຕ້ອງ ແລະ ຄົບຖ້ວນ ຂອງສິນຄ້າ ແລະ ເອກະສານນຳສົ່ງສິນຄ້າ. ໃນກໍລະນີ ສິນຄ້າຫາກບໍ່ຄົບຖ້ວນ, ເປ່ເພ, ເສັຍຫາຍ ຍ້ອນການບໍລິການຂອງຕົນ ສູນແຈກຢາຍສິນຄ້າ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ ໃຫ້ແກ່ເຈົ້າ ຂອງສິນຄ້າ.  ຂ້າງເທິງ

 ໝວດທີ 7
ເຂດໂລຊິດສະຕິ

ມາດຕາ 51 (ໃໝ່)  ເຂດໂລຊິດສະຕິກ 

ບຸກຄົນ,  ນິຕິບຸກຄົນ ຫຼື ການຈັດຕັ້ງ ສ້າງຕັ້ງ ເຂດໂລຊິດສະຕິກ ເພື່ອພັດທະນາ ແລະ ຄຸ້ມຄອງການຂົນສົ່ງສິນຄ້າ ພາຍໃນ ແລະ ຂ້າມແດນ ໃຫ້ເປັນລະບົບບໍລິຫານ, ບໍລິການທີ່ມີຄຸນນະ ພາບ ໂດຍສອດຄ່ອງ ກັບມາດຕາ 21 ຂອງກົດໝາຍສະບັບນີ້ ເພື່ອດໍາເນີນທຸລະກິດບໍລິການ ແລະ ຢູ່ພາຍໃຕ້ການຄຸ້ມຄອງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ.  ຂ້າງເທິງ

ມາດຕາ 52 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບ ຂອງເຂດໂລຊິດສະຕິກ

ເຂດໂລຊິດສະຕິກ ມີ ສິດ ພົວພັນກັບພາກສ່ວນລັດ ແລະ ເອກະຊົນ ກ່ຽວກັບການບໍລິ ການ, ເກັບຄ່າບໍລິການ, ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບໂລຊິດສະຕິກຈາກພາກສ່ວນທີ່ກ່ຽວຂ້ອງ.

ເຂດໂລຊິດສະຕິກ ມີ ພັນທະຄຸ້ມຄອງບໍລິຫານ ຂະບວນການເຄື່ອນຍ້າຍສິນຄ້າ ທີ່ມີ ການວາງແຜນຄວບຄຸມ, ເກັບຮັກສາ, ຫຸ້ມຫໍ່, ຄ່ຽນຖ່າຍ, ຂົນສົ່ງສິນຄ້າ, ບໍລິການ ແລະ ສະໜອງຂໍ້ ມູນຂ່າວສານທີ່ກ່ຽວຂ້ອງ ທີ່ມີປະສິດທິພາບ ແລະ ມີປະສິດທິຜົນ ຈາກຕົ້ນທາງ ຫາ ປາຍທາງ ຕາມຄວາມຕ້ອງການຂອງລູກຄ້າ.

ເຂດໂລຊິດສະຕິກ ມີຄວາມຮັບຜິດຊອບ ກ່ຽວກັບຄວາມຖືກຕ້ອງ ແລະ ຄົບຖ້ວນຂອງ ສິນຄ້າ ແລະ ເອກະສານນຳສົ່ງສິນຄ້າ. ໃນກໍລະນີມີຄວາມບົກພ່ອງໃນການບໍລິການ, ເຮັດໃຫ້ສິນຄ້າບໍ່ຄົບຖ້ວນ, ເປ່ເພ, ເສັຍຫາຍ ເຂດໂລຊິດສະຕິກ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ.  ຂ້າງເທິງ

ໝວດທີ 8 
ຈຸດພັກລົດຕາມສາຍທາງ

ມາດຕາ 53 (ໃໝ່)  ຈຸດພັກລົດຕາມສາຍທາງ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສ້າງຕັ້ງຈຸດພັກລົດຕາມສາຍທາງ ເພື່ອຫຼຸດຜ່ອນ ຄວາມສ່ຽງໃນການຂົນສົ່ງ, ການເດີນທາງຂອງຜູ້ໂດຍສານ ໂດຍສອດຄ່ອງກັບມາດຕາ 21 ຂອງກົດ ໝາຍສະບັບນີ້ ເພື່ອດໍາເນີນທຸລະກິດ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ.  ຂ້າງເທິງ

ມາດຕາ 54 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງຈຸດພັກລົດຕາມສາຍທາງ

ຈຸດພັກລົດຕາມສາຍທາງ ມີ ສິດ ແນະນໍາໃຫ້ຜູ້ໃຊ້ບໍລິການ ນໍາໃຊ້ຈຸດພັກລົດ ຕາມເປົ້າ ໝາຍທີ່ມີ, ກວດກາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ, ຄວາມສະອາດ ແລະ ປົກປັກຮັກ ສາສິ່ງແວດລ້ອມ ຂອງຈຸດພັກລົດ.

ຈຸດພັກລົດຕາມສາຍທາງ ມີ ພັນທະ ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ ໃນການຈໍາໜ່າຍ ສິນຄ້າທ້ອງຖິ່ນ, ການໃຫ້ບໍລິການ ແລະ ການສະໜອງສິ່ງຈໍາເປັນໃນເວລາສຸກເສີນ ໃນການເດີນ ທາງຂອງລົດ, ບໍລິການຂໍ້ມູນຂ່າວສານ ຂອງສາຍທາງຂົນສົ່ງ ໃຫ້ຜູ້ດຳເນີນການຂົນສົ່ງ ແລະ ຜູ້ເດີນ ທາງ.

ຈຸດພັກລົດຕາມສາຍທາງ ມີ ຄວາມຮັບຜິດຊອບ ໃນການບໍລິການ ໃຫ້ມີຄວາມສະດວກ, ປອດໄພ ໃຫ້ແກ່ຜູ້ໂດຍສານທີ່ມາໃຊ້ບໍລິການ.  ຂ້າງເທິງ

ໝວດທີ 9 
ຮ້ານຂາຍປີ້ລົດໂດຍສານປະຈໍາທາງ

ມາດຕາ 55 (ໃໝ່)  ຮ້ານຂາຍປີ້ລົດໂດຍສານປະຈໍາທາງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສ້າງຕັ້ງຮ້ານຂາຍປີ້ລົດໂດຍສານປະຈໍາທາງໂດຍ ສອດຄ່ອງກັບ ມາດຕາ 21 ຂອງກົດໝາຍສະບັບນີ້ ເພື່ອດໍາເນີນທຸລະກິດ ຊຶ່ງຢູ່ພາຍໃຕ້ການຄຸ້ມ ຄອງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ.  ຂ້າງເທິງ

ມາດຕາ 56 (ໃໝ່)  ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງຮ້ານຂາຍປີ້ລົດໂດຍສານປະຈໍາທາງ

ຮ້ານຂາຍປີ້ລົດໂດຍສານ ມີ ສິດ ໂຄສະນາກ່ຽວກັບການບໍລິການຂາຍປີ້ລົດ, ເກັບ ແລະ ຮັບຄ່າບໍລິການຂາຍປີ້ລົດ, ແນະນໍາສາຍທາງໃຫ້ຜູ້ໂດຍສານ.

ຮ້ານຂາຍປີ້ລົດໂດຍສານ ມີພັນທະ ບໍລິການຂາຍປີ້ລົດໂດຍສານປະຈໍາທາງ ຕາມສັນຍາ ທີ່ໄດ້ຕົກລົງກັບບໍລິສັດຂົນສົ່ງຜູ້ໂດຍສານປະຈໍາທາງ, ສ້າງລະບົບເຊື່ອມຕໍ່ທາງເອເລັກໂຕຣນິກ ກັບ ສະຖານີລົດຂົນສົ່ງ ເພື່ອຄວບຄຸມການຂາຍປີ້, ບໍລິການຂໍ້ມູນຂ່າວສານໃຫ້ຜູ້ໂດຍສານ.

ຮ້ານຂາຍປີ້ລົດໂດຍສານປະຈໍາທາງ ມີຄວາມຮັບຜິດຊອບຕໍ່ປີ້ທີ່ຕົນຂາຍ ໃຫ້ຜູ້ໂດຍສານ ເພື່ອໃຫ້ຜູ້ກ່ຽວໄດ້ເດີນທາງ ໄປເຖິງຈຸດໝາຍປາຍທາງ ລວມທັງອໍານວຍຄວາມສະດວກ ຕາມຄວາມ ເໝາະສົມ. ໃນກໍລະນີ ຜູ້ໂດຍສານຫາກບໍ່ໄປເຖິງຈຸດໝາຍປາຍທາງ ຍ້ອນຄວາມຜິດຂອງຮ້ານຂາຍ ປີ້ລົດໂດຍສານປະຈໍາທາງນັ້ນ ຮ້ານຂາຍປີ້ດັ່ງກ່າວ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍທີ່ເກີດຂຶ້ນ ແກ່ຜູ້ໂດຍສານ.  ຂ້າງເທິງ

ພາກທີ V
ສະມາຄົມຜູ້ຂົນສົ່ງທາງບົກ

ມາດຕາ 57 (ປັບປຸງ)  ສະມາຄົມຜູ້ຂົນສົ່ງທາງບົກ

ສະມາຄົມຜູ້ຂົນສົ່ງທາງບົກ ແມ່ນ ອົງການຈັດຕັ້ງສັງຄົມໜຶ່ງ ທີ່ຂຶ້ນກັບຂະແໜງການໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນບ່ອນເຕົ້າໂຮມ ບັນດາຜູ້ດໍາເນີນທຸລະກິດຂົນສົ່ງທາງບົກທີ່ໄດ້ຮັບ ການສ້າງຕັ້ງຂຶ້ນ ໂດຍສອດຄ່ອງກັບລະບຽບກົດໝາຍກ່ຽວກັບສະມາຄົມ.  ຂ້າງເທິງ

ມາດຕາ 58 (ໃໝ່)  ພາລະບົດບາດ ຂອງ ສະມາຄົມຜູ້ຂົນສົ່ງທາງບົກ

 ສະມາຄົມຜູ້ຂົນສົ່ງທາງບົກ ມີ ພາລະບົດບາດເຕົ້າໂຮມຄວາມສາມັກຄີ, ສະຕິປັນຍາ, ສຶກສາອົບຮົມສະມາຊິກຕົນໃຫ້ມີການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງສະມາຊິກຕົນ ແລະ ຊ່ວຍເຫຼືອສັງຄົມ, ເຄື່ອນໄຫວພາຍໃຕ້ລັດຖະທຳມະ ນູນ, ລະບຽບກົດໝາຍ ແລະ ຈັນຍາບັນຂອງຕົນ ເພື່ອສົ່ງເສີມ ແລະ ພັດທະນາທຸລະກິດ ກ່ຽວກັບການ ຂົນສົ່ງທາງບົກ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ, ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ແລະ ລຶບລ້າງຄວາມທຸກຍາກ.  ຂ້າງເທິງ

ມາດຕາ 59 (ໃໝ່)  ສິດ ແລະ ໜ້າທີ່ ຂອງ ສະມາຄົມຜູ້ຂົນສົ່ງທາງບົກ

 ສະມາຄົມຜູ້ຂົນສົ່ງທາງບົກ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງກົດລະບຽບພາຍໃນຂອງຕົນ, ໂຄສະນາ, ເຜີຍແຜ່ນະໂຍບາຍ, ລະບຽບກົດ ໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກ່ຽວກັບການຂົນສົ່ງທາງບົກ;
  2. ຊ່ວຍເຫຼືອ, ສ້າງ ແລະ ສົ່ງເສີມສະມາຊິກຂອງຕົນ ໃນການປະຕິບັດໜ້າທີ່ວຽກ ງານຂົນສົ່ງທາງບົກໃຫ້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນ;
  3. ຄຸ້ມຄອງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກຕົນ ແລະ ຜູ້ໃຊ້ບໍລິການຂົນສົ່ງ ບົນພື້ນຖານລະບຽບກົດໝາຍ;
  4. ເປັນຕົວແທນໃຫ້ແກ່ສະມາຊິກຂອງຕົນ ໃນການນໍາສະເໜີຄວາມຄິດເຫັນ ກ່ຽວກັບ ບັນຫາຕ່າງໆ ທີ່ພົວພັນກັບວຽກງານຂົນສົ່ງທາງບົກ ຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ; 
  5. ເປັນເຈົ້າການໃນການສຶກສາ, ຄົ້ນຄວ້າ, ສົ່ງເສີມ, ນຳໃຊ້ວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການພັດທະນາວຽກງານຂົນສົ່ງທາງບົກ;
  6. ແລກປ່ຽນບົດຮຽນ, ປະສົບການດ້ານຕ່າງໆ ກ່ຽວກັບການຂົນສົ່ງທາງບົກ ເພື່ອຍົກ ລະດັບຄວາມຮູ້, ຄວາມສາມາດຂອງສະມາຊິກຕົນ ໃຫ້ສູງຂຶ້ນເລື້ອຍໆ;
  7. ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ ພາຍໃນສະມາຊິກດ້ວຍກັນ ແລະ ພົວພັນຮ່ວມມື ກັບສະມາຄົມອື່ນ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ;
  8. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂະແໜງການ ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.  ຂ້າງເທິງ

ພາກທີ VI
ຂໍ້ຫ້າມ

ມາດຕາ 60 (ໃໝ່)  ຂໍ້ຫ້າມທົ່ວໄປ

                  ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:

  1. ດຳເນີນທຸລະກິດຂົນສົ່ງທາງບົກ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການທີ່ ກ່ຽວຂ້ອງ;
  2. ຂັດຂວາງ, ບໍ່ອຳນວຍຄວາມສະດວກ, ບໍ່ໃຫ້ການຮ່ວມມືໃນການກວດກາຂອງ ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ;
  3. ທຳລາຍ ຫຼື ສ້າງຄວາມເສັຍຫາຍແກ່ສິ່ງແວດລ້ອມ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ດ້ານການຂົນສົ່ງທາງບົກ ເຊັ່ນ ຂົວ, ທາງ, ລະບົບສັນຍານການຈະລາ ຈອນທາງບົກ ແລະ ອື່ນໆ;
  4. ນໍາໃຊ້ລົດສ່ວນຕົວທີ່ຍັງຕິດປ້າຍລັດ ໄປເຮັດການຂົນສົ່ງ;
  5. ແກ່ຍາວເວລາໃນການຂົນສົ່ງ ໂດຍບໍ່ມີເຫດຜົນ;
  6. ຂົນສົ່ງຢາເສບຕິດ ແລະ ສິ່ງອື່ນໆ ທີ່ຜິດກົດໝາຍ;
  7. ຕໍ່ເຕີມ ແລະ ດັດແປງລົດ ໂດຍບໍ່ໄດ້ຮັບອະນຸຍາດ;
  8. ບັນທຸກເຄື່ອງເທິງຫລັງຄາເກີນກຳນົດ;
  9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 61 (ໃໝ່)  ຂໍ້ຫ້າມສຳລັບຜູ້ຂັບຂີ່ລົດຂົນສົ່ງ

                 ຫ້າມ ຜູ້ຂັບຂີ່ລົດຂົນສົ່ງ ມີ ພຶດຕິກໍາ ດັ່ງນີ້:

  1. ຂັບຂີ່ໂດຍບໍ່ມີໃບຂັບຂີ່, ຂັບຂີ່ໂດຍບໍ່ຖືກກັບປະເພດໃບຂັບຂີ່ລົດ ຫຼື ນໍາໃຊ້ໃບ ຂັບຂີ່ໝົດອາຍຸ;
  2. ຂັບລົດ ໄວເກີນກຳນົດ, ປະໝາດ ແລະ ບໍ່ມີມາລະຍາດ;
  3. ເສບຢາເສບຕິດ, ມືນເມົາໃນເວລາຂັບຂີ່;
  4. ບັນທຸກເກີນນ້ຳຫນັກ ຫຼື ເກີນຂະໜາດ;
  5. ຈອດລົດ, ຄ່ຽນຖ່າຍສິນຄ້າ ຫຼື ເອົາຜູ້ໂດຍສານຂຶ້ນລົງ ຢູ່ບ່ອນຫ້າມຈອດ ຫຼື ຕາມລໍາພັງ;
  6. ປະທ່ອນໄມ້, ກ້ອນຫີນ ຫຼື ສິ່ງກີດຂວາງ ທີ່ໝູນຕີນລົດ ຕາມເສັ້ນທາງ;
  7. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 62 (ໃໝ່)  ຂໍ້ຫ້າມສຳລັບ ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ

                    ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ ມີ ພຶດຕິກໍາ ດັ່ງນີ້:

  1. ດຳເນີນທຸລະກິດ, ເປັນທີ່ປຶກສາ, ເປັນພະນັກງານວິຊາການ ໃຫ້ບໍລິສັດຂົນສົ່ງທາງ ບົກ ທີ່ພົວພັນໂດຍກົງກັບຄວາມຮັບຜິດຊອບຂອງຕົນ;
  2. ເປີດເຜີຍຂໍ້ມູນ ກ່ຽວກັບການປະມູນວຽກງານຂົນສົ່ງທາງບົກ;
  3. ທວງເອົາ, ຂໍເອົາ, ຮັບສິນບົນ, ລຳອຽງ, ກົດໜ່ວງ ຖ່ວງດຶງ, ສົມຮູ້ຮ່ວມຄິດ, ປອມ ແປງເອກະສານ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ແລະ ໝູ່ຄະນະ ກ່ຽວກັບການ ຂົນສົ່ງທາງບົກ;
  4. ເມີນເສີຍ ຕໍ່ຄວາມຮັບຜິດຊອບຂອງຕົນ, ຕໍ່ພຶດຕິກໍາທີ່ບໍ່ຖືກຕ້ອງ ຂອງຜູ້ດຳເນີນ ທຸລະກິດກ່ຽວກັບການຂົນສົ່ງທາງບົກ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 63 (ໃໝ່)  ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດຂົນສົ່ງທາງບົກ

 ຫ້າມ ຜູ້ດຳເນີນທຸລະກິດຂົນສົ່ງທາງບົກ ມີ ພຶດຕິກໍາ ດັ່ງນີ້:

  1. ໃຫ້ເຊົ່າ, ໂອນທະບຽນວິສາຫະກິດຂອງຕົນໃຫ້ແກ່ຜູ້ອື່ນ ຫຼື ນໍາໃຊ້ທະບຽນຂອງຜູ້ອື່ນ;
  2. ດຳເນີນທຸລະກິດບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນຸຍາດ, ທີ່ບໍ່ມີໃບອະນຸຍາດ, ທີ່ ມີໃບອະນຸຍາດໝົດອາຍຸ;
  3. ເອົາລົດເຊົ່າໃຫ້ຜູ້ບໍ່ມີໃບຂັບຂີ່ ຫຼື ມີໃບຂັບຂີ່ທີ່ບໍ່ຖືກຕ້ອງຕາມປະເພດລົດຂັບ;
  4. ນຳໃຊ້ລົດ ທີ່ບໍ່ມີໃບຢັ້ງຢືນກວດກາເຕັກນິກ, ບໍ່ມີໃບອະນຸຍາດແລ່ນລົດ, ມີໃບອະນຸ ຍາດແລ່ນລົດໝົດອາຍຸ;
  5. ນຳໃຊ້ຍານພາຫະນະຂົນສົ່ງ ທີ່ຂຶ້ນປ້າຍທະບຽນຂອງຕ່າງປະເທດ ເຄື່ອນໄຫວເຮັດ ການຂົນສົ່ງພາຍໃນປະເທດ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການໂຍທາທິການແລະຂົນສົ່ງ;
  6. ປະກອບເອກະສານເທັດ, ສົມຮູ້ຮ່ວມຄິດ ຫຼື ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກ ງານຂອງລັດ ເພື່ອໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດຂົນສົ່ງທາງບົກ;
  7. ບໍໃຫ້ການຮ່ວມມື, ປິດບັງ, ປອມແປງ, ບິດເບືອນຂໍ້ມູນກ່ຽວກັບບັນຊີການເງິນທຸ ລະກິດ ແລະ ບໍລິມາດຂົນສົ່ງຕໍ່ການກວດກາຂອງເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ;
  8. ຮັບເອົາຜູ້ຂັບລົດທີ່ບໍ່ມີໃບຂັບຂີ່, ບໍ່ມີມາລະຍາດ, ຕິດເຫຼົ້າ, ຕິດຢາເສບຕິດ ແລະ ສິ່ງມືນເມົາອື່ນ;  
  9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.  ຂ້າງເທິງ

ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 64 (ໃໝ່)  ຮູບການແກ້ໄຂຂໍ້ຂັດແຍ່ງ

 ການແກ້ໄຂຂໍ້ຂັດແຍ່ງ ອາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

  1. ການປະນີປະນອມ;
  2. ການແກ້ໄຂທາງດ້ານບໍລິຫານ;
  3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
  4. ການຕັດສິນຂອງສານ;
  5. ການແກ້ໄຂທີ່ມີລັກສະນະສາກົນ.  ຂ້າງເທິງ

ມາດຕາ 65 (ໃໝ່)  ການປະນີປະນອມ

ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງບົກນັ້ນ ຄູ່ກໍລະນີ ສາມາດປຶກສາຫາລື, ເຈລະຈາ ແລະ ປະນີປະນອມກັນ.  ຂ້າງເທິງ

ມາດຕາ 66 (ໃໝ່)  ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງບົກນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ຂະແໜງການໂຍທາທິການ ແລະ ຂົນສົ່ງ ທີ່ກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 67 (ໃໝ່)  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກນັ້ນ ຄູ່ກໍ ລະນີ ມີ ສິດ ສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 68 (ໃໝ່)  ການຕັດສິນຂອງສານ

ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນ ກ່ຽວກັບການຂົນສົ່ງທາງບົກນັ້ນ ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງ ສາ ມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 69 (ໃໝ່)  ການແກ້ໄຂທີ່ມີລັກສະນະສາກົນ

ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການດຳເນີນທຸລະກິດຂົນສົ່ງທາງ ບົກນັ້ນ ຄູ່ກໍລະນີ ສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນຕາມ ການຕົກລົງກັນ ຫຼື ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.  ຂ້າງເທິງ

ພາກທີ VIII
ຄະນະກຳມະການຂົນສົ່ງແຫ່ງຊາດ

ມາດຕາ 70 (ປັບປຸງ)  ການສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດ

ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການສົ່ງເສີມ ການຂົນສົ່ງທຸກປະເພດ ຂອງ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ, ເຊື່ອມໂຍງເຂົ້າກັບລະບົບການຂົນສົ່ງຂອງອາຊຽນ, ພາກພື້ນ ແລະ ສາກົນນັ້ນ ລັດ ສ້າງຕັ້ງຄະນະກຳມະການຂົນສົ່ງແຫ່ງຊາດ ຊຶ່ງເປັນການຈັດຕັ້ງ ທີ່ບໍ່ປະຈຳການ, ມີພາລະບົດບາດປະສານງານກັບພາຍໃນ ແລະ ຕ່າງປະເທດ ໃນການຄຸ້ມຄອງວຽກ ງານຂົນສົ່ງທຸກປະເພດ ໃຫ້ມີຄວາມກ້າວໜ້າຂະຫຍາຍຕົວ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ.  ຂ້າງເທິງ

ມາດຕາ 71 (ໃໝ່)  ໂຄງປະກອບຂອງຄະນະກໍາມະການຂົນສົ່ງແຫ່ງຊາດ

                  ຄະນະກໍາມະການຂົນສົ່ງແຫ່ງຊາດ ປະກອບດ້ວຍ:

  1. ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
  2. ລັດຖະມົນຕີຊ່ວຍວ່າການ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເປັນຮອງປະ ທານ;
  3. ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ເປັນກໍາມະການ;
  4. ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກໍາ ແລະ ປ່າໄມ້  ເປັນກໍາມະການ;
  5. ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ເປັນກໍາມະການ;
  6. ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ ເປັນກໍາມະການ;
  7. ຫົວໜ້າຫ້ອງການ ຫຼື ຫົວໜ້າກົມ ຂອງກະຊວງທີ່ກ່ຽວຂ້ອງ ເປັນກໍາມະການ;
  8. ຕົວແທນຂອງພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເປັນກໍາມະການ.

ຄະນະກໍາມະການຂົນສົ່ງແຫ່ງຊາດ ຖືກແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ແລະ ມີກອງເລຂາຕັ້ງຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການຂົນ ສົ່ງແຫ່ງຊາດ.  ຂ້າງເທິງ

ມາດຕາ 72 (ໃໝ່)  ສິດ ແລະ ໜ້າທີ່  ຂອງຄະນະກຳມະການຂົນສົ່ງແຫ່ງຊາດ

       ຄະນະກຳມະການຂົນສົ່ງແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສຶກສາ, ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ ກ່ຽວກັບ ວຽກງານຂົນສົ່ງ;
  2. ສ້າງແຜນການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ແລະ ປະສານງານກັບພາກ ສ່ວນອື່ນກ່ຽວກັບວຽກງານຂົນສົ່ງ;
  3. ຊຸກຍູ້, ສົ່ງເສີມ ການຂົນສົ່ງທຸກປະເພດໃຫ້ມີການຂະຫຍາຍຕົວ, ການນຳໃຊ້ວິ ທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ແນໃສ່ເຮັດໃຫ້ການຂົນສົ່ງພາຍໃນປະເທດ ແລະ ລະຫວ່າງປະເທດ ສະດວກ, ວ່ອງໄວ, ປອດໄພ, ມີປະສິດທິຜົນ ແລະ ບໍ່ມີຜົນກະທົບຕໍ່ສິ່ງ ແວດລ້ອມ;
  4. ຄົ້ນຄວ້າ ກໍານົດ ຕາໜ່າງເສັ້ນທາງຂົນສົ່ງ, ໂຄງສ້າງລາຄາຂົນສົ່ງທຸກຮູບແບບ ເພື່ອນໍາສະເໜີລັດຖະບານພິຈາລະນາ;
  5. ປະກອບຄໍາເຫັນ ຕໍ່ມາດຕະຖານເຕັກນິກຂອງຍານພາຫະນະຂົນສົ່ງ ຕາມການ ສະເໜີຂອງພາກສ່ວນຂົນສົ່ງທີ່ກ່ຽວຂ້ອງ;
  6. ຄົ້ນຄວ້າການນຳໃຊ້ເອກະສານຂົນສົ່ງ ໃຫ້ເປັນເອກະພາບ ແລະ ສາມາດເຊື່ອມ ໂຍງກັບລະບົບເອກະສານຂົນສົ່ງສາກົນ;
  7. ຄົ້ນຄວ້າວິທີການ, ປະສານສົມທົບ, ຕິດຕາມ ແລະ ແກ້ໄຂບັນຫາຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການຂົນສົ່ງ;
  8. ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກ ງານຂົນສົ່ງ ຕາມການມອບໝາຍ;
  9. ປະເມີນຜົນ, ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂົນສົ່ງ ຕໍ່ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະບານ ຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມລະບຽບກົດໝາຍ ຫຼື ການມອບໝາຍຂອງ ຂັ້ນເທິງ.  ຂ້າງເທິງ

ພາກທີ IX
ການຄຸ້ມຄອງ ແລະ ການກວດກາວຽກງານຂົນສົ່ງທາງບົກ

ໝວດທີ 1
ການຄຸ້ມຄອງວຽກງານຂົນສົ່ງທາງບົກ

ມາດຕາ 73 (ປັບປຸງ)  ອົງການຄຸ້ມຄອງວຽກງານຂົນສົ່ງທາງບົກ

ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຂົນສົ່ງທາງບົກ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດ ຊອບໂດຍກົງ ແລະ ປະສານສົມທົບກັບບັນດາກະຊວງ ຫຼື ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານຂົນສົ່ງທາງບົກ ປະກອບດ້ວຍ:

  1. ກະຊວງໂຍທາທິການ ແລະ ຂົນສົ່ງ;
  2. ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ;
  3. ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ເທດສະບານ;
  4. ອົງການປົກຄອງບ້ານ.  ຂ້າງເທິງ

ມາດຕາ 74 (ປັບປຸງ)  ສິດ ແລະ ໜ້າທີ່ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ

ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ  ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ ແລະ ລະບຽບກົດ ໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກ ເພື່ອສະເໜີລັດຖະບານ ພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ມະຕິຂອງລັດຖະບານ ກ່ຽວກັບ ວຽກງານຂົນສົ່ງທາງບົກ ມາເປັນແຜນງານ, ແຜນການ ແລະ ໂຄງການ;
  3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ ແລະ ລະ ບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກ;
  4. ຊີ້ນຳ, ຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ລະບຽບກົດໝາຍ, ແຜນການລົງທຶນ ແລະ ແຜນການພັດທະນາການຂົນສົ່ງ;
  5. ອຳນວຍຄວາມສະດວກ ໃຫ້ແກ່ຄະນະກໍາມະການຂົນສົ່ງແຫ່ງຊາດ ກ່ຽວກັບ ການເຄື່ອນໄຫວວຽກງານຂົນສົ່ງ ໂດຍສະເພາະ ຕອບສະໜອງງົບປະມານ, ຍານພາຫະນະ ແລະ ອຸປະກອນຮັບໃຊ້ທີ່ຈໍາເປັນ;
  6. ກໍານົດ, ຄຸ້ມຄອງສະຖານີລົດຂົນສົ່ງຂະໜາດໃຫຍ່, ສາຍທາງຂົນສົ່ງໂດຍສານ  ແລະ ຄຸ້ມຄອງ ວິສາຫະກິດຂົນສົ່ງ ລະຫວ່າງແຂວງ ແລະ ຂ້າມແດນ;
  7. ຄຸ້ມຄອງ ຍານພາຫະນະຂົນສົ່ງທາງບົກ ຂອງວິສາຫະກິດຂົນສົ່ງ ທັງພາຍໃນ  ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ຕາມເສັ້ນທາງ ໃນ ສປປ ລາວ;
  8. ຄົ້ນຄວ້າ ລາຄາຂົນສົ່ງ, ຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ກ່ຽວກັບການຂົນ ສົ່ງທາງບົກ ເພື່ອນໍາສະເໜີລັດຖະບານ ພິຈາລະນາໃນແຕ່ລະໄລຍະ;
  9. ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບວິຊາການກ່ຽວກັບການຂົນສົ່ງທາງບົກ;
  10. ຄົ້ນຄວ້າ ປະກອບຄໍາເຫັນກ່ຽວກັບການລົງທຶນ, ການຂະຫຍາຍ, ການໂຈະ ແລະ ການຍົກເລີກ ກິດຈະການ ກ່ຽວກັບການຂົນສົ່ງທາງບົກ;
  11. ຄົ້ນຄວ້າ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການຂົນສົ່ງທາງບົກ;
  12. ຄົ້ນຄວ້າ, ອອກໃບອະນຸຍາດແລ່ນລົດ ລະຫວ່າງແຂວງ, ລະຫວ່າງປະເທດ;
  13. ປັບປຸງການຈັດຕັ້ງທີ່ຂຶ້ນກັບຕົນ, ສ້າງ, ບຳລຸງ, ຍົກລະດັບຄວາມຮູ້, ຄວາມສາ ມາດໃຫ້ແກ່ພະນັກງານທາງດ້ານການຂົນສົ່ງທາງບົກ;
  14. ຄຸ້ມຄອງສະຖິຕິການຂົນສົ່ງທາງບົກ ໃນຂອບເຂດທົ່ວປະເທດ;
  15. ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງກັບວຽກງານຂົນສົ່ງທາງບົກ;
  16. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກ ງານຂົນສົ່ງທາງບົກ;
  17. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂົນສົ່ງທາງບົກ ໃຫ້ລັດຖະ ບານຢ່າງເປັນປົກກະຕິ;
  18. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.  ຂ້າງເທິງ

ມາດຕາ 75 (ປັບປຸງ)  ສິດ ແລະ ໜ້າທີ່ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ

ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່  ດັ່ງນີ້:

  1. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນພັດທະນາ ກ່ຽວກັບ ວຽກງານຂົນສົ່ງທາງບົກ; ຊີ້ນໍາການຈັດຕັ້ງປະຕິບັດບັນດາກົດໝາຍ, ດໍາລັດ, ມະຕິ, ຄໍາສັ່ງ, ກົດລະ ບຽບ ແລະ ມາດຕະຖານເຕັກນິກ ຂອງຍານພາຫະນະ, ໂຄງສ້າງລາຄາຫົວໜ່ວຍ ທີ່ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ວາງອອກ ພ້ອມທັງ ໂຄສະນາ, ເຜີຍແຜ່ ຢູ່ພາຍໃນແຂວງ, ນະຄອນຂອງ ຕົນ;
  2. ຄຸ້ມຄອງບັນຊີລົດຂົນສົ່ງ, ສະຖານີຕິດຊັ່ງນໍ້າໜັກ, ບັນດາກິດຈະການ ກ່ຽວກັບ ການຂົນສົ່ງທາງບົກ ທີ່ໄດ້ກໍານົດໄວ້ໃນມາດຕາ 20 ຂອງກົດໝາຍສະບັບນີ້ ແລະ ສະມາຄົມຜູ້ຂົນ ສົ່ງທາງບົກ ພາຍໃນແຂວງ, ນະຄອນ ຂອງຕົນ;
  3. ຄຸ້ມຄອງ, ຕິດຕາມ ມາດຕະຖານເຕັກນິກລົດຂົນສົ່ງ, ອອກປື້ມຕິດຕາມການ ແລ່ນລົດ, ໃບອະນຸຍາດແລ່ນລົດຂົນສົ່ງທາງບົກ ໃນຂອບເຂດແຂວງ, ນະຄອນຂອງຕົນ;
  4. ກໍານົດທີ່ຕັ້ງ, ຄຸ້ມຄອງສະຖານີລົດຂົນສົ່ງຂະໜາດກາງ, ສາຍທາງ, ຈໍານວນ ຖ້ຽວ, ຕາຕະລາງເວລາປ່ອຍລົດໂດຍສານປະຈໍາທາງ ແລະ ຄຸ້ມຄອງວິສາຫະກິດຂົນສົ່ງທີ່ຕັ້ງຢູ່ພາຍ ໃນ ແຂວງ, ນະຄອນຂອງຕົນ;
  5. ສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫຼ່ງທຶນພາຍໃນ ແລະ ຕ່າງປະ ເທດ ມາພັດທະນາວຽກງານຂົນສົ່ງ ພາຍໃນແຂວງ, ນະຄອນຂອງຕົນ;
  6. ຄຸ້ມຄອງ, ຕິດຕາມການດຳເນີນທຸລະກິດຂົນສົ່ງທາງບົກ ພ້ອມທັງປະກອບຄຳ ເຫັນ ກ່ຽວກັບການລົງທຶນ, ການຂະຫຍາຍ, ການໂຈະ ແລະ ການຍົກເລີກ ການດຳເນີນທຸລະກິດ ຂົນສົ່ງທາງບົກ ຢູ່ພາຍໃນແຂວງ, ນະຄອນຂອງຕົນ;
  7. ຄົ້ນຄວ້າ, ອອກໃບອະນຸຍາດແລ່ນລົດ ພາຍໃນແຂວງ, ນະຄອນ; 
  8. ສຳຫຼວດ, ເກັບກຳຂໍ້ມູນ, ສະຖິຕິ ກ່ຽວກັບວຽກງານຂົນສົ່ງທາງບົກ ໃນທ້ອງຖິ່ນ ຂອງຕົນ;
  9. ອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນກ່ຽວກັບການຂົນສົ່ງທາງບົກ ຕາມຄວາມຮັບຜິດຊອບຂອງຕົນ;
  10. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ ກ່ຽວກັບວຽກງານຂົນສົ່ງທາງບົກ ຕາມ ການມອບໝາຍຂອງຂັ້ນເທິງ;
  11. ສະຫຼຸບບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂົນສົ່ງທາງບົກ ພາຍໃນ ແຂວງ, ນະຄອນຂອງຕົນ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການມອບໝາຍຂອງຂັ້ນເທິງ.  ຂ້າງເທິງ

ມາດຕາ 76 (ປັບປຸງ)  ສິດ ແລະ ໜ້າທີ່ ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະ ບານ

ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ກົດໝາຍ, ມະຕິ, ຄໍາສັ່ງ, ມາດຕະຖານເຕັກນິກ ແລະ ລາຄາຫົວ ໜ່ວຍ ພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາວຽກງານຂົນສົ່ງໃນແຕ່ລະໄລຍະໃນຂອບເຂດເມືອງ, ເທດສະບານ ຂອງຕົນ;
  2. ຄຸ້ມຄອງ, ອອກໃບອະນຸຍາດແລ່ນລົດ ພາຍໃນເມືອງ, ເທດສະບານ ຂອງຕົນ;
  3. ຄຸ້ມຄອງ ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຜູ້ດໍາເນີນທຸລະກິດຂົນສົ່ງທາງບົກ ພາຍໃນເມືອງ, ເທດສະບານຂອງຕົນ;
  4. ຄຸ້ມຄອງສະຖານີລົດຂົນສົ່ງຂະໜາດນ້ອຍ;
  5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງການຂົນສົ່ງ ແລະ ແກ້ໄຂຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງບົກທີ່ເກີດຂຶ້ນ ຢູ່ພາຍໃນຂອບເຂດເມືອງ, ເທດສະບານ ຕາມຄວາມຮັບຜິດຊອບຂອງຕົນ;
  6. ສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫຼ່ງທຶນ ມາພັດທະນາວຽກງານຂົນ ສົ່ງພາຍໃນເມືອງ, ເທດສະບານຂອງຕົນ;
  7. ຊີ້ນໍາ, ຕິດຕາມ ອົງການປົກຄອງບ້ານ ກ່ຽວກັບວຽກງານຂົນສົ່ງທາງບົກ;
  8. ສໍາຫຼວດ, ເກັບກໍາຂໍ້ມູນ, ສະຖິຕິກ່ຽວກັບວຽກງານຂົນສົ່ງທາງບົກ ໃນຂອບເຂດ ເມືອງ, ເທດສະບານຂອງຕົນ;
  9. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂົນສົ່ງທາງບົກ ພາຍໃນ ເມືອງ, ເທດສະບານຂອງຕົນ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ, ຂະແໜງການອື່ນທີ່ກ່ຽວ ຂ້ອງ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການມອບໝາຍຂອງຂັ້ນເທິງ.  ຂ້າງເທິງ

ມາດຕາ 77 (ໃໝ່)  ສິດ ແລະ ໜ້າທີ່ ຂອງ ອົງການປົກຄອງບ້ານ

 ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກ ອົງການປົກຄອງບ້ານ ມີ ສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ເຜີຍແຜ່ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງທາງບົກ ແລະ ຄຳແນະນຳຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນ ກ່ຽວກັບ ວຽກງານຂົນສົ່ງທາງບົກໃນຂອບເຂດບ້ານຂອງຕົນ;
  2. ປຸກລະດົມປະຊາຊົນມີສ່ວນຮ່ວມອອກຄຳຄິດຄຳເຫັນ ແລະ ປະກອບສ່ວນເຂົ້າ ໃນວຽກງານຂົນສົ່ງທາງບົກ ໃນຂອບເຂດບ້ານຂອງຕົນ;
  3. ເກັບກຳຂໍ້ມູນ, ສະຖິຕິກ່ຽວກັບວຽກງານຂົນສົ່ງທາງບົກ ພາຍໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ;
  4. ສະຫຼຸບ ລາຍງານ ການເຄື່ອນໄຫວວຽກງານຂົນສົ່ງທາງບົກ ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ຕໍ່ຫ້ອງການໂຍທາທິການ ແລະ ຂົນສົ່ງ, ອົງການປົກຄອງ ເມືອງ, ເທດສະ ບານ ຢ່າງເປັນປົກກະຕິ.  ຂ້າງເທິງ

ໝວດທີ 2
ການກວດກາວຽກງານຂົນສົ່ງທາງບົກ

ມາດຕາ 78 (ໃໝ່)  ອົງການກວດກາວຽກງານຂົນສົ່ງທາງບົກ

       ອົງການກວດກາວຽກງານຂົນສົ່ງທາງບົກ ມີ ສອງ ປະເພດ ດັ່ງນີ້:

  1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານ ຂົນສົ່ງທາງບົກ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 73 ຂອງກົດໝາຍສະບັບນີ້.
  2. ອົງການກວດກາພາຍນອກ:

-  ສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດ ກາຂອງສະພາແຫ່ງຊາດ;
-  ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;
-  ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການ ກວດສອບແຫ່ງລັດ;
-  ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສື່ມວນຊົນ.

ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານຂົນສົ່ງທາງບົກ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະສິດ ທິຜົນ.  ຂ້າງເທິງ

ມາດຕາ 79 (ໃໝ່)  ສິດ ແລະ ໜ້າທີ່ ຂອງອົງການກວດກາວຽກງານຂົນສົ່ງທາງບົກ

ອົງການກວດກາວຽກງານຂົນສົ່ງທາງບົກ ມີ ສິດ ແລະ ໜ້າທີ່ ປະຕິບັດຕາມເນື້ອໃນ ແລະ ຮູບການທີ່ໄດ້ກຳນົດໄວ້ ໃນມາດຕາ 80 ແລະ 81 ຂອງກົດໝາຍສະບັບນີ້ ຂ້າງເທິງ

ມາດຕາ 80 (ໃໝ່)  ເນື້ອໃນການກວດກາວຽກງານຂົນສົ່ງທາງບົກ

   ການກວດກາວຽກງານຂົນສົ່ງທາງບົກ ມີ ເນື້ອໃນ ຕົ້ນຕໍ ດັ່ງນີ້:

  1. ກວດກາການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ, ແຜນການລົງທຶນ, ການພັດທະນາ ແລະ ການບູລະນະຮັກສາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍ ຄວາມສະດວກ ກ່ຽວກັບວຽກງານຂົນສົ່ງທາງບົກ;
  2. ກວດກາການເຄື່ອນໄຫວ ຂອງຜູ້ດໍາເນີນການຂົນສົ່ງທາງບົກ ແລະ ສະມາຄົມຜູ້ຂົນ ສົ່ງທາງບົກ;
  3. ກວດກາການນໍາໃຊ້ມາດຕະຖານເຕັກນິກ ຂອງຍານພາຫະນະ, ອຸປະກອນທຸກປະ ເພດທີ່ຮັບໃຊ້ໃຫ້ແກ່ການຂົນສົ່ງທາງບົກ;
  4. ກວດກາຜົນກະທົບຕໍ່ສິ່ງແວດລ້ອມ ເນື່ອງຈາກການເຄື່ອນໄຫວວຽກງານຂົນສົ່ງທາງ ບົກ.  ຂ້າງເທິງ

ມາດຕາ 81 (ໃໝ່)  ຮູບການການກວດກາວຽກງານຂົນສົ່ງທາງບົກ

             ການກວດກາວຽກງານຂົນສົ່ງທາງບົກ ມີ ສາມ ຮູບການ ດັ່ງນີ້:

  1. ການກວດກາຢ່າງເປັນປົກກະຕິ ຊຶ່ງແມ່ນການກວດກາ ທີ່ດຳເນີນໄປຕາມແຜນ ການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ;
  3. ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາໂດຍຮີບດ່ວນ, ບໍ່ໄດ້ແຈ້ງໃຫ້ ຜູ້ຖືກກວດກາຊາບລ່ວງໜ້າ.
  4. ໃນການດຳເນີນການກວດກາການຂົນສົ່ງທາງບົກນັ້ນ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະ ບຽບກົດໝາຍຢ່າງເຂັ້ມງວດ.  ຂ້າງເທິງ

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 82 (ໃໝ່)  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການປະຕິບັດລະບຽບກົດໝາຍ ກ່ຽວ ກັບວຽກງານຂົນສົ່ງທາງບົກ ເປັນຕົ້ນ ດຳເນີນການຂົນສົ່ງທາງບົກ ຢ່າງມີຄຸນນະພາບ, ຮັບປະກັນຄວາມປອດໄພ, ຄວາມສະດວກ, ຄວາມໂປ່ງໃສ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາສິ່ງແວດລ້ອມໄດ້ດີ, ປະຕິບັດລາຄາຂົນສົ່ງ ຕາມລະບຽບການຢ່າງເຂັ້ມງວດ ຈະໄດ້ຮັບ ການຍ້ອງຍໍ ແລະ ການປະຕິບັດນະໂຍບາຍອື່ນ ຕາມລະບຽບການ.  ຂ້າງເທິງ

ມາດຕາ 83 (ໃໝ່)  ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານ ຂົນສົ່ງທາງບົກ ເປັນຕົ້ນ ຂໍ້ຫ້າມ ຈະຖືກ ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ທາງແພ່ງ ຫຼື ລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.  ຂ້າງເທິງ

ມາດຕາ 84 (ໃໝ່)  ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນ ສົ່ງທາງບົກ ເປັນຕົ້ນ ຂໍ້ຫ້າມ ທີ່ມີຄວາມເສັຍຫາຍເລັກໜ້ອຍ ແລະ ບໍ່ເປັນການກະທຳຜິດທາງອາຍາ ຈະຖືກສຶກສາອົບຮົມ, ກ່າວເຕືອນ.  ຂ້າງເທິງ

ມາດຕາ 85 (ໃໝ່) ມາດຕະການທາງວິໄນ

ເຈົ້າໜ້າທີ່ ຫຼື ພະນັກງານຄຸ້ມຄອງວຽກງານຂົນສົ່ງທາງບົກ ທີ່ໄດ້ລະເມີດລະບຽບກົດ ໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກ ເປັນຕົ້ນ ຂໍ້ຫ້າມທີ່ບໍ່ເປັນການກະທຳຜິດທາງອາຍາ, ກໍ່ຄວາມ ເສັຍຫາຍບໍ່ຫຼວງຫຼາຍ ແລະ ບໍ່ຈິງໃຈລາຍງານການກະທຳຜິດ, ຫຼົບຫຼີກຈາກຄວາມຜິດຂອງຕົນ ຈະຖືກ ປະຕິບັດຕາມລະບຽບການ ເຊັ່ນ ກ່າວເຕືອນຄວາມຜິດ, ໂຈະການເລື່ອນຊັ້ນ ຫຼື ຖືກໄລ່ອອກຈາກ ລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.  ຂ້າງເທິງ

ມາດຕາ 86 (ໃໝ່)  ມາດຕະການປັບໃໝ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານ ຂົນສົ່ງທາງບົກ ຊຶ່ງໄດ້ກໍ່ຄວາມເສັຍຫາຍ ແຕ່ບໍ່ມີອົງປະກອບຂອງການກະທຳຜິດທາງອາຍາ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

  1. ດຳເນີນທຸລະກິດ ກ່ຽວກັບການຂົນສົ່ງທາງບົກ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກ ຕ້ອງຕາມປະເພດ ທີ່ໄດ້ຮັບອະນຸຍາດ ຫຼື ທີ່ມີໃບອະນຸຍາດໝົດອາຍຸ;
  2. ໃຫ້ເຊົ່າ ຫຼື ໂອນທະບຽນວິສາຫະກິດຂອງຕົນໃຫ້ຜູ້ອື່ນ;
  3. ບັນຈຸ ຫຼື ບັນທຸກສິນຄ້າ ບໍ່ຖືກຕ້ອງຕາມລະບຽບການ;
  4. ຄ່ຽນຖ່າຍສິນຄ້າ ບໍ່ຖືກ ສະຖານທີ່ ຫຼື ເວລາ ທີ່ກຳນົດ;
  5. ນໍາໃຊ້ຍານພາຫະນະ ທີ່ບໍ່ມີໃບທະບຽນຖືກຕ້ອງ ຫຼື ບໍ່ໄດ້ມາດຕະຖານເຕັກນິກ;
  6. ນຳໃຊ້ໃບອະນຸຍາດຂອງຜູ້ອື່ນ ຫຼື ເອົາໃບອະນຸຍາດຂອງຕົນໃຫ້ຜູ້ອື່ນນຳໃຊ້ ເພື່ອ ດໍາເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກ.
  7. ອັດຕາການປັບໃໝ ໄດ້ກຳນົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 87 (ໃໝ່)  ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານ ຂົນສົ່ງທາງບົກ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຊັບສິນຂອງຜູ້ອື່ນ ຕ້ອງໃຊ້ແທນຄ່າເສັຍຫາຍທີ່ຕົນໄດ້ກໍ່ ຂຶ້ນ.  ຂ້າງເທິງ

ມາດຕາ 88 (ໃໝ່)  ມາດຕະການທາງອາຍາ

ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກ ຊຶ່ງເປັນການກະ ທຳຜິດທາງອາຍາ ຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ.  ຂ້າງເທິງ

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 89  ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.  ຂ້າງເທິງ

ມາດຕາ 90  ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ຫົກສິບ ວັນ ນັບແຕ່ວັນປະທານປະເທດ ແຫ່ງ    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ ສະບັບເລກທີ 03-97/ສພຊ ລົງວັນທີ 12 ເມສາ 1997.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.  ຂ້າງເທິງ

ປະທານສະພາແຫ່ງຊາດ

[ ລາຍເຊັນ ແລະ ປະທັບກາ]
ປານີ ຢາທໍ່ຕູ້

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.