ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການປິ່ນປົວ
ມາດຕາ 3. ຄວາມໝາຍຂອງຄໍາສັບ
ມາດຕາ 4. ສິດ ແລະ ພັນທະຂອງພົນລະເມືອງໃນການປິ່ນປົວ
ມາດຕາ 5. ນະໂຍບາຍຂອງລັດກ່ຽວກັບການປິ່ນປົວ
ມາດຕາ 6. ຫລັກການປິ່ນປົວ
ມາດຕາ 7. ການພົວພັນສາກົນ

ໝວດທີ II - ການປະກອບວິຊາຊີບປິ່ນປົວ

ມາດຕາ 8. ເງື່ອນໄຂຂອງຜູ້ປະກອບວິຊາຊີບປິ່ນປົວ
ມາດຕາ 9. ຄວາມຮັບຜິດຊອບຂອງຜູ້ປະກອບວິຊາຊີບປິ່ນປົວ
ມາດຕາ 10. ການພົວພັນລະຫວ່າງຜູ້ປະກອບວິຊາຊີບປິ່ນປົວດ້ວຍກັນ
ມາດຕາ 11. ສະຖານທີ່ບໍລິການປິ່ນປົວ
ມາດຕາ 12. ລະບົບບໍລິການປິ່ນປົວ
ມາດຕາ 13. ລະບົບບໍລິການປິ່ນປົວຂອງລັດ
ມາດຕາ 14. ການບໍລິການປິ່ນປົວຂັ້ນຕົ້ນ
ມາດຕາ 15. ການບໍລິການປິ່ນປົວຂັ້ນກາງ
ມາດຕາ 16. ການບໍລິການປິ່ນປົວຂັ້ນສູງ
ມາດຕາ 17. ການບໍລິການປິ່ນປົວຂັ້ນສູງສຸດ
ມາດຕາ 18. ການເຊື່ອມຕໍ່ລະບົບການປິ່ນປົວຂອງລັດ
ມາດຕາ 19. ລະບົບການບໍລິການປິ່ນປົວຂອງເອກະຊົນ
ມາດຕາ 20. ຫ້ອງກວດພະຍາດ
ມາດຕາ 21. ເຄື່ອງມື ແລະ ອຸປະກອນການແພດ

ໝວດທີ III - ສິດ, ໜ້າທີ່ ແລະ ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວ

ມາດຕາ 22. ສິດ ແລະ ໜ້າທີ່ຂອງຜູ້ປະກອບວິຊາຊີບປິ່ນປົວ
ມາດຕາ 23. ການກວດພະຍາດ
ມາດຕາ 24. ການບົ່ງມະຕິພະຍາດ
ມາດຕາ 25. ການອອກໃບສັ່ງປິ່ນປົວ
ມາດຕາ 26. ການວາງຢາ
ມາດຕາ 27. ການຈ່າຍຢາ
ມາດຕາ 28. ການແນະນໍາ, ຟັງຄວາມເຫັນ ແລະ ຄວາມຕັດສິນໃຈຂອງຄົນເຈັບ
ມາດຕາ 29. ການພະຍາບານ
ມາດຕາ 30. ການເວນຍາມ
ມາດຕາ 31. ການໃຫ້ຂໍ້ມູນຂ່າວສານ
ມາດຕາ 32. ການຮັກສາຄວາມລັບຂອງຄົນເຈັບ
ມາດຕາ 33. ການອອກໃບຢັ້ງຢືນການແພດ
ມາດຕາ 34. ການຝຶກອົບຮົມ
ມາດຕາ 35. ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວ

ໝວດທີ IV - ຂໍ້ຫ້າມ

ມາດຕາ 36. ປະເພດຂໍ້ຫ້າມ
ມາດຕາ 37. ຫ້າມເອົາການຄ້າເປັນເປົ້າໝາຍຕົ້ນຕໍຂອງການປິ່ນປົວ
ມາດຕາ 38. ຫ້າມອອກໃບຢັ້ງຢືນການແພດແບບສົມຮູ້ຮວ່ມຄິດ
ມາດຕາ 39. ຫ້າມເຮັດການຄ້າຜະລິດຕະພັນ, ອະໄວຍະວະຈາກຮ່າງກາຍຂອງມະນຸດ
ມາດຕາ 40. ສະຖານທີ່ປິ່ນປົວທີ່ຕ້ອງຫ້າມ
ມາດຕາ 41. ຫ້າມດໍາເນີນການປິ່ນປົວທີ່ບໍ່ໄດ້ຮັບອະນຸຍາດ
ມາດຕາ 42. ຫ້າມດໍາເນີນການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ

ຫມວດທີ V - ການເງິນດ້ານການປິ່ນປົວ

ມາດຕາ 43. ການເງິນດ້ານການປິ່ນປົວ
ມາດຕາ 44. ແຫລ່ງການເງິນດ້ານການປິ່ນປົວ
ມາດຕາ 45. ກອງທຶນປະກັນສຸຂະພາບ
ມາດຕາ 46. ກອງທຶນປະກັນສຸຂະພາບຊຸມຊົນ
ມາດຕາ 47. ກອງທຶນປະກັນສຸຂະພາບລັດຖະກອນ
ມາດຕາ 48. ກອງທຶນປະກັນສຸຂະພາບວິສາຫະກິດ
ມດາຕາ 49. ກອງທຶນປະກັນສຸຂະພາບເອກະຊົນ
ມາດຕາ 50. ກອງທຶນສົງເຄາະຂອງລັດ
ມາດຕາ 51. ການເສຍຄ່າປິ່ນປົວດ້ວຍຕົນເອງ
ມາດຕາ 52. ການເກັບຄ່າທໍານຽມ, ຄ່າບໍລິການ ແລະ ຄ່າປິ່ນປົວ
ມາດຕາ 53. ການຄຸ້ມຄອງ ແລະ ການນໍາໃຊ້ຄ່າທໍານຽມ, ຄ່າບໍລິການ ແລະ ຄ່າປິ່ນປົວ

ໝວດທີ VI - ການຄູ້ມຄອງວຽກງານປິ່ນປົວ

ມາດຕາ 54. ອົງການຄຸ້ມຄອງ
ມາດຕາ 55. ສິດ ແລະ ໜ້າທີ່ຂອງກະຊວງສາທາລະນະສຸກ
ມາດຕາ 56. ສິດ ແລະ ໜ້າທີ່ຂອງພະແນກສາທາລະນະສຸກ
ມາດຕາ 57. ສິດ ແລະ ໜ້າທີ່ຂອງຫ້ອງການສາທາລະນະສຸກ
ມາດຕາ 58. ພາລະບົດບາດຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ

ໝວດ VII - ການກວດກາວຽກງານປິ່ນປົວ

ມາດຕາ 59. ອົງການກວດກາ
ມາດຕາ 60. ສິດ ແລະ ໜ້າທີ່ຂອງອົງການກວດກາ
ມາດຕາ 61. ການກວດສອບດ້ວຍວິທະຍາສາດການແພດ

ໝວດທີ VIII - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 62. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 63. ມາດຕະການຕໍ່ຜູ້ລະເມີດ

ໝວດທີ IX - ບົດບັນຍັດສຸດທ້າຍ

ມາດຕາ 64. ການຈັດຕັ້ງປະຕິບັດ
ມາດຕາ 65. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ                ເລກທີ 09/ສພຊ
ນະຄອນຫລວງວຽງຈັນ, ວັນທີ 09 ພະຈິກ 2005

ກົດໝາຍ
ວ່າດ້ວຍການປິ່ນປົວ

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ກົດໝາຍວ່າດ້ວຍການປິ່ນປົວກໍານົດຫລັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານປິ່ນປົວ ເພື່ອຮັບປະກັນໃຫ້ທຸກຄົນໃນຄອບຄົວ ແລະ ຊຸມຊົນໄດ້ຮັບການບໍລິການປິ່ນປົວຢ່າງສະເໝີພາບ, ທົ່ວເຖິງ, ຍຸຕິທໍາ ແລະ ມີຄຸນນະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ປະກອບວິຊາຊີບປິ່ນປົວ ແນໃສ່ພັດທະນາການບໍລິການປິ່ນປົວໃຫ້ນັບມື້ນັບ ທັນສະໄໝເຮັດໃຫ້ພົນລະເມືອງທຸກຄົນມີສຸຂະພາບແຂງແຮງດີ, ສາມາດປະກອບສ່ວນຢ່າງມີປະສິດທິພາບ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຂ້າງເທິງ

ມາດຕາ 2. ການປິ່ນປົວ
   ການປິ່ນປົວແມ່ນການບໍລິການຄົນເຈັບດ້ວຍສະຕິຮັບຜິດຊອບ ເພື່ອກວດ, ຊອກຄົ້ນຫາພະຍາດ, ບົ່ງມະຕິ ພະຍາດ, ວາງຢາ, ປະຕິບັດເຕັກນິກການແພດ, ເຮັດໃຫ້ຄົນເຈັບໄດ້ພັກຜ່ອນ, ຟື້ນຟູສຸຂະພາບ, ຫາຍຈາກພະຍາດ ແລະ ມີສຸຂະພາບແຂງແຮງດີ ລວມທັງການສົ່ງເສີມສຸຂະພາບ, ການກັນພະຍາດຂອງພົນລະເມືອງ. ຂ້າງເທິງ

ມາດຕາ 3. ຄວາມໝາຍຂອງຄໍາສັບ
   ຄໍາສັບຕ່າງໆໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:

  1. ສຸຂະພາບດີ ໝາຍເຖິງສະພາບທີ່ສົມບູນທາງດ້ານຮ່າງກາຍ, ຈິດໃຈ, ມັນສະໝອງ ແລະ ສັງຄົມ ຫາກບໍ່ແມ່ນພຽງແຕ່ສະພາບບໍ່ເປັນພະຍາດ ຫລື ບໍ່ພິການເທົ່ານັ້ນ, ການມີສຸຂະພາບດີແມ່ນກ້ອນທຶນ ອັນປະເສີດ, ເປັນສິດພື້ນຖານທີ່ຊອບທໍາ ແລະ ເປັນພັນທະຂອງພົນລະເມືອງທຸກຄົນ, ທຸກຄອບຄົວ, ຂອງທົ່ວສັງຄົມ ແລະ ເປັນເງື່ອນໄຂພື້ນຖານອັນໜຶ່ງໃນການສຶກສາຮ່ໍາຮຽນ, ອອກແຮງງານຜະລິດ ແລະ ດໍາລົງຊີວິດຢ່າງມີຄວາມສຸກ;
  2. ຜູ້ປະກອບວິຊາຊີບປິ່ນປົວ ໝາຍເຖິງ ຜູ້ທີ່ປິ່ນປົວດ້ວຍວິຊາການແພດ ຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້. ຜູ້ທີ່ປະກອບວິຊາຊີບ ປິ່ນປົວດ້ວຍການແພດ ທັນສະໄໝມີ: ທ່ານໝໍ, ແພດຊ່ວຍ, ທັນຕະແພດ, ທັນຕະແພດຊ່ວຍ, ພະຍາບານ, ຜະດຸງຄັນ, ນັກກາຍະພາບບໍາບັດ, ນັກເຕັກນິກວິເຄາະ ແລະ ລັງສີ, ນັກແທກສາຍຕາ, ນັກຝຶກແອບສຽງ, ນັກຈິດຕະວິທະຍາ, ນັກໂພຊະນາການ. ຜູ້ທີ່ປະກອບ ວິຊາຊີບປິ່ນປົວ ດ້ວຍການແພດພື້ນເມືອງມີ: ໝໍຢາພື້ນເມືອງ, ໝໍນວດແຜນບູຮານ, ໝໍປັກເຂັມ. ສໍາລັບຜູ້ທີ່ ປະກອບວິຊາຊີບປິ່ນປົວ ດ້ວຍການແພດພື້ນເມືອງ ຈະມີລະບຽບຕ່າງຫາກ;
  3. ໂຮງໝໍ ໝາຍເຖິງ ສະຖານທີ່ບໍລິການ ປິ່ນປົວແກ່ຄົນເຈັບ ຂອງລັດ ຫລື ຂອງເອກະຊົນ ທີ່ໄດ້ຮັບອະນຸຍາດ ຈາກກະຊວງ ສາທາລະນະສຸກ ຊຶ່ງມີການປະກອບ ອຸປະກອນການແພດ,ຕຽງນອນ ແລະ ຜູ້ປະກອບວິຊາຊີບ ປິ່ນປົວຕາມລະບຽບການ;
  4. ຫ້ອງກວດພະຍາດ ໝາຍເຖິງ ສະຖານທີ່ ບໍລິການປິ່ນປົວ ແກ່ຄົນເຈັບ ຂອງລັດ ຫລື ຂອງເອກະຊົນ ທີ່ໄດ້ຮັບອະນຸຍາດຈາກ ກະຊວງສາທາລະນະສຸກ ຊຶ່ງປະກອບມີ  ອຸປະກອນການແພດພື້ນຖານ, ຜູ້ປະກອບວິຊາຊີບປິ່ນປົວ ແຕ່ບໍ່ມີຕຽງ ສໍາລັບຄົນເຈັບ ນອນພັກປິ່ນປົວແຮມຄືນ;
  5. ການສົ່ງເສີມສຸຂະພາບ ໝາຍເຖິງ ການເພີ້ມຄວາມຮູ້, ຄວາມສາມາດ, ສະຕິຕື່ນຕົວ ຂອງຄົນເຮົາ ໃນການຄວບຄຸມ, ດູແລ ແລະ ພັດທະນາສຸຂະພາບ ຕົນເອງ, ຄອບຄົວ, ລວມໝູ່ ແລະ ສັງຄົມໃຫ້ດີຂຶ້ນ ດ້ວຍການ ຫັນປ່ຽນ ການປະພຶດຂອງຕົນ, ສ້າງເງື່ອນໄຂ ອໍານວຍຄວາມສະດວກ ແລະ ວາງຫລັກການ ໃນການປະຕິບັດ ມາດຕະການຕ່າງໆ ເພື່ອປັບປຸງແບບແຜນ ດໍາລົງຊີວິດໃຫ້ດີຂຶ້ນ ໂດຍເອົາວຽກງານ ສຸຂະສຶກສາເປັນໃຈກາງ;
  6. ສະພາຄຸ້ມຄອງ ວິຊາຊີບປິ່ນປົວ ໝາຍເຖິງ ອົງການທີ່ເປັນຕົວແທນ ໃຫ້ແກ່ຜູ້ປະກອບ ວິຊາຊີບປິ່ນປົວ, ໂດຍແມ່ນ ກະຊວງສາທາລະນະສຸກ ເປັນຜູ້ແຕ່ງຕັ້ງ ຊຶ່ງມີພາລະບົດບາດ ຄຸ້ມຄອງ, ກວດກາ ແລະ ກວດສອບ ວຽກງານປິ່ນປົວ;
  7. ກອງທືນປະກັນສຸຂະພາບ ແມ່ນການຈັດຕັ້ງ ລະບົບການເງິນ ດ້ານການປິ່ນປົວ ຊຶ່ງໄດ້ທຶນ ມາຈາກແຫລ່ງຕ່າງໆ ເຊັ່ນ: ງົບປະມານຂອງລັດ, ການປະກອບສ່ວນ ຂອງສະມາຊິກ, ບຸກຄົນ ຫລື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນໍາໃຊ້ ເຂົ້າໃນການ ຈ່າຍຄ່າບໍລິການ ປິ່ນປົວ;
  8. ການປິ່ນປົວເສຍຄ່າ ໝາຍເຖິງ ການປິ່ນປົວທີ່ຄົນເຈັບ ຕ້ອງໄດ້ຈ່າຍຄ່າປິ່ນປົວ ດ້ວຍຕົນເອງຫລື ຜ່ານກອງທຶນທີ່ຕົນ ເປັນສະມາຊິກ;
  9. ການປິ່ນປົວບໍ່ເສຍຄ່າ ໝາຍເຖິງ ການປິ່ນປົວຄົນເຈັບ ທີ່ມີລາຍໄດ້ຕ່ໍາ ຫລື ທຸກຍາກ ຊຶ່ງບໍ່ສາມາດ ຈ່າຍຄ່າປິ່ນປົວ ດ້ວຍຕົນເອງໄດ້ ໂດຍມີການຢັ້ງຢືນ ຕາມລະບຽບ ຂອງການຈັດຕັ້ງ ທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 4 . ສິດ ແລະ ພັນທະຂອງພົນລະເມືອງໃນການປິ່ນປົວ
   ພົນລະເມືອງທຸກຄົນ ໂດຍບໍ່ຈໍາແນກເພດໄວ, ເຜົ່າຊົນ, ເຊື້ອຊາດ, ສາດສະໜາ, ຖານະທາງດ້ານ ເສດຖະກິດ-ສັງຄົມ ລ້ວນແຕ່ ມີສິດສະເໝີພາບ ໄດ້ຮັບການປິ່ນປົວ ໃນເວລາເຈັບເປັນ; ຕໍານິສົ່ງຂ່າວ ຫລື ຮ້ອງທຸກ ຖ້າຕົນເຫັນວ່າ ການປິ່ນປົວນັ້ນ ຫາກບໍ່ຖືກຕ້ອງ ຕາມຫລັກວິຊາການ ແລະບໍ່ຍຸຕິທໍາ; ເລືອກ ຫລື ປ່ຽນ ສະຖານທີ່ ບໍລິການປິ່ນປົວ. ໃນກໍລະນີ ທີ່ມີການ ປ່ຽນສະຖານທີ່ປິ່ນປົວນັ້ນ ຜູ້ປະກອບວິຊາຊີ ບປິ່ນປົວ ຕ້ອງແຈ້ງຄວາມສ່ຽງ ກ່ຽວກັບສະພາບການເຈັບເປັນ ລວມທັງມອບບົດບັນທຶກ ການປິ່ນປົວໃຫ້ຄົນເຈັບ ຫລື ຄອບຄົວຂອງຜູ້ກ່ຽວ;
   ພົນລະເມືອງທຸກຄົນ ຕ້ອງເຄົາລົບກົດລະບຽບຂອງສະຖານທີ່ປິ່ນປົວ ແລະ ປະຕິບັດຕາມການແນະນໍາ ຂອງຜູ້ປະກອບວິຊາຊີບປິ່ນປົວຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 5. ນະໂຍບາຍຂອງລັດກ່ຽວກັບການປິ່ນປົວ 
   ລັດເອົາໃຈໃສ່ປັບປຸງຄຸນນະພາບຂອງການປິ່ນປົວ ແນໃສ່ເຮັດໃຫ້ສຸຂະພາບຂອງພົນລະເມືອງທຸກຄົນແຂງແຮງດີ ໂດຍສະເພາະແມ່ ແລະ ເດັກ, ປະຊາຊົນຜູ້ທຸກຍາກ ແລະ ຜູ້ຢູ່ຫ່າງໄກສອກຫລີກ;
   ລັດປະຕິບັດນະໂຍບາຍປິ່ນປົວໂດຍເສຍຄ່າ ຫລື ບໍ່ເສຍຄ່າຕາມລະບຽບການ.
   ລັດຊຸກຍູ້ ແລະສົ່ງເສີມ ໃຫ້ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະຕ່າງປະເທດ ລົງທຶນໃສ່ ການບໍລິການປິ່ນປົວໃຫ້ທົ່ວເຖິງ ໂດຍການນໍາໃຊ້ເຄື່ອງມື ແລະ ອຸປະກອນ ການແພດ ທີ່ທັນສະໄໝ;
   ລັດສົ່ງເສີມ ການບໍລິການປິ່ນປົວ ໂດຍມີການສົມທົບ ລະຫວ່າງ ການແພດທັນສະໄໝ ແລະການແພດພື້ນເມືອງ. ຂ້າງເທິງ

ມາດຕາ 6. ຫລັກການປິ່ນປົວ
   ການປິ່ນປົວຕ້ອງດໍາເນີນຕາມຫລັກການດັ່ງນີ້:

  1. ເຄົາລົບສິດໃນການມີຊີວິດຂອງມະນຸດ;
  2. ໃຫ້ການປິ່ນປົວຢ່າງສະເໝີພາບ, ຍຸດຕິທໍາ ແລະມີຄຸນນະພາບ, ຕາມຄວາມເປັນຈິງຂອງພະຍາດ;
  3. ມີມະນຸດສະທໍາເປັນຕົ້ນ ຈັນຍາແພດ ແລະ ສະຕິຮັບຜິດຊອບສູງໃນການປິ່ນປົວ;
  4. ມີໃບຍິນຍອມຂອງຄົນເຈັບ ຫລື ຍາດພີ່ນ້ອງໃນກໍລະນີຈໍາເປັນ. ຂ້າງເທິງ

ມາດຕາ 7. ການພົວພັນສາກົນ
  ລັດສົ່ງເສີມການພົວພັນ, ຮ່ວມມື , ຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດ ແລະ ສາກົນ ກ່ຽວກັບການປິ່ນປົວເປັນຕົ້ນ : ການຄົ້ນຄວ້າວິທະຍາສາດ, ແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້,ຄວາມກ້າວໜ້າທາງດ້ານເຕັກໂນໂລຊີການແພດ, ການກໍ່ສ້າງບໍາລຸງພະນັກງານ. ຂ້າງເທິງ

ໝວດທີ II
ການປະກອບວິຊາຊີບປິ່ນປົວ

ມາດຕາ 8. ເງື່ອນໄຂຂອງຜູ້ປະກອບວິຊາຊີບປິ່ນປົວ
   ຜູ້ປະກອບວິຊາຊີບປິ່ນປົວຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:

  • ຮຽນຈົບວິຊາການແພດຊັ້ນກາງຂຶ້ນໄປ, ມີໃບປະກາດສະນິຍະບັດ ອອກໃຫ້ໂດຍສະຖາບັນການສຶກສາການແພດຢູ່ ສ.ປ.ປ.ລາວ ຫລື ຕ່າງປະເທດ ທີ່ຮັບຮູ້ໂດຍກະຊວງສຶກສາທິການ ແລະ ກະຊວງສາທາລະນະສຸກ ຂອງ ສ.ປ.ປ.ລາວ;
  • ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ໂດຍຜ່ານການຄົ້ນຄວ້າ ແລະ ສະເໜີຈາກສະພາຄຸ້ມຄອງວິຊາຊີບປິ່ນປົວ;
  • ມີຄຸນສົມບັດດີ, ມີປະສົບປະການ ແລະບົດຮຽນ ດ້ານວິຊາຊີບປິ່ນປົວຢູ່ໂຮງໝໍລັດ ຫລືເອກະຊົນມາແລ້ວ, ສໍາລັບທ່ານໝໍ, ທັນຕະແພດ ຢ່າງໜ້ອຍ 5 ປີ; ສໍາລັບແພດຊ່ວຍ, ທັນຕະແພດຊ່ວຍ, ພະຍາບານ, ຜະດຸງຄັນ, ນັກກາຍະພາບບໍາບັດ, ນັກເຕັກນິກ ການແພດອື່ນໆ ຢ່າງໜ້ອຍ 3 ປີ;
  • ມີສຸຂະພາບດີທາງດ້ານຮ່າງກາຍ, ຈິດໃຈ ແລະ ບໍ່ມີພະຍາດຕິດແປດ ໂດຍມີການຢັ້ງຢືນ ຈາກອົງການທີ່ກ່ຽວຂ້ອງ;
  • ບໍ່ເຄີຍຖືກວິໄນ, ຕ້ອງໂທດ ດ້ານວິຊາຊີບປິ່ນປົວ ຫລື ຄະດີອາຍາມາກ່ອນ;
  • ມີສັນຊາດລາວ ແລະ ອາໃສຢູ່ ສ.ປ.ປ.ລາວ ຍົກເວັ້ນກໍລະນີທີ່ກໍານົດໄວ້ໃນຂໍ້ຕົກລົງຕ່າງຫາກ. ຂ້າງເທິງ

ມາດຕາ 9. ຄວາມຮັບຜິດຊອບຂອງຜູ້ປະກອບວິຊາຊີບປິ່ນປົວ
   ຜູ້ປະກອບວິຊາຊີບປິ່ນປົວມີຄວາມຮັບຜິດຊອບດັ່ງນີ້:

  •  ອອກຄໍາສັ່ງ, ແນະນໍາວິທີການ ແລະ ດໍາເນີນກິດຈະກໍາການປິ່ນປົວທີ່ຈໍາເປັນ ຢ່າງມີຄຸນນະພາບ ແລະ ປອດໄພ;
  • ຊັ່ງຊາເຖິງຜົນໄດ້, ຜົນເສຍ, ຜົນສະທ້ອນ ຂອງການກວດ ແລະ ການປິ່ນປົວທີ່ສາມາດເຮັດໄດ້, ຖ້າເຫັນວ່າສະພາບຂອງຄົນເຈັບ ບໍ່ຖືກກັບວິຊາສະເພາະ ຫລື ຄວາມຊໍານານຂອງຕົນແລ້ວ ຕ້ອງແນະນໍາຢ່າງຮີບດ່ວນໃຫ້ຄົນເຈັບ ຫລື ຍາດຕິພີ່ນ້ອງຂອງຜູ້ກ່ຽວໄປຫາສະຖານທີ່ປິ່ນປົວອື່ນທີ່ເໝາະສົມກວ່າ;
  • ທຸກວິທີການປິ່ນປົວເປັນຕົ້ນການຜ່າຕັດ, ການເຈາະ, ການຂູດ, ການຖູ ຊຶ່ງເຮັດໃຫ້ເກີດມີບາດແຜ ຕ້ອງມີຂໍ້ມູນອ້າງອີງຊັດເຈນດ້ານການແພດ ແລະ ຕ້ອງແຈ້ງໃຫ້ຄົນເຈັບ ຫລື ບຸກຄົນທີ່ກ່ຽວຂ້ອງຮັບຮູ້ ແລະ ເຫັນດີເສຍກ່ອນ ເວັ້ນເສຍແຕ່ກໍລະນີສຸກເສີນ ຫລື ຄົນເຈັບເສຍສະຕິທີ່ບໍ່ມີຍາດຕິ ພີ່ນ້ອງ. ຂ້າງເທິງ

ມາດຕາ 10. ການພົວພັນລະຫວ່າງຜູ້ປະກອບວິຊາຊີບປິ່ນປົວດ້ວຍກັນ
   ຜູ້ປະກອບວິຊາຊີບປິ່ນປົວຕ້ອງນັບຖື, ໃຫ້ກຽດຊຶ່ງກັນ ແລະ ກັນ, ບໍ່ວິພາກວິຈານ, ບໍ່ໃສ່ຮ້າຍປ້າຍສີ ການປິ່ນປົວຂອງຜູ້ອື່ນ, ບໍ່ຍາດແຍ່ງຄົນເຈັບຂອງຜູ້ອື່ນມາເປັນຂອງຕົນ, ສົ່ງເສີມ ແລະ ສະໜັບສະໜູນການບໍລິການປິ່ນປົວ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 11. ສະຖານທີ່ບໍລິການປິ່ນປົວ
   ສະຖານທີ່ບໍລິການປິ່ນປົວປະກອບດ້ວຍ:

  • ສະຖານທີ່ບໍລິການປິ່ນປົວຂອງລັດມີ: ໂຮງໝໍສູນກາງ, ສູນປິ່ນປົວສະເພາະ, ໂຮງໝໍພາກ, ໂຮງໝໍແຂວງ, ນະຄອນ, ໂຮງໝໍເມືອງ, ເທດສະບານ, ສຸກສາລາ, ຖົງຢາປະຈໍາບ້ານ, ໂຮງໝໍການແພດພື້ນເມືອງ ແລະ ຫ້ອງກວດພະຍາດພື້ນເມືອງ;
  • ສະຖານທີ່ບໍລິການປິ່ນປົວຂອງເອກະຊົນມີ: ໂຮງໝໍ, ຫ້ອງກວດພະຍາດ ແລະ ໂຮງໝໍການແພດພື້ນເມືອງ ແລະ ຫ້ອງກວດພະຍາດພື້ນເມືອງ. ຂ້າງເທິງ

ມາດຕາ 12. ລະບົບບໍລິການປິ່ນປົວ
   ລະບົບບໍລິການປິ່ນປົວ ຢູ່ ສປປ ລາວ ມີ:

  1. ລະບົບບໍລິການປິ່ນປົວຂອງລັດ;
  2. ລະບົບບໍລິການປິ່ນປົວຂອງເອກະຊົນ. ຂ້າງເທິງ

ມາດຕາ 13. ລະບົບບໍລິການປິ່ນປົວຂອງລັດ
   ລະບົບບໍລິການປິ່ນປົວຂອງລັດມີສີ່ຂັ້ນ:

  1. ການບໍລິການປິ່ນປົວຂັ້ນຕົ້ນ;
  2. ການບໍລິການປິ່ນປົວຂັ້ນກາງ;
  3. ການບໍລິການປີ່ນປົວຂັ້ນສູງ;
  4. ການບໍລິການປິ່ນປົວຂັ້ນສູງສຸດ. ຂ້າງເທິງ

ມາດຕາ 14. ການບໍລິການປິ່ນປົວຂັ້ນຕົ້ນ
   ການບໍລິການປິ່ນປົວຂັ້ນຕົ້ນ ແມ່ນການຈັດຕັ້ງປະຕິບັດການປິ່ນປົວຢູ່ຖົງຢາປະຈໍາບ້ານ ແລສຸກສາລາ.
   ຖົງຢາປະຈໍາບ້ານ ແມ່ນສະຖານທີ່ປິ່ນປົວພະຍາດປະຈໍາບ້ານ ບ່ອນທີ່ບໍ່ມີສຸກສາລາ ຊຶ່ງປະກອບມີ ຢາພື້ນຖານອັນຈໍາເປັນ ເພື່ອໃຫ້ມີການບໍລິການປິ່ນປົວ ພົນລະເມືອງປະຈໍາບ້ານ. ຖົງຢາປະຈໍາບ້ານປະກອບດ້ວຍ ແພດຊ່ວຍປະຈໍາບ້ານ ຫລື ອາສາສະມັກສາທາລະນະສຸກບ້ານ, ໝໍຕໍາແຍແລະມີເຄື່ອງມືການແພດຂັ້ນພື້ນຖານ. ຖົງຢາປະຈໍາບ້ານກວດ ແລະ ປິ່ນປົວພະຍາດບໍ່ຮ້າຍແຮງ ທີ່ມັກເກີດຂຶ້ນຕາມ ລະດູການເປັນຕົ້ນ ພະຍາດ ຖອກທ້ອງ, ເປັນໄຂ້, ເປັນຫວັດ, ລວມທັງ ບາດແຜນ້ອຍ, ຊ່ວຍອອກລູກຢູ່ເຮືອນ ແລະ ຈ່າຍຢາ.ສຸກສາລາ ແມ່ນສະຖານທີ່ປິ່ນປົວຂອງລັດປະຈໍາບ້ານ ໂດຍມີຫ້ອງກວດພະຍາດ, ມີຕຽງນອນ ປິ່ນປົວແຮມຄືນ.
   ສຸກສາລາປະກອບດ້ວຍ ທ່ານໝໍ, ແພດຊ່ວຍ, ພະຍາບານ, ຜະດຸງຄັນ,ມີເຄື່ອງມື ແລະ ອຸປະກອນການແພດ, ມີການນໍາໃຊ້ ວິທະຍາການເຕັກໂນໂລຊີທີ່ຈໍາເປັນພື້ນຖານ. ສຸກສາລາມີຄວາມສາມາດກວດ ແລະ ປິ່ນປົວໃນລະດັບສູງກວ່າຖົງຢາປະຈໍາບ້ານເຊັ່ນ: ຖອກທ້ອງແກ່ຍາວ, ເປັນຫວັດຊໍາເຮື້ອ, ຫຍິບບາດແຜ, ສັກຢາກັນພະຍາດ, ຊ່ວຍໃນການອອກລູກ. ຂ້າງເທິງ

ມາດຕາ 15. ການບໍລິການປິ່ນປົວຂັ້ນກາງ
   ການບໍລິການປິ່ນປົວຂັ້ນກາງ ແມ່ນການຈັດຕັ້ງປະຕິບັດການປິ່ນປົວຢູ່ໂຮງໝໍເມືອງ, ເທດສະບານ.
   ໂຮງໝໍເມືອງ, ເທດສະບານ ປະກອບດ້ວຍທ່ານໝໍ, ແພດຊ່ວຍ, ທັນຕະແພດ, ທັນຕະແພດຊ່ວຍ, ພະຍາບານ, ຜະດຸງຄັນ, ນັກເຕັກນິກການແພດຕ່າງໆ, ມີເຄື່ອງມື ແລະ ອຸປະກອນການແພດແລະ ນໍາໃຊ້ວິທະຍາການ, ເຕັກໂນໂລຊີ ທີ່ຈໍາເປັນ, ຮັບຜິດຊອບກວດ ແລະປິ່ນປົວພະຍາດໃນສີ່ວິຊາຫລັກຄື : ພາຍໃນ, ພາຍນອກ, ອອກລູກ-ພະຍາດຍິງ ແລະ ເດັກນ້ອຍ. ຂ້າງເທິງ

ມາດຕາ 16. ການບໍລິການປິ່ນປົວຂັ້ນສູງ
   ການບໍລິການປິ່ນປົວຂັ້ນສູງ ແມ່ນການຈັດຕັ້ງປະຕິບັດການປິ່ນປົວຢູ່ໂຮງໝໍແຂວງ, ໂຮງໝໍພາກ.ໂຮງໝໍແຂວງ, ໂຮງໝໍພາກ ປະກອບດ້ວຍ ທ່ານໝໍ, ທັນຕະແພດ, ພະຍາບານ, ຜະດຸງຄັນ,ນັກເຕັກນິກການແພດຕ່າງໆ, ມີເຄື່ອງມື ແລະ ອຸປະກອນການແພດ, ນໍາໃຊ້ວິທະຍາການ ແລະ ເຕັກໂນໂລຊີ ທີ່ທັນສະໄໝ, ມີຄວາມສາມາດກວດ ແລະ ປິ່ນປົວໃນລະດັບສູງກວ່າໂຮງໝໍເມືອງ, ເທດສະບານ. ຂ້າງເທິງ

ມາດຕາ 17. ການບໍລິການປິ່ນປົວຂັ້ນສູງສຸດ
   ການບໍລິການປິ່ນປົວຂັ້ນສູງສຸດ ແມ່ນການຈັດຕັ້ງປະຕິບັດການປິ່ນປົວຢູ່ໂຮງໝໍສູນກາງ ແລະ ສູນປິ່ນປົວສະເພາະ.
   ການບໍລິການປິ່ນປົວຂັ້ນສູງສຸດ ປະກອບດ້ວຍທ່ານໝໍຂັ້ນຊ່ຽວຊານ, ທ່ານໝໍ, ທັນຕະແພດ,ພະຍາບານ, ຜະດຸງຄັນ, ນັກເຕັກນິກການແພດຕ່າງໆ, ມີເຄື່ອງມື ແລະ ອຸປະກອນການແພດ, ນໍາໃຊ້ວິທະຍາການ, ເຕັກໂນໂລຊີທີ່ທັນສະໄໝ, ມີຄວາມສາມາດກວດ ແລະ ປິ່ນປົວໃນລະດັບສູງກວ່າໂຮງໝໍແຂວງ, ໂຮງໝໍພາກ. ຂ້າງເທິງ

ມາດຕາ 18. ການເຊື່ອມຕໍ່ລະບົບການປິ່ນປົວຂອງລັດ
   ໃນການນໍາໃຊ້ການບໍລິການປິ່ນປົວຂອງລັດ ຄົນເຈັບມີສິດໄດ້ຮັບການປິ່ນປົວຢູ່ຂັ້ນຕົ້ນ ແລະຕໍ່ເນື່ອງໄປຫາຂັ້ນກາງ, ຂັ້ນສູງ ແລະ ຂັ້ນສູງສຸດ ຕາມອາການເບົາ ຫລື ໜັກຂອງພະຍາດ. ໃນກໍລະນີສຸກເສີນ, ພະຍາດຮ້າຍແຮງ ຄົນເຈັບສາມາດນໍາໃຊ້ການບໍລິການປິ່ນປົວຂັ້ນກາງ, ຂັ້ນສູງ ຫລືຂັ້ນສູງສຸດໂດຍກົງກໍໄດ້.
   ໃນການບໍລິການປິ່ນປົວຂອງລັດນັ້ນ ໂຮງໝໍຂັ້ນລຸ່ມມີສິດສະເໝີຕໍ່ໂຮງໝໍຂັ້ນເທິງ ກ່ຽວກັບການປິ່ນປົວ ແລະ ໂຮງໝໍຂັ້ນເທິງມີຄວາມຮັບຜິດຊອບລົງກວດກາ, ແນະນໍາ ແລະ ໃຫ້ການຊ່ວຍເຫລືອໂຮງໝໍຂັ້ນລຸ່ມ. ຂ້າງເທິງ

ມາດຕາ 19. ລະບົບການບໍລິການປິ່ນປົວຂອງເອກະຊົນ
   ລະບົບການບໍລິການປິ່ນປົວຂອງເອກະຊົນ ປະກອບດ້ວຍໂຮງໝໍ, ຫ້ອງກວດພະຍາດ, ຫ້ອງກາຍຍະພາບບໍາບັດ, ຫ້ອງຮົມຢາ, ນວດແຜນບູຮານ ແລະການແພດພື້ນເມືອງ.
   ໂຮງໝໍ, ຫ້ອງກວດພະຍາດ, ຫ້ອງກາຍຍະພາບບໍາບັດ, ຫ້ອງຮົມຢາ, ນວດແຜນບູຮານແລະ ການແພດພື້ນເມືອງ ຂອງເອກະຊົນ ຕ້ອງມີສະຖານທີ່, ບຸກຄະລາກອນ, ເຄື່ອງມື ແລະ ອຸປະກອນການແພດ, ນໍາໃຊ້ວິທະຍາການເຕັກໂນໂລຊີ ຕາມລະບຽບການທີ່ກະຊວງສາທາລະນະສຸກວາງອອກ. ຂ້າງເທິງ

ມາດຕາ 20. ຫ້ອງກວດພະຍາດ
   ຜູ້ປະກອບວິຊາຊີບປິ່ນປົວຜູ້ໜຶ່ງ ຕ້ອງມີຫ້ອງກວດພະຍາດບ່ອນດຽວ ໂດຍບໍ່ໃຫ້ຜູ້ອື່ນເຊົ່າຫລື ຢືມ; ໃນກໍລະນີທີ່ເຈົ້າຂອງຫ້ອງກວດພະຍາດດັ່ງກ່າວເສຍຊີວິດ ຫລື ຕິດຂັດ ບຸກຄົນອື່ນບໍ່ມີສິດນໍາໃຊ້ຫ້ອງ ກວດພະຍາດດັ່ງກ່າວ ຖ້າບໍ່ໄດ້ຮັບອະນຸຍາດຈາກກະຊວງ ສາທາລະນະສຸກ. ຂ້າງເທິງ

ມາດຕາ 21. ເຄື່ອງມື ແລະ ອຸປະກອນການແພດ
   ການປະກອບເຄື່ອງມື ແລະ ອຸປະກອນການແພດ ຕ້ອງໃຫ້ຖືກກັບ ມາດຕະຖານ ຂອງສະຖານທີ່ ບໍລິການປິ່ນປົວ ແຕ່ລະຂັ້ນ ນັບທັງຂອງລັດ ແລະ ເອກະຊົນ ທີ່ກະຊວງ ສາທາລະນະສຸກ ວາງອອກ.
   ເຄື່ອງມື ຫລື ອຸປະກອນການແພດທີ່ເປ່ເພ, ບໍ່ສາມາດສ້ອມແປງໄດ້ ຫລື ໝົດອາຍຸການ ຕ້ອງຍົກເລີກ ການນໍາໃຊ້ ຕາມລະບຽບການ ຂອງກະຊວງ ສາທາລະນະສຸກ. ຂ້າງເທິງ

ໝວດທີ III
ສິດ, ໜ້າທີ່, ແລະ ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວ

ມາດຕາ 22. ສິດ ແລະໜ້າທີ່ ຂອງຜູ້ປະກອບວິຊາຊີບປິ່ນປົວ
   ຜູ້ປະກອບວິຊາຊີບປິ່ນປົວ ມີສິດ ແລະ ໜ້າທີ່ດັ່ງນີ້:

  • ກວດພະຍາດ;
  • ບົ່ງມະຕິພະຍາດ;
  • ອອກໃບສັ່ງປິ່ນປົວ;
  • ວາງຢາ;
  • ຈ່າຍຢາ;
  • ແນະນໍາດ້ານການແພດ , ຟັງຄວາມເຫັນ ແລະຄວາມຕັດສິນໃຈຂອງຄົນເຈັບ;
  • ໃຫ້ການພະຍາບານ;
  • ເວນຍາມ;
  • ໃຫ້ຂໍ້ມູນຂ່າວສານແກ່ຄົນເຈັບ;
  • ຮັກສາຄວາມລັບຂອງຄົນເຈັບ;
  • ອອກໃບຢັ້ງຢືນການປິ່ນປົວ;
  • ຮັບການຝຶກອົບຮົມ ແລະ ປະເມີນຜົນ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 23. ການກວດພະຍາດ
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງກວດພະຍາດໃຫ້ຄົນເຈັບດ້ວຍຄວາມຮັບຜິດຊອບສູງ, ວ່ອງໄວທັນເວລາ ໂດຍນໍາໃຊ້ຄວາມຮູ້, ປະສົບການ, ສະຕິປັນຍາ, ເຄື່ອງມື ແລະ ອຸປະກອນການແພດ,ວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີທີ່ເໝາະສົມ ເພື່ອຊ່ວຍບົ່ງມະຕິພະຍາດ. ຂ້າງເທິງ

ມາດຕາ 24. ການບົ່ງມະຕິພະຍາດ
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງບົ່ງມະຕິພະຍາດໃຫ້້ຖືກຕ້ອງ, ຊັດເຈນ ແລະມີຄວາມຮັບຜິດຊອບສູງດ້ວຍການນໍາໃຊ້ຂໍ້ມູນ, ຫລັກຖານຈາກຜົນຂອງການກວດ, ການວິເຄາະປະເພດຕ່າງໆ ເພື່ອເປັນບ່ອນອີງ ໃຫ້ແກ່ການກໍານົດວິທີການປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຄົນເຈັບ. ຂ້າງເທິງ

ມາດຕາ 25. ການອອກໃບສັ່ງປິ່ນປົວ
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງອອກໃບສັ່ງປິ່ນປົວ ແນໃສ່ເຮັດໃຫ້ການປິ່ນປົວດໍາເນີນໄປຢ່າງຖືກຕ້ອງ, ຮັບປະກັນຄຸນນະພາບ ແລະ ຄວາມປອດໄພ. ຂ້າງເທິງ

ມາດຕາ 26. ການວາງຢາ
   ການວາງຢາແມ່ນການຂຽນໃບສັ່ງຢາ ຊຶ່ງກໍານົດຊື່ຄົນເຈັບ, ບ່ອນຢູ່, ຊື່ພະຍາດ, ຊື່, ຈໍານວນ,ຄວາມແຮງ, ວິທີນໍາໃຊ້ຢາ ເພື່ອໃຫ້ຄົນເຈັບໃຊ້ຢາຢ່າງຖືກຕ້ອງ. ໃບສັ່ງຢາຕ້ອງຂຽນໃຫ້ຈະແຈ້ງ, ບອກວັນ ເດືອນ ປີ, ຊື່ ແລະລາຍເຊັນຂອງທ່ານໝໍ ຫລື ທັນຕະແພດ. ຂ້າງເທິງ

ມາດຕາ 27. ການຈ່າຍຢາ 
   ການຈ່າຍຢາ ແມ່ນດໍາເນີນໂດຍເພສັດຊະກອນ, ພະຍາບານ ຫລື ຜະດຸງຄັນ ຊຶ່ງຕ້ອງປະຕິບັດຕາມໃບສັ່ງຢາຂອງທ່ານໝໍ ຫລື ທັນຕະແພດຢ່າງເຂັ້ມງວດ ພ້ອມທັງໃຫ້ຄໍາແນະນໍາການນໍາໃຊ້້ຢານັ້ນຢ່າງລະອຽດແກ່ຄົນເຈັບ. ຂ້າງເທິງ

ມາດຕາ 28. ການແນະນໍາ, ຟັງຄວາມເຫັນ ແລະຄວາມຕັດສິນໃຈຂອງຄົນເຈັບ
    ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງແນະນໍາໃຫ້ຄົນເຈັບຮູ້ສະພາບການເຈັບເປັນຂອງຕົນ ຫລັງຈາກການກວດ, ການບົ່ງມະຕິ ພ້ອມທັງແນະນໍາວິທີການປິ່ນປົວໃຫ້ຄົນເຈັບຮູ້ ແລະ ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ.
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງຟັງຄວາມເຫັນ ແລະ ຄວາມຕັດສິນໃຈຂອງຄົນເຈັບ. ຂ້າງເທິງ

ມາດຕາ 29. ການພະຍາບານ
   ການພະຍາບານ ແມ່ນການບົວລະບັດ, ປົວ ແລະຕິດຕາມ ສະພາບຄົນເຈັບ ຢ່າງໃກ້ຊິດ ໂດຍຜູ້ປະກອບ ວິຊາຊີບປິ່ນປົວ ເປັນຕົ້ນ : ພະຍາບານ, ຜະດຸງຄັນ, ນັກກາຍຍະພາບບໍາບັດ. ການພະຍາບານ ຕ້ອງປະຕິບັດ ຢ່າງຖືກຕ້ອງ ຕາມໃບສັ່ງປິ່ນປົວ ຂອງທ່ານໝໍ, ທັນຕະແພດ ຫລື ປະຕິບັດຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ຂ້າງເທິງ

ມາດຕາ 30. ການເວນຍາມ
   ການເວນຍາມ ຢູ່ສະຖານທີ່ ບໍລິການປິ່ນປົວ ແມ່ນເພື່ອຕິດຕາມ ສະພາບຂອງຄົນເຈັບ ແລະສາມາດປິ່ນປົວ ໄດ້ຢ່າງຕໍ່ເນື່ອງ ຊາວສີ່ ຊົ່ວໂມງຕໍ່ມື້ ຊຶ່ງດໍາເນີນໂດຍ ຜູ້ປະກອບວິຊາຊີບ ປິ່ນປົວທັງໝົດ ຕາມຜຽນຂອງຕົນ ດ້ວຍຄວາມຮັບຜິດຊອບສູງ.
   ສະພາຄຸ້ມຄອງວິຊາຊີບປິ່ນປົວ ຈະພິຈາລະນາຍົກເວັ້ນການເວນຍາມໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວ ທີ່ບໍ່ສາມາດເວນຍາມໄດ້ ເປັນຕົ້ນ ຜູ້ອາຍຸສູງ, ຜູ້ມີສຸຂະພາບອ່ອນເພຍ. ຂ້າງເທິງ

ມາດຕາ 31. ການໃຫ້ຂໍ້ມູນຂ່າວສານ
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງໃຫ້ຂໍ້ມູນຂ່າວສານແກ່ຄົນເຈັບ, ຄອບຄົວ ຫລື ຊຸມຊົນດັ່ງນີ້:

  • ຂໍ້ມູນຂ່າວສານກ່ຽວກັບການແພດທີ່ບໍ່ເປັນຄວາມລັບ ເພື່ອຕອບສະໜອງຄວາມຢາກຮູ້, ຄວາມສົນໃຈ ແລະ ການໃຫ້ກໍາລັງໃຈ;
  • ຊີ້ແຈງອະທິບາຍກ່ຽວກັບການກວດ, ການບົ່ງມະຕິ, ການປິ່ນປົວ, ການບົວລະບັດ,ການລ້ຽງດູ, ການຟື້ນຟູ, ການກັນພະຍາດ, ຄວາມສ່ຽງ, ຜົນຮ້າຍ, ລະດັບຄວາມຮ້າຍແຮງ, ຄວາມຫຍຸ້ງຍາກ, ຄວາມອາດສາມາດເປັນໄປໄດ້, ວິທີການອື່ນ ຫລື ທ່າອ່ຽງທີ່ຫລີກລ້ຽງບໍ່ໄດ້ກ່ຽວກັບການປິ່ນປົວ. ຂ້າງເທິງ

ມາດຕາ 32. ການຮັກສາຄວາມລັບຂອງຄົນເຈັບ
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງຮັກສາຄວາມລັບຢ່າງເຂັ້ມງວດກ່ຽວກັບພະຍາດ, ຕໍານິຈຸດພິເສດຂອງຄົນເຈັບທີ່ຍັງມີຊີວິດ ຫລື ເສຍຊີວິດແລ້ວ ເພື່ອຜົນປະໂຫຍດຂອງຄົນເຈັບເອງ ຍົກເວັ້ນບາງກໍລະນີທີ່ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 33. ການອອກໃບຢັ້ງຢືນການແພດ
   ໃບຢັ້ງຢືນການແພດປະກອບດ້ວຍ ໃບຢັ້ງຢືນສຸຂະພາບ, ໃບຢັ້ງຢືນການເກີດ, ໃບຢັ້ງຢືນການຕາຍ, ໃບຢັ້ງຢືນເສຍອົງຄະ ແລະ ໃບຢັ້ງຢືນອື່ນໆ ຊຶ່ງອອກໃຫ້ໂດຍ ຜູ້ປະກອບວິຊາຊີບປິ່ນປົວ ເພື່ອນໍາໃຊ້ ເປັນຫລັກຖານ ທາງດ້ານກົດໝາຍ.
   ໃບຢັ້ງຢືນການແພດ ຕ້ອງເຮັດໃຫ້ຖືກຕ້ອງ ຕາມຄວາມເປັນຈິງ, ຕາມຫລັກການ ວິທະຍາສາດການແພດ, ຕາມແບບພິມ ທີ່ໄດ້ກໍານົດໄວ້ ໃນລະບຽບການ ສະເພາະ. ຂ້າງເທິງ

ມາດຕາ 34. ການຝຶກອົບຮົມ
   ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງຍົກສູງຄວາມຮູ້ຄວາມສາມາດຂອງຕົນຢ່າງຕໍ່ເນື່ອງ, ເຂົ້າຮ່ວມການຝຶກອົບຮົມ ແລະ ການປະເມີນຜົນ ກ່ຽວກັບ ຄວາມສາມາດຕົວຈິງ ໃນການປະຕິບັດ ວິຊາຊີບຂອງຕົນ ເພື່ອຍົກສູງຄຸນນະພາບ ຂອງການກວດ, ບົ່ງມະຕິພະຍາດ ແລະ ປິ່ນປົວ ໃຫ້ໄປທັນກັບ ຄວາມກ້າວໜ້າ ທາງດ້ານວິທະຍາສາດການແພດ ຂອງຍຸກສະໄໝ, ເພື່ອຜົນປະໂຫຍດ ແລະ ຄວາມປອດໄພ ຂອງຄົນເຈັບ;
   ສະພາຄຸ້ມຄອງ ວິຊາຊີບປິ່ນປົວ ມີສິດ ແລະ ໜ້າທີ ກວດກາ, ສະຫລຸບຕີລາຄາ ປະເມີນຜົນ ການຈັດຕັ້ງປະຕິບັດ ການຝຶກອົບຮົມຢ່າງໜ້ອຍ ສອງປີ ຕໍ່ເທື່ອ ໂດຍການຊີ້ນໍາ ຂອງກະຊວງ ສາທາລະນະສຸກ. ຂ້າງເທິງ

ມາດຕາ 35. ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວ
   ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວຕໍ່ຄົນເຈັບ ແມ່ນມາດຕະຖານຄວບຄຸມການປະພຶດຂອງທ່ານໝໍ, ທັນຕະແພດ, ພະຍາບານ, ຜະດຸງຄັນ ແລະ ນັກເຕັກນິກ ການແພດ ໃນການປິ່ນປົວ ເພື່ອເຮັດໃຫ້ການປິ່ນປົວ ມີຄຸນນະພາບ ແລະ ປະສິດທິຜົນດີຂຶ້ນ.
   ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວມີເນື້ອໃນດັ່ງນີ້:

  • ເຄົາລົບສິດແຫ່ງການມີຊີວິດ ແລະ ກຽດສັກສີຂອງຄົນເຈັບ ຫລື ຍາດພີ່ນ້ອງຂອງຄົນເຈັບໂດຍບໍ່ມີການຈໍາແນກໃດໆ ລວມທັງບໍ່ໃຫ້ໝິ່ນປະມາດຊາກສົບ;
  • ປະຕິບັດຕາມມາດຕະຖານເຕັກນິກການປິ່ນປົວ ທີ່ຖືກຮັບຮູ້ໂດຍທົ່ວໄປທັງພາຍໃນ ແລະຕ່າງປະເທດ ເພື່ອຊ່ວຍຄົນເຈັບຟື້ນຟູສຸຂະພາບ;
  • ເກັບຄ່າບໍລິການປິ່ນປົວຕາມລະບຽບກົດໝາຍ ໂດຍບໍ່ຮຽກຮ້ອງຄຸນຄ່າເພີ້ມເຕີມໃດໆອີກ;
  • ຟັງຄວາມຄິດຄວາມເຫັນ,ຈຸດປະສົງ ແລະ ຄວາມຕັດສິນໃຈຂອງຄົນເຈັບ ບົນພື້ນຖານລະບຽບກົດໝາຍ ແລະ ວິຊາຊີບການແພດ;
  • ຊ່ວຍເຫລືອຄົນເຈັບທີ່ກໍາລັງຕົກຢູູ່ໃນອັນຕະລາຍໃນເບື້ອງຕົ້ນ ດ້ວຍຄວາມບໍລິສຸດໃຈ ໃນເມື່ອຕົນ ມີເງື່ອນໄຂຊ່ວຍໄດ້ ໂດຍບໍ່ປະຕິເສດ ຫລື ຫລົບຫລີກການຊ່ວຍເຫລືອດັ່ງກ່າວ;
  • ລະດົມຄົນເຈັບໃຫ້້ການຮ່ວມມືໃນການປິ່ນປົວ ທັງໃຫ້ກໍາລັງໃຈເພື່ອຜົນປະໂຫຍດຂອງຄົນເຈັບເອງເປັນຕົ້ນຕໍ, ແຕ່ຫາກບໍ່ແມ່ນເພື່ອຜົນປະໂຫຍດຂອງຜູ້ປະກອບວິຊາຊີບປິ່ນປົວ;
  • ມີຄວາມອົດທົນ, ໃຈດີ, ສຸພາບຮຽບຮ້ອຍ ແລະ ບໍ່ມີອະຄະຕິຕໍ່ພຶດຕິກໍາທີ່ບໍ່ເໝາະສົມຂອງຄົນເຈັບ ແລະ ຍາດພີ່ນ້ອງ. ຂ້າງເທິງ

ໝວດທີ IV
ຂໍ້ຫ້າມ

ມາດຕາ 36. ປະເພດຂໍ້ຫ້າມ
   ຫ້າມຜູ້ປະກອບວິຊາຊີບປິ່ນປົວມີການກະທໍາດັ່ງນີ້:

  • ເອົາການຄ້າເປັນເປົ້າໝາຍຕົ້ນຕໍຂອງການປິ່ນປົວ;
  • ອອກໃບຢັ້ງຢືນການແພດແບບສົມຮູ້ຮ່ວມຄິດ;
  • ເຮັດການຄ້າຜະລິດຕະພັນ ຫລື ອະໄວຍະວະໃດໜຶ່ງຈາກຮ່າງກາຍຂອງມະນຸດ;
  • ດໍາເນີນການປິ່ນປົວຢູ່ສະຖານທີ່ຕ້ອງຫ້າມ;
  • ດໍາເນີນການປິ່ນປົວທີ່ບໍ່ໄດ້ຮັບອະນຸຍາດ;
  • ດໍາເນີນການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ. ຂ້າງເທິງ

ມາດຕາ 37. ຫ້າມເອົາການຄ້າເປັນເປົ້າໝາຍຕົ້ນຕໍຂອງການປິ່ນປົວ
   ທຸກການປິ່ນປົວຄົນເຈັບບໍ່ໃຫ້ຖືຜົນກໍາໄລເປັນຕົ້ນຕໍຄືກັບການຄ້າ. ຫ້າມໂຄສະນາ ເກີນຄວາມເປັນຈິງ ດ້ວຍຮູບການຕ່າງໆ ເພື່ອໃຫ້ຄົນເຈັບ ມາປິ່ນປົວນໍາຕົນ. ການຕົບແຕ່ງສະຖານ ທີ່ປິ່ນປົວ ແລະການຈັດວາງ ປ້າຍໂຄສະນາ ກໍບໍ່ໃຫ້ມີລັກສະນະ ການຄ້າ. ຂ້າງເທິງ

ມາດຕາ 38. ຫ້າມອອກໃບຢັ້ງຢືນການແພດແບບສົມຮູ້ຮວ່ມຄິດ
   ຫ້າມຜູ້ປະກອບວິຊາຊີບປິ່ນປົວເຮັດບົດລາຍງານ, ອອກໃບຢັ້ງຢືນການແພດໂດຍມີການສົມຮູ້ຮ່ວມຄິດກັບຄົນເຈັບ ຫລື ບຸກຄົນອື່ນ ໂດຍບໍ່ຖືກຕ້ອງ ກັບຄວາມເປັນຈິງ ຊຶ່ງເປັນການລະເມີດ ຕໍ່ລະບຽບກົດໝາຍ. ຂ້າງເທິງ

ມາດຕາ 39. ຫ້າມເຮັດການຄ້າຜະລິດຕະພັນ, ອະໄວຍະວະ ຈາກຮ່າງກາຍຂອງມະນຸດ
   ຫ້າມຜູ້ປະກອບວິຊາຊີບປິ່ນປົວ ສົ່ງເສີມ ຫລື ເຮັດການຊື້-ຂາຍ ຜະລິດຕະພັນ ຫລື ອະໄວຍະໃດໜຶ່ງ ຂອງຮ່າງກາຍມະນຸດ ເຊັ່ນ: ເລືອດ, ອົງຄະ, ຈີວະ, ຈຸລັງ ຫລື ຜະລິດຕະພັນ ຈາກຮ່າງກາຍ ຂອງມະນຸດ ທີ່ຍັງມີຊີວິດຢູ່ ຫລື ເສຍຊີວິດແລ້ວ ຍົກເວັ້ນແຕ່ ກໍລະນີທີ່ ກົດໝາຍ ກໍານົດໄວ້ຢ່າງອື່ນ. ຂ້າງເທິງ

ມາດຕາ 40. ສະຖານທີ່ປິ່ນປົວທີ່ຕ້ອງຫ້າມ
   ສະຖານທີ່ປິ່ນປົວທີ່ຕ້ອງຫ້າມ ເພື່ອເປັນບ່ອນກວດພະຍາດ ແລະ ປິ່ນປົວຄົນເຈັບມີດັ່ງນີ້:

  • ສະຖານທີ່ຄ້າຂາຍເຊັ່ນ: ສູນການຄ້າ, ຕະຫລາດ;
  • ຮ້ານຂາຍຢາ, ຜະລິດຕະພັນ, ເຄື່ອງມື ແລະ ອຸປະກອນການແພດ;
  • ສະຖານທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 41. ຫ້າມດໍາເນີນການປິ່ນປົວທີ່ບໍ່ໄດ້ຮັບອະນຸຍາດ
   ຫ້າມດໍາເນີນການປິ່ນປົວໂດຍບໍ່ໄດ້ຮັບອະນຸຍາດ, ນໍາໃຊ້ວິທີການປິ່ນປົວທີ່ບໍ່ຖືກຮັບຮອງ ແລະ ບໍ່ສາມາດກວດສອບໄດ້ຈາກກະຊວງສາທາລະນະສຸກ. ຂ້າງເທິງ

ມາດຕາ 42. ຫ້າມດໍາເນີນການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ
   ຫ້າມດໍາເນີນ, ຊຸກຍູ້, ສົ່ງເສີມການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍເຊັ່ນ: ທໍາການຫລຸລູກໂດຍບໍ່ໄດ້ຮັບອະນຸຍາດ, ນໍາໃຊ້ເຕັກນິກປິ່ນປົວທີ່ເປັນອັນຕະລາຍ ຕໍ່ສຸຂະພາບຂອງຄົນ. ຂ້າງເທິງ

ໝວດທີ V
ການເງິນດ້ານການປິ່ນປົວ

ມາດຕາ 43. ການເງິນດ້ານການປິ່ນປົວ
    ການເງິນດ້ານການປິ່ນປົວແມ່ນການຄຸ້ມຄອງລາຍຮັບ, ລາຍຈ່າຍຢ່າງເປັນລະບົບຕາມລະບຽບກົດໝາຍ ແນໃສ່ເຮັດໃຫ້ພົນລະເມືອງທຸກຄົນ ມີເງື່ອນໄຂໄດ້ຮັບການປິ່ນປົວຢ່າງສະເໝີພາບ, ເປັນທໍາ ແລະ ມີສຸຂະພາບດີຂຶ້ນ. ຂ້າງເທິງ

ມາດຕາ 44. ແຫລ່ງການເງິນດ້ານການປິ່ນປົວ 
   ແຫລ່ງການເງິນດ້ານການປນປົວໄດ້ມາຈາກ:

  1. ງົບປະມານຂອງລັດ;
  2. ການເກັບໂດຍກົງຈາກຄົນເຈັບ;
  3. ກອງທຶນປະກັນສຸຂະພາບ;
  4. ການປະກອບສ່ວນຂອງສັງຄົມ;
  5. ການປະກອບສ່ວນຂອງຕ່າງປະເທດ ແລະສາກົນ. ຂ້າງເທິງ

ມາດຕາ 45. ກອງທຶນປະກັນສຸຂະພາບ
   ກອງທຶນປະກັນສຸຂະພາບ ແມ່ນອົງປະກອບໜຶ່ງຂອງການເງິນດ້ານການປິ່ນປົວ ຊຶ່ງມີຫລາຍປະເພດຄື: ກອງທຶນປະກັນສຸຂະພາບຊຸມຊົນ, ລັດຖະກອນ, ວິສາຫະກິດ, ເອກະຊົນ ແລະ ກອງທຶນ ສົງເຄາະຂອງລັດ ຊຶ່ງມີການຄຸ້ມຄອງໂດຍຄະນະຄຸ້ມຄອງກອງທຶນ ຫລື ສະພາບໍລິຫານກອງທຶນ. ຂ້າງເທິງ

ມາດຕາ 46. ກອງທຶນປະກັນສຸຂະພາບຊຸມຊົນ
   ກອງທຶນປະກັນສຸຂະພາບຊຸມຊົນ ແມ່ນໄດ້ມາຈາກການປະກອບສ່ວນຂອງປະຊາຊົນ ລວມທັງພະສົງ, ສໍາມະເນນ, ນັກບວດ, ນັກສຶກສາ.
   ເມື່ອສະມາຊິກກອງທຶນດັ່ງກ່າວ ມາຮັບບໍລິການ ກວດພະຍາດ ແລະ ປິ່ນປົວ ຢູ່ສະຖານທີ່ ບໍລິການປິ່ນປົວຕ່າງໆ ແມ່ນບໍ່ໄດ້ເສຍຄ່າດ້ວຍຕົນເອງ ແຕ່ແມ່ນກອງທຶນ ປະກັນສຸຂະພາບຊຸມຊົນ ທີ່ຕົນເປັນສະມາຊິກ ເປັນຜູ້ເສຍ ໃຫ້ຕາມລະບຽບ ທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 47. ກອງທຶນປະກັນສຸຂະພາບລັດຖະກອນ
   ກອງທຶນປະກັນສຸຂະພາບລັດຖະກອນ ແມ່ນການປະກອບສ່ວນ ຂອງພະນັກງານ, ລັດຖະກອນ ລວມທັງພະນັກງານບໍານານ, ນັກລົບເກົ່າ, ຜູ້ເສຍອົງຄະ ຫລື ເສຍກໍາລັງແຮງງານ ທີ່ສັງກັດຢູ່ໃນການຈັດຕັ້ງ ຂອງພັກ, ຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ການປະກອບສ່ວນ ຂອງລັດຖະບານ.
   ເມື່ອສະມາຊິກກອງທຶນນີ້ ລວມທັງຜູ້ເສຍອົງຄະພິເສດ, ເມຍ ຫລື ຜົວ ແລະ ລູກທີ່ມີອາຍຸບໍ່ເກີນສິບແປດປີ ຂອງສະມາຊິກຂອງກອງທຶນດັ່ງກ່າວມາຮັບການບໍລິການກວດພະຍາດ ແລະ ປິ່ນປົວ ຢູ່ສະຖານທີ່ບໍລິການ ປິ່ນປົວຕ່າງໆ ແມ່ນບໍ່ໄດ້ເສຍຄ່າ ດ້ວຍຕົນເອງ ແຕ່ແມ່ນກອງທຶນ ປະກັນສຸຂະພາບ ລັດຖະກອນເປັນຜູ້ເສຍໃຫ້ຕາມລະບຽບທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 48. ກອງທຶນປະກັນສຸຂະພາບວິສາຫະກິດ
   ກອງທຶນປະກັນສຸຂະພາບວິສາຫະກິດ ແມ່ນການປະກອບສ່ວນຂອງຜູ້ອອກແຮງງານ ທີ່ສັງກັດຢູ່ ຫົວໜ່ວຍທຸລະກິດ ແລະ ຜູ້ໃຊ້ແຮງງານ.
   ເມື່ອສະມາຊິກກອງທຶນດັ່ງກ່າວ ລວມທັງເມຍ ຫລື ຜົວ ແລະ ລູກ ທີ່ມີອາຍຸບໍ່ເກີນ ສິບແປດປີ ຂອງສະມາຊິກຂອງກອງທຶນນັ້ນ ມາຮັບການບໍລິການກວດພະຍາດ ແລະ ປິ່ນປົວຢູ່ສະຖານທີ່ບໍລິການປິ່ນປົວຕ່າງໆຈະບໍ່ໄດ້ເສຍຄ່າດ້ວຍຕົນເອງ ແຕ່ແມ່ນກອງທຶນປະກັນສຸຂະພາບວິສາຫະກິດເປັນຜູ້ເສຍໃຫ້ຕາມລະບຽບທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 49. ກອງທຶນປະກັນສຸຂະພາບເອກະຊົນ
   ກອງທຶນປະກັນສຸຂະພາບເອກະຊົນ ແມ່ນ ການປະກອບສ່ວນຂອງບຸກຄົນ ນອກຈາກ ທີ່ໄດ້ກ່າວຂ້າງເທິງ ນັ້ນເປັນຕົ້ນ ນັກທຸລະກິດ, ຊາວຄ້າຂາຍ ແລະ ບຸກຄົນ ທີ່ມີອາຊີບອິດສະລະ. ເມື່ອສະມາຊິກກອງທຶນນັ້ນ ມາຮັບການບໍລິການ ກວດພະຍາດ ແລະ ປິ່ນປົວຢູ່ສະຖານທີ່ ບໍລິການປິ່ນປົວຕ່າງໆ ຈະບໍ່ໄດ້ເສຍຄ່າດ້ວຍຕົນເອງ ແຕ່ແມ່ນກອງທຶນ ປະກັນສຸຂະພາ ບເອກະຊົນ ດັ່ງກ່າວ ເປັນຜູ້ເສຍໃຫ້ ຕາມລະບຽບ ທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 50. ກອງທຶນສົງເຄາະຂອງລັດ
   ກອງທຶນສົງເຄາະຂອງລັດແຕ່ລະຂັ້ນ ແມ່ນລັດສ້າງຕັ້ງຂຶ້ນເພື່ອຊ່ວຍເຫລືອຜູ້ທຸກຍາກ, ຜູ້ມີລາຍໄດ້ຕ່ໍາ ທີ່ບໍ່ສາມາດ ເຂົ້າເປັນສະມາຊິກ ຂອງກອງທຶນ ປະກັນສຸຂະພາບໃດໜຶ່ງໄດ້.
   ແຫລ່ງກອງທຶນ ສົງເຄາະຂອງລັດ ໄດ້ມາຈາກ ການປະກອບສ່ວນຂອງລັດ, ບຸກຄົນ, ຊຸມຊົນ, ອົງການຈັດຕັ້ງ ພາຍໃນ, ຕ່າງປະເທດ ແລະ ສາກົນ.
   ຜູ້ທຸກຍາກ, ຜູ້ມີລາຍໄດ້ຕ່ໍາ ທີ່ມີໜັງສືຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງນັ້ນເມື່ອກວດພະຍາດ ແລະ ປິ່ນປົວ ສຸຂະພາບຢູ່ສະຖານທີ່ ປິ່ນປົວຕ່າງໆ ຈະບໍ່ໄດ້ເສຍຄ່າດ້ວຍຕົນເອງ ແຕ່ແມ່ນ ກອງທຶນສົງເຄາະ ຂອງລັດ ເປັນຜູ້ເສຍໃຫ້ ຕາມລະບຽບ ທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 51. ການເສຍຄ່າປິ່ນປົວດ້ວຍຕົນເອງ
   ບຸກຄົນທີ່ບໍ່ໄດ້ເຂົ້າເປັນສະມາຊິກຂອງກອງທຶນໃດໜຶ່ງທີ່ກ່າວມາຂ້າງເທິງນັ້ນ ເມື່ອມາກວດພະຍາດ ແລະ ປິ່ນປົວສຸຂະພາບຢູ່ສະຖານທີ່ປິ່ນປົວຕ່າງໆແມ່ນຈະໄດ້ເສຍຄ່າປິ່ນປົວດ້ວຍຕົນເອງ. ຂ້າງເທິງ

ມາດຕາ 52. ການເກັບຄ່າທໍານຽມ, ຄ່າບໍລິການ ແລະ ຄ່າປິ່ນປົວ
   ຄ່າທໍານຽມ ແມ່ນຄ່າເກັບຈາກເອກະສານຕ່າງໆກ່ຽວກັບການປິ່ນປົວເຊັ່ນ: ປຶ້ມຕິດຕາມພະຍາດ, ໃບຢັ້ງຢືນການແພດ, ໃບຢັ້ງຢືນສຸຂະພາບ.
   ຄ່າບໍລິການ ແມ່ນຄ່າເກັບຈາກການບໍລິການຕ່າງໆເຊັ່ນ: ຄ່າຫ້ອງນອນ, ອາຫານ, ລົດຂົນສົ່ງຄົນເຈັບ.
   ຄ່າປິ່ນປົວແມ່ນຄ່າເກັບຈາກການປິ່ນປົວຕ່າງໆເຊັ່ນ: ການກວດ, ວິເຄາະ, ສ່ອງລັງສີ, ຜ່າຕັດ, ຢາ, ຜະລິດຕະພັນການແພດ, ເຕັກນິກອື່ນໆ. ຂ້າງເທິງ

ມາດຕາ 53. ການຄຸ້ມຄອງ ແລະ ການນໍາໃຊ້ຄ່າທໍານຽມ, ຄ່າບໍລິການ ແລະຄ່າປິ່ນປົວ
    ການຄຸ້ມຄອງ ແລະການນໍາໃຊ້ຄ່າທໍານຽມ, ຄ່າບໍລິການ ແລະຄ່າປິ່ນປົວ ແມ່ນປະຕິບັດຕາມລະບຽບກົດໝາຍວ່າດ້ວຍງົບປະມານຂອງລັດ. ຂ້າງເທິງ

ໝວດທີ VI
ການຄູ້ມຄອງວຽກງານປິ່ນປົວ

ມາດຕາ 54. ອົງການຄຸ້ມຄອງ
   ອົງການຄຸ້ມຄອງ ວຽກງານປິ່ນປົວ ແມ່ນຂະແໜງການສາທາລະນະສຸກ ຊຶ່ງປະກອບດ້ວຍ :

  • ຂັ້ນສູນກາງແມ່ນກະຊວງສາທາລະນະສຸກ;
  • ຂັ້ນແຂວງແມ່ນພະແນກສາທາລະນະສຸກ;
  • ຂັ້ນເມືອງແມ່ນຫ້ອງການສາທາລະນະສຸກ;

   ນອກຈາກອົງການຄຸ້ມຄອງວຽກງານປິ່ນປົວຂ້າງເທິງນີ້ແລ້ວ ຍັງມີສະພາຄຸ້ມຄອງວິຊາຊີບປິ່ນປົວອີກ. ຂ້າງເທິງ

ມາດຕາ 55. ສິດ ແລະ ໜ້າທີ່ ຂອງກະຊວງສາທາລະນະສຸກ
   ໃນວຽກງານປິ່ນປົວ ກະຊວງສາທາລະນະສຸກມີສິດ ແລະ ໜ້າທີ່ ດັ່ງນີ້ :

  1. ຄົ້ນຄວ້ານະໂຍບາຍ ແລະ ແຜນຍຸດທະສາດ ກ່ຽວກັບການຄຸ້ມຄອງວຽກງານປິ່ນປົວເພື່ອສະເໜີລັດຖະບານພິຈາລະນາ;
  2. ຫັນເອົານະໂຍບາຍ, ແຜນການ, ມະຕິຕົກລົງຂອງລັດຖະບານກ່ຽວກັບການຄຸ້ມຄອງວຽກງານປິ່ນປົວມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມກັນນັ້ນ ກໍເປັນເຈົ້າການໃນການຈັດຕັ້ງປະຕິບັດ;
  3. ສ້າງ ແລະ ປັບປຸງຂໍ້ກໍານົດກົດລະບຽບ ແລະ ມາດຕະຖານກ່ຽວກັບວຽກງານປິ່ນປົວ;
  4. ຊີ້ນໍາດ້ານວິຊາສະເພາະ ແລະ ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການປິ່ນປົວ, ສະຫລຸບປະເມີນຜົນ ແລ້ວລາຍງານໃຫ້ລັດຖະບານຊາບ;
  5. ໂຈະ ຫລື ຍົກເລີກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການຂອງອົງການຄຸ້ມຄອງວຽກງານ ປິ່ນປົວຂັ້ນລຸ່ມທີ່ຂຶ້ນກັບຕົນ ຊຶ່ງຂັດກັບລະບຽບກົດໝາຍ;
  6. ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງ ຫລື ການຈັດຕັ້ງກ່ຽວກັບຄຸນນະພາບ, ມາດຕະຖານ ການປິ່ນປົວ ແລະ ການຄຸ້ມຄອງວຽກງານ ປິ່ນປົວ;
  7. ກໍ່ສ້າງ, ບໍາລຸງພະນັກງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ປະຕິບັດໃຫ້ຖືກຕ້ອງຕາມຈັນຍາແພດ;
  8. ຄົ້ນຄວ້າ, ເຜີຍແຜ່ວິທະຍາສາດການແພດ ເພື່ອເຮັດໃຫ້ການປິ່ນປົວມີຄຸນນະພາບ ແລະ ທັນສະໄໝຂຶ້ນ;
  9. ອອກໃບອະຍຸຍາດໃຫ້ເປັນຜູ້ປະກອບວິຊາຊີບປິ່ນປົວ;
  10. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານປິ່ນປົວ ເພື່ອເຮັດໃຫ້ ລະບຽບກົດໝາຍ ກ່ຽວກັບການປິ່ນປົວທີ່ວາງອອກນັ້ນ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ;
  11. ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການຄຸ້ມຄອງວຽກງານປິ່ນປົວ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ. ຂ້າງເທິງ

ມາດຕາ 56. ສິດ ແລະ ໜ້າທີ່ ຂອງພະແນກສາທາລະນະສຸກ
   ໃນວຽກງານປິ່ນປົວ ພະແນກສາທາລະນະສຸກມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຫັນເອົານະໂຍບາຍ, ແຜນການ, ມະຕິຕົກລົງຂອງກະຊວງສາທາລະນະສຸກກ່ຽວກັບ ການຄຸ້ມຄອງວຽກງານປິ່ນປົວມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ;
  2. ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຍຸດທະສາດ ກ່ຽວກັບການຄຸ້ມຄອງວຽກງານ ປິ່ນປົວທີ່ກະຊວງສາທາລະນະສຸກວາງອອກ, ສະຫລຸບປະເມີນຜົນ ແລ້ວລາຍງານໃຫ້ ຂັ້ນເທິງຂອງຕົນ ແລະ ກະຊວງສາທາລະນະສຸກຊາບ;
  3. ຊີ້ນໍາຫ້ອງການສາທາລະນະສຸກເມືອງ, ເທດສະບານ ກ່ຽວກັບການ ຄຸ້ມຄອງວຽກງານ ປິ່ນປົວ;
  4. ຄຸ້ມຄອງວຽກງານປິ່ນປົວ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ ການປິ່ນປົວມີຄຸນນະພາບ ແລະ ໄດ້ມາດຕະຖານ;
  5. ແນະນໍາ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ສົ່ງເສີມໃຫ້ສັງຄົມຈັດຕັ້ງປະຕິບັດວຽກງານ ປິ່ນປົວທີ່ມີຄວາມປອດໄພ ແລະ ມີຄຸນນະພາບ;
  6. ຄຸ້ມຄອງການໂຄສະນາວຽກງານປິ່ນປົວ ຂອງຜູ້ປະກອບວິຊາຊີບປິ່ນປົວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  7. ຄົ້ນຄວ້າຄໍາສະເໜີຂອງບຸກຄົນ ທີ່ມີຈຸດປະສົງຢາກປະກອບວິຊາຊີບປິ່ນປົວ ແລ້ວນໍາສະເໜີໃຫ້ກະຊວງສາທາລະນະສຸກເພື່ອພິຈາລະນາ;
  8. ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງ ຫລື ການຈັດຕັ້ງກ່ຽວກັບຄຸນນະພາບ, ມາດຕະຖານ ແລະ ການຄຸ້ມຄອງວຽກງານປິ່ນປົວ;
  9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງວຽກງານປິ່ນປົວ ເພື່ອເຮັດໃຫ້ ລະບຽບກົດໝາຍກ່ຽວກັບວຽກງານປິ່ນປົວທີ່ໄດ້ກໍານົດອອກນັ້ນ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດທິຜົນ;
  10. ປະຕິບັດສິດ ແລະໜ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 57. ສິດ ແລະໜ້າທີ່ ຂອງຫ້ອງການ ສາທາລະນະສຸກ ໃນ
   ວຽກງານປິ່ນປົວ ຫ້ອງການສາທາລະນະສຸກມີສິດ ແລະໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຍຸດທະສາດ ກ່ຽວກັບການຄຸ້ມຄອງວຽກງານປິ່ນປົວ ທີ່ຂັ້ນເທິງວາງອອກ;
  2. ຄຸ້ມຄອງການປິ່ນປົວ ແລະ ຕິດຕາມການໂຄສະນາຂອງຜູ້ປະກອບວິຊາຊີບປິ່ນປົວ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ສະຫລຸບປະເມີນຜົນແລ້ວລາຍງານໃຫ້ຂັ້ນເທິງ ຂອງຕົນຊາບ;
  3. ແນະນໍາ, ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມ ປະຕິບັດວຽກງານປິ່ນປົວທີ່ມີຄວາມປອດໄພ ແລະ ມີຄຸນນະພາບ;
  4. ຄົ້ນຄວ້າຄໍາສະເໜີຂອງບຸກຄົນ ທີ່ມີຈຸດປະສົງຢາກປະກອບວິຊາຊີບປິ່ນປົວ ແລ້ວນໍາສະເໜີໃຫ້ ພະແນກສາທາລະນະສຸກຂັ້ນແຂວງ ພິຈາລະນາ;
  5. ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງ ຫລື ການຈັດຕັ້ງກ່ຽວກັບຄຸນນະພາບ, ມາດຕະຖານ ແລະ ການຄຸ້ມຄອງວຽກງານປິ່ນປົວ;
  6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານປິ່ນປົວ ເພື່ອເຮັດໃຫ້ລະບຽບກົດໝາຍ ກ່ຽວກັບ ວຽກງານປິ່ນປົວ ທີ່ວາງອອກນັ້ນ ໄດ້ຮັບການ ຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 58. ພາລະບົດບາດຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ
   ສະພາຄຸ້ມຄອງວິຊາຊີບປິ່ນປົວ ເປັນເສນາທິການໃຫ້ກະຊວງສາທາລະນະສຸກ ໃນການຄຸ້ມຄອງວິຊາຊີບປິ່ນປົວ.
   ສໍາລັບສິດ ແລະ ໜ້າທີ່ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວນັ້ນ ຈະມີຂໍ້ກໍານົດຕ່າງຫາກ. ຂ້າງເທິງ

ໝວດ VII
ການກວດກາວຽກງານປິ່ນປົວ

ມາດຕາ 59. ອົງການກວດກາ
   ອົງການກວດກາວຽກງານປິ່ນປົວ ແມ່ນອົງການ ດຽວກັນກັບ ອົງການຄຸ້ມຄອງວຽກງານປິ່ນປົວ ຕາມທີ່ໄດ້ກໍານົດໄວ້ ໃນ ມາດຕາ 54 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 60. ສິດ ແລະ ໜ້າທີ່ ຂອງອົງການກວດກາ ອົງການກວດກາ ວຽກງານປິ່ນປົວມີສິດ ແລະ ໜ້າທີ່ ດັ່ງນີ້:

  • ກວດກາການຈັດຕັ້ງປະຕິບັດຍຸດທະສາດ, ແຜນການ ແລະ ລະບຽບກົດໝາຍວ່າດ້ວຍການປິ່ນປົວ;
  • ກວດກາມາດຕະຖານກ່ຽວກັບການປະກອບບຸກຄະລາກອນ, ເຄື່ອງມື ແລະ ອຸປະກອນ ການແພດ, ການຈັດຕັ້ງປະຕິບັດລະບອບຄຸ້ມຄອງວິຊາການ, ຄຸ້ມຄອງບໍລິຫານ ແລະ ການເຄື່ອນໄຫວ ປະຕິບັດວິຊາຊີບປິ່ນປົວ ຂອງສະຖານທີ່ ບໍລິການປິ່ນປົວ ຊຶ່ງ ກະຊວງ ສາທາລະນະສຸກວາງອອກ;
  • ກວດກາການຄຸ້ມຄອງ, ການນໍາໃຊ້ກອງທຶນປະກັນສຸຂະພາບ;
  • ກວດກາການແກ້ໄຂຄໍາສະເໜີຂອງພົນລະເມືອງ ແລະ ການຈັດຕັ້ງກ່ຽວກັບການປິ່ນປົວ;
  • ປະຕິບັດສິດ ແລະ ໜ້າທີ່ກວດກາອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 61. ການກວດສອບດ້ວຍວິທະຍາສາດການແພດ
   ການກວດສອບ ດ້ວຍວິທະຍາສາດ ການແພດ ແມ່ນການວິເຄາະ, ວິໄຈຫາຄວາມຈິງ ເພື່ອຢັ້ງຢືນ ຄວາມຖືກຕ້ອງ ຫລື ຄວາມຜິດພາດ ກ່ຽວກັບການປິ່ນປົວ ຕາມການສະເໜີ ຂອງບຸກຄົນ ຫລື ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຕົ້ນແມ່ນອົງການ ໄອຍະການປະຊາຊົນ, ສານປະຊາຊົນ.
   ເພື່ອດໍາເນີນ ການກວດສອບ ດ້ວຍວິທະຍາສາດ ການແພດນັ້ນ ລັດຖະມົນຕີ ວ່າການກະຊວງ ສາທາລະນະສຸກ ແຕ່ງຕັ້ງຜູ້ທີ່ມີປະສົບການ ດ້ານວິຊາຊີບປິ່ນປົວ ຫລື ດ້ານນິຕິເວດ ເປັນຜູ້ປະຕິບັດ.
   ຫ້າມບໍ່ໃຫ້ແຕ່ງຕັ້ງ ຜູ້ປະກອບວິຊາຊີບ ທີ່ທໍາການປິ່ນປົວ ຄົນເຈັບນັ້ນ ເປັນຜູ້ກວດສອບ. ໃນກໍລະນີທີ່ ຜູ້ກ່ຽວຫາກເປັນສະມາຊິກ ໃນຄອບຄົວ, ຍາດຕິພີ່ນ້ອງ, ໝູ່ເພື່ອນຂອງຄົນເຈັບ ຫລື ຫາກມີບຸກຄົນ, ກຸ່ມຄົນໃດໜຶ່ງ ທີ່ຜູ້ກ່ຽວ ມີຜົນປະໂຫຍດຮ່ວມກັນ ຮຽກຮ້ອງໃຫ້ ເຂົ້າຮ່ວມໃນການ ກວດສອບນັ້ນ ກໍຫ້າມເຊັ່ນດຽວກັນ. ຂ້າງເທິງ

ໝວດທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 62. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
   ບຸກຄົນ ຫລື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນປະຕິບັດກົດໝາຍ ວ່າດ້ວຍການປິ່ນປົວສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍອື່ນໆຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 63. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດ ກົດໝາຍວ່າດ້ວຍ ການປິ່ນປົວສະບັບນີ້ ຈະຖືກສຶກສາອົບຮົມ, ຖືກປັບໃໝ, ໃຊ້ແທນ ທາງແພ່ງ ຫລື ຖືກລົງໂທດ ທາງອາຍາ ແລ້ວແຕ່ກໍລະນີເບົາ ຫລື ໜັກ. ຂ້າງເທິງ

ໝວດທີ IX
ບົດບັນຍັດສຸດທ້າຍ

ມາດຕາ 64. ການຈັດຕັ້ງປະຕິບັດ
   ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການປິ່ນປົວສະບັບນີ້. ຂ້າງເທິງ

ມາດຕາ 65. ຜົນສັກສິດ
   ກົດໝາຍວ່າດ້ວຍການປິ່ນປົວສະບັບນີ້ ມີຜົນສັກສິດພາຍຫລັງ ເກົ້າສິບວັນ ນັບແຕ່ວັນທີ່ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ ປະກາດໃຊ້ ເປັນຕົ້ນໄປ.
   ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)
ສະໝານ ວິຍະເກດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Health Care Law No. 09/NA, dated 9 November 2005 PDF
2 ກົດໝາຍ ວ່າດ້ວຍ ການປິ່ນປົວ ເລກທີ 09/ສພຊ, ລົງວັນທີ 09 ພະຈິກ 2005 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.