ປະທານປະເທດແຫ່ງສປປ ລາວ ໄດ້ອອກລັດຖະດຳລັດເລກທີ 081/ປປທ, ລົງວັນທີ 3 ກຸມພາ 2014 ກ່ຽວກັບການປະກາດໃຊ້ມາດຕາ 19 (ປັບປຸງ) ປ່ຽນແທນມາດຕາ 19 (ເກົ່າ) ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006, ທີ່ລະບຸໃຫ້ມີການເກັບອາກອນມູນຄ່າເພີ່ມ​ 10% ໃນການນຳເຂົ້າສິນຄ້າ, ເຄື່ອງຂອງ ແລະ ບໍລິການ ເພື່ອໃຊ້ໃນການຜະລິດ ແລະ ຊົມໃຊ້ພາຍໃນ, ແລະ ໃຫ້ຍົກເລີກການເກັບອາກອນມູນຄ່າເພີ່ມ ສຳລັບສິນຄ້າ, ເຄື່ອງຂອງ ແລະ ບໍລິການທີ່ສົ່ງອອກຕ່າງປະເທດ. ພ້ອມນັ້ນ, ກໍ່ຍົກເວັ້ນການເກັບອາກອນມູນຄ່າເພີ່ມໃນການນຳເຂົ້າວັດຖຸອຸປະກອນ, ເຄື່ອງຈັກ ແລະ ພາຫະນະການຜະລິດຈາກຕ່າງປະເທດທີ່ບໍ່ສາມາດຜະລິດໄດ້ພາຍໃນປະເທດ ຫລື ຜະລິດໄດ້ແຕ່ບໍ່ພຽງພໍ ເພື່ອນຳໃຊ້ເຂົ້າໃນການຜະລິດ ແລະ ການລົງທຶນ ທີ່ເປັນຊັບສົມບັດຄົງທີ່.

ການປະກາດ ດັ່ງກ່າວແມ່ນອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ໝາວດທີ VI, ມາດຕາ 67 ຂໍ້ 1,  ອີງຕາມມະຕິຕົກລົງຂອງສະມາຊິກສະພາແຫ່ງຊາດສະບັບເລກທີ 013/ສພຊ, ລົງວັນທີ 13 ທັນວາ 2013 ແລະ ອີງຕາມ ໜັງສື ສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 02/ຄປຈ ລົງວັນທີ 20 ມັງກອນ 2014.

ທ່ານສາມາດດາວໂຫລດເອກະສານລະອຽດໄດ້ທີ່ນີ້

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.